吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ ຈູ່​ຢ້າ​ເຟີ່ງ ຕຳ​ຫລວດ​ຂອງສູນບຳບັດຜູ້ຕິດຢາ​ເສບ​ຕິດ

2021-06-28 16:52:35 cri

 
ເຖິງ​ວ່າ​ຂ້າ​ພະ​ເຈົ້າ​ບໍ່​ແມ່ນ​ທ່ານ​ໝໍ​ກໍ​ຕາມ, ແຕ່​ກໍ​ຜະ​ເຊີນ​ກັບ​ຄວາມ​ເຈັບ​ເປັນ ແລະ​ການເສ​ຍ​ຊີ​ວິດ​ເຊັ່ນ​ກັນ.
 
​​ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ຢູ່ສູນບຳບັດຜູ້ຕິດ​ຢາ​ເສບ​ຕິດ​ທີ່ຂຶ້ນກັບໜ່ວຍງານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ນະ​ຄອນ​ຄຸນ​ມີງ​ແຂວງ​ຢູນ​ນານ,  ໄລ​ຍະທີ່​ຮັບ​ຜູ້​ເສບ​ຢາ​ເສບ​ຕິດ​ທີ່​ເຈັບ​ເປັນ ແລະ​ພິ​ການ​ຈຳ​ນວນ​ຫລາຍ​ທີ່​ສຸດແມ່ນ 1600-1800 ຄົນ. 
 
ເຂົາ​ເຈົ້າ​ຫລົງ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ຜິ​ດ​ພາດ, ຕິດ​ພະ​ຍາດ. ເພື່ອ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ໄດ້​ດີກວ່າ​ເກົ່າ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຄວາມ​ຮູ້​ດ້ານ​ການ​ແພດ​ໂດຍ​ຜ່ານ​ຊຸດ​​ອົບ​ຮົມ.
 
ຄົນ​ຜູ້​ນີ້ເປັນ​ພະ​ຍາດ​ປອດ​ແຫ້ງ​ທີ່​ໜັກ​ໜ່ວງ, ໃນ​ເວ​ລາ​ທີ່​ລາວ​ເກີດ​ມີ​ອາ​ການ, ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຄິດ​ຫຍັງ​ຫລາຍ,ຄຶດ​ພຽງ​ແຕ່ກອບ​ກູ້​ຊີ​ວິດ.
 
ພາຍ​ຫລັງ​ສຳ​ເລັດ​ການ​ກອບ​ກູ້​ແລ້ວ, ຂ້າ​ພ​ະ​ເຈົ້າ​ໄດ້​ກັກ​ບໍ​ລິ​ເວນ​ໃນ​ຫ້ອງ, ຈຶ່ງ​ຮູ້​ສຶກວ່າ​ເປັນຕາຢ້ານແທ້. ເພາະ​ວ່າຂ້າ​ພະ​ເຈົ້າ​ມີ​ລູກ​ສອງ​ຄົນ, ລູກ​ສາວ​ຫລ້າ​ພຽງ​ແຕ່​ອາ​ຍຸ 2 ປີ
 
ຂ້າ​ພະ​ເຈົ້າ​ເປັນ​ຫ່ວງວ່າ​ຕົນ​ເອງ​ຈະຕິດ​ເຊື້ອ​ພະ​ຍາດ, ຂ້າ​ພະ​ເຈົ້າ​ອົດ​ຄຶດ​ບໍ່​ໄດ້​ວ່າ, ຖ້າ​ວ່າ​ຕົນ​ເອງ​ຕິດ​ເຊື້ອ​ພະ​ຍາດ​ແທ້ໆ, ຈະ​ບໍ່​ໄປ​ພົບ​ກັບ​ລູກ​ແນ່ນອນ, ເຂົາ​ເຈົ້າ​ອາ​ຍຸ​ຍັງ​ນ້ອຍ, ອະ​ນາ​ຄົດ​ອີກ​ຍາວ​ໄກ. 
 
ຜູ້ຕິດ​ຢາ​ເສບ​ຕິດ​ແຕ່​ລະ​ຄົນ​ກໍ​ແມ່ນ​ສະ​ມາ​ຊິກ​ທີ່​ຂາດ​ບໍ່​ໄດ້, ຂອງ​ຄອບ​ຄົວ​ໃດ​ໜຶ່ງ, ຄອບ​ຄົວ​ລໍ​ຄອຍ​ເຂົາ​ເຈົ້າ​ເຊົາສູບຢາ​ເສບ​ຕິດ, ຫຼຸດພົ້ນອອກຈາກຄວາມ​ເຈັບ​ເປັນ, ກັບ​ບ້ານ​ຢ່າງ​ປອດ​ໄພ.
 
ສຳ​ລັບ​ການເຊົາສູບ​ຢາ​ເສບ​ຕິດ​ແລ້ວ ເລື່ອງຍາກ​ທີ່​ສຸດ​ແມ່ນ​ຢູ່​ທີ່​ຈິດ​ໃຈ, ການຊ່ວຍເຫຼືອ​ດ້ານ​ຈິດ​ໃຈ​ຕໍ່ກັບ​ເຂົາ​ເຈົ້​າ​ກໍແມ່ນ​​ວຽກໜຶ່ງ​ຂອງ​ພວກ​ຂ້າ​ພະ​ເຈົ້າ. 
 
ຮອຍ​ຍິ້ມ​ເປັນ​ພະ​ລັງ​ແຮງ, ບໍ່​ມີ​ຜູ້​ໃດ​ບໍ່​ຢາກ​ໄດ້​ຄວາມ​ຮັກ​ແພງ​​ຈາກຍາດ​ພີ່​ນ້ອງ ແລະ​ໝູ່​ເພື່ອນ, ບໍ່​ມີ​ຜູ້​ໃດ​ບໍ່​ຢາກ​ໄດ້​ຄວາມ​ອົບ​ອຸ່ນ​ຈາກ​ຄອບ​ຄົວ. 
 
ຂ້າ​ພ​ເຈົ້າ​ໂຊກ​ດີ​ຫລາຍທີ່ກອບ​ກູ້​ຊີ​ວິດ​ຂອງ​ຜູ້​ຖືກບັງຄັບໃຫ້ເຊົາສູບຢາເສບຕິດ​ເປັນ​ຫລາຍ​ຄັ້ງ, ແຕ່​ບໍ່​ໄດ້​ຕິດ​ເຊື້ອ​ພະ​ຍາດ, ສາ​ມາດ​ເຕົ້າ​ໂຮມ​ກັບ​ຄອບ​ຄົວໄດ້. ຂ້າ​ພະ​ເຈົ້າ​ຮັກ​ຄອບ​ຄົວ, ກໍ​ຮັກ​ວຽກຂອງຕົນ​ເຊັ່ນ​ກັນ. 
 
ພ​ະ​ຍາ​ຍາມ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ, ເຮັດ​ໃຫ້​ຜູ້​ເສບ​ຢາ​ເສບ​ຕິດ​ປັບ​ຊີ​ວິດ​ໄປ​ຕາມ​ທາງ​ທີ່​ຖືກ​ຕ້ອງ. 

ຄຳ​ເຫັນ

0