尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ຍາມ​ໃດຈະ​​ສາ​ມາດໃຫ້​ຄຳ​ຕອບ​ທີ່​ຊາວ​ໂລກ​ສົງ​ໄສກ່ຽວ​ກັບ​ບັນ​ຫາ​ແຫຼ່ງ​ທີ່​ມາ​ຂອງ​ພະ​ຍາດ​ໂຄວິດ-19!

2021-06-22 17:59:17 cri

ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ຍາມ​ໃດຈະ​​ສາ​ມາດໃຫ້​ຄຳ​ຕອບ​ທີ່​ຊາວ​ໂລກ​ສົງ​ໄສກ່ຽວ​ກັບ​ບັນ​ຫາ​ແຫຼ່ງ​ທີ່​ມາ​ຂອງ​ພະ​ຍາດ​ໂຄວິດ-19!_fororder_微信图片_20210622105138

      ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີ​ເຖິງ 33 ​ກວ່າລ້ານ​​ກໍ​ລະ​ນີ, ​ມີຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​​ແລ້ວຈຳ​ນວນ 6 ແສນ​ຄົນ, ໃນ​ການ​ຕໍ່​ສູ້​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ​ຄັ້ງນີ້, ອາ​ເມ​ຣິ​ກາ​ແມ່ນ​ໜຶ່ງ​ໃນ​ປະ​ເທດ​ທີ່​ມີ​ຄວາມ​ລົ້ມ​ເຫຼວທີ່​ສຸດ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ​ມີ​ຫຼາຍ​ເລື່ອງ​ຫຼາຍ​ເຫດ​ການ​ໄດ້​ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ​ເຊັ່ນ: ​ເຫດ​ການ​ຫ້ອງ​ທົດ​ລອງ​ຟ​ອດ​ເດ​ຕ​ຣິກ​ມີ​ການ​ຮົ່ວ​ໄຫຼໃນ​ປີ 2019, ​ຈົນຮອດ​ການ​ເກີດ​ມີ​ສະ​ພາບ​ພະ​ຍາດຢາ​ສູບ​ໄຟ​ຟ້າ​ໃນ​ໄລ​ຍະ​ດຽວ​ກັນ; ຈາກ​ການ​ດຳ​ເນີນ​ການ​ຝຶກ​ຊ້ອມ​​ເພື່ອ​ຮັບ​ມື​ກັບ​ພະ​ຍາດ​​ຕິດ​ແປດຫຼາຍ​ເທື່ອ​ດ້ວຍ​ການ​ຄາດ​ຄະ​ເນ​ທີ່​ຖືກ​ຕ້ອງ​ແລະ​ແມ່ນ​ຢຳ,​ຈົນຮອດ​ອົງ​ການ​ວິ​ທະ​ຍາ​ສາດ​ທີ່​ມີ​ອິດ​ທິ​ພົນ​ຫຼາຍ​ແຫ່ງ​ຊີ້​ໃຫ້​ເຫັນ​ວ່າ​ເຊື້ອ​ພະ​ຍາດ​ໂຄວິດ-19 ໄດ້​ເລີ່ມ​ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ​​ແລ້ວໃນ​ເດືອນ​ທັນ​ວາ​ປີ 2019. ​ດັ່ງ​ນັ້ນໃນ​​ບັນ​ຫາ​ແຫຼ່ງ​ທີ່​ມາ​ຂອງ​ພະ​ຍາດ​ໂຄວິດ-19, ອາ​ເມ​ຣິ​ກາ​ຈຶ່ງມີ​ຈຸດ​​ທີ່ໜ້າ​ສົງ​ໄສ​ຫຼາຍ​ທີ່​ສຸດ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຄວນ​ໃຫ້​ຄຳ​ຕອບ​ແກ່ໂລກ​ກ່ຽວ​ກັບ​ບັນ​ຫາ​ນີ້.
 

      ຢູ່​ສະ​ຖານ​ທີ່​ແຫ່ງ​ໜຶ່ງ​ໄປ​ທາງ​ທິດ​ເໜືອ​​ຂອງນະ​ຄອນ​ຫຼວງວໍ​ຊິງ​ຕັນ​ຂອງ​ອາ​ເມ​ຣິ​ກາ​ປະ​ມານ 70 ກິ​ໂລ​ແມັດ, ກໍ​ແມ່ນ​ຖານ​ທັບ​ຟອດ ເດ​ຕ​ຣິກ, ຢູ່​ໃນ​ຖານ​ທັບ​ດັ່ງ​ກ່າວ​ມີ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ແພດ​ພະ​ຍາດ​ຕິດ​ແປດ​ຂອງກອງ​ທັບ​ບົກ​ອາ​ເມ​ຣິ​ກາ(USAMRIID). ໃນ​ເດືອນ​ກໍ​ລະ​ກົດ​ປີ 2019, ອົງ​ການ​ດັ່ງ​ກ່າວ​ທີ່​ເປັນ​ອົງ​ການ​​ທີ່ມີ​ຫ້ອງ​ທົດ​ລອງຄວາມ​ປອດ​ໄພດ້ານ​ຊີ​ວະ​ພາບ​ລະ​ດັບ 4 ​ພຽງ​ແຫ່ງ​ດຽວ​ຂອງກອງ​ທັບ​ອາ​ເມ​ຣິ​ກາ​ໄດ້​ຢຸດ​ຕິ​ວຽກ​ງານ​ຄົ້ນ​ຄວ້າ​ຢ່າງ​ກະ​ທັນ​ຫັນ. ສິ່ງ​ທີ່​ໜ້າ​ສົນ​ໃຈກໍ​ແມ່ນ, ໃນ​ເດືອນ​ກໍ​ລະ​ກົດ​ປີ 2019, ໄດ້​ເກີດ​ມີພະ​ຍາດ​​ຢາ​ສູບ​ໄຟ​ຟ້າ​ຢູ່​ຫຼາຍ​ລັດ​ຂອງ​ອາ​ເມ​ຣິ​ກາ, ​ນັບ​ມາ​ຮອດ​ວັນ​ທີ 18 ກຸມ​ພາ​ຂອງ​ປີ 2020, ຢູ່​ອາ​ເມ​ຣິ​ກາ​ໄດ້​ມີ​ການ​ລາຍ​ງານວ່າ:ມີ​ຜູ້ນອນ​ໂຮງ​ໝໍ​ຫຼື​ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດຢາ​ສູບ​ໄຟ​ຟ້າ​ເຊິ່ງ​ພາ​ໃຫ້​ເກີດ​ມີ​ອາ​ການ​ພະ​ຍາດ​​ກ່ຽວ​ກັບປອດ​ຈຳ​ນວນ 2.807 ກໍ​ລະ​ນີ.

ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ຍາມ​ໃດຈະ​​ສາ​ມາດໃຫ້​ຄຳ​ຕອບ​ທີ່​ຊາວ​ໂລກ​ສົງ​ໄສກ່ຽວ​ກັບ​ບັນ​ຫາ​ແຫຼ່ງ​ທີ່​ມາ​ຂອງ​ພະ​ຍາດ​ໂຄວິດ-19!_fororder_微信图片_20210622105150

      ສະ​ຖາ​ບັນ​ຄົ້ນ​ຄວ້າວິ​ທະ​ຍາ​ສາດ​ການ​ແພດ​​ພະ​ຍາດ​ຕິດ​ແປດ​ຂອງກອງ​ທັບ​ບົກ​ອາ​ເມ​ຣິ​ກາ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1969, ແມ່ນ​ອົງ​ການ​ຄົ້ນ​ຄວ້າ​ເຕັກ​ນິກ​ປ້ອງ​ກັນ​ຊີ​ວະພາບ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງກອງ​ທັບ​ອາ​ເມ​ຣິ​ກາ​​ຕະ​ຫຼອດ​ມາ. ກ່ອນ​ການ​ສ້າງ​ຕັ້ງສະ​ຖາ​ບັນ​ດັ່ງ​ກ່າວ, ຖານ​ທັບ​ຟອດ ເດ​ຕ​ຣິກ​ກໍ່​ແມ່ນ​ສູນ​ຄົ້ນ​ຄວ້າ​ອາ​ວຸດ​ຊີ​ວະ​ພາບ​ແລະເຄ​ມີ​ຂອງກອງ​ທັບ​ອາ​ເມ​ຣິ​ກາ​ທີ່​ມີ​ຊື່​ສຽງ​ເໜົ່າ​ເໝັນ​ພໍ​ແຮງຢູ່​ໃນ​ໂລກ​ມາ​ແລ້ວ. ​ຈົນ​ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ກໍ​ໄດ້​ເອີ້ນ​ຖານ​ທັບ​ດັ່ງ​ກ່າວ​ຢ່າງ​ບໍ່​ອາຍ​ວ່າ​ເປັນ “ສູນ​​ຄົ້ນ​ຄວ້າ​ລັບທີ່​ສຸດ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ”. ນອກ​ຈາກ​ນັ້ນ, ຖານ​ທັບ​ດັ່ງ​ກ່າວ​ຍັງ​​ເປັນ​ຜູ້​ສືບ​ທອດ​ມໍ​ລະ​ດົກ​ນາ​ຣົກຂອງ “ກອງ​ທະ​ຫານ 731” ຂອງກອງ​ທັບ​ຍີ່​ປຸ່ນ.
ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ຍາມ​ໃດຈະ​​ສາ​ມາດໃຫ້​ຄຳ​ຕອບ​ທີ່​ຊາວ​ໂລກ​ສົງ​ໄສກ່ຽວ​ກັບ​ບັນ​ຫາ​ແຫຼ່ງ​ທີ່​ມາ​ຂອງ​ພະ​ຍາດ​ໂຄວິດ-19!_fororder_微信图片_20210622105208

      ສື່ມວ​ນ​ຊົນ​ອາ​ເມ​ຣິ​ກາ​ເຜີຍ​ໃຫ້​ຮູ້​ວ່າ: ຢູ່​ຖານ​ທັບ​ດັ່ງ​ກ່າວ​ໄດ້​ມີ​ເຊື້ອ​ພະ​ຍາດ​ທີ່​ເປັນ​ໄພ​ຂົ່ມ​ຂູ່​ອັນ​ຮ້າຍ​ແຮງ​ຕໍ່​ຄວາມ​ປອດ​ໄພ​ຂອງມວນ​ມະ​ນຸດ​ຢ່າງ​ຫຼວງ​ຫຼາຍ,ແລະ​ໄດ້​ມີ​​ບັນ​ຫາ​ແຝງ​ຊ້ອນ​ດ້ານ​ຄວາມ​ປອດ​ໄພ​ຈຳ​ນວນ​ຫຼາຍ. ​ນັກ​ວິ​ເຄາະ​ເຫັນ​ວ່າ: ການ​ແຈກ​ຢາຍຫ້ອງ​ທົດ​ລອງ​ຂອງ​ອາ​ເມ​ຣິ​ກາ 200 ກວ່າ​ແຫ່ງ​​ຢູ່​ທົ່ວ​ໂລກ​ມີ​ສະ​ພາບ​ຄ້າຍ​ຄື​ກັບ​ການ​ແຈກ​ຢາຍ​ແຫຼ່ງ​ກຳ​ເນີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຕິດ​ແປດແລະ​ພະ​ຍາດ​ອັນ​ຕະ​ລາຍ​ອື່ນໆ​ໃນ​ຊຸ​ມ​ປີ​ຜ່ານ​ມາ.
 

      ກໍ​ລະ​ນີ​ທີ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ເຮັດ​ໃຫ້​ຄົນ​ອາ​ເມ​ຣິ​ກາ​ຫຼາຍ​ແສນ​ຄົນ​ເສຍ​ຊີ​ວິດ, ມີ​ຊາວ​ເນັດ​ຈຳ​ນວນ​ບໍ່​ໜ້ອຍ​ຕ່າ​ງ​ກໍ່​ໄດ້​ສະ​ແດງ​ຄວາມສົງ​ໄສ​​ຜ່ານທາງ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ກ່ຽວ​ກັບ​ບັນ​ຫາ​ພະ​ຍາດ​ໂຄວິດ-19, ອາ​ເມ​ຣິ​ກາ​ຄື​ຜູ້​ກຳ​ຄວາມ​ລັບ​ຂອງ​ເລື່ອງ​ຈິງ.

ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ຍາມ​ໃດຈະ​​ສາ​ມາດໃຫ້​ຄຳ​ຕອບ​ທີ່​ຊາວ​ໂລກ​ສົງ​ໄສກ່ຽວ​ກັບ​ບັນ​ຫາ​ແຫຼ່ງ​ທີ່​ມາ​ຂອງ​ພະ​ຍາດ​ໂຄວິດ-19!_fororder_微信图片_20210622105225

      ໃນ​ເດືອນ​ເມ​ສາ​ປີ 2020, ໃນ​ຂະ​ນະ​ທີ່​ພະ​ຍາດ​ໂຄວິດ-19 ໄດ້​ເລີ່ມ​ແຜ່​ລະ​ບາດ​ຢ່າງ​ຂະ​ໜາດ​ໃຫຍ່​ຢູ່​ອາ​ເມ​ຣິ​ກາ, ກໍ​ໄດ້​ມີ​ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ແລະ​ອິດ​ສະຣາ​ແອນ​ພາ​ກັນ​ເຜີຍ​ໃຫ້​ຮູ້​ວ່າ: ໃນ​ເດືອນ​ພະ​ຈິກ​ປີ 2019, ອົງ​ການ​ຂ່າວ​ລັບ​ຂອງ​ອາ​ເມ​ຣິ​ກາ​ກໍ​ໄດ້​ແຈ້ງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໃຫ້​ອິດ​ສະ​ຣາ​ແອນ​ແລະ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ນາ​ໂຕ​ໄດ້​ຊາບ​ແລ້ວ. ​ຖ້າ​ການ​ລາຍ​ງານ​ຂ່າວ​ດັ່ງ​ກ່າວ​​ຖືກ​ກັບ​ເລື່ອງ​ຈິງ, ຄັນ​ຊັ້ນ​ເປັນ​ຫຍັງ​ອາ​ເມ​ຣິ​ກາ​ຈຶ່ງ​ສາ​ມາດ​ຮູ້​ລ່ວງ​ໜ້າ​ໃນ​ເດືອນ​ພະ​ຈິກ​ປີ 2019 ວ່າ​ຈະ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ໄວ​ຣັດ​ໂຄ​ໂຣ​ນາ​ແລະຍັງ​ໄດ້​ເຕືອນ​ໃຫ້​ອິ​ສ​ຣາ​ແອນ​ແລະ​ນາ​ໂຕ​ຮູ້​ລ່ວງ​ໜ້າ​ອີກ? ຖ້າ​ອາ​ເມ​ຣິ​ກາ​ຮູ້​ສະ​ພາບ​ກ່ຽວ​ກັບ​ເລື່ອງ​ນີ້​ມາ​ກ່ອນ​ແລ້ວ, ເປັນ​ຫຍັງ​ບໍ່​ໄດ້​ເນັ້ນ​ເຖິງ​ຄວາມ​ຮ້າຍ​ແຮງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ໄລ​ຍະ​ເບື້ອງຕົ້ນ?

ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ຍາມ​ໃດຈະ​​ສາ​ມາດໃຫ້​ຄຳ​ຕອບ​ທີ່​ຊາວ​ໂລກ​ສົງ​ໄສກ່ຽວ​ກັບ​ບັນ​ຫາ​ແຫຼ່ງ​ທີ່​ມາ​ຂອງ​ພະ​ຍາດ​ໂຄວິດ-19!_fororder_微信图片_20210622105418

      ໃນ​ຂໍ້​ມູນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຈຳ​ນວນ​ທຳ​ອິດ​ທີ່ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ເປີດ​ເຜີຍ, ເຂົາ​ເຈົ້າ​ລ້ວນ​ແຕ່​ເຄີຍ​​ໄປ​ທ່ຽວ​ແຜ່ນ​ດິນ​ໃຫຍ່​ຈີນ​ຫຼື​ໄດ້​ສຳ​ຜັດ​ກັບ​ຜູ້​ເປັນ​ພະ​ຍາດ​ຢ່າງ​ໃກ້​ຊິດ, ຈົນ​ຮອດ​ວັນ​ທີ 26 ກຸມ​ພາ​ປີ 2020, ອາ​ເມ​ຣິ​ກາ​ຈຶ່ງ​ໄດ້​ແຈ້ງວ່າ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ເຂດ​ຊຸມ​ຊົນທີ່​ບໍ່​ມີ​ການ​ບັນ​ທຶກ​ປະ​ຫວັດ​ການ​ທ່ອງ​ທ່ຽວ​ກໍ​ລະ​ນີ​ທຳ​ອິດ. ນີ້​ກໍ​ໝາຍ​ຄວາມ​​​ວ່າ​ໃນ​ໄລ​ຍະ​ເບື້ອງ​ຕົ້ນ,ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ຖື​ເອົາ​ບຸກ​ຄົນ​ທີ່​ເດີນ​ທາງ​ຈາກ​ຈີນໄປ​ອາ​ເມ​ຣິ​ກາ​ເປັນ​ເປົ້າ​ໝາຍ​ແຜ່​ເຊື້ອ. ແຕ່​ມີ​​ຜົນການ​ຄົ້ນ​ຄວ້າ​ນັບ​ມື້​ນັບ​ຫຼາຍ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ກ່ອນ​ລັດ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ​ພົບ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ກໍ​ລະ​ນີ​ທຳ​ອິດ​ຢູ່ລັດ​ຕົນ, ເຊື້ອ​ພະ​ຍາດ​ໂຄວິດ-19 ​ກໍໄດ້​ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ​ແລ້ວ.

ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ຍາມ​ໃດຈະ​​ສາ​ມາດໃຫ້​ຄຳ​ຕອບ​ທີ່​ຊາວ​ໂລກ​ສົງ​ໄສກ່ຽວ​ກັບ​ບັນ​ຫາ​ແຫຼ່ງ​ທີ່​ມາ​ຂອງ​ພະ​ຍາດ​ໂຄວິດ-19!_fororder_微信图片_20210622105436

      ໃນ​ເດືອນ​ທັນ​ວາ​ປີ 2020, ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ​ຫຼື CDC ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ຜົນ​ການ​ຄົ້ນ​ຄວ້າ​ສະ​ບັບ​ໜຶ່ງໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຜ່ານ​ການ​ຄົ້ນ​ຄວ້າ​ແລະ​ກວດ​ຫາ​ຕົວ​ຢ່າງ​ເລືອດ​ຂອງ​ສະ​ພາ​ກາ​ແດງ​ອາ​ເມ​ຣິ​ກາ​ແລ້ວ​ພົບ​ເຫັນ​ວ່າ: ໃນ​ໄລ​ຍະ​ແຕ່​ວັນ​ທີ 13 ຫາ​ວັນ​ທີ 16 ຂອງ​ເດືອນ​ທັນ​ວາ​ປີ 2019, ຢູ່​ໃນ​ເລືອດ​ຂອງ​ປະ​ຊາ​ຊົນ​ໃນ​ລັດ​ຄາລີ​ຟໍ​ເນຍ, ລັດໂອ​ຣີ​​ແກນ​ແລະ​ລັດ​ວໍ​ຊິງ​ຕັນ​​ຂອງ​ອາ​ເມ​ຣິ​ກາ​ຢ່າງ​ໜ້ອຍ​​ມີຈຳ​ນວນ 39 ຄົນ​ໄດ້​ມີ​​ພູ​ມຕ້ານ​ທານ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ໃນ​ຮ່າງ​ກາຍ​ແລ້ວ.
 

      ກ່ຽວ​ກັບ​ການ​ຄາດ​ເດົາ​ທີ່​ກ່ຽວ​ຂ້ອງ​ກັບ​ຖານ​ທັບ​ຟອດ​ເດ​ຕ​ຣິກ, ທ່າ​ທີ​ຂອ​ງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ແມ່ນ​​ຫຼີກ​ລ່ຽງ​ບັນ​ຫາ​ນີ້ມາ​ໂດຍ​ຕະ​ຫຼອດ. ຖ້າ​ອາ​ເມ​ຣິ​ກາ​ມີ​ຄວາມໝັ້ນ​ໃຈຕົນ​ເອງ​ພໍ​ສົມ​ຄວນ, ຊັ້ນ​ເວ​ລາ​ໃດ​ຈະ​ສາ​ມາດ​ເຊື້ອ​ເຊີນ​ຜູ້​ຊ່ຽວ​ຊານ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ໄປ​​ສຳ​ຫຼວດກວດ​ເບິ່ງ​​ຖານ​ທັບ​ຟອດ​ເດ​ຕ​ຣິກ?

ຄຳ​ເຫັນ

0