吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ຄອນ​ໂທ​ລະ​ພາບ: ການບຸກບືນສູ້ຊົນທີ່ິ່ຍິ່ງໃຫຍ່

2021-06-28 17:07:55 cri

    ລະ​ຄອນ​ໂທ​ລະ​ພາບ​ເລື່ອງ “ການບຸກບືນສູ້​ຊົນ​ທີ່ຍິ່ງໃຫຍ່” ໄດ້​ເວົ້າ​ເຖິງ​ປະ​ຫ​ວັດ​ສາດ​ອັນ​ຍິ່ງ​ໃຫຍ່​ໃນ​ໄລ​ຍະ​ເວ​ລາ 10 ປີ ກໍ​ຄື ປີ 1919-1928, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ເຫດ​ການ​ປະ​ຫວັດ​ສາດ​ອັນ​ສຳ​ຄັນ​ຕ່າງໆ ​ທີ່​ປັບ​ປ່ຽນ​ຊາ​ຕາ​ກຳ​ຂອງ​ປະ​ເທດ​ຈີນ. ລະ​ຄອນ​ໂທ​ລະ​ພາບ​ເລື່ອງ​ນີ້​ ໄດ້​ເດີນ​ເລື່ອງ​ດ້ວຍ​ມູມມອງ​ຂອງ​ທ່ານ​ເໝົາ​ເຈີ​ຕຸ່ງ,  ຖື​ເອົາ​ການ​ຊອກ​ຫາ​ທາງ​ອອກ​ຂອງປະເທດຈີນ​ເປັນ​ປະ​ເດັນ, ສະ​ແດງ​ໃຫ້​ເຫັນ​ວ່າ: ເພື່ອ​ຊອກ​ຫາ​ເສັ້ນ​ທາງ​ກອບ​ກູ້​ປະ​ເທດ​ຊາດ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ ພັດ​ທະ​ນາ​ຈົນ​ຮອດ​ເຂັ້ມ​ແຂງຂຶ້ນ, ໃນ​ທີ່​ສຸດ, ໄດ້​ຊອກ​ພົບ​ເສັ້ນ​ທາງ​ອັນ​ຖືກ​ຕ້ອງ​ທີ່ມີ​ລັດ​ທິ​ມາດ​ປະ​ສານ​ສົມ​ທົບ​ກັບ​ສະ​ພາບ​ຕົວ​ຈິ​ງ​ຂອງ​ປະ​ເທດ​ຈີນ.

    ປີ 1919, ຂະບວນການ​ 4 ພຶດ​ສະ​ພາ​ໄດ້​ເກີດ​ຂຶ້ນ, ທ່ານ​ເຊີນ​ຕູ​ຊີ້ວ ຫົວ​ໜ້າ​ບັນ​ນາ​ທິ​ການຂອງ​ວາລະສານ “ຊາວ​ໜຸ່ມ​ໃໝ່” ​ຖືກ​ຈັບ​ເຂົ້າ​ຄຸກ​ຍ້ອນ​ວ່າ​ເພິ່ນ​ປະ​ທ້ວງ​ລັດ​ຖະ​ບານ​ຝ່າຍ​ທະ​ຫານພາກເໜືອ​ປາບ​ປາມ​ນັກ​ສຶກ​ສາ. ທ່ານ​ເໝົາ​ເຈີ​ຕຸ່ງ ແລະ​ທ່ານ​ອື່ນ​ໆ​ໄດ້​ຊອກວິ​ທີ​ກອບ​ກູ້​ທ່ານ​ເຊີນ​ຕູ​ຊີ້ວ, ທ່ານ​ເຊີນ​ຕູ​ຊີ້ວ​ໄດ້​ຖືກ​ສົ່ງ​ໄປ​ຮອດ​ນະ​ຄອນ​ຊຽງ​ໄຮ້​ຢ່າງ​ລັບໆ, ທ່ານ​ເຫັນ​ວ່າ​ ມີ​ພຽງ​ແຕ່​ໂຄ່ນ​ລົ້ມການ​ປົກ​ຄອງ​ປະ​ຕິ​ການ​ໂດຍ​ຜ່ານ​ການ​ປະ​ຕິ​ວັດ ​ຈຶ່ງ​ສາ​ມາດກອບ​ກູ້​ປະ​ເທດ​ຊາດ​ໄດ້, ແລ້ວ​ກໍ​ສ້າງ​ຕັ້ງ​ໜ່ວຍ​ງານ​ລັດ​ທິ​ຄອມ​ມູ​ນິດ ແລະ ​ກະ​ກຽ​ມ​ຈັດ​ກອງ​ປະ​ຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ. ​ປີ 1921, ຍ້ອນ​ວ່າ​ຖືກອົງ​ການ​ຕຳ​ຫລວດ​ຂອງ​ການ​ປົກ​ຄອງ​ປະ​ຕິ​ການ​ສືບ​ສວນ ແລະ​ ທຳ​ລາຍ, ມື້ສຸດທ້າຍຂອງກອງ​ປະ​ຊຸມ​ຄັ້ງ​ນີ້​ຈຳ​ເປັນ​ຕ້ອງ​ຍົກ​ຍ້າຍ​ໄປ​ຈັດຕໍ່​ຢູ່​ເທິງ​ເຮືອທ່ອງທ່ຽວ​ຂອງ​ແຂວງ​ເຈີ້​ຈ່ຽງ. ທ່ານ​ເໝົາ​ເຈີ​ຕຸ່ງ ແລະຜູ້​ແທນ​ທ່ານ​ອື່ນໆ​ ໄດ້​ຮັບ​ຮອງ​ເອົາ “ໂຄງ​ການ​ພັກ​ກອມ​ມູ​ນິດ​ຈີນ”, ທັງ​ໄດ້​ເລືອກ​ຕັ້ງ​ອົງ​ການ​ການ​ນຳ​ສູນ​ກາງ, ເຊິ່ງ​ໄດ້​ປະ​ກາ​ດວ່າ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ. ນັບ​ແຕ່​ນັ້ນ​ມາ, ພັກ​ກອມ​ມູ​ນິດ​ຈີນ​ທີ່​ຍິ່ງ​ໃຫຍ່​ໄດ້​ເລີ່ມ​ການ​ເດີນ​ທາງ​ຈາກ​ເຮືອ​ທ່ອງທ່ຽວສີແດງລຳ​ນີ້, ໂດຍ​ຜ່ານ​ການ​ຄົ້ນ​ຄວ້າ​ສຶກ​ສາ​ຢ່າງ​ຫຍຸ້ງ​ຍາກ​ລຳ​ບາກ, ແລ້ວນຳ​ພາ​ປະ​ຊາ​ຊົນ​ຈີນ​ກ້າວ​ໄປ​ໜ້າ​ຢ່າງ​ອົງ​ອາດ​ກ້າ​ຫານ, ແລະ ກ້າວ​ເຂົ້າ​ສູ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.

ຄຳ​ເຫັນ

0