黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ສ້າງ​ໂອ​ກາດ​ໃໝ່​ດ້ານ​ການສຳ​ຫຼວດ​ອະ​ວະ​ກາດ​​ໃຫ້​ແກ່​ມວນມະ​ນຸດ

2021-06-23 16:49:47 cri

ຫວ່າງ​ມໍ່ໆ​ມາ​ນີ້, ນັກ​ບິນ​ອະ​ວະ​ກາດຈີນ 3 ຄົນ​ໄດ້​ຂຶ້ນສູ່​ຫ້ອງ​ແກນ​ກາງທ່ຽນ​ເຮີ​(core module)ຂອງ​ສະ​ຖາ​ນີ​​ອະ​ວະ​ກາດດ້ວຍ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “ເສີນ​ໂຈ່ 12”, ແລະ​ຈະປະ​ຕິ​ບັດ​ພາ​ລະ​ກິດ​ຢູ່​ໃນ​ອະ​ວະ​ກາດ​ເປັນ​ເວ​ລາ 3 ເດືອນ. ນີ້​ແມ່ນ​ການ​ບິນ​ອະ​ວະ​ກາດ​ຄັ້ງ​ທີ 19 ພາຍ​ຫຼັງ​ຈີນ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ, ທັງ​ເປັນ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຄັ້ງ​ທຳ​ອິດ​ໃນ​ໄລ​ຍະ​ທີ່​ຈີນກໍ່​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຕົນ​ເອງ, ຈີນ​ປະ​ສົບ​ຜົນ​ສຳ​ເລັດ​ຄັ້ງ​ໃໝ່​ໃນ​ພາ​ລະ​ກິດການ​ບິນອ​ະ​ວະ​ກາດ, ​ແລະຈະ​ສ້າງ​ໂອ​ກາດ​ໃໝ່​ດ້ານ​ການ​ສຳ​ຫຼວດ​ອະ​ວະ​ກາດ​ໃຫ້​ແກ່ມວນ​ມະ​ນຸດ.

ເລີ່ມ​ແຕ່​ ຈີນ​ໄດ້​ສົ່ງ​ດາວ​ທຽມດວງ​ທຳ​ອິດ “ຕຸ່ງ​ຟັງ​ຫົງ 1” ຂຶ້ນ​ສູ່​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ​ເມື່ອວັນ​ທີ 24 ເມ​ສາ​ປີ 1970 ເປັນ​ຕົ້ນ​ມາ, ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ກໍ​ໄດ້​ເລີ່ມ​ຂະ​ບວ​ນ​ການ​​ອັນ​ຍິ່ງ​ໃຫຍ່​ມະ​ໂຫລານ. ປີ 2003, ທ່ານ​ຢາງ​ລີ້​ເຫວີຍ, ນັກ​ບິນ​ອະ​ວະ​ກາດ​ຈີນກໍ​ໄດ້​ເຮັດ​ສຳ​ເລັດ​​ພາ​ລະ​ກິດການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ເປັນ​ຄັ້ງ​ທຳ​ອິດຢ່າງ​ຈົບ​ງາມ​ດ້ວຍ​ຍານ​ອະ​ວະ​ກາດ “ເສີນ​ໂຈ່ 5”, ຈາກ​ການ​ສົ່ງ​ດາວ​ທຽມ “ສາງ​ເອີ 1” ຈົນຮອດຍານ​ສຳຫຼວດ “ສາງ​ເອີ 4” ​ທີ່ລົງ​ຈອດ​ຢູ່​ດ້ານຫຼັງ​ຂອງດວງ​ຈັນ​ຢ່າງ​ສຳ​ເລັດ​ຜົນ, ຈົນ​ຮອດ​ການ​ສົ່ງຍານ​ສຳຫຼວດດວງ​ຈັນ  “ຢ​ວີ້​ທູ້ 2” ​ທີ່ໄດ້​ເລີ່ມ​ປະ​ຕິ​ບັດ​ໜ້າ​​ທີ່​ຢູ່​ພື້ນ​ຜິວດວງ​ຈັນ​ແລະ​ດາວ​ທຽມ​ທົດ​ລອງ​ເຕັກ​ນິກ​ໂທ​ລະ​ຄົມ​ເລກ 5 ຂຶ້ນ​ສູ່​ອະ​ວະ​ກາດ​ໃນ​ປີ​ນີ້, ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ, ສະ​ຖາ​ນີ​ອະ​ວະ​ກາດ, ລະ​ບົບ​ເປີຍ​ໂຕ, ຍານ​ສຳ​ຫຼວດດວງ​ຈັນ​ສາງ​ເອີ, ດາວ​ທຽມ​​ທົດ​ລອງວິ​ທະ​ຍາ​ສາດ​ກວນ​ຄຸມໂມ້​ຈື​ແລະ​ອື່ນໆ​​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຜົນ​ສຳ​ເລັດ​ຂອງ​ຈີນ, ​ທັງສະ​ແດງ​ໃຫ້​ເຫັນ​ວ່າ​ພາ​ລະ​ກິດການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ໄດ້​ຮັບ​ຜົນ​ງານ​ດີ​ເດັ່ນ​ທີ່​ປະ​ຈັກ​ຕາ​ທົ່ວ​ໂລກ, ຈີນ​ໄດ້​ມີ​ຖາ​ນະ​ສຳ​ຄັນ​ໃນ​ຂົງ​ເຂດ​ການ​ບິນ​ອະ​ວະ​ກາດ​ຂອງ​ໂລກ. ຜົນ​ງານ​ເຫຼົ່າ​ນີ້​ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ຕື່ນ​ເຕັ້ນ​ແລະ​ກ່າວ​ວ່າ: ຈີນ​ພວມ​ເລັ່ງ​ລັດ​​ກ້າວ​ໄປ​ສູ່​ການ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ໃນ​ດ້ານ​ການ​ບິນ​ອະ​ວະ​ກາດ.

ຄວາມ​ຈິງ​ໄດ້ພິ​ສູດ​ໃຫ້​ເຫັນ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຢ່າງ​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ໂດຍ​ອາ​ໄສ​ການ​ປະ​ດິດ​ສ້າງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ດ້ານ​ເຕັກ​ນິກວິ​ທະ​ຍາ​ສາດ​ແລະ​​ຄວາມ​ດີ​ເລີດ​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີສີ​ສັນ​ພິ​ເສດ​ຂອງ​ຈີນ, ຈີນ​​ສາ​ມາດ​ເປີດ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ການ​ບິນ​ອະ​ວະ​ກາດ​ທີ່​ມີ​​ສີ​ສັນ​ພິ​ເສດ​ຂອງ​ຕົນ​ໄດ້​ຢ່າງ​ສຳ​ເລັດ​ຜົນ.

​ຈີນ​ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກ​ສາ​ກົນ​ກັບ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ກ່ຽວ​ຂ້ອງ​ດ້ານ​ການ​ບິນ​ອະ​ວະ​ກາດ, ​ໂດຍ​ປະ​ຕິ​ບັດ​ຕາມ​ຫຼັກ​ການ “ການ​ນຳ​ໃຊ້​ອະ​ວະ​ກາດ​ໃນ​ທາງ​ສັນ​ຕິ, ສະ​ເໝີ​ພາບ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ພັດ​ທະ​ນາ​ຮ່ວມ​ກັນ” ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍດ, ​ເຊິ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ຖາ​ນະ​ປະ​ເທດ​ໃຫຍ່. ​ນັບ​ແຕ່​ດຳ​ເນີນ​ໂຄງ​ການ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ເປັນ​ຕົ້ນ​ມາ, ​ຈີນໄດ້​ຮ່ວມ​ມື​ແລະ​ແລກ​ປ່ຽນ​ຢ່າງກວ້າງ​ຂວາງ​ກັບ​ອົງ​ການ​ຈັດ​ຕັ້ງ​ການ​ບິນ​ອະ​ວະ​ກາດ​ຂອງ​​ຫຼາຍ​ປະ​ເທດແລະ​ອົງ​ການ​ການ​ບິນ​ອະ​ວະ​ກາດ​ສາ​ກົນ​ເຊັ່ນ: ຣັດ​ເຊຍ, ເຢຍ​ລະ​ມັນ, ຝ​ຣັ່ງ, ແບນ​ຊິກ, ອີ​ຕາ​ລີ, ​ອົງ​ການ​ອະ​ວະ​ກາດ​​ຊັ້ນ​ນອກຂອງ​ ສ​ປ​ຊ, ​ອົງ​ການການ​ບິນ​ອະ​ວະ​ກາດ​ເອີ​ຣົບ​ແລະ​ອື່ນໆ. ນອກ​ນີ້, ຈີນ​ພວມ​​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ສອງ​ຝ່າຍ​ກັບ​ຝ​ຣັ່ງ, ອີ​ຕາ​ລີ, ປາ​ກີ​ສະ​ຖານ​ແລະ​ປະ​ເທ​ດ​ອື່ນໆໂດຍ​ປິ່ນ​ອ້ອມ​ການ​ດຳ​ເນີນ​ການ​ທົດ​ລອງ​ຢູ່​ສະ​ຖາ​ນີ​ອະ​ວະ​ກາດ​ຈີນ. ຫ້ອງ​ແກນ​ກາງ​ແລະ​ຫ້ອງ​ທົດ​ລອງ​ຂອງ​ສະ​ຖາ​ນີ​ອະ​ວະ​ກາດ​ຈີນ​ໄດ້​ມີ​ຈຸດ​ເຊື່ອມ​ຕໍ່​ທີ່​ຖືກ​ກັບ​ມາດ​ຕະ​ຖານ​ສາ​ກົນ, ມີ​ຄວາມ​ສາ​ມາດ​ທີ່​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ສາ​ກົນ​ໃນ​ດ້ານ​​ມີ​ຈຸດ​ການ​ທົດ​ລອງວິ​ທະ​ຍາ​ສາດ​ປະ​ເພດ​ຕ່າງໆ, ສະ​ຖາ​ນີ​ອະ​ວະ​ກາດ​ຈີນ​ຈະ​ກາຍ​ເປັນ​ຫ້ອງ​ທົດ​ລອງ​ອະ​ວະ​ກາດ​ທີ່​ສາ​ມາດ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ມວນ​ມະ​ນຸດ.

ການ​ສຳ​ຫຼວດ​ອະ​ວະ​ກາດ​ແມ່ນ​ພາ​ລະ​ກິດ​ຮ່ວມ​ຂອງມວນ​ມະ​ນຸດ, ການ​ສ້າງ​ແລະ​ການ​ໂຄ​ຈອນ​ຂອງ​ສະ​ຖາ​ນີ​ອະ​ວະ​ກາດ​ຢູ່​ວົງ​ໂຄ​ຈອນໃກ້​ກັບ​ໜ່ວຍ​ໂລກ, ສາ​ມາດ​ຊຸກ​ຍູ້​ການ​ຄົ້ນ​ພົບ​ທາງວິ​ທະ​ຍາ​ສາດ​ແລະ​ການ​ພັດ​ທະ​ນາ​ດ້ານ​ເຕັກ​ນິກ​ຢ່າງ​ໃຫຍ່​ຫຼວງ, ​ພ້ອມ​ດຽວ​ກັນ​ນີ້​ຍັງ​ເປັນ​ຂີດ​ໝາຍ​ສຳ​ຄັນ​ເພື່ອ​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ຊາດຂອງ​ປະ​ເທດ​ໃດ​ໜຶ່ງ​ໃນ​ດ້ານ​ເສດ​ຖະ​ກິດ​ແລະວິ​ທະ​ຍາ​ສາດ​ເຕັກ​ນິກ. ພາຍ​ໃຕ້​ການ​ປະ​ຕິ​ບັດ​ຕາມ​ຫຼັກ​ການ “ການ​ນຳ​ໃຊ້​​ອະ​ວະ​ກາດ​ໃນ​ທາງ​ສັນ​ຕິ, ສະ​ເໝີ​ພາບ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ພັດ​ທະ​ນາ​ຮ່ວມ​ກັນ”, ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຈີນ​ໄດ້​ຕາງ​ໜ້າ​​ໃຫ້ຄວາມ​ກ້າ​ຫານ​ແລະ​ຄວາມ​ໝັ້ນ​ໜຽວ​ຂອງ​ມະ​ນຸດ​ທີ່​ຈະ​ສຳ​ຫຼວດ​ອະ​ວະ​ກາດ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເປັນປະ​ກອບ​ສ່ວນ​​ສະ​ຕິ​ປັນ​ຍາ​ແລະ​ພະ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ​ຈີນ​ໃຫ້​ແກ່ມວນ​ມະ​ນຸດ​ໃນ​ດ້ານ​ການ​ນຳ​ໃຊ້​ອະ​ວະ​ກາດ​​ໃນ​ທາງ​ສັນ​ຕິ.

 

ຄຳ​ເຫັນ

0