刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົດ​ໄປ​ສະ​ນີ​ສາ​ມາດແລ່ນເຂົ້າ​ບ້ານ​ກູ​ລູ້​ແລ້ວ

2021-06-26 15:13:49 cri

ລົດ​ໄປ​ສະ​ນີ​ສາ​ມາດແລ່ນເຂົ້າ​ບ້ານ​ກູ​ລູ້​ແລ້ວ_fororder_PHOTcoh9JI1kjUcoamANTziu210626_1000x2000

ລົດ​ໄປ​ສະ​ນີ​ທີ່​ພວມ​ແລ່ນ​ຕາມທາງ​ຂຶ້ນ​ພູ​ທີ່​ໄປ​ຫາ​ບ້ານ​ກູ້​ລູ້​

ບ້ານ​ກູ​ລູ້​ເມືອງ​ຮັ້ນ​ຢວນແຂວງ​ເສ​ສວນ​ຕັ້ງ​ຢູ່​ເທິງ​ພູ​ຜາ​ສູງຊັນ, ແມ່ນ​ບ້ານ​ດັ້ງ​ເດີມ​ທີ່​ມີ​ທິວ​ທັດ​ທີ່ສວຍ​ສົດ​ງົດ​ງາມ. ໃນ​ຊຸມ​ປີ​ຜ່ານ​ມາ​ນີ້, ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຄົມ​ມະ​ນາ​ຄົມ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ, ທາງ​ສົ່ງ​ເຄື່ອງໄປ​ສະ​ນີ​ຂອງ​ທ້ອງ​ຖິ່ນ​ກໍ​ມີ​ຄວາມ​ສະ​ດວກ​ສະ​ບາຍກວ່າ​ເກົ່າ ເຊິ່ງ​ລົດ​ໄປ​ສະ​ນີ​ສາ​ມາດ​ສົ່ງ​ຈົດ​ໝາຍ​ແລະ​ເຄື່ອງ​ເຂົ້າ​ເຖິງ​ບ້ານ​ໂດຍ​ກົງ​ແລ້ວ. ແຕ່​ກີ້, ຍ້ອນ​ຄົມ​ມະ​ນາ​ຄົມ​ບໍ່​ສະ​ດວກ, ເຄື່ອງ​ໄປ​ສະ​ນີ​ຂອງ​ບ້ານ​ກູ​ລູ້​ສົ່ງ​ໄປ​ເຖິງ​ບ່ອນ​ຊ່ວຍ​ຮັບ​ເຄື່ອງ​ຢູ່​ຕາ​ແສງ​ເທົ່າ​ນັ້ນ, ຊາວ​ບ້ານ​ໄປ​ເອົາ​ເຄື່ອງ​ຕ້ອງ​ລົງ​ພູ​ ແລ້ວ​ຂຶ້ນ​ພູ​ອີກ ໂດຍ​ຕ້ອງ​ໃຊ້​ເວ​ລາ​ແລະ​ກຳ​ລັງ​ແຮງຫຼາຍ. ໃນ​ 6 ເດືອນທ້າຍ​ປີ 2020, ​ອົງ​ການໄປ​ສະ​ນີ​ທ້ອງ​ຖິ່ນ​ໄດ້​ຕັ້ງ​ສະ​ຖາ​ນີ​ໄປ​ສະ​ນີ​ຢູ່​ບ້ານ​ກູ​ລູ້, ຕອນ​ນີ້ ຊາວ​ບ້ານ​ສາ​ມາດ​ຊື້​ເຄື່ອງ​ໂດຍ​ຜ່ານ​ທາງ​ອິນ​ເຕີ​ເນັດ​ຢ່າງ​ສະ​ດວກກວ່າ​ເກົ່າ ເຊິ່ງ​ກໍ​ໄດ້​ເປີດກວ້າງ​ຊ່ອງ​ທາງ​ການ​ຈຳ​ໜ່າຍໝາກ​ມາດ, ໝາກ​ສະ​ໝອງ​ລີງ, ຊີ້ນ​ແຫ້ງ​ແລະ​ຜະ​ລິດ​ຕະ​ພັນ​​ທີ່​ມີ​ເອ​ກະ​ລັກ​ພິ​ເສດຂອງ​ບ້ານ​ຕ່າງໆ​ນຳ​ອີກ.

ຄຳ​ເຫັນ

0