刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳ​ປາ​ໃສ​ສຳ​ຄັນ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ:“ມີ​ຜູ້​ຄົນ​ທີ່​ຍິນ​ດີ​ເສຍ​ສະຫຼະ​ເພື່​ອ​ອຸ​ດົມ​ການ​ສູງ​ສົ່ງຫຼາຍ​ປານ​ນີ້ ຈຶ່ງ​ສາ​ມາດ​ປ່ຽນ​ແປງ​ໂລກ​ເກົ່າ​ໃຫ້​ເປັນ​ໂລກ​ໃໝ່​ອ່ຽມ”

2021-07-01 17:54:22 CRI

ວັນ​ທີ 1 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ​ວ່າ: ໃນ​ໄລ​ຍະ 100 ປີ​ທີ່​ຜ່ານ​ມາ, ເສັ້ນ​ທາງ​ອັນ​ຍິ່ງ​ໃຫຍ່​ທີ່ໄດ້​ບຸກ​ເບີກ​ໄວ້ ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ທີ່​ໄດ້​​ສ້າງ​ຂຶ້ນ, ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ທີ່​ຍາດ​ມາ​ໄດ້ຂອງ​ພັກ​ກອມ​ມູ​ນິດ​ຈີນ, ຈະຖືກ​ບັນ​ທຶກ​​ໄວ້​ໃນ​ປະ​ຫວັດ​ສາດ​​ແຫ່ງການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຊາດ​ຈີນ ກໍ​ຄື​ປະ​ຫວັດ​ສາດ​ການ​ພັດ​ທະ​ນາ​ຂອງ​ອະ​ລິ​ຍະ​ທຳ​ມະ​ນຸດ​ຢ່າງ​ແນ່ນອນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ເມື່ອ​ພັກ​ກອມ​ມູນິດຈີນ​ໄດ້​ກຳ​ເນີ​ດ​ເກີດ​ຂຶ້ນ​ກໍ​ໄດ້​ຖື​ເອົາ​ການ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ປະຊາຊົນ​ຈີນ ​ແລະ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ​ເປັນ​ອຸດົມ​ການ​ແຕ່​ຫົວທີ ​ແລະ​ພາລະ​ກຳ​ຂອງ​ຕົນ. ​ໃນ​ໄລຍະ 100 ປີຜ່ານມາ, ພັກ​ກອມ​ມູນິດ​ຈີນ​ໄດ້​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ນຳພາ​ປຊາຊົນ​ຈີນ​ດຳ​ເນີນ​ການ​ຕໍ່ສູ້, ​ເສຍສະຫຼະ ​ແລະ​ປະດິດ​ສ້າງ​, ທັງ​ໝົດ​ນັ້ນ​ກໍ​ເພື່ອ​ບັນລຸ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ. ໃນໄລ​ຍະ 100 ປີ​ທີ່​ຜ່ານ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​​ເຕົ້າ​ໂຮມສາ​ມັກ​ຄີ ແລະ ນຳ​ພາ​ປະ​ຊາ​ຊົນ​ຈີນ​ດ້ວຍ​ຄວາມ​ອົງ​ອາດ​ກ້າ​ຫານ​ແບບ “ມີ​ຜູ້​ຄົນ​ທີ່​ຍິນ​ດີ​ເສຍ​ສະຫຼະ​ເພື່​ອ​ອຸ​ດົມ​ການ​ສູງ​ສົ່ງຫຼາຍ​ປານ​ນີ້ ຈຶ່ງ​ສາ​ມາດ​ປ່ຽນ​ແປງ​ໂລກ​ເກົ່າ​ໃຫ້​ເປັນ​ໂລກ​ໃໝ່​ອ່ຽມ”, ​ໄດ້ຂຽນ​ປະ​ຫວັດ​ສາດໜ້າ​ໃໝ່​ທີ່​ສະ​ຫງ່າ​ຜ່າ​ເຜີຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດຫຼາຍ​ພັນ​ປີ​ຂອງ​ປະ​ຊາ​ຊົນ​ຈີນ. ​ໃນ​ໄລ​ຍະ 100 ປີ​ທີ່​ຜ່ານ​ມາ, ເສັ້ນ​ທາງ​ອັນ​ຍິ່ງ​ໃຫຍ່​ທີ່ໄດ້​ບຸກ​ເບີກ​ໄວ້ ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ທີ່​ໄດ້​​ສ້າງ​ຂຶ້ນ, ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ທີ່​ຍາດ​ມາ​ໄດ້, ຈະຖືກ​ບັນ​ທຶກ​​ໄວ້​ໃນ​ປະ​ຫວັດ​ສາດ​​ແຫ່ງການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຊາດ​ຈີນ ກໍ​ຄື​ປະ​ຫວັດ​ສາດ​ການ​ພັດ​ທະ​ນາ​ຂອງ​ອະ​ລິ​ຍະ​ທຳ​ມະ​ນຸດ​ຢ່າງ​ແນ່ນອນ.

 

 

ຄຳ​ເຫັນ

0