吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮູບ​ເງົາ: ຜູ້​ເຝົ້າຮັກ​ສາ​ເກາະ

2021-07-02 10:43:44 cri

    ຮູບ​ເ​ງົ​າ​ເລື່ອງ​ “ຜູ້​ເຝົ້າຮັກ​ສາ​ເກາະ” ໄດ້​ແຕ່ງ​ຂຶ້ນ​ໂດຍ​ອີງ​ຕາມ​ເລື່ອງ​ລາວ​ດີ​ເດັ່ນ​ຂອງ​ສະ​ຫາຍວາງ​ຈີ້​ຊາຍ ເຊິ່ງ​ໄດ້​ຮັບ​ນາມ​ມະ​ຍົດ​ວ່າເປັນ “​ຕົວ​ແບບຂອງປະ​ຊາ​ຊົນ”, ໂດຍ​ໄດ້​ມີ​ເນື້ອ​ເລື່ອງ​ກ່ຽວ​ກັບ​ເລື່ອງ​ຈິງ​ຂອງ​ສະ​ຫາຍ​ວາງ​ຈີ້​ຊາຍ ພ້ອມ​ດ້ວຍ​ພັນ​ລະ​ຍາ ສະ​ຫາຍ​ວາງ​ຊືີ້​ຮົ່ວ​ໄດ້​ເຝົ້າຮັກ​ສາ​ເກາະ​ຄ່າຍ​ຊ່ານ​ເປັນ​ໄລ​ຍະ​ເວ​ລາ 32 ປີ, ທັງ​ໄດ້​ສະ​ແດງ​ໃຫ້​ເຫັ​ນ​ເຖິງ​ຈິດ​ໃຈ​ທີ່​ການເຝົ້າ​ຮັກ​ສາ​ເກາະ​ກໍ​ຄື​ການເຝົ້າຮັກ​ສາ​ປະ​ເທດ​ຊາດ. ເກາະ​ຄ່າຍ​ຊ່ານ​ຫ່າງ​ກັບ​ທາງ​ບົກ 12 ໄມທະເລ, ເໝືອນ​ດັ່ງ​ປະ​ຕູ​ທິດ​ຕາ​ເວັນ​ອ​ອກ​ຂອງ​ປະ​ເທດ​ຈີນ. ເກາະຄ່າຍ​ຊ່ານ​ນີ້​ໃຫຍ່​ສ່ຳ​ເດີ່ນ​ບານ​ເກາະ 2 ເດີ່ນ, ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ດ້ານ​ຍຸດ​ທະ​ສາດ ແລະ​ປ້ອງ​ກັນ​ປະ​ເທດ​ຊາດ, ສະ​ນັ້ນ, ຈຳ​ເປັນ​ຕ້ອງ​ມີ​ຄົນ​ເຝົ້າ​ຮັກ​ສາ.

    ວັນ​ທີ 14 ກໍ​ລະ​ກົດ ປີ 1986, ສະ​ຫາຍ​ວາງ​ຈີ້​ຊາຍ​ ໄດ້​ຮັບ​ໜ້າ​ທີ່​ທີ່​ລຳ​ບາກ, ກໍ​ຄື: ເຝົ້າຮັກ​ສາ​ເກາະ​ຄ່າຍ​ຊ່ານ. ພໍຮອດຍາມ​ກາງ​ຄືນ, ຝົນ​ໜັກ​ລົມ​ແຮງ, ອາ​ກາດ​ຮ້າຍ​ແຮງທີ່ສຸດ. ກ່ອນ​ທີ່​ລາວ​ຂຶ້ນ​ເກາະ, ມີ​ທະ​ຫານ​ລາດ 4 ຊຸດ​ຈຳ​ນວນ 10 ກວ່າ​ຄົນ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ເຝົ້າຮັກ​ສາ​ເກາະ, ຜູ້​ທີ່​ຢູ່​ດົນ​ທີ່​ສຸດມີ​ພຽງ​ແຕ່ 13 ມື້. ວາງຈີ້​ຊາຍ​ເຝົ້າຮັກ​ສາ​ເກາະ​ບໍ່​ຮອດ 1 ເດືອນ, ພັນ​ລະ​ຍາ​ຂອງ​ເພິ່ນ​ກໍ​ຄື: ສະ​ຫາຍ​ວາງ​ຊື້​ຮົ່ວ ​ກໍ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ສາວ​ຄູ, ເອົາ​ເຄື່ອງເດີນ​ທາງ​ພຽງ​ໜ້ອຍ​ດຽວ​ໄປ​ຂຶ້ນເກາະ​ຄ່າຍ​ຊ່ານ. ຫລັງ​ຈາ​ກ​ນັ້ນ​ເປັນ​ຕົ້ນ​ໄປ, ຜູ້​ເປັນ​ຜົວ​ເຝົ້າຮັກ​ສາ​ເກາະ, ຜູ້​ເປັນ​ເມຍ​ດູ​ແລ​ຜົວ, ຈົນ​ຮອດ​ວິ​ນາ​ທີ​ສຸດ​ທ້າຍ​ໃນ​ຊີ​ວິດ​ຂອງສະ​ຫາຍ​ວາງ​ຈີ້​ຊາຍ.

    ເກາະ​ຄ່າຍ​ຊ່ານ​ເປັນ​ພູ​ກ້ອນ​ຫີນ, ຢູ່ເທິງເກາະ ບໍ່​ມີ​ນ້ຳ, ບໍ່​ມີ​ໄຟ, ກໍ​ບໍ່​ມີ​ອາ​ຫານ​ຂອງ​ກິນ, ມີ​ພຽງ​ແຕ່​ຫ້ອງ​ເກົ່າ​ຈັກ 2, 3 ຫ້ອງ. ຊາວ​ທ້ອງ​ຖິ່ນ​ເວົ້າ​ວ່າ: ການລອດ​ຊີ​ວິດ​ຢູ່​ເທິງ​ເກາະ​ກໍ​ຄື​ວ່າ​ຍາກ​ຫລາຍ​ແລ້ວ, ແຮ່ງ​ບໍ່​ຕ້ອງ​ເວົ້າ​ການ​ເຝົ້າຮັກ​ສາ. ແຕ່​ສອງ​ຜົວ​ເມຍ​ບໍ່​ໄດ້​ທໍ້​ຖອຍ. ບໍ່​ມີ​ນ້ຳ, ເຂົາ​ເຈົ້າ​ກໍ​ກິນ​ນ້ຳ​ຝົນ​ທີ່​ສະ​ສົມ​ໄວ້​ໃນ​ອ່າງ; ບໍ່​ມີ​ໄຟ​ຟ້າ, ເຂົາ​ເຈົ້າ​ກໍ​ໃຕ້​ທຽນ​ໃນ​ກາງ​ຄືນ; ບໍ່​ມີ​ອາ​ຫານ​ຂອງ​ກິນ, ເຂົາ​ເຈົ້າ​ກໍ​ປູກ​ຜັກ, ຫາ​ປາ ແລະ​ໃຫ້​ລູກ​ສາວ​ຊື້​ຂອງ​ກິນ​ແລ້ວ​ຝາກ​ໃຫ້​ຊາວ​ປະ​ມົງສົ່ງ​ໄປ​ໃຫ້.

    ສອງ​ຄົນ​ຖື​ເກາະ​ເປັນ​ບ້ານ, ຖື​ທະ​ເລ​ເປັນ​ເພື່ອນ, ມອບ​ວັນ​ເວ​ລາ​ຍາມ​ໄວ​ໜຸ່ມ​ທີ່​ສວຍ​ງາມ​​ໃຫ້​ແກ່​ພາ​ລະ​ກິດ​ປ້ອງ​ກັນ​ປະ​ເທດ​ຊາດ​ຢູ່​ນ່ານ​ນ້ຳ. ຮູບ​ເງົາ​ເລື່ອງ​ນີ້​ບໍ່​ພຽງ​ແຕ່ສະແດງໃຫ້ເຫັນເຖິງປະ​ສົບ​ການ​​ຂອງ​ສອງ​ຜົ​ວ​ເມຍທີ່​ຕ້ານ​ກັບ​ສະ​ພາບ​ແວດ​ລ້ອມ​ທີ່​ຫຍຸ້ງ​ຍາກ​ລຳ​ບາກ​ເປັນ​ເວ​ລາ 32 ປີເທົ່ານັ້ນ, ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິ​ດ​ໃຈ​ອຸ​ທິດ​ເຫື່ອ​ແຮງ​ເພື່ອ​ປະ​ເທດ​ຊາດ, ເຊິ່ງ​ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ກຸ່ມ​ຄົນ​ທີ່​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ຂົງ​ເຂ​ດ​ຕ່າງໆ ແລະ​ສ້າງ​ພາ​ລະ​ກິດ​ທີ່​ບໍ່​ທຳ​ມະ​ດາ.

 

ຄຳ​ເຫັນ

0