黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖື​ຄົນ​ເປັນກົກ​: ຈີນ​ສ້າ​ງ​ເຂດ​ແບບ​ຢ່າງ “ສ້າງ​ຄວາມຮັ່ງ​ມີ​ຮ່ວມ​ກັນ” ເພື່ອ​ຄົ້ນ​ຄວ້າ​ເສັ້ນ​ທາງ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ

2021-06-14 15:15:00 cri

​ຫວ່າງ​ມໍ່ໆ​ມາ​ນີ້, ແຂ​ວງ​ເຈີ້​ຈ່ຽງ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ຈີນໄດ້​ກາຍ​ເປັນ​ຈຸ​ດ​ສຸມ​ຂອງ​ຫາງ​ສຽງ. ວັນ​ທີ 10 ມິ​ຖຸ​ນາ​ນີ້, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ບານ​ຈີນ​ໄດ້​ປະ​ກາດ​ເອ​ກະ​ສານ​ສະ​ບັບ​ສຳ​ຄັນ, ສະ​ໜັບ​ສະ​ໜູນ​ແຂວງ​ເຈີ້​ຈ່ຽງ​ເຊິ່ງ​ເປັນ​ແຂວງ​ທີ່​ມີ​ລາຍ​ຮັບສະ​ເລ່ຍ​ຕໍ່​ຫົວ​ຄົນ​ສູງ​ສຸດ​ຂອງ​ຈີນ, ສ້າງ​ເຂດ​ແບບ​ຢ່າງ “ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ” ດ້ານ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ. ນີ້​ໝາຍ​ຄວາມ​ວ່າ: ແຂວງ​ເຈີ້​ຈ່ຽງ​ຈະ​ຄົ້ນ​ຄວ້າ​ການ​ກະ​ທຳ​ທີ່​ລອກ​ແບບ​ແລະ​ເຜີຍ​ແຜ່​ໄດ້​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ກ່ຽວ​ກັບ​ການ​ບັນ​ລຸ​ເປົ້າ​ໝາຍ​ທີ່ “ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ”

“ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ” ແມ່ນ​ຄວາມ​ຕ້ອງ​ການພື້ນ​ຖານໃນ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ຂອງ​ຈີນ, ທັງ​ເປັນອຸ​ດົມ​ຄະ​ຕິ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ຈີນ​ຕັ້ງ​ແຕ່​ສະ​ໄໝບູ​ຮານມາ​ນີ້.

ເລີ່ມ​ແຕ່​ທ້າຍ​ຊຸມ​ປີ 1970, ຈີນ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ. ໂດຍ​ຜ່ານ​ໄລ​ຍະ 40 ກວ່າ​ປີ, ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ໄດ້​ຮັບ​ຜົນ​ງານ​ຢ່າງ​ເດັ່ນ​ຊັດ, ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ຈຳ​ນວນ​ໜຶ່ງ​ຮັ່ງ​ມີ​ຂຶ້ນ​ກ່ອນ​ໄດ້​ບັນ​ລຸ​ຜົນ​ເປັນ​ຈິງ​ແລ້ວ, ສະ​ນັ້ນ, ການ​ທີ່​ບັນ​ລຸ “ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ” ຈະ​ກາຍ​ເປັນ​ເປົ້າ​ໝາຍ​ໃຈ​ກາງ​ຂອງ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ອະ​ນາ​ຄົດ.

“ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ” ແມ່ນ​ຫຍັງ? ເມື່ອ​ປີ 2014, ທ່ານ​ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ​ກໍ​ເຄີຍ​ກ່າວ​ວ່າ: “​ໃນ​ເວ​ລາ​ທີ່​ເຮັດ​ ‘ຂະ​ໜົມ​’ ​ໃຫ້ໃຫຍ່ກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍັງ​ຕ້ອງ​ແປ​ບ່ງ​ປັນ ‘ຂະ​ໜົມ​’ ໃຫ້​ດີ. ໃນ​ສັງ​ຄົມ​ຂອງ​ຈີນ​ມີ​ທັດ​ສະ​ນະ ‘ບໍ່​ຢ້ານ​ໄດ້​ຜົນ​ປະ​ໂຫຍດ​ໜ້ອຍ, ແຕ່​ຢ້ານ​ວ່າ​ການ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ບໍ່​ຍຸ​ຕິ​ທຳ’, ພວກ​ເຮົາ​ຄວນເຮັດ​ໃຫ້​ວຽກ​ງານ​ຊຸກ​ຍູ້ຄວາມ​ຍຸ​ຕິ​ທຳ​​ທາງສັງ​ຄົມ​ໃຫ້​ດີ​ບົນ​ພື້ນ​ຖານ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ທັ​ງ​ພະ​ຍາ​ຍາມ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ແລະ​​​ແທດເໝາະກັບ​ຄວາມ​ສາ​ມາດ​ຂອງ​ຕົນ, ພະ​ຍາ​ຍາມ​ເຮັດ​ໃຫ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕໍ່​ເນື່ອງ​ໃນ​ດ້ານ​ຕ່າງໆ​ເຊັ່ນ: ມີ​ບ່ອນ​ເຂົ້າ​ຮຽນ, ການ​ອອກ​ແຮງ​ງານ​ມີ​ລາຍ​ຮັບ, ​ເຈັບເປັນ​ແລ້ວ​ສາ​ມາດໄດ້​ຮັບ​ການ​ປິ່ນ​ປົວ, ​ອາ​ຍຸ​ສູງ​ແລ້ວ​ມີ​ຜູ້​ລ້ຽງ​ດູ, ມີ​​ບ່ອນ​ພັກ​ຢູ່​ອາ​ໄສ​ແລະ​ອື່ນໆ”. ຄວາມ​ເວົ້າ​ດັ່ງ​ກ່າວ​ໄດ້​ບັນ​ລະ​ຍາຍ​ເນື້ອ​ໃນ​ຂອງ “ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ” ຢ່າງ​ລະ​ອຽດ​ແລະ​ເໝາະ​ສົມ.

ເປັນ​ຫຍັງ​ເລືອກ​ເອົາ​ແຂວງ​ເຈີ້​ຈ່ຽງ​ຄົ້ນ​ຄວ້າ​ເສັ້ນ​ທາງ​ກາ​ນ​ບັນ​ລຸ “ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ”? ຜູ້​ຊ່ຽວ​ຊານ​ທັງ​ຫຼາຍເຫັນ​ວ່າ: ​ໜຶ່ງ, ເສດ​ຖະ​ກິດ​ຂອງ​ແຂວງ​ເຈິ້​ຈ່​ຽງ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ແຂວງ​ເຈີ້​ຈ່ຽງ​ຢູ່​ແຖວ​ນຳ​ໜ້າ​ຂອງ​ທົ່ວ​ປະ​ເທດ​ຈີນ. GDP ສະ​ເລ່ຍ​ຕໍ່​ຫົວ​ຄົນຂອງ​ແຂວງ​ເຈີ້​ຈ່ຽງ​​ໄດ້​ຫຼາຍກວ່າ 1 ແສນຢວນ​ແລ້ວ, ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​​ປະ​ຊາ​ຊົນ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດເປັນ​ອັນ​ດັບ​ໜຶ່ງ​ຂອງ​ຈີນ 20 ປີ​ລຽນ​ຕິດ, ເປັນ​ອັນ​ດັບ​ໜຶ່ງ​ຂອງຈີນ 36 ປີ​ມາ​ແລ້ວ. ສອງ, ແຂວງ​ເຈີ້​ຈ່ຽງ​ມີ​ລະ​ດັບ​ຕະ​ຫຼາດ​ສູງ​ສົມ​ຄວນ. ໃນ​ຫຼາຍ​ປີ​ມາ​ນີ້, ແຂວງ​ເຈີ້​ຈ່ຽງ​ໄດ້​ຊຸກ​ຍູ້​ເສດ​ຖະ​ກິດ​​ຊົມ​ໃຊ້​ຮ່ວມ​ກັນ​ມາ​ໂດຍ​ຕະ​ຫຼອດ, ເສດ​ຖະ​ກິດ​ດີ​ຈີ​ຕອນ​ກໍ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ນອກ​ນີ້, ວິ​ສາ​ຫະ​ກິດ​ເອ​ກະ​ຊົນ​ຂອງ​ແຂວງ​ເຈີ້​ຈ່ຽງ​ໄດ້​ພັດ​ທະ​ນາ​ເປັນ​ຢ່າງ​ດີ, ສາ​ມາດ​ສ້າງ​ໂອ​ກາດ​ວຽກ​ເຮັດ​ງານ​ທຳ​ຫຼາຍກວ່າ​ເກົ່າ, ປະ​ຊາ​ຊົນ​ທ້ອງ​ຖິ່ນ​ມີ​ລາຍ​ຮັບ​ຢ່າງ​ໝັ້ນ​ທ່ຽງ, ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ກໍ​ມີ​ຊັບ​ພະ​ຍາ​ກອນ​ແລະ​ງົບ​ປະ​ມານ​ຫຼາຍກວ່າ​ເກົ່າ​ເພື່ອ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ແລະ​ລົງ​ທຶນ​ໃນ​ບໍ​ລິ​ການ​ສາ​ທາ​ລະ​ນະ​ປະ​ໂຫຍດ. ສາມ, ແຂວງ​ເຈີ້​ຈ່ຽງ​ມີ​ສະ​ຕິ​ການ​ປະ​ຕິ​ຮູບ​ແລະ​ການ​ປະ​ດິດ​ສ້າງ​ໃໝ່​​ທີ່ເຂັ້ມ​ແຂງ, ມາດ​ຕະ​ການການ​ປະ​ຕິ​ຮູບ​ຫຼາຍ​ຢ່າງ​​ໄດ້​ປະ​ຕິ​ບັດ​ຢູ່​ແຂວງ​ເຈີ້​ຈ່ຽງ​ກ່ອນໝູ່, ແລ້ວ​ເຜີຍ​ແຜ່​​ທົ່ວ​ປະ​ເທດ​ຈີນ. ສາ​ມາດ​ເວົ້າ​ໄດ້​ວ່າ, ໃນ​ດ້ານ​ການ​ປະ​ຕິ​ຮູບ​ແລະ​ການ​ພັດ​ທະ​ນາ, ແຂວງ​ເຈີ້​ຈ່ຽງ​ໄດ້​ສະ​ສົມ​ບົດ​ບາດ​ທີ່​ດີ​ຫຼາຍ​ສົມ​ຄວນ. ປັດ​ໄຈ​ເຫຼົ່າ​ນີ້​ໄດ້​ສ້າງ​ພື້ນ​ຖານ​ຢ່າງ​ໝັ້ນ​ແກ່ນ​ໃຫ້​ແກ່​ແຂວງ​ເຈີ້​ຈ່ຽງ​ແບກ​ຫາບ​ໜ້າ​ທີ່​ສ້າງ​ເຂດ​ແບບ​ຢ່າງ​ດ້ານ “ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ”.

ສຳ​ລັບ​ປະ​ເທດ​ຈີນ​ແລ້ວ, “ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ” ແມ່ນ​ການ​ປ່ຽນ​ແປງ​ດ້ານ​ສັງ​ຄົມ​ຢ່າງ​ເລິກ​ເຊິ່ງ, ຢາກ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ກໍ​ຕ້ອງ​ເຮັດ​ວຽກ​ສອງ​ຢ່າງ​ໃຫ້​ດີ. ດ້ານ​ໜຶ່ງ​ຄວ​ນມີ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ເຮັດ “ຂະ​ຫນົມ” ​ໃຫ້ໃຫຍ່​ຂຶ້ນ​ຢ່າງ​ພຽງ​ພໍ. ອີກ​ດ້ານ​ໜຶ່ງ​ຄວນ​ມີ​ການ​ຈັດ​ວາງ​ດ້ານ​ລະ​ບຽບ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ, ​ແບ່ງ​ປັນ “ຂະ​ໜົມ” ດີ​ສົມ​ຄວນ.

ແຕ່​ສິ່ງ​ທີ່​ຄວນ​ຊີ້​ອອກ​ເປັນ​ພິ​ເສດ​ນັ້ນ​ຄື: “ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ” ບໍ່​ແມ່ນ​ຮັ່ງ​ມີ​ຂຶ້ນ​ໃນ​ເວ​ລາ​ດຽວ​ກັນ​ແລະ​ທຸກ​ຄົນ​ມີ​ຊັບ​ສິນ​ຄື​ກັນ. ຈີນ​ແມ່ນ​ປະ​ເທດ​ໃຫຍ່​ທີ່​ມີ​ປະ​ຊ​າ​ກອນ 1,4 ຕື້​ຄົນ, ແລະ​​ທ້ອງ​ຖິ່ນ​ຕ່າງໆມີ​ຄວາມ​ແຕກ​ຕ່າງ​ກັນ​ໃຫຍ່​ສົມ​ຄວນ. ໃນ​ເສັ້ນ​ທາງ​ທີ່​ບັນ​ລຸສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ, ຄວນເຮັດ​ແນວ​ໃດຈຶ່ງ​ຈະບັນ​ລຸ​​ການສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ, ທັງ​ສາ​ມາດ​ຫຼີກ​ເວັ້ນ​ບໍ່​ໃຫ້​ເກີດ​ສະ​ພາບ​ຫຍຸ້ງ​ຍາກ​ຍ້ອນ​ການ​ປະ​ສິດ​ທິ​ພາບ​ແລະ​ການ​ພັດ​ທະ​ນາ​ບໍ່​ເໝາະ​ສົມ​ໃນ​ຂະ​ບວນ​ການ​ບັນ​ລຸ​ເປົ້າ​ໝາຍ​ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ, ທັງ​ກໍ​ຈະ​ເປັນ​ໜຶ່ງ​ໃນ​ໜ້າ​ທີ່​ສຳ​ຄັນ​ຂອງ​ແຂວງ​ເຈີ້​ຈ່ຽງ​ທີ່​ຄົ້ນ​ຄວ້າ​ເສັ້ນ​ທາງ “ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ” ຂອງ​ຈີນ.

ຄຳ​ເຫັນ

0