“ຄົນຜູ້ໜຶ່ງມີຄວາມສາມາດຫຼາຍໜ້ອຍບໍ່ຄືກັນ, ຂໍພຽງແຕ່ມີຈິດໃຈທີ່ບໍ່ເຫັນແກ່ຕົວແມ່ນແຕ່ໜ້ອຍດຽວ, ກໍຈະເປັນຄົນສູງສົ່ງ, ເປັນຄົນບໍລິສຸດ, ເປັນຄົນທີ່ມີຄຸນສົມບັດ, ເປັນຄົນທີ່ປາສະຈາກຄ່ານິຍົມທີ່ຕ່ຳຕ້ອຍ, ແລະເປັນຄົນທີ່ມີຜົນດີຕໍ່ປະຊາຊົນ.”
ຄວາມເວົ້າຕອນນີ້ແມ່ນການຕີລາຄາຂອງທ່ານປະທານເໝົາເຈີຕຸ່ງກ່ຽວກັບທ່ານແຮນຣີ ໂນມານ ເບທູນ ທ່ານໝໍພະແນກຜ່າຕັດຜົ້ງເອິກທີ່ມີຊື່ສຽງ, ສະມາຊິກພັກກອມມນິດການາດາ, ທັງເປັນນັກຮົບລັດທິສາກົນທີ່ຍິ່ງໃຫຍ່. ສາຍສຳພັນລະຫວ່າງທ່ານເບທູນ ແລະ ຈີນມີເວລາບໍ່ຮອດ 2 ປີ, ແຕ່ໃນພິໄນກຳຂອງທ່ານຂຽນໄວ້ວ່າ: “ໃນ 2 ປີທີ່ຜ່ານມານີ້, ແມ່ນໄລຍະທີ່ມ່ວນຊື່ນທີ່ສຸດ ແລະ ມີຄວາມໝາຍທີ່ສຸດໃນຕະຫຼອດຊີວິດຂອງຂ້າພະເຈົ້າ.”
“ສະຫາຍຜູ້ບັນຊາການເນ້ທີ່ຮັກແພງ: ມື້ນີ້ຂ້າພະເຈົ້າຮູ້ສຶກວ່າສຸຂະພາບຊຸດໂຊມລົງຫຼາຍ, ອາດຈະຕ້ອງກ່າວຄຳອຳລາກັບພວກສະຫາຍຕະຫຼອດໄປແລ້ວ! ຂ້າພະເຈົ້າຍັງມີຄວາມເວົ້າຫຼາຍຄຳທີ່ຢາກລົມກັບພວກສະຫາຍ, ແຕ່ຂ້າພະເຈົ້າບໍ່ສາມາດຂຽນຕໍ່ໄປໄດ້ອີກ. ຂໍຝາກຄວາມຂອບໃຈເປັນຮ້ອຍເປັນພັນເທົ່າເຖິງສະຫາຍ ກໍຄືບັນດາສະຫາຍເປັນໝື່ນເປັນລ້ານຄົນທີ່ຮັກແພງ.”
ວັນທີ 11 ພະຈິກ ປີ 1939, ທ່ານເບທູນໄດ້ໃຊ້ແຮງທີ່ເຫຼືອຢູ່ຈຶ່ງໄດ້ຂຽນ ພິໄນກຳສຳເລັດແລ້ວຝາກໃຫ້ທ່ານເນ້ຢົງເຈີ່ນ ຜູ້ບັນຊາການກອງທັບປະຕິວັດໃນເວລານັ້ນ. ໃນຕອນຂ້ອນແຈ້ງມື້ຕໍ່ມາ, ທ່ານເບທູນໄດ້ເສຍຊີວິດ, ເຊິ່ງໃນເວລານັ້ນ, ທ່ານມີອາຍຸໄດ້ 49 ປີ.
ເດືອນມັງກອນປີ 1938, ພາຍໃຕ້ການສະໜັບສະໜູນຂອງຄະນະກຳມະການສາກົນເພື່ອຊ່ວຍເຫຼືອຈີນ, ພັກກອມມູນິດການາດາ ແລະ ພັກກອມມູນິດອາເມຣິກາ, ທ່ານເບທູນໄດ້ເດີນທາງໄປຮອດຈີນ. ໃນທ້າຍເດືອນມີນາ, ຫຼັງຈາກເດີນທາງໂດຍກຳປັ່ນ ເຮືອບິນ ລົດໄຟ ລໍ້ມ້າລໍ ແລະ ລົດບັນທຸກ, ລົບຫຼີກຈາກການຖິ້ມລະເບີດຂອງເຮືອບິນຝ່າຍສັດຕູຫຼາຍເທື່ອ, ໃນທີ່ສຸດທ່ານເບທູນຈຶ່ງໄດ້ໄປຮອດຢຽນອ່ານ ເຊິ່ງເປັນແດນສັກສິດຂອງການປະຕິວັດຈີນ.
ມື້ຕໍ່ມາ, ສະຫາຍເໝົາເຈີຕຸ່ງ ຜູ້ນຳພັກກອມມູນິດຈີນກໍໄດ້ຕ້ອນຮັບທ່ານເບທູນ. ນີ້ແມ່ນຄັ້ງທຳອິດທີ່ທ່ານເບທູນໄດ້ພົບກັບທ່ານປະທານເໝົາເຈີຕຸ່ງ ຜູ້ທີ່ປະເທດຕາເວັນຕົກເອີ້ນວ່າ ບຸກຄົນອັດສະຈັນ. ໃນການພົບປະຄັ້ງນີ້, ທ່ານເໝົາເຈີຕຸ່ງໄດ້ເຫັນດີຕາມຄຳຮ້ອງຂໍຂອງທ່ານເບທູນທີ່ຢາກເດີນທາງໄປແນວໜ້າຂອງເຂດສູ້ຮົບເພື່ອຊ່ວຍເຫຼືອຜູ້ບາດເຈັບໃຫ້ໄດ້ຫຼາຍກວ່າເກົ່າ.
ຫຼັງຈາກນັ້ນ, ທ່ານເບທູນໄດ້ເດີນທາງຢ່າງລຳບາກເປັນເວລາ 2 ເດືອນ ຈຶ່ງ ໄປຮອດເຂດທະຫານຈິ້ນຊາຈີ້. ທ່ານຫຼິນຈິ່ນລ້ຽງ ຜູ້ອຳນວຍການໂຮງໝໍແນວຫຼັງເຂດທະຫານໄດ້ພາທ່ານເບທູນໄປເບິ່ງຫ້ອງຜ່າຕັດທີ່ຕັ້ງຢູ່ໃນຫ້ອງຮຽນຂອງໂຮງຮຽນປະຖົມແຫ່ງໜຶ່ງ. ໃນເວລານັ້ນ, ອຸປະກອນຜ່າຕັດມີແຕ່ ມີດຕັດ ແປ່ງໜີບເສັ້ນເລືອດ, ມີດຜ່າຕັດບໍ່ເທົ່າໃດດວງເທົ່າເນັ້ນ, ຍັງມີເຄື່ອງມືຕັດແຂນຂາທີ່ດັດແປງມາຈາກເລື່ອຍໄມ້, ເຊິ່ງທັງໝົດເຫຼົ່ານີ້ກໍແມ່ນອຸປະກອນທັງໝົດໃນການປິ່ນປົວຜູ້ບາດເຈັບຢູ່ເຂດທະຫານ.
ຄວາມຫຍຸ້ງຍາກລຳບາກແບບນີ້ໄດ້ເກີນການຄາດຄິດຂອງທ່ານເບທູນຫຼາຍ. ທ່ານຈັບເອົາເຄື່ອງມືທຸກຢ່າງມາເບິ່ງລະອຽດ, ແລ້ວຈັບມືຂອງທ່ານຫຼິນຈິ່ນລ້ຽງ, ທັງເວົ້າດ້ວຍຄວາມຕື່ນເຕັ້ນວ່າ: “ພວກສະຫາຍເຮັດວຽກພາຍໃຕ້ເງື່ອນໄຂລຳບາກຄືແບບນີ້, ຈັ່ງແມ່ນສຸດຍອດແທ້ໆ. ພັກກອມມູນິດຈີນບໍ່ມີອາວຸດທັນສະໄໝຈັກອັນ, ມີແຕ່ນັກຮົບປະຕິວັດທີ່ໄດ້ຜ່ານການຝຶກຝົນຫຼໍ່ຫຼອມໃນການເຄື່ອນທັບທາງໄກ 25000 ລີ(12500 ກິໂລແມັດ). ມີພຽງສິ່ງເຫຼົ່ານີ້, ພວກເຮົາກໍເທົ່າກັບວ່າມີທຸກສິ່ງຢ່າງເລີຍ.”
ຫຼັງຈາກນັ້ນບໍ່ດົນ, ທ່ານເບທູນກໍໄດ້ນຳເອົາເຕັກນິກໃສ່ເລືອດອັນຊຳນານທີ່ຕົ້ນໄດ້ຮຽນຮູ້ຢູ່ສະໜາມຮົບປະເທດແອດສະປາຍມາໃຊ້ຢູ່ໂຮງໝໍ. ໃນໄລຍະນັ້ນ, ການໃສ່ເລືອດພາຍໃຕ້ເງື່ອນໄຂການແພດໃນສະໜາມຮົບນັ້ນ, ແມ່ນສິ່ງທີ່ຄົນທັງຫຼາຍບໍ່ກ້າຄາດຄິດເລີຍ.
ໃນຈົດໝາຍທີ່ສົ່ງໃຫ້ເພື່ອນມິດ, ທ່ານເບທູນຂຽນວ່າ, ຢູ່ແຫ່ງນີ້, ທ່ານໄດ້ ພົບພວກສະຫາຍທີ່ມີຄວາມເປັນມະນຸດຫຼາຍທີ່ສຸດ. “ຊາວພັກກອມມູນິດຈີນເຫຼົ່ານີ້ເຄີຍປະສົບກັບຄວາມທຸກທໍລະມານ, ແຕ່ເຂົ້າໃຈເຖິງຄວາມເມດຕາແມ່ນຫຍັງ; ເຄີຍປະສົບກັບຄວາມໂສກເສົ້າ,ແຕ່ຍັງມີຮອຍຍິ້ມມ່ວນຊື່ນ; ເຄີຍປະສົບກັບຄວາມຫຍຸ້ງຍາກລຳບາກທີ່ນັບບໍ່ຖ້ວນ, ແຕ່ຍັງສາມາດຮັກສາຄວາມອົດທົນ ຈິດໃຈທີ່ເບິ່ງໂລກໃນແງ່ດີ, ແລະ ມີສະຕິປັນຍາທີ່ອຸ່ນອຽນ.”
ໃນ 4 ເດືອນທຳອິດທີ່ທ່ານເບທູນເດີນທາງໄປນຳກອງທະຫານ, ທ່ານໄດ້ເດີນທາງ 750 ກິໂລແມັດ, ດຳເນີນການຜ່າຕັດ 300 ກວ່າເທື່ອ, ໄດ້ປິ່ນປົວ ແລະ ຊ່ວຍກູ້ຊີວິດຂອງນັກຮົບໄດ້ຢ່າງຫຼວງຫຼາຍ, ແລະກາຍເປັນທ່ານໝໍເບທູນທີ່ໄດ້ຮັບຄວາມເຄົາລົບຮັກແພງຢ່າງເລິກເຊິ່ງຈາກທະຫານ ແລະ ປະຊາຊົນຢູ່ເຂດຖານທີ່ໝັ້ນຂອງການປະຕິວັດ.
ແຕ່ບໍ່ມີໃຜສາມາດຄາດຄະເນໄດ້ວ່າ, ຄົນກ້າຫານ ບໍ່ເຫັນແກ່ຕົວ ແລະ ມີຈິດໃຈສູງສົ່ງຄືແນວນີ້ຈະເສຍຊີວິດໄວປານນີ້.
ໃນຕອນບ່າຍມື້ໜຶ່ງຂອງເດືອນຕຸລາປີ 1939, ໃນເວລາດຳເນີນການຜ່າຕັດໃຫ້ກັບຜູ້ບາດເຈັບ, ຄືເບື້ອງຊ້າຍນິ້ວກາງຂອງທ່ານເບທູນບາດເຈັບ. ຫຼັງຈາກນັ້ນໃນເວລາປິ່ນປົວຜູ້ບາດເຈັບອີກຄົນໜຶ່ງ, ແຜໃນນິ້ວມືຂອງທ່ານເບທູນຕິດເຊື້ອພະຍາດຊະນິດທີ່ມີຄວາມອັນຕະລາຍເຖິງຊີວິດຈົນທ່ານເປັນໄຂ້ອາການ, ແຕ່ທ່ານຍັງສືບຕໍ່ໄປປິ່ນປົວຜູ້ບາດເຈັບຢູ່ແນວໜ້າຂອງສະໜາມຮົບ, ທ່ານໄດ້ຜ່າຕັດໃຫ້ຄົນເຈັບ 13 ຄັ້ງລຽນຕິດ, ທັງໄດ້ຂຽນບົດສອນກ່ຽວກັບການປິ່ນປົວໄຂ້ມາລາເລຍ.
ເນື່ອງຈາກຄຳສັ່ງຫຼາຍຄັ້ງຂອງທ່ານເນ້ຢົງເຈີ່ນ ຜູ້ບັນຊາການກອງທັບ, ທ່ານເບທູນຈຶ່ງຍອມໄປປິ່ນປົວຕົນເອງຢູ່ໂຮງໝໍແນວຫຼັງຂອງເຂດທະຫານ, ແຕ່ຮອດເວລານັ້ນຊ້າເກີນໄປແລ້ວ. ໃນຕອນຂ້ອນແຈ້ງຂອງວັນທີ 12 ພະຈິກປີ 1939, ທ່ານເບທູນໄດ້ເຖິງແກ່ມໍລະນະກຳຢູ່ບ້ານຫວງຊືໂຂແຂວງເຫີເປີຍ.
ວັນທີ 1 ທັນວາປີ 1939, ວົງການຕ່າງໆຢູ່ເຂດທີ່ໝັ້ນຢຽນອ່ານໄດ້ຈັດພິທີໄວ້ອາໄລຢ່າງສົມກຽດ, ທ່ານປະທານເໝົາເຈີຕຸ່ງໄດ້ຂຽນຄຳໄວ້ອາໄລ, ທັງໄດ້ຂຽນບົດຄວາມທີ່ມີຫົວຂໍ້ວ່າ “ລະນຶກເຖິງສະຫາຍເບທູນ” ໃນວັນທີ 21 ທັນວາປີດຽວກັນ. ໃນບົດຄວາມນີ້ໄດ້ລະບຸວ່າ:
“ພວກເຮົາຕ້ອງຮ່ຳຮຽນເອົາຈິດໃຈຂອງສະຫາຍເບທູນທີ່ບໍ່ເຫັນແກ່ຕົວແມ່ນແຕ່ໜ້ອຍດຽວ. ເລີ່ມຈາກຈຸດນີ້, ກໍສາມາດກາຍເປັນຜູ້ທີ່ສ້າງຜົນປະໂຫຍດຫຼາຍທີ່ສຸດໃຫ້ກັບປະຊາຊົນ. ຄົນຜູ້ໜຶ່ງມີຄວາມສາມາດຫຼາຍໜ້ອຍບໍ່ຄືກັນ, ຂໍພຽງແຕ່ມີຈິດໃຈທີ່ບໍ່ເຫັນແກ່ຕົວ, ກໍຈະເປັນຄົນສູງສົ່ງ, ເປັນຄົນບໍລິສຸດ, ເປັນຄົນທີ່ມີຄຸນສົມບັດ, ເປັນຄົນທີ່ປາສະຈາກຄ່ານິຍົມທີ່ຕ່ຳຕ້ອຍ, ແລະເປັນຄົນທີ່ມີຜົນດີຕໍ່ປະຊາຊົນ.”
ຄຳເຫັນ
0