何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕຶກ​ແດງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄປ​ຢ້ຽມ​ຢາມມີ​ຄວາມໝາຍ​ພິ​ເສດ​ຄື​ແນວ​ໃດ​ແດ່?

2021-06-28 17:26:24 CRI

ຕຶກ​ແດງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄປ​ຢ້ຽມ​ຢາມມີ​ຄວາມໝາຍ​ພິ​ເສດ​ຄື​ແນວ​ໃດ​ແດ່?_fororder_微信图片_20210628172533

ຕອນ​ບ່າຍ​ວັນ​ທີ 25 ມິ​ຖຸ​ນາ​ປີ 2021, ເນື່ອງ​ໃນ​ໂອ​ກາດ​​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ນຳ​ພາ​ບັນ​ດາສະ​ຫາຍ​ໃນ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄປ​ຢ້ຽມ​ຢາມ​ຕຶກ​ແດງ​ຂອງມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ຢູ່​ຖະ​ໜົນ 4 ພຶດ​ສະ​ພາ​​ໃນ​ນະ​ຄອນຫຼວງ​ປັກ​ກິ່ງ, ເພື່ອ​ຫວນ​ຄືນ​ປະ​ຫວັດ​ສາດ​ຂອງ​ການ​ປະ​ຕິ​ວັດ​ກ່ຽວ​ກັບ​ຜູ້​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ ໄດ້​ຊຸກ​ຍູ້ການ​ເຜີຍ​ແຜ່​ລັດ​ທິ​ມາກ​ຢູ່​ຈີນໃນ​ໄລ​ຍະ​ເບື້ອງ​ຕົ້ນ, ​ແລະກະ​ກຽມສ້າງ​​ຕັ້ງພັກ​ອມ​ມູ​ນິດ​ຈີນ ແລະ​ອື່ນໆ.

ຕຶກ​ແດງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄປ​ຢ້ຽມ​ຢາມມີ​ຄວາມໝາຍ​ພິ​ເສດ​ຄື​ແນວ​ໃດ​ແດ່?_fororder_微信图片_20210628172526

ຕຶກ​ແດງຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ໄດ້​ເລີ່ມ​ສ້າງ​ຂຶ້ນ​ເມື່ອ​ປີ 1916, ສ້າງ​ສຳ​ເລັດ​ໃນ​ປີ 1918, ແມ່ນ​ຫ້ອງ​ການ​ຂອງ​ອະ​ທິ​ການ​ບໍ​ດີ, ຫົວ​ໜ້າ​ພາກວິ​ຊາ​ວັນ​ນະ​ຄະ​ດີ ແລະ ຫໍ​ສະ​ໝຸດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ທີ່​ມີ​ຊື່​ສຽງ​ໃນ​ເວ​ລາ​ນັ້ນ. ອາ​​ຄານ​ກໍ່​ດ້ວຍ​ດິນ​ຈີ່​ສີແດງ, ຂອບ​ປ່ອງ​ຢ້ຽມ​ກໍ່​ດ້ວຍ​ດິນ​ຈີ່​ສີ​ຂຽວ, ແລ​ະ​ມຸງ​ດ້ວຍ​ດີນ​ຂໍ​ສີ​ແດງ, ​ສະ​ນັ້ນ​ຄົນ​ທັງຫຼາຍ​ຈຶ່ງ​ເອີ້ນ​ວ່າ “ຕຶກ​ແດງ”. ເຊິ່ງ​ສີ​ແດງ​ໄດ້​ເປັນ​ສີຫຼັກ​ຂອງ​ຕຶກ​ແຫ່ງ​ນີ້, ​ທັງໄດ້​ກາຍ​ເປັນ​ສັນ​ຍາ​ລັກ ແລະ ສີ​ພື້ນ​ຖານ​ຂອງ​ການ​ປະ​ຕິ​ວັດ​ຈີນ.

ຕຶກ​ແດງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄປ​ຢ້ຽມ​ຢາມມີ​ຄວາມໝາຍ​ພິ​ເສດ​ຄື​ແນວ​ໃດ​ແດ່?_fororder_微信图片_20210628172505

ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ທີ່​ຕຶກ​ແດງ​ຂອງມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ນັ້ນ, ກໍ​ໄດ້​ກາຍ​ເປັນ​ແຫຼ່ງ​ກຳ​ເນີດ​ຂອງ​ແນວ​ຄິດ ແລະ ວັດ​ທະ​ນະ​ທຳ​ທີ່​​​ກ້າວໜ້າ​ຂອງ​ຈີນ. ເດືອນ​ທັນ​ວາ​ປີ 1917, ທ່ານຫຼີ​ຕ້າ​ຈ່າວ ຜູ້​ນຳ​ພາ​ທາງ​ຂອງ​ຂະ​ບວນ​ການກອມ​ມູ​ນິດ​​ຈີນ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຫົວ​ໜ້າ​ຫໍ​ສະ​ໝຸດ​ຂອງມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ. ຈາກ​​ມື້​ທີ່​ສ້າງ​​ຕຶກ​ແດງສຳ​ເລັດ​ຈົນ​ຮອດ​ເດືອນ​ທັນ​ວາ​ປີ 1922, ທ່ານຫຼີ​ຕ້າ​ຈ່າວ​ໄດ້​ເຮັດ​ວຽກ​ຢູ່​ສະ​ຖານ​ທີ່​ແຫ່ງ​ນີ້. ທ່ານ​ໄດ້​ຂຽນບົດ​ຄວາມ​ຕ່າງໆ, ເຊັ່ນ “ທັດ​ສະ​ນະ​ລັດ​ທິ​ມາກ​ຂອງ​ຂ້າ​ພະ​ເຈົ້າ” ແລະ​ບົດ​ອື່ນໆ, ໂດຍ​ໄດ້​ແນະ​ນຳ​ທິດ​ສະ​ດີ​ລັດ​ທິ​ມາກ​ຢ່າງ​ເປັນ​ລະ​ບົບ. ເດືອນ​ຕຸ​ລາ​ປີ 1920, ອາ​ຈານ ແລະ ນັກ​ສຶກ​ສາ 3 ຄົນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັ​ກ​ກິ່ງ​ທີ່​ມີ​ທ່ານ​ຫຼີ​ຕ້າ​ຈ່າວ​ເປັນ​ຕົວແທນ​ນັ້ນ​ໄດ້​ສ້າງ​ໜ່ວຍກອມ​ມູ​ນິດ​ຈີນ​ທີ່​ປັກ​ກິ່ງ, ນີ້​ເປັນ​ກາ​ນ​ຈັດ​ຕັ້ງ​ພັກ​ແຫ່ງທຳ​ອິດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ປະ​ຫວັດ​ສາດ​ຂອງ​ປັກ​ກິ່ງ.

ຕຶກ​ແດງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄປ​ຢ້ຽມ​ຢາມມີ​ຄວາມໝາຍ​ພິ​ເສດ​ຄື​ແນວ​ໃດ​ແດ່?_fororder_微信图片_20210628172513

ນັບ​ແຕ່​ເດືອນ​ຕຸ​ລາ​ປີ 1918 ຫາ​ເດືອນ​ມີ​ນາ​ປີ 1919, ທ່ານ​ເໝົາ​ເຈີ​ຕຸ່ງ​ໄດ້​ເຮັດ​ວຽກ​ຢູ່​ຫໍ​ສະ​ໝຸດ​​ຂອງມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ, ​ເພື່ອຄຸ້ມ​ຄອງ​ໜັງ​ສື​ພິມ​ສະ​ບັບ​ພາ​ສາ​ຈີນ ແລະ ພາ​ສາ​ຕ່າງ​ປະ​ເທດຫຼາຍກວ່າ 15 ​ສະ​ບັບ, ແຕ່​ລະ​ເດືອນ​​ທ່ານ​ໄດ້​ຮັບ​ເງິນ​ເດືອນ 8 ຢວນ. ທ່ານ​ເໝົາ​ເຈີ​ຕຸ່ງ​ເອີ້ນ​ທ່ານຫຼີ​ຕ້າ​ຈ່າວ​ວ່າເປັນ “ອາ​ຈານ​ທີ່​ແທ້​ຈິງ”, ຕໍ່​ມາ​ໃນ​ເວ​ລາ​ສົນ​ທະ​ນາ​ກັບ​ທ່ານ​ເອັດ​ກາ ສະ​ໂນ ນັກ​ຂ່າວ​ອາ​ເມ​ຣິ​ກາ​ທີ່​ໄປ​ຢ້ຽມ​ຢາມ​ຢຽນ​ອ່ານ, ທ່ານ​ເໝົາ​ເຈີ​ຕຸ່ງ​ເວົ້າ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານຫຼີ​ຕ້າ​ຈ່າວ, ທ່ານ​ເອງ​ໄດ້​ພັດ​ທະ​ນາ​ຕົນ​ເອງ​ກ້າວ​ໄປ​ສູ່​​ລັດ​ທິ​ມາກ​ຢ່າງວ່ອງ​ໄວ.

 

ໃນເດືອນ​ພຶດ​ສະ​ພາ​ປີ 2014 ແລະ ເດືອນ​ພຶດ​ສະ​ພາ​ປີ 2018, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ສອງ​ເທື່ອ, ແຕ່​ລະ​ເທື່ອ​ທ່ານ​ກ່າວ​ວ່າ: ໂຮງ​ຮຽນ​ແຫ່ງ​ນີ້​ມີ​ການ​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ການ​ເຜີຍ​ແຜ່​ລັດ​ທິ​ມາກ ແລະ ການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ຜູ້ສ້າງ​ຕັ້ງພັກ​ກອມ​ມູ​ນິດ​ຈີນ​ຕົ້ນ​ຕໍ ແລະ ນັກ​ເຄື່ອນ​ໄຫວ​ທີ່​ມີ​ຊື່​ສຽງ​ຈຳ​ນວນ​ໜຶ່ງ​ໃນ​ໄລ​ຍະ​ເບື້ອງ​ຕົ້ນ ໄດ້​ເລີ່ມ​ອ່ານ​ບົດ​ຄວາມ​ກ່ຽວ​ກັບ​ລັດ​ທິ​ມາກ ແລະ ​ໄດ້ເຜີຍ​ແຜ່​ລັດ​ທິ​ມາກ​ໃນ​ເວ​ລາ​ເຮັດ​ວຽກ ຫຼື ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ, ແລະ​ໄດ້​ຊຸກ​ຍູ້​​ໃຫ້​ມີການ​ສ້າງ​ຕັ້ງ​ພັກກ​ອມ​ມູ​ນິດ​ຈີນ. ນີ້​ແມ່ນ​ສິ່ງ​ທີ່​ໜ້າ​ພາກ​ພູມ​ໃຈ​, ​ທັງ​ແມ່ນ​ສິ່ງ​ທີ່​ມີ​ກຽດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ.”

ຄຳ​ເຫັນ

0