尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອະ​ນາ​ຄົດ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ຄວນໃຫ້ຄົນ​ອັ​ຟ​ກາ​ນີ​ສະ​ຖານ​ຕັດ​ສິນ​ໃຈ​ເອງ

2021-07-01 18:44:23 cri

ອະ​ນາ​ຄົດ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ຄວນໃຫ້ຄົນ​ອັ​ຟ​ກາ​ນີ​ສະ​ຖານ​ຕັດ​ສິນ​ໃຈ​ເອງ_fororder_微信图片_20210701184235

      ວັນ​ທີ 25 ມິ​ຖຸ​ນາ​ຜ່ານ​ມາ​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ພົບ​ປະ​ກັບ​ທ່ານ ​ອາ​ສ​ຣັ​ຟ ກາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນີ​ສະ​ຖານ​ທີ່​ພວມ​ຢູ່ຢ້ຽມ​ຢາມ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ. ເມື່ອ​ກ່າວ​ເຖິງ​ສະ​ຖາ​ນະ​ການໃນອັ​ຟ​ກາ​ນີ​ສະ​ຖານ, ທ່ານ ໂຈ ໄບ​ເດັນ ​ໄດ້​ທຳ​ທ່າ​ເວົ້າ​ວ່າ: “ຄົນ​ອັ​ຟ​ກາ​ນີ​ສະ​ຖານ​ຈຳ​ເປັນ​ຕ້ອງ​ຕັດ​ສິນ​ອະ​ນາ​ຄົດ​ຂອງ​ຕົນ,ພວກ​ເຂົາ​ເຈົ້າ​ຢາກ​ໄດ້​ຫຍັງ.”“ສິ່ງ​ທີ່​ເຂົາ​ເຈົ້າ​ຢາກ​ໄດ້​ນັ້ນ​ຈະ​ບໍ່​ສຸດ​ຂາດ​ຢູ່​ກັບພວກ​ເຮົາດອກ.”
 

      ອະ​ນາ​ຄົດ​ຂອງອັ​ຟ​ກາ​ນີ​ສະ​ຖານ​ຄວນ​ແມ່ນ​ປະ​ຊາ​ຊົນອັ​ຟ​ກາ​ນີ​ສະ​ຖານ​ຕັດ​ສິນ​ໃຈ​ເອງ​ຢູ່​ແລ້ວ​ບໍ່​ແມ່ນ​ຫວາ?

ອະ​ນາ​ຄົດ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ຄວນໃຫ້ຄົນ​ອັ​ຟ​ກາ​ນີ​ສະ​ຖານ​ຕັດ​ສິນ​ໃຈ​ເອງ_fororder_微信图片_20210701184240

      ມາດ​ຕາ​ທີ 2 ໃນ​ກົດ​ບັດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ລະ​ບຸ​ວ່າ: ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກໍ​ຄື​ປະ​ເທດ​ສະ​ມາ​ຊິກ​ຄວນ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ສະ​ເໝີ​ພາບ​ດ້ານ​ອະ​ທິ​ປະ​ໄຕ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ບໍ່​ຄວນ​ບີບ​ບັງ​ຄັບ​ນາບ​ຂູ່​​ຫຼືໃຊ້​ກຳ​ລັງ​ປະ​ກອບ​ອາ​ວຸດ​ໃນ​ການ​ພົວ​ພັນ​ສາ​ກົນ,ຫຼື​​ໃຊ້ວິ​ທີ​ອື່ນທີ່​ບໍ່​ສອດ​ຄ່ອງ​ກັບ​ຈຸດ​ປະ​ສົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດເພື່ອທຳ​ລາຍ​ປະ​ເທດ​ສະ​ມາ​ຊິກ​​ຫຼື​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຫຼື​​ຄວາມ​ເປັນເອ​ກະ​ລາດ​ທາງ​ການ​ເມືອງ​ຂອງ​ປະ​ເທດ​ສະ​ມາ​ຊິກ.
ອະ​ນາ​ຄົດ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ຄວນໃຫ້ຄົນ​ອັ​ຟ​ກາ​ນີ​ສະ​ຖານ​ຕັດ​ສິນ​ໃຈ​ເອງ_fororder_微信图片_20210701184247

      ພາຍ​ຫຼັງ​​ເກີດ​ເຫດ​ການ​ກໍ່​ການ​ຮ້າຍ 11 ກັນ​ຍາ​ທີ່​ສະ​ເທືອນ​ໂລກ​ໃນ​ປີ 2001 ແລ້ວນັ້ນ, ໃນ​ເດືອນ​ຕຸ​ລາ​ປີດຽວ​ກັນ, ອາ​ເມ​ຣິ​ກາ​ກໍ່​ໄດ້​ກໍ່ສົງ​ຄາມ​ຮຸກ​ຮານອັ​ຟ​ກາ​ນີ​ສະ​ຖານ​ຢ່າງ​ບັງ​ອາດ​ໃນ​ຂໍ້​ອ້າງ​ຕ້ານ​ການ​ກໍ່​ການ​ຮ້າຍ​​ແລະ​ຊ່ວຍ​ຄົນອັ​ຟ​ກາ​ນີ​ສະ​ຖານໂຄ່ນ​ລົ້ມ​ການ​ປົກ​ຄອງ​ຂອງ​ຕາ​ລີ​ບານ​ແລະເພື່ອ​ບັນ​ລຸ​ເປົ້າ​ໝາຍ​ຄົນອັ​ຟ​ກາ​ນີ​ສະ​ຖານ​ຕັດ​ສິນ​ຊາ​ຕາ​ກຳ​ດ້ວຍ​ຕົນ​ເອງ.
ອະ​ນາ​ຄົດ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ຄວນໃຫ້ຄົນ​ອັ​ຟ​ກາ​ນີ​ສະ​ຖານ​ຕັດ​ສິນ​ໃຈ​ເອງ_fororder_微信图片_20210701184243

      ສິ່ງ​ທີ່​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຄິດ​ບໍ່ເຖິງ​ກໍ່​ແມ່ນ,ຫຼັງ​ຈາກ​ນັ້ນ 20 ປີ, ອາ​ເມ​ຣິ​ກາ​ກໍ່​ໄດ້​ຕົກ​​ເຂົ້າ​ສູ່​ສະ​ພາບ​ສົງ​ຄາມ​ເຊັ່ນ​ກັນ,​ປະ​ເຊີນ​ກັບ​ສະ​ພາບລຳ​ບາກ​ແຮງ. ຕົວ​ເລກ​ຂໍ້​ມູນ​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ແຕ່​ປີ 2001 ເປັນ​ຕົ້ນ​ມາ, ໄດ້​ມີ​ທະ​ຫານ​ອາ​ເມ​ຣິ​ກາ 2.400 ກວ່າ​ຄົນ​ເສຍ​ຊີ​ວິດ​ໃນ​ສົງ​ຄາມອັ​ຟ​ກາ​ນີ​ສະ​ຖານ,​ແລະ 2 ໝື່ນ​ຄົນ​ບາດ​ເຈັບ,ຜູ້​ອາ​ລັກ​ຂາ​ສ່ວນ​ຕົວ​ຊາວ​​ອາ​ເມ​ຣິ​ກາ​ຫຼາຍກວ່າ 3.800 ຄົນ​ຖືກ​ສັງ​ຫານ. ແຕ່​ວ່າ, ຜູ້​ທີ່​ບາດ​ເຈັບຮ້າຍ​ແຮງກວ່າ​ນີ້​ແມ່ນ​ປະ​ຊາ​ຊົນອັ​ຟ​ກາ​ນີ​ສະ​ຖານ. ສົງ​ຄາມ​ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ​ດົນ​ນານ​ຮອບ​ນີ້​​ໄດ້ເຮັດ​ໃຫ້​ປະ​ຊາ​ຊົນ​​ສາ​ມັ​ນຢູ່ອັ​ຟ​ກາ​ນີ​ສະ​ຖານ 1 ແສນກວ່າ​ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ,ຫຼາຍກວ່າ 2,7 ລ້ານ​ຄົນ​ຈຳ​ເປັນ​ຕ້ອງ​​ອົບ​ພະ​ຍົບ​ໜີ​ຈາກ​ບ້ານ​ເກີດ​ເມືອງນອນ.
ອະ​ນາ​ຄົດ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ຄວນໃຫ້ຄົນ​ອັ​ຟ​ກາ​ນີ​ສະ​ຖານ​ຕັດ​ສິນ​ໃຈ​ເອງ_fororder_微信图片_20210701184228

      ຫຼັງ​ຈາກ​ສົງ​ຄາມ​ທີ່​ອາ​ເມ​ຣິ​ກາ​ກໍ່​ຂຶ້ນ​ໄດ້​ເຮັດ​ໃຫ້ອັ​ຟ​ກາ​ນີ​ສະ​ຖານ​ໄດ້​ຮັບ​ເຄາະ​ຮ້າຍ​ແລ້ວ, ທ່າ​ທີ​ຂອງ​ທ່ານ ໂຈ ໄບ​ເດັນ ດັ່ງ​ກ່າວ​ເບິ່ງ​ຄືວ່າ​ສະ​ແດງ​ທ່າ​ທີ​ເຄົາ​ລົບ​ປະ​ເທດອັ​ຟ​ກາ​ນີ​ສະ​ຖານ,ແຕ່​ເລື່ອງ​ຈິງ​​​ກໍ​ແມ່ນການ​ປົກ​ປິດ​​ການ​ປະ​ລາ​ໄຊຂອງອາ​ເມ​ຣິ​ກາຢູ່​ສະ​ໜາມ​ຮົບອັ​ຟ​ກາ​ນີ​ສະ​ຖານ​ແລະຢາກ​ຖອນກອງ​ທັບອອກ​ຈາກອັ​ຟ​ກາ​ນີ​ສະ​ຖານຢ່າງ​ຮີບ​ດ່ວນ.

ອະ​ນາ​ຄົດ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ຄວນໃຫ້ຄົນ​ອັ​ຟ​ກາ​ນີ​ສະ​ຖານ​ຕັດ​ສິນ​ໃຈ​ເອງ_fororder_微信图片_20210701184223

      ສ່ວນ​ປະ​ຊາ​ຊົນອັ​ຟ​ກາ​ນີ​ສະ​ຖານ​ຢາກ​ໄດ້​ຫຍັງ, ເຊື່ອ​ວ່າ​ຄົນ​ປົກ​ກະ​ຕິ​ລ້ວນ​ແຕ່​ສາ​ມາດ​ເຂົ້າ​ໃຈ​ໄດ້,ນັ້​ນ​ກໍ່​ແມ່ນ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ. ບໍ່​ມີ​ສົງ​ຄາມ,ປະ​ເທດ​ຈຶ່ງ​ຈະ​ມີ​ຄວາມ​ສະ​ຫງົບ,ສັງ​ຄົມ​ຈຶ່ງ​ຈະ​ສາ​ມາດ​ພັດ​ທະ​ນາ​ໄດ້,ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈຶ່ງ​ຈະ​ນັບ​ມື້​ນັບ​ດີ​ຂຶ້ນ. ຖ້າ​ກອງ​ທັບ​ອາ​ເມ​ຣິ​ກາ​ບໍ່​ໄດ້​ເຂົ້າ​ໄປ​ຮຸກ​ຮານອັ​ຟ​ກາ​ນີ​ສະ​ຖານ​ໃນ​ເມື່ອ​ກ່ອນ, ເຊື່ອ​ວ່າ​ປະ​ເທດອັ​ຟ​ກາ​ນີ​ສະ​ຖານ​ໃນ​ປັດ​ຈຸ​ບັນຈະ​ບໍ່​ຕົກ​ຢູ່​ໃນ​ສະ​ພາບ​ທີ່​ມີ​ຄວາມ​ປັ່ນ​ປ່ວນ​ແບບ​ນີ້​ຄື​ໃນ​ປັດ​ຈຸ​ບັນ. ສິ່ງ​ທີ່ປະ​ຊາ​ຊົນອັ​ຟ​ກາ​ນີ​ສະ​ຖານ​ຢາກ​​ໄດ້ນັ້ນ​ກໍ່ໄດ້​ສິ້ນ​ສຸດ​ລົງ​ຍ້ອນ​ການ​ຮຸກ​ຮານ​ຂອງ​ຄົນ​ອາ​ເມ​ຣິ​ກາ.

ອະ​ນາ​ຄົດ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ຄວນໃຫ້ຄົນ​ອັ​ຟ​ກາ​ນີ​ສະ​ຖານ​ຕັດ​ສິນ​ໃຈ​ເອງ_fororder_微信图片_20210701184216
      ​ພາຍ​ຫຼັງ​ທ່ານ ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ຈະ​ຖອນ​ທະ​ຫານ​ອາ​ເມ​ຣິ​ກາ​ອອກ​ຈາກອັ​ຟ​ກາ​ນີ​ສະ​ຖານ​ທັງ​ໝົດ​ນັບ​ແຕ່​ເດືອນ​ເມ​ສາ​ປີ​ນີ້ແລ້ວ, ​ກຸ່ມຕາ​ລີ​ບານ​ທີ່​​ຖືກ​ອາ​ເມ​ຣິ​ກາ​ໂຄ່ນ​ລົ້ມໄປ​ໃນ 20 ປີ​ກ່ອນ​ກໍ​ສາ​ມາດ​ຄອບ​ຄອງ​ເນື້ອ​ທີ່ 1 ສ່ວນ 3 ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ໄດ້​ຢ່າງວ່ອງ​ໄວ​ເຮັດ​ໃຫ້​ຄົນ​ຕົກ​ສະ​ທ້ານ​ຢ້ານ​ກົວ, ພ້ອມ​ທັງ​ໄດ້​ສ້າງ​ສະ​ຖາ​ນະ​ການ​ປິດ​ລ້ອມ​ຕົວ​ເມືອງ​ທີ່​ລັດ​ຖະ​ບານ​ຄວບ​ຄຸມ​ຢູ່​ນັ້ນຢ່າງ​ບໍ່​ຢຸດ​ຢັ້ງ,​ເຮັດ​ໃຫ້ອັ​ຟ​ກາ​ນີ​ສະ​ຖານ​ຕົກ​ຢູ່​ໃນ​ສະ​ພາບ​ສົງ​ຄາມກາງ​ເມືອງ​ແລະ​ການ​ຍຶດ​ອຳ​ນາດ​ດ້ວຍ​ກຳ​ລັງ​ປະ​ກອບ​ອາ​ວຸດ​ອີກ.

      ຫຼັງ​ຈາກ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ປະ​ລະ​ຜົນ​ປະ​ໂຫຍດ​ຢູ່ອັ​ຟ​ກາ​ນີ​ສະ​ຖານ​ແລະ​ຖອນ​ອອກ​ຈາກອັ​ຟ​ກາ​ນີ​ສະ​ຖານ​ແລ້ວ, ຄຳ​ຂວັນ​ທີ່​ວ່າ​ຈະ​ຊ່ວຍ​ຄົນອັ​ຟ​ກາ​ນີ​ສະ​ຖານ​​ໃຫ້​ຕັດ​ສິນ​ໃຈ​ຊາ​ຕາ​ກຳໂດຍ​ຄົນອັ​ຟ​ກາ​ນີ​ສະ​ຖານ​ເອງ​ນັ້ນ​ກໍ່​ໄດ້​ກາຍ​ເປັນ​ຄຳ​ຕະ​ຫຼົກ​ປະ​ໂຫຍກ​ໜຶ່ງ, ເຫຼືອ​ພຽງ​ແຕ່​ຄົນອັ​ຟ​ກາ​ນີ​ສະ​ຖານ​ເອງ​ຕ້ອງ​ປະ​ເຊີນ​ໜ້າກັບ​ບາດ​​ແຜ​ອັນໃຫຍ່​ຫຼວງ​ຈາກ​ສົງ​ຄາມ​ທີ່​ຍືດ​ເຍື້ອ​ມາ​ເປັນ​ເວ​ລາ 20 ປີ,ກໍ​ຄື​ອະ​ນາ​ຄົດ​ທີ່​ມີ​ຄວາມ​ບໍ່​ແນ່ນອນ​​ແຮ່ງຫຼາຍ​ກວ່າ​ເກົ່າ.

ຄຳ​ເຫັນ

0