尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພັກ​ກອມ​ມູ​ນິດ​ຈີນ​​ໄດ້​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່ໃນ​ດ້ານ​ສິດ​ທິ​ມະ​ນຸດ​ດ້ວຍ​ພຶດ​ຕິ​ກຳ​ຕົວ​ຈິງໃນ 100 ປີ​ຜ່ານ​ມາ

2021-06-29 17:08:31 cri

ພັກ​ກອມ​ມູ​ນິດ​ຈີນ​​ໄດ້​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່ໃນ​ດ້ານ​ສິດ​ທິ​ມະ​ນຸດ​ດ້ວຍ​ພຶດ​ຕິ​ກຳ​ຕົວ​ຈິງໃນ 100 ປີ​ຜ່ານ​ມາ_fororder_8435e5dde71190ef4963e758c51b9d16fcfa6098

      ວັນ​ທີ 24 ມິ​ຖຸ​ນາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່​ປື້ມ​ປົກ​ຂາວ “ພຶດ​ຕິ​ກຳ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ເຄົາ​ລົບ​ແລະ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ”,​ໃນ​ເວ​ລາ​ທີ່​ທົບ​ທວນ​ຄືນ​ປະ​ຫວັດ​ສາດ​ການ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ໃນ 100 ປີ​ຜ່ານ​ມາ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ທີ່​ເຂັ້ມ​ແຂງ​ແລະ​ຄວາມ​ໝັ້ນ​ໃຈ​ທີ່​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ແລະການ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ຢ່າງ​ອຸ​ດົມ​ສົມ​ບູນ​ດ້ວຍ​ຄວາມ​ເປັນ​ຈິງ​ທີ່​ລະ​ອຽດ.
 

      ເລີ່ມ​ແຕ່​ປີ 1840 ​ເປັນ​ຕົ້ນ​ມາ, ​ປະ​ເທດຈັກ​ກະ​ພັດນິ​ຍົມ​ໄດ້​ເຊັນ​ສັນ​ຍາ​ບໍ່​ສະ​ເໝີ​ພາບ​​ນັບ​ເປັນຮ້ອຍ​ສະ​ບັບ​ກັບ​ລັດ​ຖະ​ບານ​ຈີນ​ດ້ວຍ​ການ​ກໍ່​ສົງ​ຄາມ​ຮຸກ​ຮານ​ຈີນ​ຫຼາຍ​ຄັ້ງ​ແລະດ້ວຍ​ຫຼາຍ​ວິ​ທີ, ພາຍ​ໃຕ້​ການ​ກົດ​ຂີ່​ຂູດ​ຮີດ​ຈາກຈັກ​ກະ​ພັດ​ນິ​ຍົມ,ລັດ​ທິ​ສັກ​ດີ​ນາ,ລັດ​ທິ​ນາຍ​ທຶນ​ອາ​ຍາ​ສິດ​ທີ່​ເອີ້ນ​ວ່າ “ພູ​ໃຫຍ່​ສາມ​ໜ່ວຍ”,ຕາມ​ການ​ປະ​ເມີນ, ໃນ​ເວ​ລາ​ນັ້ນ, ຢູ່​ທົ່ວ​ປະ​ເທດ​ຈີນ​ໄດ້​ມີ​ປະ​ຊາ​ຊົນ 80% ຕົກຢູ່​ໃນ​ສະ​ພາບ​ຄວາມ​ອຶດ​ຫີວ​ແລະ​ເຄິ່ງ​ອຶດ​ຫີວ​ເປັນ​​ເວ​ລາ​ດົນ​ນານ, ​ແຕ່​ລະ​ປີ​ລ້ວນ​ແຕ່​ຈະ​ມີ​​ຄົນຫຼາຍ​ໝື່ນ​​ຫຼາຍ​ແສນ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ຄວາມ​ອຶດ​ຫີວ, ສິດດຳ​ລົງ​ຄົງ​ຕົວ​ຂັ້ນ​ພື້ນ​ຖານທີ່​ສຸດ​ຂອງ​ປະ​ຊາ​ຊົນ​ຈີນ​ລ້ວນ​ແຕ່​ບໍ່​ສາ​ມາດຮັບ​ປະ​ກັນ​ໄດ້. ພາຍ​ຫຼັງ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ແລ້ວ, ​ພັກ​ກອມ​ມູ​ນິດ​ຈີນໄດ້​ສາ​ມັກ​ຄີ​ແລະ​ນຳ​ພາ​ປະ​ຊາ​ຊົນ​ຈີນ​ໂຄ່ນ​ລົ້ມ “ພູ​ໃຫຍ່ 3 ໜ່ວຍ”​ດັ່ງ​ກ່າວ, ແລະ​ໄດ້​ວາງ​​ຂໍ້​ກຳ​ນົດ​ດ້ານ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຕ່າງໆ. ປະ​ຊາ​ຊົນ​ຈີນ​ໄດ້​ກາຍ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ​ໃນ​ທາງ​ການ​ເມືອງ,ໃນ​ດ້ານ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ຈັດ​ສັນ​ທີ່​ດິນ,​ໄດ້​ມີ​ສິດ​ດຳ​ລົງ​ຄົງ​ຕົວ​ຢ່າງ​ແທ້​ຈິງ.
 

      ໃນ​ໄລ​ຍະ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ການ​ສ້າງ​ສາ​ສັງ​ຄົມ​ນິ​ຍົມທີ່​ທັນ​ສະ​ໄໝ, ຈີນ​ໄດ້​ສືບ​ຕໍ່​ປົກ​ປ້ອງ​ສິດ​ດຳ​ລົງ​ຄົງ​ຕົວ,ສິດ​ພັດ​ທະ​ນາ​ແລະ​ຖື​ເປັນ​ສິດ​ຂັ້ນ​ພື້ນ​ຖານ​ທີ່​ສຳ​ຄັນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,​ສືບ​ຕໍ່ຍຶດ​ໝັ້ນ​ການ​ຖືເອົາ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ມີ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ເປັນ​ສິດ​ທິ​ມະ​ນຸດ​ທີ່​ສຳ​ຄັນ​ທີ່​ສຸດ.​ນັບ​ແຕ່​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ເວ​ລາ​ຫຼາຍ​ສິບ​ປີ​ມາ​ນີ້, ເສດ​ຖະ​ກິດ​ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນ, ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​ກໍ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ນອກ​ຈາກ​ນີ້, ຈີນ​ຍັງ​​ສາ​ມາດ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ເດັດ​ຖານ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ,​ປະ​ຊາ​ຊົນ​ມີຄວາມ​ຮູ້​ສຶກ​​ວ່າປອດ​ໄພ​,​ມີຄວາມ​ຮູ້​ສຶກ​​ວ່າ​ມີຄວາມ​ຜາ​ສຸກ,​ແລະ​ມີຄວາມ​ຮູ້​ສຶກ​ວ່າ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​, ສິດ​ດຳ​ລົງ​ຄົງ​ຕົວແລະ​ສິດພັດ​ທະ​ນາ​ຂອງ​ປະ​ຊາ​ຊົນ​​ຈີນໄດ້​​ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ໃຫຍ່​ຫຼວງ. ຈີນ​ໄດ້​ປະ​ສານ​ສົມ​ທົບ​ຫຼັກ​ການທົ່ວ​ໄປ​ໃນ​ດ້ານສິດ​ທິ​ມະ​ນຸດ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ຈີນ, ເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນຢ່າງ​ສຳ​ເລັດ​ຜົນ.
 

ພັກ​ກອມ​ມູ​ນິດ​ຈີນ​​ໄດ້​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່ໃນ​ດ້ານ​ສິດ​ທິ​ມະ​ນຸດ​ດ້ວຍ​ພຶດ​ຕິ​ກຳ​ຕົວ​ຈິງໃນ 100 ປີ​ຜ່ານ​ມາ_fororder_src=http___video.image.ssreader.cn_images_ztnew_xltm2012186-1&refer=http___video.image.ssreader

      ໃນ​ເວ​ລາ​ທີ່​ຍຶດ​ໝັ້ນການ​ສະ​ແຫວງ​ຫາ​ເສ​ລີ​ພາບ​ແລະ​ຄວາມ​ຜາ​ສຸກ​ໃຫ້​​ກັບ​ປະ​ຊາ​ຊົນ​ຈີນ, ພັກ​ກອມ​ມູ​ນິດ​ຈີນ​ຍັງ​ໄດ້​ສຸມ​ໃສ່​​ພາ​ລະ​ກິດ​ຄວາມ​ກ້າວ​ໜ້າ​ແລະ​ສັນ​ຕິ​ພາບ​ໂລກ​ອີກ​ດ້ວຍ,ເພື່ອ​ສະ​ແຫວງ​ຫາ​ສັນ​ຕິ​ພາບ​ແລະ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ສັງ​ຄົມ​ມະ​ນຸດ.
 

      ພາ​ຍ​ຫຼັງ​​ທີ່​ຈີນ​ສາ​ມາດ​ຟື້ນ​ຟູ​ທີ່​ນັ່ງ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ປີ 1971 ແລ້ວ, ຈີນ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ກົນ​ໄກ​ສິດ​ທິ​ມະ​ນຸດ​ສາ​ກົນ,ໄດ້​ອະ​ນຸ​ມັດຫຼື​ເຂົ້າ​ຮ່ວມ​ສັນ​ຍາ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ​ສາ​ກົນ 26 ສະ​ບັບ​ຕາມ​​ລຳ​ດັບ,ໃນ​ນັ້ນ​ລວມ​ທັງ​​ສົນ​ທິສັນ​ຍາ​ຕົ້ນ​ຕໍ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ 6 ສະ​ບັບ; ພ້ອມ​ທັງ​ໄດ້​ເຂົ້າ​ຮ່ວມ​ການ​ສ້າງ “​ສົນ​ທິສັນ​ຍາ​ວ່າ​ດ້ວຍ​ສິດ​ທິ​ເດັກ​ນ້ອຍ” “ຖ​ະ​ແຫຼງ​ການ​ວ່າ​ດ້ວຍສິດ​ແຫ່ງ​ການ​ພັດ​ທະ​ນາ”ແລະ​ບັນ​ທັດ​ຖານ​ສິດ​ທິ​ມະ​ນຸດ​ອື່ນໆ ເຊິ່ງໄດ້​ຊຸກ​ຍູ້​ສິດ​ທິ​ມະ​ນຸດ​ໃນ​ສາ​ກົນ​ໃຫ້​ພັດ​ທະ​ນາ​ໄປ​ຕາມ​ທິດ​ທາງ​ທີ່​ເປັນ​ທຳ,ສົມ​ເຫດ​ສົມ​ຜົນ​ແລະ​ກວມ​ລວມ​ຫຼາຍກວ່າ​ເກົ່າ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ.
 

      ວຽກ​ງານ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ແລະ​​ມີ​ຄວາມກ້າວ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະ​ໄດ້​ຮັບ​ການຍອມ​ຮັບ​ຈາກ​ຫຼາຍ​ປະ​ເທດ​ໃນ​ໂລກ. ໃນ​ກອງ​ປະ​ຊຸມ​​ສະ​ພາ​​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 47 ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆມາ​ນີ້, ໃນ​ເວ​ລາ​ທີ່​ບາງ​ປະ​ເທດ​ຕາ​ເວັນ​ຕົກ​ມີ​ຄວາມ​ລະ​ແວງ​ສົງ​ໄສ​ຈີນ​ດ້ວຍ​ທັດ​ສະ​ນະ​ສິດ​ທິ​ມະ​ນຸດແບບ​​ລັດ​ທິ​ເສ​ລີ​ນິ​ຍົມທີ່​ຄັບ​ແຄບ​ຂອງ​ຕົນ, ​ກໍມີ 66 ປະ​ເທດ​ໄດ້​ລົງ​ນາມ​ຮ່ວມ​ເພື່ອ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ສິດ​ທິ​ມະ​ນຸດ​ຂອງ​ຈີນ,ຄັດ​ຄ້ານ​ເຈດ​ຕະ​ນາ​​ໃດໆ​ທີ່​ຢາກ​ຫັນ​ວຽກ​ງານ​​ຂອງສະ​ພາ​​ສິດ​ທິ​ມະ​ນຸດ​ເປັນບັນ​ຫາການ​ເມືອງ​,ພ້ອມ​ທັງ​ໄດ້​ເຕືອນ​ໃຫ້​ປະ​ເທດ​ແລະ​ອົງ​ການ​ຫຼາຍ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ທ່າ​ທີ​ທີ່​ເປັນ​ທຳ​ໃນ​ເວ​ລາ​ປະ​ເມີນ​ສະ​ພາບ​ສິດ​ທິ​ມະ​ນຸດ​ຂອງ​ປະ​ເທດ​ຕ່າງໆ.
 

      ຖ້າ​ບໍ່​ມີ​ພັກ​ກອມ​ມູ​ນິດ​ຈີນ,​ປະ​ເທດ​ຈີນກໍ່​ບໍ່​ມີ​ຜົນ​ງານ​ດ້າ​ນ​ວຽກ​ງານ​ສິດ​ທິ​ມະ​ນຸດ​​ຄື​ໃນ​ປັດ​ຈຸ​ບັນນີ້, ເມື່ອ​ຈ້ອງ​ເບິ່ງ​ອະ​ນາ​ຄົດ, ການ​ພັດ​ທະ​ນາວຽກ​ງານ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ພຽ​ງ​ແຕ່​ເປັນ​ການ​ພັດ​ທະ​ນາໃນ​ໄລ​ຍະ​ໃດ​ໜຶ່ງ​ເທົ່າ​ນັ້ນ. ເຊື່ອ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ຈະ​ສາ​ມາດ​ຍົກ​ລະ​ດັບ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ໄດ້​ຢ່າງ​ແນ່ນອນ,​ແລະຈະ​ມີ​ຜົນ​ງານ​ໃໝ່​ໃຫຍ່​ຫຼວງກວ່າ​ເກົ່າ.

ຄຳ​ເຫັນ

0