黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

CNN, ຢ່າ​ລາຍ​ງານກ່ຽວ​ກັບ​ວັກ​ຊີນ​ຈີນ​ດ້ວຍແນວ​ຄິດ​ອະ​ຄະ​ຕິ

2021-06-21 16:04:24 cri

ເວັບ​ໄຊ​ຂອງຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກແລະ​ສຸ​ຂະ​ພາບ​ແຫ່ງ​ຊາດ​ຈີນ​ໄດ້ລາຍ​ງານ​ໃນ​ວັນ​ທີ 20 ມິ​ຖຸ​ນາ​ນີ້​ວ່າ: ນັບ​ມາ​ຮອດ​ວັນ​ທີ 19 ມິ​ຖຸ​ນາ​ນີ້, ​ທົ່ວ​ປະ​ເທດ​ຈີນ​ສາ​ມາດສັກ​ວັກ​ຊິນ​ ໂຄວິດ-19 ​ຢູ່ໃນ 31 ແຂວງ, ເຂດ​ປົກ​ຄອງ​ຕົນ​ເອງແລະກຳ​ແພງ​ນະ​ຄອນ​ໄດ້​ທັງ​ໝົດ 1ຕື້ 10 ລ້ານກວ່າ​ເທື່ອ​ເຂັມ, ​ກາຍເປັນ​ປະ​ເທດ​ທີ່​ມີ​ຈຳ​ນວນ​ສັກ​ວັກ​ຊີນ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

ວັນ​ທີ 18 ມິ​ຖຸ​ນາ​ນີ້, CNN ຂອງ​ອາ​ເມ​ຣິ​ກາ​ໄດ້​ລົງ​ບົດ​ຄວາມ​ທີ່​ພາດ​ຫົວຂໍ້ວ່າ​: “ຈຳ​ນວນ​​ການສັກ​ວັກ​ຊີນ​ຂອງ​ຈີນ​ໃກ້​ຈະ​ບັນ​ລຸ​ເຖິງ 1 ຕື້​ເທື່ອ​ເຂັມ​ແລ້ວ, ແມ່ນ​ແລ້ວ, ທ່​ານ​ບໍ່​ໄດ້ເຂົ້າ​ໃຈ​ຜິດດອກ.” ເພື່ອ​ສະ​ແດງ​ຄວາມ​ແປກ​ໃຈ​ຕໍ່ເລື່ອງ​ນີ້. ບົດ​ຄວາມ​ຂຽນ​ວ່າ: “ໃນ​ຫຼາຍ​ມື້​ຕໍ່​ໜ້າ, ຈຳ​ນວນ​ການ​ສັກ​ວັກ​ຊີນ​ຂອງ​ຈີນ​ຈະ​ບັນ​ລຸ​ເຖິງ 1 ຕື້​ເທື່ອ​ເຂັມ, ນີ້​ເປັນ​ຈຳ​ນວນ​ຈັງ​ຫວະ​ແລະ​ຄວາມ​ໄວ​ຂອງ​ການ​ສັກ​ວັກ​ຊີນ​ທີ່​ບໍ່​ໜ້າ​ເຊື່ອ!”

ເຖິງວ່າ CNN ​ໄດ້ສະ​ແດງ​ຄວາມ​ຮູ້​ສຶກ​​ເຖິງ​ຄວາມ​ອັດ​ສະ​ຈັນ​ຂອງ​ຈັງ​ຫວະ​ຕໍ່​ຄວາມ​ໄວ​​ຂອງ​ການສັກ​ວັກ​ຊີນ​ຂອງ​ຈີນ, ແຕ່​ໃນ​ບົດ​ຄວາມ​ດັ່ງ​ກ່າວ, CNN ​ພັດ​ຕີ​ຄວາມ​ໝາຍ​ໄປ​ທາງ​ອື່ນ. CNN ກ່າວ​ວ່າ: ສາ​ເຫດ​ທີ່​ຕົວ​ເລກ​ດັ່ງ​ກ່າວ​​ຢູ່​ໃນ​ຄວາມ​ສົງ​ໃສ​ຂອງຄົນ​ທັງ​ຫຼາຍ, ກໍ​ຍ້ອນ​ວ່າ “ວຽກ​ງານ​ຊຸກ​ຍູ້​ການ​ສັກ​ວັກ​ຊີນ​ຂອງ​ຈີນ​ໄດ້​ເລີ່ມ​ຕົ້ນ​ຊ້າ​ຫຼາຍ”. ໃນ​ວັນ​ທີ 27 ມີ​ນາ​ປີ​ນີ້, ຈຳ​ນວນ​​ການສັກ​ວັກ​ຊີນ​ຂອງ​ຈີນ​ມີ​ພຽງ​​ແຕ່ 100 ລ້ານ​ເທື່ອ​ເຂັມ​ເທົ່າ​ນັ້ນ, ຕົວ​ເລກ​ດັ່ງ​ກ່າວ​ຊ້າກວ່າ​ອາ​ເມ​ຣິ​ກາ 2 ອາ​ທິດ; ແຕ່​ວ່າ​ມາ​ຮອດ​ເດືອນ​ພຶດ​ສະ​ພາ​ແລ້ວ​ນີ້, ຄວາມ​ໄວ​​ຂອງ​ການສັກ​ວັກ​ຊີນ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ.

CNN ບໍ່​ໄດ້​ລາຍ​ງານ​ວຽກ​ງານ​ກ່ຽວ​ກັບ​ການ​ໂຄ​ສະ​ນາ​ວັກ​ຊີນ​ໃຫ້​ທົ່ວ​ເຖິງ​ແລະ​ຄວາມ​ກະ​ດື​ລື​ລົ້ນ​ໃນ​ດ້ານ​ການ​ສັກ​ວັກ​ຊີນ​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ທົ່ວ​ປະ​ເທດ​ຈີນ, ​ແຕ່ຕົ້ນ​ຕໍພັດ​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ແຂວງ​ອ່ານ​ຮຸ່ຍ, ແຂວງ​ລຽວ​ນິງ​ແລະ​ແຂວງກວາງ​ຕຸ້ງ​​ທີ່ມີ​ຜູ້​ຖືກ​ບົ່ງ​ມະ​ຕິເປັນ​ພະ​ຍາດ​ໂຄວິດ-19 ຢູ່​ບາງ​ເຂດ, ແລະ​ເວົ້າ​ວ່າ​ປະ​ຊາ​ຊົນ​ຈີນ​ເລັ່ງການ​ສັກ​ວັກ​ຊີນ​ຍ້ອນ​​ມີຄວາມ​ເປັນ​ຫ່ວງ​ຕໍ່​ຄວາມ​ສ່ຽງ​​ຂອງ​ການ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19. ແທນ​ທີ CNN ຄວນ​ລາຍ​ງານ​ວ່າ: ຍ້ອນ​ໄດ້ຮັບ​ຜົນ​ດີ​ຈາກ “ທ່າ​ແຮງ​ດ້ານ​ລະ​ບອບ” ແລະຈີ​ນ​ມີ “ລະ​ບົບ​ລາ​ຊະ​ການ​ຢ່າງ​ຫຼວງ​ຫຼາຍ​ທີ່​ສາ​ມາດ​ລະ​ດົມ​ຂຶ້ນ​ຢ່າງ​ວ່ອງ​ໄວ”, ຈີນ​ຈຶ່ງ​ສາ​ມາດ​ເຮັດ​ໃຫ້​ການ​ສັກ​ວັກ​ຊີນ​ດຳ​ເນີນ​ໄປ​ໄດ້​ຢ່າງກວ້າງ​ຂວາງ​ແລະ​ວ່ອງ​ໄວ.

ໃນ​ບົດ​ຄວາມ​ດັ່ງ​ກ່າວ, CNN ເຫັນ​ວ່າ: ລັດ​ຖະ​ບານ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຈະ​ໃຊ້​ວິ​ທີ “​ໃຫ້ລາງວັນແລະການລົງໂທດ”​ ໄປພ້ອມ​ກັນ​ເພື່ອ​ສົ່ງ​ເສີມໃຫ້​ຄົນ​ທັງ​ຫຼາຍ​ສັກ​ວັກ​ຊີນ, ແຕ່​ວ່າ​​ໄດ້​ເນັ້ນ​ໜັກ​ວ່າຈີນ​ໄດ້​ຊຸກ​ຍູ້ຂະ​ບວນ​ການ​ສັກ​ວັກ​ຊີນຄື: “ຜູ້​ທີ່​ສາ​ມາດ​ສັກ​ວັກ​ຊີນ​ໄດ້ກໍ​ຈຳ​ເປັນຕ້ອງ​ໄປ​ສັກ”, ພະ​ນັກ​ງານ​ຂອງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໄດ້​ໄປ​ເຂດ​ຊຸມ​ຊົນ​ເພື່ອ​ແຈ້ງ​ໃຫ້​ຄົນ​ທັງ​ຫຼາຍ​ໄປ​ສັກ​ວັກ​ຊີນ, ສ່ວນ​ພະ​ນັກ​ງານ​ຂອງ​ລັດວິ​ສາ​ຫະ​ກິດ​​ກໍ​ໄດ້​ຖືກ​ແນະ​ນຳ​ໃຫ້​ໄປ​ສັກ​ວັກ​ຊີນ​ແລະ​ອື່ນໆ.

ສິ່ງ​ທີ່ບົດ​ຄວາມ​ຂອງ CNN ບໍ່​ໄດ້​ລາຍ​ງານ​ກໍ​ຄື: ນອກ​ຈາກ​ຈີນ​ໄດ້​ສັກ​ວັກ​ຊີນມີ​ຈຳ​ນວນ​ຫຼາຍ​ກ່​ວາ 1 ຕື້​ເທື່ອ​ເຂັມ​ແລ້ວ, ຈີນ​ຍັງ​ໄດ້​ຢືນ​ຢູ່​ແຖວ​​ໜ້າ​ຂອງ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ວັກ​ຊີນ. ຈີນໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ເຮັດ​ໃຫ້​ວັກ​ຊີນ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ປະ​ໂຫຍດ​ຂອງ​ໂລກ, ຈາ​ກ​ໃຫ້​ການ​ຊ່ວຍ​ເຫຼືອ​ວັກ​ຊີນ​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ມີ​ຄວາມ​ຕ້ອງ​ການ​ຮີບ​ດ່ວນ, ຈົນ​ເຖິງ​​ການບໍ​ລິ​ຈາກວັກ​ຊີນ​ໃຫ້​ແກ່ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ, ການສະ​ໜອງວັກ​ຊີນ​ໃຫ້​ແກ່​ນັກ​ກິ​ລາ​ທີ່​ກຽມ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ແລະ​ອື່ນໆ, ຈີນ​ພວມ​ຈັດ​ຕັ້ງປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​​ຂອງ​ຕົນ​ເອງ​ທີ່​ມີ​ໃຫ້​ກັບ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ. ຈາກ​ອາ​ຊີ​ຫາ​ເອີ​ຣົບ, ຈາກ​ອາ​ຟ​ຣິ​ກາ​ຫາ​ອາ​ເມ​ຣິ​ກາ​ລາ​ຕິນ, ວັກ​ຊີນ​ຂອງ​ຈີນ​ໄດ້​ຮັບ​ການ​ອະ​ນຸ​ມັດ​​ໃຫ້ນຳ​ໃຊ້​ຢູ່ 90 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຂອງ​ໂລກ, ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ​ແລະ​ພະ​ລັງ​ແຮງ​ໃຫ້​ແກ່​ການ​ຮ່ວມ​ມື​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ໂລກ. ນອກ​ນີ້, ຈີນ​ຍັງ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ແຜນ​ການ​ດຳ​ເນີນ​ງານ​ວັກ​ຊີນ​ໂຄວິດ-19 ຫຼື COVAX ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ, ວັກ​ຊີນ​ທີ່​​ຈີນສະ​ໜອງ​ໃຫ້​ແກ່ COVAX ໄດ້​ເລີ່ມ​ຜະ​ລິດ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້. ຄວາມ​ຈິງ​ເຫຼົ່າ​ນີ້, CNN ​ພັດ​ເບິ່ງ​ບໍ່​ເຫັນ​ເລີຍ.

ຫວັງ​ວ່າ​ສື່ມວນ​ຊົນ​ປະ​ເທດ​ຕາ​ເວັນ​ຕົກ​ຕ່າງໆ​ລວມ​ທັງ CNN, ໃນ​ເວ​ລາ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ປະ​ເທດ​ຈີນ, ​ຂໍ​ໃຫ້ລາຍ​ງານ​​ແຕ່ຄວາມ​ຈິງ​ຢ່າງ​ພາ​ວະ​ວິ​ໄສ​ໃຫ້​ຫຼາຍ​ແດ່, ຢ່າ​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ຈີນ​ຢ່າງ​ບໍ່​ມີ​ຫຼັກ​ຖານ, ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ສື່ມວນ​ຊົນ​ສາ​ກົນ​ແລະ​ຊາວ​ເນັດ​ທັງ​ຫຼາຍເວົ້າ​ເຍາະ​ເຍີ້ຍ​ສຽດ​ສີ!​

ຄຳ​ເຫັນ

0