尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນຈຳ​ນວນຜູ້​ທີ່​ໄດ້​ຮັບ​ຫຼຽນ​ໄຊ 1 ກໍ​ລະ​ກົດຈຳ​ນວນ​ທຳ​ອິດ​ມີ​ 4 ທ່ານ​ເປັນ​ຜູ້​​ອາ​ວຸ​ໂສທີ່​ມີ​ອາ​ຍຸ​ຫຼາຍກວ່າ 100 ປີ

2021-06-29 16:28:25 cri

ໃນຈຳ​ນວນຜູ້​ທີ່​ໄດ້​ຮັບ​ຫຼຽນ​ໄຊ 1 ກໍ​ລະ​ກົດຈຳ​ນວນ​ທຳ​ອິດ​ມີ​ 4 ທ່ານ​ເປັນ​ຜູ້​​ອາ​ວຸ​ໂສທີ່​ມີ​ອາ​ຍຸ​ຫຼາຍກວ່າ 100 ປີ_fororder_微信图片_20210629162547

    ​ທ່ານ ​ລູ້ຢວນ​ຈີວ ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ເດືອນ​ທັນ​ວາ​ປີ 1982, ​ທ່ານເປັນ​ຄົນ​ໄຫຼ​ອ່ານ​ແຂວງ​ອ່ານ​ຮຸ່ຍ,​ເປັນທີ່​ປຶກ​ສາ​ຄະ​ນະ​ກຳ​ມະ​ການ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ການ​ບິນ​ອາ​ວະ​ກາດ​ຈີນ​ຈຳ​ກັດ, ​ທັງ​ເປັນ​ບັນ​ດິດ​ຂອງ​​ສະ​ພາບັນ​ດິດ​ວິ​ທະ​ຍາ​ສາດ​ຈີນ, ບັນ​ດິດ​ຂອງ​​ສະ​ພາ​ບັນ​ດິ​ດວິ​ສະ​ວະ​ກຳ​ຈີນ.

ໃນຈຳ​ນວນຜູ້​ທີ່​ໄດ້​ຮັບ​ຫຼຽນ​ໄຊ 1 ກໍ​ລະ​ກົດຈຳ​ນວນ​ທຳ​ອິດ​ມີ​ 4 ທ່ານ​ເປັນ​ຜູ້​​ອາ​ວຸ​ໂສທີ່​ມີ​ອາ​ຍຸ​ຫຼາຍກວ່າ 100 ປີ_fororder_微信图片_20210629162547

      ທ່ານ ໂກ່​ຣຸ້ຍ​ສຽງ, ​ເພດຊາຍ, ເກີດ​ເມື່ອ​ເດືອນ​ທັນ​ວາ​ປີ 1920(ປີ​ນີ້​ອາ​ຍຸ​ໄດ້ 101 ປີ), ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ໃນ​ເດືອນ​ມີ​ນາ​ປີ 1937, ເປັນ​ຄົນ​ເມືອງ​ເວີ້ຍ​ຊ້ຽນ​ແຂວງ​ເຫີ​ເປີຍ, ​ເປັນ​ອະ​ດີດ​ຮອງ​ຫົວ​ໜ້າການ​ເມືອງ​ຂອງ​ເຂດ​ທະ​ຫານ​ຍ່ອຍ​ຕູ່​ຢຸນແຂວງ​ກຸ້ຍ​ໂຈ່ວ, ແມ່ນ​ນັກ​ຮົບ​ກອງ​ທັບແດງ​ທີ່​ຍຶດ​ໝັ້ນ​ອຸ​ດົມ​ການ​ແຕ່​ຫົວ​ທີຂອງ​ຕົນ​ຢ່າງ​​ໝັ້ນ​ໜຽວ​ບໍ່​ປ່ຽ​ນ​ແປງ.

ໃນຈຳ​ນວນຜູ້​ທີ່​ໄດ້​ຮັບ​ຫຼຽນ​ໄຊ 1 ກໍ​ລະ​ກົດຈຳ​ນວນ​ທຳ​ອິດ​ມີ​ 4 ທ່ານ​ເປັນ​ຜູ້​​ອາ​ວຸ​ໂສທີ່​ມີ​ອາ​ຍຸ​ຫຼາຍກວ່າ 100 ປີ_fororder_微信图片_202106291625472

      ທ່ານ ຊິ່ນ​ຢີ້ວ​​ຫຼິງ, ​ເພດຊາຍ, ເຜົ່າ​ຮັ້ນ, ເກີດ​ເມື່ອ​ເດືອ​ນ​ກຸມ​ພາ​ປີ 1921(ປີ​ນີ້​ອາ​ຍຸ​ໄດ້ 100 ປີ), ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ໃນ​ເດືອນ​ກໍ​ລະ​ກົດ​ປີ 1939, ເປັນ​ຄົນ​ເມືອງ​ກ່າວ​ຢາງ​ແຂວງ​ເຫີ​ເປີຍ, ​ເປັນອະ​ດີດ​ອະ​ທິ​ການ​ບໍ​ດີ​ໂຮງ​ໝໍ​ມິດ​ຕະ​ພາບ​ຈີນ-ຍີ່​ປຸ່ນ,ຜູ້​ບຸກ​ເບີກ​ແລະ​ຜູ້​ກໍ່​ຕັ້ງ​ພາ​ລະ​ກິດ​ສັນ​ຍະ​ກຳ​ຊວງ​ເອິກຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ.

ໃນຈຳ​ນວນຜູ້​ທີ່​ໄດ້​ຮັບ​ຫຼຽນ​ໄຊ 1 ກໍ​ລະ​ກົດຈຳ​ນວນ​ທຳ​ອິດ​ມີ​ 4 ທ່ານ​ເປັນ​ຜູ້​​ອາ​ວຸ​ໂສທີ່​ມີ​ອາ​ຍຸ​ຫຼາຍກວ່າ 100 ປີ_fororder_微信图片_202106291625471

      ທ່ານ​ ໄຈ​ຕູ​ຢີ່, ​ເພດຍິງ, ເຜົ່າ​ຮັ້ນ, ​ເກີດ​ເມື່ອ​ເດືອນ​ພະ​ຈິກ​ປີ 1921(ປີ​ນີ້​ອາ​ຍຸ​ໄດ້ 100 ປີ), ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ໃນ​ເດືອນ​ສິງ​ຫາ​ປີ 1946, ເປັນ​ຄົນ​ເມືອງ​ຊ່ຽວ​ຊ່ານ​ແຂວງ​ເຈີ້​ຈ່ຽງ, ​​ເປັນອະ​ດີດພະ​ນັກ​ງານ​ໃນ​ພະ​ແນກ​ບັນ​ນາທິ​ການ​ຂ່າວ​​ຕ່າງ​ປະ​ເທດ​ຂອງ​ສຳ​ນັກ​ຂ່າວ​ສານ​ຊີນ​ຮ​ວາ, ​ເປັນ​ລູກ​ຫຼານຂອງ​ຜູ້​ເສຍ​ສະ​ຫຼະ​ເພື່ອ​ການ​ປະ​ຕິ​ວັດ​ທີ່​ສືບ​ທອດ​ຈິດ​ໃຈ​​ປະ​ຕິ​ວັດຂອງ​ພັກ.

ຄຳ​ເຫັນ

0