吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮູ​ບ​ເງົາ: ປີ 1921

2021-06-11 16:51:08 cri

 
    ຮູບ​ເງົາ​ເລື່ອງ “ປີ 1921” ໄດ້​ມີ​ເນື້ອ​ເລື່ອງ​ກ່ຽວ​ກັບສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ຊຸດ​ທຳ​ອິດ ​ໄດ້​ແບກ​ຫາບ​ພາ​ລະໜ້າທີ່​ທີ່ກອບ​ກູ້​ປະ​ເທດ​ຊາດ​ໃນ​ໄລ​ຍະ​ທີ່​ປະ​ເທດ​ຈີນ​ຜະ​ເຊີນ​ກັບ​ຄວາມ​ອັນ​ຕະ​ລາຍ ແລະ​ຄວາມ​ວຸ້ນ​ວາຍໃນ​ເມືອ​ກ່ອນ, ສຸດ​ທ້າຍ​ເຮັດ​ໃຫ້​ເສັ້​ນ​ທາງ​ປະ​ຕິ​ວັດ​ຂອງ​ຈີນ​ໄດ້ມີ​ອະ​ນາ​ຄົດ​ທີ່​ສົດ​ໃສ. 
 
    ປີ 1921, ປະ​ເທດ​ຈີນໄດ້​ຕົກ​ເຂົ້າ​ໃນ “ຂຸມເລິກ” ແຫ່ງສັງຄົມ​ເຄິ່ງລ່າ​ເມືອງ​ຂຶ້ນ ເຄິ່ງສັກ​ດີນາ​ຢ່າງໜັກ​ໜ່ວງກວ່າ​ເກົ່າ, ໂດຍ​​ບໍ່​ສາ​ມາດ​ມີ​ທາງ​ອອ​ກ​ໄດ້ຕະຫຼອດມາ. ແຕ່​ໂຊກ​ດີ, ໃນ​ຍຸ​ກ​ສະ​ໄໝ​ທີ່​ມີ​ຄວາມ​ອັນ​ຕະ​ພາບ​ທັງ​ພາຍ​ໃນ ແລະ ​ຕ່າງ​ປະ​ເທດ, ຊາວ​ໜຸ່ມ ແລະ ​ຜູ້​ມີອຸດົມການ​ຂອງ​ຈີນ ບໍ່​ໄດ້​ປະ​ຖິ້ມຄວາມປາຖະໜາອັນ​ສວຍ​ງາມ​ທີ່​ຈະນຳ​ພາປະເທດ​ຈີນ​ກ້າວ​ເຂົ້າ​ສູ່​ຄວາມ​ຈະ​ເລີນຮຸ່ງເຮືອງ ແລະ​ ມັ້ງຄັ້ງເຂັ້ມ​ແຂງຢ່າງສະເໝີຕົ້ນສະເໝີປາຍ. 
 
    ປີ 1921, ຊາວ​ໜຸ່ມ​​ຜູ້​ມີ​ອຸ​ດົມ​ການ​ອັນຍິ່ງ​ໃຫຍ່​ຈຳນວນໜຶ່ງທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ຈີນ​ ໄດ້​ເຕົ້າ​ໂຮມກັນ​ຢູ່​ນະ​ຄອນ​ຊຽນ​ໄຮ້ ເຊິ່ງ​ເປັນ​ສະ​ຖານ​ທີ່​ທີ່​ມີ​ອຸ​ທິ​ດກຳ​ລັງຂອງຝ່າຍຕ່າງໆ. ເຂົາ​ເຈົ້າ​ໄດ້​ສູ້​ກັບ​ຄວາມ​ກົດ​ດັນ ແລະ ​ສິ່ງ​ທ້າ​ທ້າຍ​ຕ່າງໆ, ໃນ​ທີ່​ສຸດ​ໄດ້​ໄຂ​ກອງ​ປະ​ຊຸມ​ຜູ້​ຕາງ​ໜ້າ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ເຊິ່ງເປັນເຫດການທີ່ເປັນຕາຈົດຈຳໃນປຶ້ມປະຫວັດສາດ, ໂດຍ​ໄດ້ບຸກ​ເບີກເສັ້ນ​ທາງ​ປະ​ຕິ​ວັດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ​ທັງ​​ໄດ້ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດຈີນ​ຂຶ້ນ. ຮູບ​ເງົາ​ເລື່ອງ “ປີ 1921” ໄດ້​ເອົາ​ເຫດການ​ນີ້​ເປັນເນື້ອເລື່ອງ, ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳໃຈ​ສູ້​ຊົນ ແລະ​ຄຸນ​ສົມ​ບັດ​ປະ​ຕິ​​ວັດ​ຂອງ​ນັກ​ປະ​ຕິ​ວັດ​ໃນ​ຍາມ​ເປັນ​ຊາວ​ໜຸ່ມ, ເຊິ່ງ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ຫວັດ​ສາດ​ຈີນ. 

ຄຳ​ເຫັນ

0