ທ່ານປາໂບລ ເນຣູດາ
“ແຜ່ນດິນຂອງຈີນ, ຂ້ອຍຢາກເລົ່າສູ່ຟັງ, ໃຊ້ແຕ່ພາສາຂອງແຜ່ນດິນ ເທົ່ານັ້ນ, ໃຊ້ແຕ່ພາສາສີຂຽວຂອງຕົ້ນເຂົ້າໃນນາ ເທົ່ານັ້ນ, ໃຊ້ແຕ່ພາສາຂອງແປວໄຟສີແດງເຂັ້ມ ເທົ່ານັ້ນ”
ສຳນວນດັ່ງກ່າວແມ່ນສ່ວນໜຶ່ງຂອງບົດກະວີທີ່ເຕັມໄປດ້ວຍຄວາມຮັກແພງອັນດູດດື່ມ ທີ່ທ່ານເນຣູດາແຕ່ງໄວ້ໃນ ບົດກະວີ“ບົດເພງຂອງແຜ່ນດິນຈີນ”. ໃນຂະບວນການປະດິດຄິດແຕ່ງຕະຫຼອດຊີວິດຂອງຕົນ, ທ່ານເນຣູດາໄດ້ແຕ່ງບົດກະວີຈຳນວນຫຼາຍເພື່ອຍ້ອງຍໍສັນລະເສີນການຕໍ່ສູ້ປະຕິວັດຂອງປະຊາຊົນໂລກ ແລະທ່ານກໍໄດ້ແຕ່ງບົດກະວີທີ່ຍ້ອງຍໍຈີນຢ່າງຫຼວງຫຼາຍ. ທ່ານໄດ້ກ່າວຢືນຢັນມາຫຼາຍເທື່ອໃນການສະໜັບສະໜູນການປະຕິວັດທີ່ນຳພາໂດຍພັກກອມມູນິດຈີນ. ທ່ານໄດ້ຍ້ອງຍໍທ່ານປະທານເໝົາເຈີຕຸ່ງວ່າເປັນ ນັກກະວີຜູ້ຍິ່ງໃຫຍ່, ຍ້ອງຍໍວ່າ ທ່ານປະທານເໝົາເຈີຕຸ່ງກຳລັງນຳພາເຮັດສົງຄາມຄັ້ງໜຶ່ງທີ່ສາມາດປ່ຽນແປງຊາຕາກຳຂອງຄົນຈຳນວນເປັນລ້ານໄດ້ຢ່າງມີໄຊ.
ທ່ານເນຣູດາຢູ່ກຳແພງເມືອງຈີນ
ເນື່ອງຈາກມີຄວາມສົນໃຈຢ່າງສູງຕໍ່ກັບຈີນກໍຄືວັດທະນະທຳຈີນ, ທ່ານເນຣູດາເຄີຍເດີນທາງມາຢ້ຽມຢາມຈີນ 3 ເທື່ອໃນຊົ່ວຊີວິດຂອງຕົນ. ປີ 1951, ທ່ານເນຣູດາໄດ້ເດີນທາງໄປຢ້ຽມຢາມຈີນເປັນເທື່ອທີສອງ. ປະສົບການມາຢ້ຽມຢາມຈີນກ່ອນໜ້ານັ້ນ 20 ກວ່າປີ, ໄດ້ສ້າງພາບອັນໜ້າສັງເວດທີ່ລືມຍາກໃຫ້ກັບທ່ານຄື ປະເທດຈີນຕົກຢູ່ໃນສະພາບປັ່ນປ່ວນວຸ້ນວາຍຍ້ອນເກີດສົງຄາມ, ປະຊາຊົນເດືອດຮ້ອນໃນການດຳລົງຊີວິດ, ແບບແຜນສັງຄົມນັບມື້ນັບຊຸດໂຊມ. ແຕ່ວ່າ ຫຼັງຈາກນັ້ນ 20 ກວ່າປີ, ໄປຄຽງຄູ່ກັບພັກກອມມູນິດຈີນໄດ້ນຳພາການປະຕິວັດກ້າວໄປສູ່ໄຊຊະນະ, ໂສມໜ້າຂອງທົ່ວປະເທດຈີນໄດ້ເກີດມີການປ່ຽນແປງໃໝ່. ທ່ານເນຣູດາໄດ້ຕີລາຄາສູງຕໍ່ຄົນຈີນ, ທ່ານກ່າວວ່າ: “ຄົນຈີນເປັນຄົນທີ່ມັກຍີ້ມມັກຫົວຫຼາຍທີ່ສຸດໃນໂລກ. ເຂົາເຈົ້າໄດ້ຜ່ານຜ່າຍຸກສະໄໝຂອງລັດທິລ່າເມືອງຂຶ້ນທີ່ໄຮ້ຄວາມປານີ, ຜ່ານຜ່າການປະຕິວັດ,ຄວາມອຶດຫິວ ແລະການສັງຫານໝູ່ແຕ່ກໍຍັງມີໃບໜ້າຍີ້ມແຍ້ມ, ບໍ່ມີຊົນຊາດໃດທີ່ຈະຍີ້ມດີກວ່າເຂົາເຈົ້າ. ຮ້ອຍຍີ້ມຂອງເດັກນ້ອຍຈີນປຽບເໝືອນເມັດເຂົ້າເປືອກທີ່ສວຍງາມທີ່ສຸດທີ່ເປັນຜົນເກັບກ່ຽວຂອງປະເທດໃຫຍ່ທີ່ມີປະຊາກອນຢ່າງຫຼວງຫຼາຍ.” ດ້ວຍຄວາມສົນໃຈຢ່າງແຮງກ້າທີ່ມີຕໍ່ປະເທດຈີນ, ທ່ານເນຣູດາໄດ້ເອົາຄວາມຮູ້ສຶກຕ່າງໆຈາກປະສົບການຢ້ຽມຢາມຈີນເປັນໄລຍະເວລາອັນສັ້ນໆເທື່ອນີ້ມາແຕ່ງເປັນກະວີຍາວ “ບົດເພງຂອງແຜ່ນດິນຈີນ” ເພື່ອຍ້ອງຍໍຊົມເຊີຍປະເທດຈີນໃໝ່ຢ່າງສຸດໃຈ.
“ດຽວນີ້, ປະຊາຊົນທົ່ວໂລກໄດ້ເຫັນຢ່າງຈະແຈ້ງວ່າ ແຜ່ນດິນອັນກວ້າງໃຫຍ່ໄພສານຂອງເຈົ້າໄດ້ບັນລຸຄວາມເປັນເອກະພາບແລະມີຄວາມສາມັກຄີແລ້ວ, ເຈົ້າມີກຳລັງແຂງແຮງປານລົມພາຍຸທີ່ພັດຮຸນແຮງຢ່າງວ່ອງໄວ. ຂວານທີ່ຄົມຂອງເຈົ້າໄດ້ຜ່າລົງໃສ່ຄົນຮ້າຍ, ແສງສະຫວ່າງແຫ່ງໄຊຊະນະໄດ້ສຽບແທ່ງສັດຕູ, ໂອ, ສາທາລະນະລັດທີ່ມີໄຊເອີຍ, ອ້າແຂນຂອງເຈົ້າມາໂອບກອດທົ່ວແຜ່ນດິນຂອງຊາດ , ສ້າງພື້ນຖານໃຫ້ແກ່ສັນຕິພາບທີ່ຖາວອນຂອງເຈົ້າ. ”
ປີ1957, ທ່ານເນຣູດາໄດ້ເດີນທາງໄປຢ້ຽມຢາມຈີນເປັນເທື່ອທີ 3. ທ່ານໄດ້ພົບເຫັນວ່າ ປະເທດນີ້ໄດ້ເກີດມີການປ່ຽນແປງທີ່ໜ້າສົນໃຈກວ່າເກົ່າ. ກ່ອນໜ້ານັ້ນ 5 ປີ, ຢູ່ຕາມຖະໜົນຫົນທາງ, ທຸກໆຄົນບໍ່ວ່າຍິງຊາຍເຖົ້າແກ່ເດັກນ້ອຍ,ຕ່າງກໍນຸ່ງເຄື່ອງຊຸດສີຟ້າທີ່ລຽບງ່າຍ, ສ່ວນທຸກມື້ນີ້, ປະຊາຊົນຈີນອັນໄພສານຕ່າງກໍໄດ້ປ່ຽນໄປນຸ່ງເຄື່ອງນຸ່ງທີ່ມີຫຼາກຫຼາຍສີສັນແລະມີຄຸນນະພາບດີກວ່າເກົ່າ, ອັນເປັນສີສັນທີ່ປະດັບໃຫ້ຖະໜົນຫົນທາງສວຍງາມປານສາຍຮຸ້ງທີ່ໜ້າອັດສະຈັນ. ທ່ານຮູ້ສຶກປະທັບໃຈຢ່າງເລິກເຊິ່ງຕໍ່ກັບການພັດທະນາຢ່າງວ່ອງໄວຂອງຂະແໜງການຕ່ຳແຜ່ນຂອງຈີນກໍຄືຄວາມສະຫຼາດແລະຄວາມຮູ້ຄວາມສາມາດຂອງຊາວຜູ້ອອກແຮງງານຈີນ ຈິ່ງຍ້ອງຍໍຂຶ້ນມາວ່າ: “ຊົນຊາດນີ້ບໍ່ຫ່ອນຈະຜະລິດສິ່ງທີ່ຂີ້ຮ້າຍແຕ່ຢ່າງໃດເລີຍ, ແມ່ນແຕ່ເກີບທີ່ສານດ້ວຍເຟືອງແບບປະຖົມປະຖານກໍປຽບເໝືອນດອກໄມ້ທີ່ເຮັດດ້ວຍເຟືອງເຂົ້າ.”
ທ່ານເນຣູດາກັບທ່ານໄອ້ຊິ່ງ
ນອກນີ້, ທ່ານເນຣູດາຍັງໄດ້ຮ່ວມກັນກັບເພື່ອນມິດໃນວົງການສິລະປະວັນນະຄະດີເຊັ່ນທ່ານໄອ້ຊິ່ງ ນັກກະວີທີ່ມີຊື່ສຽງຂອງຈີນເປັນຕົ້ນ ລົງໄປຢ້ຽມຢາມແຫ່ງຕ່າງໆຂອງຈີນເພື່ອຄົ້ນຄວ້າແລະຮັບຮູ້ສະພາບການຜະລິດ,ຊີວິດການເປັນຢູ່ ແລະຮີດຄອງປະເພນີຂອງປະຊາຊົນທ້ອງຖິ່ນເຫຼົ່ານີ້, ທ່ານໄດ້ອຸທານຂຶ້ນມາວ່າ: “ແຜ່ນດິນອັນກວ້າງໃຫຍ່ໄພສານ, ການອອກແຮງງານຢ່າງດຸໝັ່ນ ແລະປາກົດການທີ່ບໍ່ຍຸຕິທຳ ທີ່ຄ່ອຍໆຈາງຫາຍໄປ, ໃນທີ່ສຸດຈະເຮັດໃຫ້ ວັດທະນະທຳຈີນທີ່ສວຍງາມ, ອຸດົມສົມບູນ ຍິ່ງໃຫຍ່ແລະມີປະຫວັດດົນນານນັ້ນມີຄວາມຈະເລີນຮຸ່ງເຮືອງສີວິໄລ.”ກໍແມ່ນຢູ່ໃນໄລຍະຢ້ຽມຢາມໃນຄັ້ງນີ້, ທ່ານເນຣູດາໄດ້ແຕ່ງບົດກະວີຍາວ “ບົດເພງຂອງແຜ່ນດິນຈີນ” ທີ່ປ່ຽມລົ້ນໄປດ້ວຍຄວາມຮັກໄຄ່ອັນເລິກເຊິ່ງ ທັງໄດ້ອ່ານບົດກະວີດ້ວຍຕົນເອງໃຫ້ຜູ້ຟັງຊາວຈີນໄດ້ຟັງໃນງານໂຮມຊຸມນຸມຢູ່ນະຄອນຫຼວງປັກກິ່ງ. ທ່ານໄດ້ກ່າວປະກາດຕໍ່ຊາວໂລກວ່າ: “ຄົນຈີນກຳລັງປະດິດສ້າງແຜ່ນດິນຂອງຕົນ”.
ຫຼັງຈາກລາຈາກປະເທດຈີນກັບຄືນປະເທດຕົນແລ້ວ, ທ່ານເນຣູດາຍັງຄົງເອົາໃຈໃສ່ຕິດຕາມການປະຕິວັດແລະການກໍ່ສ້າງປະເທດຈີນເປັນເວລາຍາວນານ, ທ່ານເປັນໜຶ່ງໃນຜູ້ລິເລີ່ມສ້າງຕັ້ງສະມາຄົມມິດຕະພາບຊີເລ-ຈີນ ເຊິ່ງເປັນອົງການຈັດຕັ້ງມິດຕະພາບກັບຈີນແຫ່ງທຳອິດຢູ່ພາກພື້ນອາເມຣິກາລາຕິນ, ທ່ານໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມມິດຕະພາບລະຫວ່າງປະຊາຊົນຊີເລ-ຈີນ ແລະຊຸກຍູ້ໃຫ້ສອງປະເທດສ້າງຕັ້ງສາຍພົວພັນທາງການທູດນຳກັນ. ໃນເວລາທີ່ຄະນະຜູ້ແທນສປຈີນໄດ້ຮັບການຟື້ນຟູທີ່ນັ່ງທີ່ຊອບດ້ວຍກົດໝາຍຢູ່ອົງການສະຫະປະຊາຊາດເມື່ອປີ1971, ຜູ້ຕາງໜ້າຊີເລປະຈຳອົງການສະຫະປະຊາຊາດໄດ້ກ່າວຄຳປາໄສສະແດງຄວາມຊົມເຊີຍຕໍ່ຈີນດ້ວຍການຢືມເອົາບົດກະວີຍ້ອງຍໍສັນລະເສີນຈີນ ຂອງທ່ານເນຣູດາມານຳໃຊ້. ຈົນຮອດລົມຫາຍໃຈສຸດທ້າຍໃນປີ 1973, ທ່ານເນຣູດາກໍຍັງອາໄລອາວອນເຖິງວັນເວລາທີ່ລືມຍາກຢູ່ປະເທດຈີນຕະຫຼອດ.
ຄຳເຫັນ
0