尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2021-06-18 17:07:07 cri

ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19_fororder_微信图片_20210618171124

      ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ໄໝ​ພິ​ເສດ​ເພື່ອ​ລະ​ນຶກ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ສົນ​ທະ​ນາ​ລະ​ຫວ່າງ​ຈີນ-ອາ​ຊຽນ​ຄົບ​ຮອບ 30 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຈຸ່ງ​ກິ່ງ​ຂອງ​ຈີນ​ໃນ​ວັນ​ທີ 7 ມິ​ຖຸ​ນາ​ນີ້ ເຊິ່ງ​ເປັນການ​ສົນ​ທະ​ນາທາງ​ອັອ​ຟ​ລາຍ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ແລະ​ອາ​ຊຽນ​ນັບ​ແຕ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ.ກອງ​ປະ​ຊຸມ​ໄດ້​ທົບ​ທວນ​ຄືນ​ປະ​ຫວັດ​ຄວາມ​ເປັນ​ມາ​ແລະ​ຄວາມ​ຄືບ​ໜ້າ​ຂອງ​ການ​ຮ່ວມ​ມືລະ​ຫວ່າງ​ຈີນ-ອາ​ຊຽນ​ຕະ​ຫຼອດ​ໄລ​ຍະ 30 ປີ​ຜ່ານ​ມາ, ກໍ​ຄື​ໝາກ​ຜົນ​ດ້ານ​ການ​ຮ່ວມ​ມື​ທີ່​ອຸ​ດົມ​ສົມ​ບູນ​ລະ​ຫວ່າງ​ສອງ​ຝ່າຍ​ໃນຫຼາຍ​ຂົງ​ເຂດ​ເຊັ່ນ:​ຂົງ​ເຂດ​​ການ​ເມືອງ-ຄວາມ​ໝັ້ນ​ຄົງ​,ເສດ​ຖະ​ກິດ​ການ​ຄ້າ, ວັດ​ທະ​ນະ​ທຳ​ສັງ​ຄົມ​ແລະ​ຂົງ​ເຂດ​ອື່ນໆ.
 

      ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ມີ​ຄວາມ​ຂ້ຽວ​ຂາດ​ຄື​ເກົ່າ, ການ​ຮ່ວມ​ມື​ດ້ານ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ຈຸດ​ສຸມຂອງກອງ​ປະ​ຊຸມ​ຄັ້ງ​ນີ້.
 

      ​ຕະ​ຫຼອດ​ໄລ​ຍະ​ກວ່າ 1 ປີ​ຜ່ານ​ມາ, ໃນ​ຂະ​ນະ​ທີ່​ຈີນ​​ປະ​ສົບ​​ກັບຄວາມ​ຫຍຸ້ງ​ຍາກ​ຫຼາຍ​ທີ່​ສຸດ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ອັນ​ລ້ຳ​ຄ່າ​ແລະ​ການ​ຊ່ວຍ​ເຫຼືອ​ທີ່​ບໍ່​ເຫັນ​ແກ່​ຕົວ​ແກ່​ຝ່າຍ​ຈີນ​ຢ່າງ​ທັນ​ການ. ໃນ​ເວ​ລາ​ທີ່​ບັນ​ດາ​ປະ​ເທດ​ອາ​ຊຽນ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​​ໃນ​ຍາມ​ທີ່ປະ​ສົບ​​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈີນ​ໄດ້​ສະ​ໜອງວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ພະ​ຍາດ​ໂຄວິດ-19 ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ອາ​ຊຽນ, ໄດ້​ສົ່ງ​ໜ່ວຍ​ຜູ້​ຊ່ຽວ​ຊານ​ການ​ແພດ​ຫຼາຍໜ່ວຍ​ໄປ​​ຫຼາຍປະ​ເທດ​ອາ​ຊຽນ,​ແລະ​ຊ່ວຍ​ສ້າງ​ຫ້ອງ​ທົດ​ລອງກວດ​ກາ​ແລະ​ວິ​ເຄາະ​ເຊື້ອ​ພະ​ຍາດ.
 

      ​ໃນ​ເວ​ລາ​ດຽວ​ກັນ​ນີ້, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນ​ໃນ​ດ້ານ​ວັກ​ຊີນໂຄວິດ-19 ​ກໍໄດ້​ຮັບ​ປະ​ສິດ​ທິ​ຜົນ​ຢ່າງ​ຈະ​ແຈ້ງ. ນັບ​ມາ​ຮອດ​ປັດ​ຈຸ​ບັນ, ຈີນ​ໄດ້​​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ເຕັກ​ນິກ​ຫຼື​ຜະ​ລິດ​ຕະ​ພັນ​ວັກ​ຊີນ​ໂຄວິດ-19 ໃຫ້​ແກ່ 9 ປະ​ເທດ​ອາ​ຊຽນ. ຜູ້​ນຳ​ປະ​ເທດ​ອາ​ຊຽນ​ຫຼາຍ​ທ່ານ​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ທີ່​ຈີນ​ສະ​ໜອງ​ໃຫ້, ແລະ​ໄດ້​ຖື​​ເອົາວັກ​ຊີນ​ໂຄວິດ-19 ເປັນ “ຂອງ​ຂວັນ​ທີ່​ລ້ຳ​ຄ່າ” ທີ່​ປະ​ຊາ​ຊົນ​ຈີນມອບ​ໃຫ້​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕົນ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ພົວ​ພັນ​ສອງ​ຝ່າຍ​ທີ່​ມີ​ຄວາມ​ເຂັ້ມ​ແຂງ,ສາ​ມັກ​ຄີ​ແລະ​ມິດ​ຕະ​ພາບ.
 

      ປັດ​ຈຸ​ບັນ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢູ່​ລາວໃນ​ທ້າຍ​ເດືອນ​ເມ​ສາ​ປີ​ນີ້ໄດ້​​ຖືກ​ຄວບ​ຄຸມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ພາຍ​ໃຕ້​ການ​ຮ່ວມ​ມື​ທີ່​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ລະ​ຫວ່າງ​ຈີນ​ກັບ​ລາວ. ໃນ​ວັນ​ທີ 15 ມິ​ຖຸ​ນາ​ນີ້, ຈີນ​ໄດ້​ມອບ​ວັກ​ຊີນ​ໂຄວິດ-19 ງວດ​ໃໝ່​ໃຫ້​ແກ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ. ທ່ານ ກິແກ້ວ ໄຂ​ຄຳ​ພິ​ທູນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ທັງ​ເປັນ​ຫົວ​ໜ້າ​ຄະ​ນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ,ຄວບ​ຄຸມ​ແລະ​ແກ້​ໄຂການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ແຫ່ງ ສ​ປ​ປ ລາວກ່າວ​ວ່າ: ໃນ​ຂະ​ນະ​ທີ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮອບ​ໃໝ່​​ຢູ່ລາວ​ພວມ​ຢູ່​ໃນ​ໄລ​ຍະ​ທີ່​ສຳ​ຄັນ, ຈີນ​ໄດ້​ສະ​ໜອງວັກ​ຊີນ​ໂຄວິດ-19 ໃຫ້​ລາວ​ອີກ​ເທື່ອ​ໜຶ່ງ,​ເຊິ່ງ​ເປັນ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຍາດ​ເອົາ​ຊະ​ນະ​​ໃນ​ບັ້ນ​ຕ້ານ​ກັບ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຂອງ​ປະ​ຊາ​ຊົນ​ລາວ. ການ​ຮ່ວມ​ມື​ຕ້ານ​ພະ​ຍາດ​ໂຄວິດ-19 ຢ່າງ​ສຳ​ເລັດ​ຜົນ​ລະ​ຫວ່າງ​ຈີນ-ລາວ​ໃນ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ:​ການ​ຮ່ວມ​ມື​ກັນ​ຕ້າ​ນ​ກັບ​ພະ​ຍາດ​ໂຄວິດ-19 ລະ​ຫວ່າງ​ຈີນ-ອາ​ຊຽນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງ.
 

      ​ຂະ​ນະ​ດຽວ​ກັນ​, ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ​ກໍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕື່ມ​ອີກ.ພາຍ​ຫຼັງ​ຈີນໄດ້​ກາຍ​ເປັນ​ຄູ່​ຮ່ວມ​​ການ​ຄ້າ​ໃຫຍ່ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ​ໃນ​ປີ 2009 ແລ້ວ, ​ອາ​ຊຽນ​​ກໍໄດ້​ກາຍ​ເປັນ​ຄູ່​ຮ່ວມການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ​ໃນ​ປີ 2020, ໃນ 5 ເດືອນ​ຕົ້ນ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ບັນ​ລຸ​ເຖິງ 2.190 ຕື້ຢວນ, ກວມຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ 14,8%.
 

      ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ອາ​ຊຽນ​ແລະ​ຈີນ​ພວມ​ຄົ້ນ​ຄວ້າ​​ແລະປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ອອກໃບ​ຢັ້ງ​ຢືນ​ວັກ​ຊີນ​ໂຄວິດ-19​ ສຳ​ລັບ 2 ຝ່າຍ, ກໍ​ຄື​ລາຍ​ລະ​ອຽດ​​ກ່ຽວ​ກັບການ​ວາງ​ແຜນ​​ດ້ານການ​ທ່ອງ​ທ່ຽວ. ໃນ​ດ້ານ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ, ສອງ​ຝ່າຍ​ລ້ວນ​ແຕ່ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ທ່ວງ​ທ່າ​ການ​ພັດ​ທະ​ນາ​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ,ພ້ອມ​ທັງ​ຫວັງ​ວ່າ “ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນ​ຫຼື RCEP” ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ແລະ​ເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ໄວ; ພ້ອມ​ກັນ​ນັ້ນ, ຈີນ​ຈະ​ສະ​ໜອງວັກ​ຊີນ​ໂຄວິດ-19 ໃຫ້​ແກ່​ປະ​ເທດ​ອາ​ຊຽນ​ໃຫ້​ຫຼາຍກວ່າ​ເກົ່າ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ອາ​ຊຽນ, ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ຄົ້ນ​ຄວ້າ​ຜະ​ລິດ,​ການຈັດ​ຊື້,​ການຕິດ​ຕາມ​ຄຸ້ມ​ຄອງ​ແລະ​ການ​ສັກ​ວັກ​ຊີນ.
 

      ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ບໍ່​ພຽງ​ແຕ່​ບໍ່​ສາ​ມາດ​ສະ​ກັດ​ກັ້ນ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​​ຈີນ-ອາ​ຊຽນ​ໄດ້ເທົ່າ​ນັ້ນ, ​ແຮ່ງໄດ້​ຊຸກ​ຍູ້​​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ຂະ​ຫຍາຍ​ຕົວ​ກວ່າ​ເກົ່າ, ຊຸກ​ຍູ້​​ໃຫ້ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​ພາຍ​ໃຕ້​ສະ​ພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0