郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາງ ຈ້າວ​ມິງ​ຈູ່ນ ຜູ້​ຮຽນເກັ່ງທີ່ມັກ​ສິ​ລະ​ປ​ະ

2021-06-25 17:30:02 cri

ນາງ ຈ້າວ​ມິງ​ຈູ່ນ ຜູ້​ຮຽນເກັ່ງທີ່ມັກ​ສິ​ລະ​ປ​ະ_fororder_截屏2021-06-25 下午5.16.11

ຂ້າພະເຈົ້າ​ຊື່​ວ່າ ຈ້າວ​ມິງ​ຈູ່ນ

ຍິນດີຕ້ອນຮັບມາ​ຮອດ​ໂລກ​ຂອງຂ້າພະເຈົ້າ​ທີ່​ມີ​ຫຼາຍ​ສີ​ສັນ

ຂ້າພະເຈົ້າ​ມັກ​ໃຊ້​ຮູບ​ກາ​ຕູນ​ບັນ​ທຶກ​ຍາມ​ຮຽນຢູ່ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ຂ້າພະເຈົ້າ

ຂ້າພະເຈົ້າ​ມັກ​ສີ​ໄວ​ໜຸ່ມ

ສີ​ຂາວ ແມ່ນ​ບໍ​ລິ​ສຸດ​ຜຸດ​ຜ່ອງ

ສີ​ຟ້າ ແມ່ນ​ມິດ​ງຽບ

ສີ​ຂຽວ ​ແມ່ນ​ຄວາມ​ຫວັງ

ສີ​ເຫຼືອງ ແມ່ນ​ຄວາມຮຸ່ງ​ເຮືອງ

ຂ້າພະເຈົ້າແມ່ນ​ນັກ​ສຶກ​ສາ​ວິ​ຊາ​ອັດ​ຕະ​ໂນ​ມັດ

ໃນ​ຊຸມ​ປີ​ທີ່ຜ່ານ​ມາ

ຂ້າພະເຈົ້າພ້ອມ​ຄະ​ນະ​ໄດ້​ຮ່ວມ​ກັນ​ຄົ້ນ​ຄວ້າ​ຜະ​ລິດຜະ​ລິດ​ຕະ​ພັນປະ​ດິດ​ສ້າງ​ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​ນິກຕ່າງໆ ເຊັ່ນ:​ ລົດ​ຫຼີກ​ອຸ​ປະ​ສັກ​ແບບ​ສະ​ມາດ

ລົດ​ນ້ອຍ​ທີ່​ມີ​ບົດ​ບາດ​ຫຼາຍ​ຢ່າງ​ທີ່​ສາກ​ໄຟ​ແບ​ບ​ບໍ່​ມີ​ສາຍ​

ທັງ​ໄດ້​ຮັບ​ລາງວັນ​ລະ​ດັບ​ແຂວງ​ຫຼາຍ​ຢ່າງ

ມີ​ຫຼາຍ​ຄົນ​ຖາມ​ຂ້າພະເຈົ້າວ່າ

ເປັນ​ຫຍັງເປັນ​ສາວ​ຄົນ​ໜຶ່ງ​ຍັງຕ້ອງ​​ບຸກ​ບືນ​ສູ້​ຊົນ​ປານນີ້

ຂ້າພະເຈົ້າຢາກ​ຕອບ​ວ່າ ທ່ານ​ນາງ ທູ​ຢີ່ວ​ຢີ່ວ ຜູ້​ໄດ້​ຮັບ​ລາງວັນ​ໂນ​ແບນ

ທ່ານ​ນາງ​ເຮີ​ເຈີ​ຮຸ້ຍ ທີ່​ຕັ້ງ​ອຸ​ດົມ​ການ​ຢາກກອບ​ກູ້​ປະ​ເທດ​ຊາດ​ດ້ວຍ​ວິ​ທະ​ຍາ​ສາດ​

ລ້ວນ​ແຕ່​ແມ່ນ​ນັກ​ວິ​ທະ​ຍາ​ສາດເພດ​ຍິງ​ທີ່​ໜ້າ​ເຄົາ​ລົບ​ນັບ​ຖື

ຍ້ອນ​ເປັນ​ຄົນ​ເກີດ​ຫຼັງ​ຊຸມ​ປີ 1990

ຂ້າພະເຈົ້າ​ບໍ່ພຽງແຕ່ຕ້ອງ​​ສືບ​ທອດ​​ຄວາມ​ຮູ້​ຂອງ​ຄົນຮຸ້ນກ່ອນເທົ່ານັ້ນ

ຍິ່ງ​ກວ່ານັ້ນແມ່ນ ຍັງຕ້ອງສືບທອດຄວາມເດັດ​ດ່ຽວ​ໜຽວ​ແໜ້ນຂອງ​ນັກ​ວິ​ທະ​ຍາ​ສາດ​ຜູ້​ອາ​ວຸ​ໂສ

ບົນ​ເສັ້ນ​ທາງປະດິດສ້າງໃໝ່ດ້ານວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​

ການ​ເປັນ​ເຈົ້າ​ການ​ປະ​ດິດ​ສ້າງໃໝ່ ແລະ ສ້າງ​ສາ​ປະ​ເທດ​ຊາດ​ໃຫ້ຈະເລີນດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​ນິກນັ້ນ

ຕ້ອງ​​ອາ​ໄສ​ຄວາມ​ພະ​ຍາ​ຍາມ​ຂອງ​ນັ​ກ​ວິຊາການຫຼາຍ​ເຊັ່ນ​ຄົນ

ຂໍພຽງແຕ່​ມີ​ຈິດ​ໃຈ​ບໍ່​ຍອມ​ທໍ້ຖອຍເທົ່ານັ້ນ ຈຶ່ງ​ສາ​ມາດ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ສ້າງ​ປະ​ເທດ​ຊາດ​ໃຫ້ຈະເລີນດ້ວຍວິ​ທະ​ຍາດເຕັກ​ນິກ

ຂ້າພະເຈົ້າ​ເຊື່ອ​ວ່າ ເມື່ອ​ຢືນ​ຢູ່​ເທິງ​ບ່າ​ໄຫຼ່​ຂອງ​ຄົນ​ໃຫຍ່​ສູງ

ຂ້າພະເຈົ້າ​ກໍ​ສາມາດເກັບ​ດາວ​ທີ່​ເຫຼື້ອມ​ຍິບ​ຍັບ​ກວ່າ​ເກົ່າ​ໄດ້

ຄົນ​ລຸ້ນ​ຊຸມ​ປີ 1990 ຄື​ພວກ​ເຮົາ ​ບໍ່​ພຽງ​ແຕ່​ເປັນ​ນັກ​ໄຝ່​ຝັນ​ທີ່​ກ້າ​ຝັນເທົ່ານັ້ນ

ຍິ່ງ​ເປັນ​ຄົນທີ່ກ້າ​ໄລ່​ຕາມຄວາມ​ຝັນເພື່ອ​ກ້າວ​ໄປ​ໜ້າ

ຂ້າພະເຈົ້າ​ແມ່ນ ຈ້າວ​ມິງ​ຈູ່ນ

ນັກ​ສຶກ​ສາ​ວິ​ຊາ​ການວິ​ສະວະກຳ​ຜູ້​ທີ່​​ມັກ​ສິ​ລະ​ປະ

ຄຳ​ເຫັນ

0