ໃບຄຳຮ້ອງ ຈະມີຫຼາຍຊະນິດ, ແຕ່ມີໃບຄຳຮ້ອງຊະນິດໜຶ່ງ, ພົວພັນເຖິງຄວາມສັດທາ ອຸດົມການ ແລະຄວາມຮັບຜິດຊອບຂອງຄົນຄົນໜຶ່ງ, ນັ້ນກໍຄື ໃບຄຳຮ້ອງຂໍເຂົ້າເປັນສະມາຊິກພັກກອມມູນິດຈີນ. ສະບາຍດີທ່ານຜູ້ຟັງ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ….
ມື້ນີ້….ຈະອ່ານໃບຄຳຮ້ອງຂໍເຂົ້າເປັນສະມາຊິກພັກກອມມູນິດຈີນສະບັບໜຶ່ງຂອງທ່ານສາສະດາຈານສຽນເສເເຊີ່ງ, ທ່ານເປັນຜູ້ສ້າງພື້ນຖານໃຫ້ແກ່ພາລະກິດການບິນອະວະກາດຂອງຈີນ, ທັງເປັນຜູ້ມີຄຸນງາມຄວາມດີໃນພາລະກິດ ຄົ້ນຄວ້າຜະລິດລູກລະເບີດປະລະມານູ ລູກສອນໄຟນຳວິຖີ ແລະ ດາວທຽມຂອງຈີນ, ໃບຄຳຮ້ອງຂໍເຂົ້າເປັນສະມາຊິກພັກກອມມູນິດຈີນຂອງທ່ານສະບັບນີ້ຂຽນຂຶ້ນໃນເດືອນກັນຍາປີ 1958.
ຫຼັງຈາກຂ້າພະເຈົ້າກັບຄືນສູ່ປະເທດຊາດເປັນເວລາເກືອບ 3 ປີ, ໄດ້ຮັບການສຶກສາອົບຮົມຈາກພັກ, ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມຍິ່ງໃຫຍ່ຂອງພັກເພື່ອບັນລຸເປົ້າໝາຍໃນການສ້າງສັງຄົມກອມມູນິດ. ຂ້າພະເຈົ້າຍິນດີສູ້ຊົນເພື່ອເປົ້າໝາຍນີ້,ແລະ ຈົງຮັກພັກດີຕໍ່ພາລະກິດຂອງພັກ.
ເນື້ອໃນຂອງໃບຄຳຮ້ອງສະບັບນີ້ມີຂໍ້ຄວາມບໍ່ເທົ່າໃດແຖວເທົ່ານັ້ນ, ແຕ່ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈທີ່ໜັກແໜ້ນ.
ວັນທີ 1 ຕຸລາປີ 1949, ສປຈີນໄດ້ຮັບການສະຖາປະນາຂຶ້ນ. ໄລຍະນັ້ນທ່ານສຽນເສເຊີ່ນຍັງຢູ່ປະເທດອາເມຣິກາກໍເລີ່ມວາງແຜນກັບຄືນປະເທດຊາດ. ໃນເວລານັ້ນ, ທ່ານເປັນຫົວໜ້າສູນຄົ້ນຄວ້າການຂັບເຄື່ອນດ້ວຍອາຍພົ່ນຢູ່ສະຖາບັນເຕັກໂນໂລຊີຄາລີຟໍເນຍອາເມຣິກາ. ເພື່ອກັບຄືນປະເທດຊາດ, ທ່ານໄດ້ລາອອກຈາກຕຳແໜ່ງທັງໝົດຢູ່ອາເມຣິກາ, ແຕ່ເຈົ້າໜ້າທີ່ກອງທັບອາເມຣິກາເຫັນວ່າ ທ່ານມີບົດບາດສຳຄັນເທົ່າກັບ 5 ກອງພົນ, ຈັ່ງໃດກໍບໍ່ຍອມປ່ອຍໃຫ້ທ່ານກັບຄືນປະເທດຈີນ ແໜງຂ້າໃຫ້ຕາຍດີກວ່າ. ຫຼັງຈາກນັ້ນທ່ານໄດ້ຖືກກັກບໍລິເວນເປັນເວລາ 5 ປີ. ຕໍ່ມາ, ທ່ານສຽນເສເຊີ່ນໄດ້ຂຽນຈົດໝາຍຂໍຄວາມຊ່ວຍເຫຼືອຢູ່ເທິງຊອງຢາສູບຢ່າງລັບໆແລ້ວຝາກໃຫ້ປະເທດຊາດ, ໃນທີ່ສຸດພາຍໃຕ້ການຕໍ່ວ່າຕໍ່ຂານຂອງລັດຖະບານຈີນ, ທ່ານສຽນເສເຊີ່ນຈຶ່ງໄດ້ກັບຄືນສູ່ປະເທດຊາດ.
ປີ 1955, ໃນເວລາທີ່ເດີນທາງກັບຄືນສູ່ປະເທດຈີນຈາກອາເມຣິກາ, ມີນັກຂ່າວຜູ້ໜຶ່ງເຄີຍຖາມວ່າ: “ທ່ານເປັນສະມາຊິກພັກກອມມູນິດຈີນບໍ່?” ເພາະນັກຂ່າວຜູ້ນີ້ໄດ້ຍິນວ່າ, ສາເຫດທີ່ທ່ານສຽນເສເຊີ່ນຖືກລັດຖະບານອາເມຣິກາກັກບໍລິເວນ ກໍເປັນຍ້ອນວ່າຖືກສົງໄສວ່າທ່ານສຽນເສເຊີ່ນເປັນສະມາຊິກພັກກອມມູນິດ. ກ່ຽວກັບເລື່ອງນີ້, ທ່ານສຽນເສເຊີ່ນຕອບວ່າ: “ສະມາຊິກພັກກອມມູນິດຈີນແມ່ນຜູ້ກ້າວໜ້າຂອງຊົນຊັ້ນກຳມະຊີບ, ຂ້າພະເຈົ້າຍັງບໍ່ທັນມີສິດກາຍເປັນສະມາຊິກພັກກອມມູນິດຈີນເທື່ອ.”
ຫຼັງຈາກກັບຄືນສູ່ປະເທດຈີນແລ້ວ, ທ່ານສຽນເສເຊີ່ນໄດ້ເປັນຜູ້ນຳພາສ້າງຕັ້ງສະຖາບັນຄົ້ນຄວ້າຈະຫຼວດ ແລະລູກສອນໄຟແຫ່ງທຳອິດຂອງຈີນ, ຈັດຕັ້ງ ແລະ ນຳພາວຽກງານຄົ້ນຄວ້າ ແລະທົດລອງຈະຫຼວດສົ່ງຍານ ລູກສອນໄຟ ແລະ ດາວທຽມໂດຍກົງ. ກໍເປັນຍ້ອນວ່າທ່ານສຽນເສເຊີ່ນກັບຄືນສູ່ປະເທດຈີນຢ່າງເດັດດ່ຽວ, ວຽກງານການຄົ້ນຄວ້າລູກສອນໄຟ ແລະ ລູກລະເບີດປະລະມານູຂອງຈີນໄດ້ມີຄວາມຄືບໜ້າໄວຂຶ້ນຢ່າງໜ້ອຍ 20 ປີ. ແຕ່ເມື່ອໄດ້ຮັບການຍ້ອງຍໍ, ທ່ານສຽນເສເຊີ່ນມັກເວົ້າວ່າ: “ຜົນງານເປັນຂອງພັກ ແລະ ລວມໝູ່.” “ເມື່ອປະຊາຊົນເວົ້າວ່າ ຂ້າພະເຈົ້າໄດ້ປະກອບສ່ວນໜ້ອຍໜຶ່ງໃຫ້ກັບປະເທດ ແລະຊົນຊາດແລ້ວ ກໍຖືວ່າແມ່ນການຍ້ອງຍໍສູງສຸດແລ້ວ.”
ປີ 1958, ທ່ານສຽນເສເຊີ່ນໄດ້ຍື່ນຄຳຮ້ອງຕໍ່ການຈັດຕັ້ງພັກສະຖາບັນວິທະຍາສາດຈີນເປັນຄັ້ງທຳອິດ ເພື່ອຂໍເຂົ້າເປັນສະມາຊິກພັກກອມມູນິດຈີນ.ທ່ານສຽນເສເຊີ່ນໄດ້ລົມໃຫ້ທ່ານຈ່າງຈິ້ນຟູ່ ເລຂາຄະນະພັກສະຖາບັນວິທະຍາສາດຈີນຟັງວ່າ, ຕົນເອງໄດ້ຮໍ່າຮຽນ ແລະດຳລົງຊີວິດຢູ່ອາເມຣິກາເປັນເວລາ 20 ປີ, ກຽມພ້ອມຈະກັບຄືນປະເທດຊາດໃນທຸກເວລາ, ເພື່ອປະກອບສ່ວນໃຫ້ກັບປະເທດຊາດ, ສະນັ້ນ ຈຶ່ງບໍ່ເຄີຍຊື້ປະກັນໄພແມ່ນແຕ່ໂດລາດຽວຢູ່ອາເມຣິກາ. ຫຼັງຈາກກັບຄືນປະເທດຊາດແລ້ວ, ທ່ານໄດ້ເຫັນກັບຕາວ່າ, ພາຍໃຕ້ການນຳພາຂອງພັກອມມູນິດຈີນ, ປະເທດຈີນເກີດມີການປ່ຽນແປງທຸກມື້, ປະຊາຊົນໄດ້ດຳລົງຊີວິດຢ່າງມີກຽດສັກສີ ແລະ ມີຄວາມສຸກ. ສະນັ້ນ ທ່ານຈຶ່ງຫວັງຢ່າງຍິ່ງຢາກກາຍເປັນຊາວພັກກອມມູນິດທີ່ແທ້ຈິງ, ກ້າວເດີນໄປຕາມພັກທີ່ຍິ່ງໃຫຍ່ຕະຫຼອດໄປ, ອຸທິດທຸກສິ່ງທຸກຢ່າງຂອງຕົນເພື່ອປະເທດຊາດ, ແລະອຸທິດໃຫ້ແກ່ພາລະກິດປ້ອງກັນປະເທດຈີນ.
ວັນທີ 24 ກັນຍາ ປີ 1958, ທ່ານສຽນເສເຊີ່ນໄດ້ຍືນໃບຄຳຮ້ອງຂໍເຖິງການຈັດຕັ້ງພັກຢ່າງເປັນທາງການ. ວັນທີ 5 ມັງກອນປີ 1959, ໂດຍໄດ້ຮັບການອະນຸມັດຈາກຄະນະພັກສະຖາບັນວິທະຍາສາດຈີນ, ທ່ານສຽນເສເຊີ່ນໄດ້ກາຍເປັນສະມາຊິກພັກສຳຮອງຂອງພັກກອມມູນິດຈີນ, ວັນທີ 12 ພະຈິກປີດຽວກັນ, ກອງປະຊຸມໜ່ວຍພັກໄດ້ເປັນເອກະສັນກັນຮັບຮອງເອົາທ່ານສຽນເສເຊີ່ນເປັນສະມາຊິກພັກສົມບູນ.
ທ່ານສຽນເສເຊີ່ນເສີ່ງໃຫ້ຄວາມສຳຄັນຢ່າງສູງຕໍ່ກຽດຕິຍົດທີ່ໄດ້ເປັນສະມາຊິກພັກ. ຫຼັງຈາກນັ້ນທ່ານໄດ້ຫວນຄືນວ່າ, ໃນມື້ທີ່ຕົນກາຍເປັນສະມາຊິກພັກກອມມູນິດຈີນນັ້ນ, ທ່ານມີຄວາມຕື່ນເຕັ້ນດີໃຈຈົນນອນບໍ່ຫຼັບໝົດຄືນ.
ຄຳເຫັນ
0