何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່​າ: ຈີນ​ຈະ​ບໍ່​ຍອມ​ຮັບໃຫ້​ໃຜ​ມາ​ເປັນ​ປະ​ລະ​ມາ​ຈານ​ຊີ້​ໄມ້​ຊີ້​ມື​ແບບ​ບັງ​ຄັບ​ຢ່າງ​ເດັດ​ຂາດ

2021-07-01 09:55:01 CRI

ວັນ​ທີ 1 ກໍ​ລະ​ກົດ​ນີ້, ໃນ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ພັກ​ກອມ​ມູ​ນິດ​ຈີນ ແລະ ປະ​ຊາ​ຊົນ​ຈີນ​ຕັ້ງ​ໜ້າ​ຮ່ຳ​ຮຽນ ແລະ ຖອ​ດ​ຖອນ​ບົດ​ຮຽນ​​ຜົນສຳ​ເລັດ​ທີ່​ດີ​ທຸກ​ຢ່າງ​ຂອງ​ມະ​ນຸດ, ຍິນ​ດີ​​ຮັບ​ຟັງຂໍ້​ສະ​ເໜີ​ທີ່​ມີ​ຜົນ​ດີ ແລະ ຄຳ​ຕຳ​ໜິ​ຕິ​ຊົມ​ທີ່​ມີ​ເຈດ​ຕະ​ນາ​ດີ​ທຸກ​ຢ່າງ, ແຕ່​ຈະ​ບໍ່​ຍອມ​ຮັບໃຫ້​ໃຜ​ມາ​ເປັນ​ປະ​ລະ​ມາ​ຈານ​ຊີ້​ໄມ້​ຊີ້​ມື​ແບບ​ບັງ​ຄັບ​ຢ່າງ​ເດັດ​ຂາດ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ແມ່ນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ເພື່ອ​ບັນ​ລຸ​ເປົ້າ​ໝາຍການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ພັກ​ກອມ​ມູ​ນິດ​ຈີນ ແລະ​ປະ​ຊາ​ຊົນ​ຈີນ​ຈະ​ກ້າວ​ເດີນ​ຕໍ່​ໄປ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ​ຕາມ​ເສັ້ນ​ທາງ​ທີ່​ຕົນ​ເອງ​ເລືອກ​ເຟັ້ນ, ກຳ​ແໜ້ນ​ຊາດ​ຕາ​ກຳ​ແຫ່ງ​ການ​ພັດ​ທະ​ນາ ແລະ ​ຄວາມກ້າວ​ໜ້າ​ຂອງ​ປະ​ເທດ​ຈີນ​ໄວ້​ໃນ​ກຳ​ມື​ຂອງ​ຕົນ. ລັດ​ທິ​ມາກ​ແມ່ນ​ແນວ​ຄິດ​ຊີ້​ນຳ​ພື້ນ​ຖານ​ແ​ຫ່ງ​ການ​ສ້າງ​ຕັ້ງ​ພັກ ແລະ ປະ​ເທດ, ຕ້ອງ​ຊຸກ​ຍູ້​ໃຫ້​ລັດ​ທິ​ມາກ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຈີນ ແລະ​ຍຸກ​ສະ​ໄໝ.

ຄຳ​ເຫັນ

0