尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຖືປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງແມ່ນເຄັດລັບຄວາມ​ສຳ​ເລັດຂອງພັກກອມ​ມູ​ນິດ​ຈີນໃນການ​ຍາດ​ໄດ້​ໄຊ​ຊະ​ນະ​ອີກ​ແລ້ວ​ອີກ​ຕື່ມ

2021-06-24 17:55:02 cri

ການຖືປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງແມ່ນເຄັດລັບຄວາມ​ສຳ​ເລັດຂອງພັກກອມ​ມູ​ນິດ​ຈີນໃນການ​ຍາດ​ໄດ້​ໄຊ​ຊະ​ນະ​ອີກ​ແລ້ວ​ອີກ​ຕື່ມ_fororder_微信图片_20210624175439

      ຈາກ​ການ​ກິນ​ບໍ່​ອີ່ມ​ນຸ່ງ​ບໍ່​ອຸ່ນ​​ຈົນຮອດ​ການ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ, ຈາກ​ປະ​ເທດ​ທີ່​​ທຸກ​ຍາກ​ກ້າວ​ຂຶ້ນ​ເປັນ​ປະ​ເທດ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ,ຈາກ​​ການ​ເປັນ​ປະ​ເທດ​ທີ່​ບໍ່​ມີ​ບົດ​ບາດ​ສຳ​ຄັນ​ໃນ​ໂລກ​ຈົນ​ຮອດ​ການ​ເປັນ​ປະ​ເທດ​ທີ່​ມີ​ອິດ​ທິ​ພົນ​ນັບ​ມື້​ນັບ​ສູງ​ໃນ​ເວ​ທີ​ສາ​ກົນ​ແລະ​ອື່ນໆ. ເນື່ອງ​ໃນ​ໂອ​ກາດ​​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ​ກຳ​ລັງ​ຈະ​ໝູນ​ວຽນ​ມາ​ເຖິງ, ປະ​ຊາ​ຄົມ​ໂລກ​ຍິ່ງ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ກ່ຽວ​ກັບ​ບັນ​ຫາ​ໜຶ່ງ​ນັ້ນ​ກໍ​ຄື: ເປັນ​ຫຍັງ​ພັກ​ກອມ​ມູ​ນິດ​ຈີນ​ຈຶ່ງ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​​ໃນ​ການ​ພັດ​ທະ​ນາ​ນີ້​ໄດ້? ໃນ​ຄຳ​ຕອບ​ຕ່າງໆ​ນັ້ນ​ມີ​ຂໍ້​ໜຶ່ງ​​ທີ່ຂາດ​ບໍ່​ໄດ້​ນັ້ນ​ກໍ​ຄື: ພັກ​ກອມ​ມູ​ນິດ​ຈີນ​​ໄດ້​ຍຶດ​ໝັ້ນ​ໃນ​ທັດ​ສະ​ນະ​ກຳ​ອຳ​ນາດ​ທີ່​ຖື​ປະ​ຊາ​ຊົນຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ຈຶ່ງ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ.
 

      ​​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ ວິ​ລຽມ ຈອນ​ສ໌ ຜູ້​ອຳ​ນວຍ​ການວາ​ລະ​ສານ “ວິ​ເຄາະ​ຂ່າວ​ລັບ​​ດ້ານ​ການ​ປົກ​ຄອງ”ຂອງ​ອາ​ເມ​ຣິ​ກາ​ສາ​ຂາ​ວໍ​ຊິງ​ຕັນ​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: “ພັກ​ກອມ​ມູ​ນິດ​ຈີນ​ຖື​​ເອົາການ​ປັບ​ປຸງ​​ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້​ນ​ແລະ​ເພີ່ມ​ຄວາມ​ຜາ​ສຸກ​ໃຫ້​ກັບປະ​ຊາ​ຊົນ​ເປັນ​ໜ້າ​ທີ່​ວຽກ​ງານ​ທີ່​ສຳ​ຄັນ​ອັນ​ດັບ​ໜຶ່ງ,ແລະ​ໄດ້​ຮັບ​ໝາກ​ຜົນ​ທີ່​ສຳ​ຄັນ​ແລະ​ຍິ່ງ​ໃຫຍ່, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຮັບຄວາມ​ເຫັນ​ດີ​ເຫັນ​ພ້ອມ​ແລະ​ການ​ສະ​ໜັບ​ສະ​ໜູນ​ທີ່​ເຂັ້ມ​ແຂງ​ຈາກ​ປະ​ຊາ​ຊົນ​ຈີນ. ຜົນ​ການ​ຢັ່ງ​ຫາງ​ສຽງ​ຢູ່​ປະ​ເທດຕາ​ເວັນ​ຕົກ​ກໍ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ຮອງກ່ຽວ​ກັບ​ເລື່ອງ​ດຽວ​ກັນ​ນີ້.”
 

      ຈາກ​ໄລ​ຍະ​ຕົ້ນ​ຂອງ​ການ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ເຊິ່ງ​ເປັນ​ໄລ​ຍະ​ທີ່​ເກືອບວ່າ​ບໍ່​ມີ​ພື້ນ​ຖານ​ດ້ານ​ອຸດ​ສາ​ຫະ​ກຳ,ຈົນ​ຮອດ​ປັດ​ຈຸ​ບັນ​ນີ້​ທີ່ GDP ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ປະ​ຊາ​ຊົນ​ຈີນ​ໄດ້​ບັນ​ລຸ​ຫຼາຍກວ່າ 1 ໝື່ນ​ໂດ​ລາ​ສະ​ຫະ​ລັດແລະ​ກາຍ​ເປັນ​ແຮງ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໂດຍ​ບໍ່​ຕ້ອງ​ສົງ​ໄສ, ເປັນ​ຫຍັງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຮັບ​ໝາກ​ຜົນ​ທີ່​ເດັ່ນ​ຊັດ​ຄືແນວ​ນີ້? ​ໜັງ​ສື​ພິມ​ຂ່າວ​ທຸ​ລະ​ກິດ​ກາ​ຊັກ​ສະ​ຖານໄດ້​ລາຍ​ງານ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ພັກ​ກອມ​ມູ​ນິດ​ຈີນ​ເລີ່ມ​ຕົ້ນ​ຈາກ​ພັກ​ການ​ເມືອງ​ທີ່​ມີ​ສະ​ມາ​ຊິກ​ພັກ​ພຽງບໍ່​ເທົ່າ​ໃດ​ສິບ​ຄົນໄດ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຈົນ​ກາຍ​ເປັນ​ພັກ​ການ​ເມືອງ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ທີ່​ມີ​ສະ​ມາ​ຊິກ​ພັກ​ຫຼາຍກວ່າ 91 ລ້ານ​ຄົນ, ​ກຳ​ອຳ​ນາດມາ​ເປັນ​ເວ​ລາ 72 ປີ​ຕິດ​ຕໍ່​ກັນ​ແລະ​ໄດ້​ມີ​ອິດ​ທິ​ພົນ​ໃນ​ເວ​ທີ​ສາ​ກົນ​ນັບ​ມື້​ນັບ​ເພີ່ມຂຶ້ນ, ເຄັດ​ລັບ​ຂອງ​ຄວາມ​ສຳ​ເລັດ​ທີ່​ສຳ​ຄັນ​ອັນ​ໜຶ່ງແບບ​ນີ້​ກໍ່​ແມ່ນ​ການ​ຍຶດ​ໝັ້ນ​ໃນ​ຈຸດ​ຢືນ​ທາງ​ການ​ເມືອງ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ. ຜົນ​ການ​ຢັ່ງ​ຫາງ​ສຽງ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ຫຼາຍ​ປີ​ຜ່ານ​ມາ, ລະ​ດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່​ມີ​ຕໍ່​ພັກ​ກອມ​ມູ​ນິດ​ຈີນ​ມີ​ຫຼາຍກວ່າ 90%.
 

      ເຮືອນ​ຢູ່​ແບບ​ທັນ​ສະ​ໄໝ​ກວ່າ​ເກົ່າ, ​ປ່ຽນ​ໃຊ້ມື​ຖື​ລຸ້ນ​ໃໝ່​ຫຼ້າ​ສຸດ,ການ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ມີ​ຄວາມ​​ສະ​ດວກສວຍ​ງາມ​ແລະ​ອື່ນໆ. ​ວາ​ລະ​ສານ​ລາຍ​ເດືອນ“ການ​ຖາມ​ຕອບ PM” ຂອງ​ເຢຍ​ລະ​ມັນ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ​ເລື່ອງ​ຄວາມ​ເປັນ​ຈິງຕ່າງໆ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ​ຂອງ​ຄົນ​ຈີນ​ນັບ​ມື້​ນັບ​ດີ​ຂຶ້ນ, ທັງ​ໄດ້​ຊີ້​ໃຫ້ເຫັນ​ວ່າ: ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຈີນ​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ,ພາຍ​ໃນ​ເວ​ລາຫຼາຍ​ສິບ​ປີ, ປະ​ຊາ​ຊົນ​ຈີນ​ຫຼາຍ​ຮ້ອຍ​ລ້ານ​ຄົນ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ຈີນ​ບໍ່​ພຽງ​ແຕ່ມີ​ຄວາມ​ຮັ່ງ​ມີ​ຂຶ້ນ​ເທົ່າ​ນັ້ນ,​ສັງ​ຄົມ​ຈີນ​ກໍ່​ນັບ​ມື້​ມີ​ຊີ​ວິດ​ຊີ​ວາ.
 

      ໃນ​ຕົ້ນ​ປີ 2020, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນໄດ້​ເປັນ​ສິ່ງ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​ຂອງໂລກ. ໃນ​ເວ​ລາ​ອັນ​ຄັບ​ຂັນ​ທີ່​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ​ປະ​ສົບ​​ກັບ​ໄພ​ຂົ່ມ​ຂູ່​ທີ່​ໜັກ​ໜ່ວງ, ພັກ​ກອມ​ມູ​ນິດ​ຈີນ​ແລະ​ລັດ​ຖະ​ບານ​ຈີນ​ໄດ້​ຖື​​ເອົາປະ​ຊາ​ຊົນ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ​ແລະ​ຖື​​ເອົາຊີ​ວິດ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ໄດ້​ເຕົ້າ​ໂຮມ​ກຳ​ລັງ​​ແຫ່ງ​ຄວາມ​ສາ​ມັກ​ຄີ​ທີ່​ເຂັ້ມ​ແຂງ​ເພື່​ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ​ເຊິ່ງໄດ້​ສະ​ແດງ​ໃຫ້​ໂລກ​ໄດ້​ເຫັນ​ເຖິງທັດ​ສະ​ນະ​ກຳ​ອຳ​ນາດຂອງ​​ພັກ​ກອມ​ມູ​ນິດຈີນ​ທີ່​ຖື​​ເອົາປະ​ຊາ​ຊົນ​ເປັນ​​ໃຈ​ກາງອີກ​ຄັ້ງ​ໜຶ່ງ​.
 

      ເວັບ​ໄຊ​ສະ​ໂມ​ສອນ​ອິ​ສ​ບອນ​ສ​ເກີ​ຂອງ​ຣັດ​ເຊຍ​ຫຼື Izbolsk Club ໄດ້​ພິມ​ບົດ​ຄວາມ​ລົງ​ໃນ​ເວັບ​ໄຊ​ຂອງ​ຕົນ​ວ່າ: ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ຂອງ​ການ​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຜູ້​ນຳ​ຈີນ​ກໍ່​ໄດ້​ວາງ​ນະ​ໂຍ​ບາຍ​ຄື: “ຖື​ເອົາປະ​ຊາ​ຊົນ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ,ຖື​​ເອົາຊີ​ວິດ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ”. ນີ້​ບໍ່​ແມ່ນ​ຄຳ​ເວົ້າ​ລ້າໆ: ຈີນ​ບໍ່​ເຄີຍ​​ລົດ​ລະ​ການ​ປະ​ຕິ​ບັດ​ງານ​ຢ່າງເດັດ​ດ່ຽວ​ໜຽວ​ແໜ້ນ​ໃນ​ບັນ​ຫາ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ​ທັງ​ບໍ່​ເຄີຍ​​ມີ​ຄຳ​ຊີ້​ນຳທີ່​ມີ​ຄວາມ​ຂັດ​ແຍ້ງ​ກັນ​ຈັກ​ເທື່ອ,ບໍ່​ໄດ້​ພິ​ຈາ​ລະ​ນາ​ເຖິງ​ຕົ້ນ​ທຶນ. “ການ​ຖື​ເອົາ​ຊີ​ວິດຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່ງ” ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ.
 

      ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ ກຸນ​ເລີ​ໂມ ເຕວ​ເລີ ຫົວ​ໜ້າ​ພັກ​ກອມ​ມູ​ນິດ​​ຊີ​ເລ​ໄດ້​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ວ່າ: ຕົນ​ໄດ້​ຕັ້ງ​ໃຈ​ອ່ານ​ປື້ມ​ທີ່ຂຽນ​ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສິ​ຈິ້ນ​ຜິງ, ສິ່ງ​ທີ່​ເຮັດ​ໃຫ້​ເພິ່ນ​ມີ​ຄວາມປະ​ທັບ​ໃຈອັນ​ໜຶ່ງ​ກໍ​ແມ່ນ, ແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ຂອງ​ທ່ານ ສີ​ຈິ້ນ​ຜິງ ໄດ້​ເນັ້ນ​ໜັກ​​ການ​ຖື​ເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ.
 

      ທັດ​ສະ​ນະ​ກຳ​ອຳ​ນາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ຍຶດ​ໝັ້ນ​ໃນ​ຫຼັກ​ການ​ທີ່​ຖື​ເອົາ​ປະ​ຊາ​ຊົນ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ​ບໍ່​ພຽງ​ແຕ່​ເປັນ​ພັກ​ທີ່​ສະ​ແຫວງ​ຫາ​ຄວາມ​ຜາ​ສຸກ​ໃຫ້​ປະ​ຊາ​ຊົນ​ຈີນ​ເທົ່າ​ນັ້ນ,ຫາກ​ຍັງ​ເປັນ​ພັກ​ທີ່​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່ໃນ​ໂລກ​ອີກ​ດ້ວຍ.
 

      ໜັງ​ສື​ພິມຂ່າວ​ທຸ​ລະ​ກິດກາ​ຊັກ​ສະ​ຖານ​ກໍ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ພັກ​ກອມ​ມູ​ນິດ​ຈີນ​ບໍ່​ພຽງ​ແຕ່​ໄດ້​ປ່ຽນ​ແປງ​ຊາ​ຕາ​ກຳ​ຂອງ​ປະ​ຊາ​ຊົນ​ຈີນ​ຢ່າງ​ເລິກ​ເຊິ່ງ​ເທົ່າ​ນັ້ນ,ແຕ່​ຍັງ​ໄດ້​ມີ​ບົດ​ບາດ​ທີ່​ເລິກ​ເຊິ່ງ​ຕໍ່​ຂະ​ບວນ​ການ​​ພັດ​ທະ​ນາ​ຂອງ​ໂລກ​ອີກ​ດ້ວຍ. ໃນ​ຊຸ​ມ​ປີ​ຜ່ານ​ມາ, ຈີນ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”,ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມຊາ​ຕາ​ກຳ​​ຂອງມວນ​ມະ​ນຸດ,ໄດ້​​ສະ​ເໜີ​ແຜນ​ການ​ແກ້​ໄຂ​ຂອງ​ຕົນ​ກ່ຽວ​ກັບ​​ບັນ​ຫາ​ການປະ​ທະ​ກັນ​ໃນ​ສາ​ກົນ​ແລະ​ພາກ​ພື້ນ​ແລະ​ການ​ປັບ​ປຸງ​ລະ​ບົບ​ບໍ​ລິ​ຫານ​ງານ​ໃນ​ສາ​ກົນ​ໃຫ້​ດີ​ຂຶ້ນ.ໃນ​ຂະ​ບວນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ຈີນ​ໄດ້​ຕັ້ງ​ໜ້າ​ໃຫ້ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ແກ່​ປະ​ຊາ​ຄົມ​ໂລກຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​, ສາ​ມັກ​ຄີ​​ກັບ​ບັນ​ດາ​ປະ​ເທດ​ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ທັດ​ສະ​ນະ​ປະ​ຊາ​ຄົມຮ່ວມ​ຊາ​ຕາ​ກຳ​​ຂອງມວນ​ມະ​ນຸດ​ຈຶ່ງ​ໄດ້ປະ​ກາຍ​ເປັນ​ແສງ​ສະ​ຫວ່າງ, ​ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​​ວ່າ​ປະ​ເທດ​ຈີນ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາ​ມ​ຮັບ​ຜິດ​ຊອບປະ​ເທດ​ໜຶ່ງ.

ຄຳ​ເຫັນ

0