何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ຫວ່າງ​ສະ​ມາ​ຊິກ​ພັກ​​ໜຸ່ມຂອງຈີນ ແລະລາວ

2021-06-24 22:41:05 CRI

ວັນ​ທີ 22 ມິ​ຖຸ​ນາ​ນີ້, ຄະ​ນະ​ກຳ​ມະ​ການສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ​ຈີນ ແລະ ​ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ຊາວ​ໜຸ່ມ​ປະ​ຊ​າ​ຊົນ​ປະ​ຕິ​ວັດ​ລາວ​ໄດ້​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ຫວ່າງ​ສະ​ມາ​ຊິກ​ພັກ​​ໜຸ່ມຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​. ສະ​ຫາຍ​ນາງ ຕົງ​ເຊຍ ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ຂອງ​ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ​ຈີນ ແລະ ສະ​ຫາຍ​ນາງ​ແກ້ວ​ອຸດອນ ແສງ​ມະ​ນີ​ວົງ ຫົວ​ໜ້າ​ກົມ​ອົບ​ຮົມ​ຊາວ​ໜຸ່ມ​ສູນ​ກາງ​ຊາວ​ໜຸ່​ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ສະ​ມາ​ຊິກ​ພັກ​ຊາວ​ໜຸ່ມ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະ ພັ​ກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ທັງ​ໝົດ 20 ກວ່າ​ສະ​ຫາຍ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້.

ໃນ​ການ​ສົນ​ທະ​ນາ, ສະ​ຫາຍ​ນາງ​ຕົງ​ເຊຍ​ກ່າວ​ວ່າ, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຂອງ​ສອງ​ປະ​ເທດ​ຈີນ​ລາວ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ຊີ​ວິດ ແລະ​​ຄວາມ​ດີ​ເລີດ​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ. ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ຈີນ​ຍິນ​ດີ​ຮ່ວມ​ກັບ​ຄະ​ນະ​ຊາວ​ໜຸ່ມ​ປະ​ຊ​າ​ຊົນ​ປະ​ຕິ​ວັດ​ລາວ, ​ຮັດ​ແໜ້ນ​ພື້ນ​ຖານ​ແຫ່ງ​ມິດ​ຕະ​ພາບ​, ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ກັນ, ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ຊາວ​ໜຸ່ມ, ເປັນ​ການປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລ​ະ​ກິດ​ທີ່​ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວຢ່າງ​ຕໍ່​ເນື່ອງ.

ສະ​ຫາຍ​ນາງ​ແກ້ວ​ອຸ​ດອນ ແສງ​ມະ​ນີ​ວົງກ່າວ​ວ່າ, ປີ​ນີ້​ແມ່ນ​ປີ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ, ​ທັງ​ແມ່ນ​ປີ​ທີ່​ລາວ ແລະ​ຈີນ​ສ້າງ​​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 60 ປີ, ຜູ້​ນຳ​ສອງ​ປະ​ເທດ​​ໄດ້​ປະ​ກາດ​ປີ​ນີ້​ເປັນ​ປີ​ມິດ​ຕະ​ພາບ​ຈີນ-​ລາວ​ລາວ-​ຈີນ, ການ​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ເປັນ​ພິ​ເສດ. ຝ່າຍ​ລາວ​ຍິນ​ດີ​ຮ່ວມ​ມື​ກັບ​ຝ່າຍ​ຈີນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ, ເສີມ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ ແລະ ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ​ຈີນ ຈີນ​ລາວ.

ສະ​ມາ​ຊິກ​ພັກ​​ໜຸ່ມ​ທີ່​ເຂົ້າ​ຮ່ວມ​ການ​ສົນ​ທະ​ນາ​ຄັ້ງ​ນີ້​ຍັງ​ໄດ້​ແລກ​ປ່ຽນຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ອຸ​ດົມ​ການ​ແຕ່​ຫົວ​ທີ​ຂອງ​ຕົນ​ໃນ​ເວ​ລາ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ, ບົດ​ຮຽນ ແລະ ຄວາມ​ຮູ້​ສຶກ​ທີ່​ມີ​ຕໍ່​ວຽກ​ງານ​ຊາວ​ໜຸ່ມ, ກໍ​ຄື​ຄວາມ​ປະ​ທັບ​ໃຈ​ຕໍ່​ກັບ​ປະ​ຫວັດ​ສາດ​ຂອງ​ພັກ, ເຊິ່ງ​ຄວາມ​ຮູ້​ສຶກ​ ແລະ​ປະ​ສົບ​ການ​ເຫຼົ່າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຂະ​ບວນ​ການ​ພັດ​ທະ​ນາ​ແລະ ​ຜົນ​​ສຳ​ເລັດອັນ​ຍິ່ງ​ໃຫຍ່​ຂອງ​ພັກ​ກຳ​ອຳ​ນາດ​ປະ​ເທດ​ຕົນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ.

   

ຄຳ​ເຫັນ

0