尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຜູ້​ເປັນ​ພະ​ຍາດ​ໄຂ້ມາ​ເລ​​ເຣຍຢູ່​ຈີນຈາກ 30 ລ້າ​ນກໍ​ລະ​ນີ​ຫຼຸດ​ລົງ​ເປັນສູນ ເປັນຜົນ​ສຳ​ເລັດ​ທີ່​​ໜ້າ​ກົດ​​ໄລ​ໄດ້!

2021-07-05 17:44:01 cri

​ຜູ້​ເປັນ​ພະ​ຍາດ​ໄຂ້ມາ​ເລ​​ເຣຍຢູ່​ຈີນຈາກ 30 ລ້າ​ນກໍ​ລະ​ນີ​ຫຼຸດ​ລົງ​ເປັນສູນ ເປັນຜົນ​ສຳ​ເລັດ​ທີ່​​ໜ້າ​ກົດ​​ໄລ​ໄດ້!_fororder_微信图片_20210705173748

      ວັນ​ທີ 30 ມິ​ຖຸ​ນາ​ຜ່ານ​ມາ, ອົງ​ການ​ອະ​ນາ​ໄມ​ໂລກ​​ຫຼື WHO ໄດ້​ອອກ​ຖະ​ແຫຼງ​ຂ່າວ​ໂດຍ​ກ່າວ​ວ່າ: ​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຮັບ​ຮອງ​ຢ່າງ​ເປັນ​ທາງ​ການ​ວ່າ​: ປະ​ເທດ​ຈີນ​ສາ​ມາດ​ຢຸດ​ຢັ້ງ​ພະ​ຍາດ​ໄຂ້ມາ​ເລ​​ເຣຍ​ໄດ້​ແລ້ວ. ຖະ​ແຫຼງ​ຂ່າວ​ຍັງ​ກ່າວ​ວ່າ: ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດໄຂ້​ມາເລເຣຍ​​ຢູ່​ຈີນ​ຈາກ 30 ລ້ານ​ກໍ​ລະ​ນີ​ໃນ​ຊຸມ​ປີ 1940 ​ໄດ້ຫຼຸດ​ລົງ​ເປັນສູນ​ໃນ​ປັດ​ຈຸ​ບັນ, ​ນີ້ແມ່ນ​ຜົນ​ສຳ​ເລັດ​ອັນ​ວິ​ເສດ​​ທີ່​ສຸດໃນ​ໂລກ. ປັດ​ຈຸ​ບັນ, ​​ອາ​ເຕ​ມີ​ຊີ​ນີນ​ຫຼື​ Artemisinin​ຢາ​ປິ່ນ​ປົວ​ພະ​ຍາດ​ໄຂ້​ມາເລເຣຍ​ທີ່​ປະ​ເທດ​​ຈີນ​ເປັນ​ຜູ້ຄົ້ນ​ຄວ້າ​ຜະ​ລິດ​ນັ້ນ​ໄດ້​​ຊ່ວຍກອບ​ກູ້​ຊີ​ວິດ​ຫຼາຍ​ລ້ານ​ຄົນຢູ່​ໃນ​ໂລກ, ​ວິ​ທີ​ການຂອງ​ຈີນ​ໃນ​ການ​​​ຢຸດ​ຢັ້ງພະ​ຍາດ​ໄຂ້​ມາເລເຣຍ​ຖືກ​ຮັບ​ຮອງ​ໃຫ້​ບັນ​ທຶກ​ເຂົ້າ​ໃນ​ເອ​ກະ​ສານ​ເຕັກ​ນິກ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ,ແລະ​ໄດ້​ຮັບ​ການ​ເຜີຍ​ແຜ່​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ.

​ຜູ້​ເປັນ​ພະ​ຍາດ​ໄຂ້ມາ​ເລ​​ເຣຍຢູ່​ຈີນຈາກ 30 ລ້າ​ນກໍ​ລະ​ນີ​ຫຼຸດ​ລົງ​ເປັນສູນ ເປັນຜົນ​ສຳ​ເລັດ​ທີ່​​ໜ້າ​ກົດ​​ໄລ​ໄດ້!_fororder_微信图片_20210705173831

      ໃນ​ຂະ​ບວນ​ການປະ​ຫວັດ​ສາດ​ຂອງມວນ​ມະ​ນຸດ, ພະ​ຍາດ​ໄຂ້​ມາເລເຣຍ​ແມ່ນ​ໜຶ່ງ​ໃນ​ພະ​ຍາດ​ຕິດ​ແປດ​ທີ່​ອັນ​ຕະ​ລາຍ​ທີ່​ສຸດ, ຫຼັງ​ຈາກ​ໄດ້​ຕິດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​ແລ້ວ​ຖ້າ​ບໍ່​ໄດ້​ຮັບ​ການ​ປິ່ນ​ປົວ​ຢ່າງ​ທັນ​ເວ​ລາ, ອັດ​ຕາ​ການ​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໄຂ້​ມາເລເຣຍ​ທີ່​ຮ້າຍ​ແຮງ​ຈະ​ສູງ​ເຖິງ 40%, ແຕ່​ພະ​ຍາດ​ໄຂ້​ມາເລເຣຍ​ແມ່ນ​ສາ​ມາດ​ປ້ອງ​ກັນ​ແລະ​ປົວ​ໃຫ້​ຫາຍ​ຂາດ​ໄດ້.ໃນ 30 ລ້ານ​ປີ​ກ່ອນ, ຢູ່​ໃນ​ໂລກ​ກໍ​ໄດ້​ມີ​ໂຕ​ເຊື້ອ​ພະ​ຍາດ​ໄຂ້​ມາເລເຣຍ​​ຢູ່ແລ້ວ, ໃນ​ສະ​ຕະ​ວັດ​ທີ 1 ກ່ອນ ຄ​ສ, ພະ​ຍາດ​ໄຂ້​ມາເລເຣຍ​ເຄີຍ​ໄດ້​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ຢູ່​ເຂດ​ນະ​ຄອນ​ໂຣມ. ​ດ້ວຍ​ເຫດ​ນີ້,​ຈັກ​ກະ​ພັດ​ໂຣມ​ທີ່ເຄີຍ​ຍິ່ງ​ໃຫຍ່​ໃນ​ທະ​ວີບ​ເອີ​ຣົບ,ອາ​ຊີ​ແລະ​ອາ​ຟ​ຣິ​ກາ​ຈຶ່ງໄດ້​ຊຸດ​ໂຊມ​ລົງ​. ໃນ​ໄລ​ຍະ​ສົງ​ຄາມ​ໂລກ​ຄັ້ງ​ທີ 1, ກອງ​​ທັບ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ໄດ້​ປະ​ສົບ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄຂ້​ມາເລເຣຍ, ກອງ​​ທັບ​ຢູ່​ອາ​ຟ​ຣິ​ກາ​ຕາ​ເວັນ​ອອກ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໄຂ້​ມາເລເຣຍ​ຢ່າງໜ້ອຍ​ມີ​ຈຳ​ນວນ  1 ແສນ​ຄົນ. ໃນ​ທ້າຍ​ຊຸ​ມ​ປີ 1940, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ມາເລເຣຍ​ຢູ່​ຈີນ​ໃນ​ແຕ່​ລະ​ປີ​ມີ​ປະ​ມານ 30 ລ້ານ​ກໍ​ລະ​ນີ; ໃນ​ຕົ້ນ​ຊຸມ​ປີ 1960 ແລະ​ຕົ້ນ​ຊຸມ​ປີ 1970, ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໄຂ້​ມາເລເຣຍ​ຢູ່​ຈີນ​ມີ​ຫຼາຍ​ທີ່​ສຸດ​​ຄື​ມີຫຼາຍກວ່າ 24 ລ້ານ​ກໍ​ລະ​ນີ.
​ຜູ້​ເປັນ​ພະ​ຍາດ​ໄຂ້ມາ​ເລ​​ເຣຍຢູ່​ຈີນຈາກ 30 ລ້າ​ນກໍ​ລະ​ນີ​ຫຼຸດ​ລົງ​ເປັນສູນ ເປັນຜົນ​ສຳ​ເລັດ​ທີ່​​ໜ້າ​ກົດ​​ໄລ​ໄດ້!_fororder_微信图片_20210705173800

      ແຕ່​ໃນ​ບໍ່​ເທົ່າ​ໃດ​ປີ່​ຜານ​ມານີ້, ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໄຂ້​ມາເລເຣຍ​​ຢູ່​ຈີນ​ແມ່ນ​ເປັນ​ສູນ. ແລະ​ໄດ້​ຖືກ​ຮັບ​ຮອງວ່າ​ເປັນ​ປະ​ເທດປອດ​ພະ​ຍາດ​ໄຂ້​ມາເລເຣຍ​​ແລ້ວ. ​ຄັນ​ຊັ້ນ, ຈາກ​ຊຸມ​ປີ 1940 ທີ່​ເກີດ​ມີ​ພະ​ຍາດ​ໄຂ້​ມາເລເຣຍ​ຢ່າງ​ຮ້າຍ​ແຮງ​ຈົນ​ຮອດ​ຕົວ​ເລກ​​ຜູ້​ຕິດ​ພະ​ຍາດມາ​ເລ​ເຣຍ​ເປັນ​ສູນ​ຄື​ໃນ​ປັດ​ຈຸ​ບັນ​ນີ້, ໃນ​ໄລ​ຍະ​ເວ​ລາ 70 ປີ​ຜ່ານ​ມາ, ​ຈີນ​ສາ​ມາດ​ຢຸດ​ຢັ້ງ​ພະ​ຍາດ​ໄຂ້​ມາເລເຣຍ​ໃຫ້​ໝົດ​​ໄດ້ແນວ​ໃດ?

      ຈີນ​ໄດ້​ເລີ່ມ​ຕົ້ນ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ຕ້ານ​ພະ​ຍາດ​ໄຂ້​ມາເລເຣຍ​ເລີ່ມ​ແຕ່​ຊຸມ​ປີ 1960. ວັນ​ທີ 23 ພຶດ​ສະ​ພາ​ປີ 1967, ນັກ​ຄົ້ນ​ຄວ້າ 500 ກວ່າ​ຄົນ​ຈາກ 60 ກວ່າ​ພາກ​ສ່ວນຂອງ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ເປັນ​ໜ່ວຍ​ງານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທີ່​ມີ​ການ​ແບ່ງ​ງານ​ແລະ​ຮ່ວມ​ມື​ກັນແລະ​ໄດ້​ເລີ່ມ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ຕ້ານ​ພະ​ຍາດ​ໄຂ້​ມາເລເຣຍ​ແລະ​ຖືກ​ເອີ້ນ​ວ່າ​ເປັນ​ໜ່ວຍ​ງານ​ໂຄງ​ການ “523”. ​ໜ່ວຍງານ​ໂຄງ​ການ “523” ໄດ້​ຕົກ​ລົງ​ໃຫ້​ນຳ​ໃຊ້​ຊ່ອງ​ທາງ​ການແພດ​ສະ​ໄໝ​ປັດ​ຈຸ​ບັນ, ເລືອກ​ເອົາ​ວັດ​ຖຸ​ເຄ​ມີ​ທີ່​ສາ​ມາດ​ໃຊ້​ໄດ້​ຢ່າງກວ້າງ​ຂວາງ, ພ້ອມ​ທັງ​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂ​ດ້ວຍ​ວິ​ທີ​ອື່ນໆ​ເພື່ອ​ສະ​ແຫວງ​ຫາ​​ຈຸດ​ບຸກ​ທະ​ລຸ​ໃໝ່​​​ໃນດ້ານ​ແພດ​ແຜນ​ຈີນ​ດັ້ງ​ເດີມ.
​ຜູ້​ເປັນ​ພະ​ຍາດ​ໄຂ້ມາ​ເລ​​ເຣຍຢູ່​ຈີນຈາກ 30 ລ້າ​ນກໍ​ລະ​ນີ​ຫຼຸດ​ລົງ​ເປັນສູນ ເປັນຜົນ​ສຳ​ເລັດ​ທີ່​​ໜ້າ​ກົດ​​ໄລ​ໄດ້!_fororder_微信图片_20210705173804

      ເດືອນ​ມັງ​ກອນ​ປີ 1969, ທ່ານ​ນາງ ຖູ​​ໂຢ່ວ​ໂຢ່ວ ​ໄດ້​ແບກ​ຫາບ​ໜ້າ​ທີ່​​ຄວາມ​ຮັບ​ຜິດ​ຊອບ​ຂອງ​ໂຄງ​ການ “523”. ​ຈາກ​ການ​ອ່ານ​ຕຳ​ລາ​ການ​ແພດ​ບູ​ຮານ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ, ທ່ານ​ນາງ ຖູ​ໂຢ່ວ​ໂຢ່ວ​ໄດ້​ພົບ​ເຫັນ​ໃນ​ປື້ມ “​ຄູ່​ມື​ປິ່ນ​ປົວ​ສຸກ​ເສີນ(The Handbook of Prescriptions for Emergencies)” ທີ່​ຂຽນ​ຂຶ້ນ​ໃນ​ປີ​ ຄ​ສ 304 ໄດ້​ຂຽນ​ວ່າ: ກິນ​ນ້ຳ Artemisinin ສາ​ມາດ​ປົວ​ພະ​ຍາດ​ໄຂ້​ມາເລເຣຍ​ໄດ້. ທ່ານ​ນາງ ຖູ​ໂຢ່ວ​ໂຢ່ວ ຈຶ່ງ​ໄດ້​ລົງ​ມື​ຄົ້ນ​ຄວ້າ​ຄົ້ນ​ຄິດ​ຢ່າງ​ເຖິງ​ຖອງ​ແລ້ວເລີ່ມ​ດຳ​ເນີນ​ການ​ທົ​ດ​ລອງ​​ເພຶ້ອ​ພິ​ສູດ​ຊ້ຳ​ແລ້ວ​ຊ້ຳ​ອີກ.

      ​ໃນ​ຕົ້ນ​ປີ 1973, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຢາ​​ພື້ນ​ເມືອງ​ຈີນ​ປັກ​ກິ່ງ​ສາ​ມາດ​ສະ​ກັດ​ໄດ້​ຜຶກ Artemisinin, ຫ້ອງ​ການ​ໂຄງ​ການ “523” ໄດ້​ຕັ້ງ​ຊື່​ຜຶກ​ດັ່ງ​ກ່າວ​ວ່າ “ຊິ່ງ​ຫ່າວ​ຊູ້”.

​ຜູ້​ເປັນ​ພະ​ຍາດ​ໄຂ້ມາ​ເລ​​ເຣຍຢູ່​ຈີນຈາກ 30 ລ້າ​ນກໍ​ລະ​ນີ​ຫຼຸດ​ລົງ​ເປັນສູນ ເປັນຜົນ​ສຳ​ເລັດ​ທີ່​​ໜ້າ​ກົດ​​ໄລ​ໄດ້!_fororder_微信图片_20210705173756

      ປີ 1974, ຢູ່ເມືອງ​ເກີງ​ໝ້າ​ແຂວງ​ຢຸນ​ນານ​ໄດ້​ເກີດ​ມີ​ພະ​ຍາດ​ໄຂ້​ມາເລເຣຍ​ຢ່າງ​ຮ້າຍ​ແຮງ, ຜ່ານ​ການ​ສັງ​ເກດ​ແລະ​ປິ່ນ​ປົວ​ຜູ້​ເປັນ​ພະ​ຍາດ 18 ກໍ​ລະ​ນີ​ແລ້ວ​ໄດ້​ຢັ້ງ​ຢືນ​ວ່າ “ຊິ່ງ​ຫ່າວ​ຊູ້” ສາ​ມາດ​ປົວ​ພະ​ຍາດ​ໄຂ້​ມາເລເຣຍ​ໃຫ້​ຫາຍ​ຂາດ​ໄດ້. ໃນ​ເດືອນ​ມັງ​ກອນ​ປີ 1976, ຢູ່​ກຳ​ປູ​ເຈຍ​ໄດ້​ເກີດ​ມີ​ພະ​ຍາດ​ໄຂ້​ມາເລເຣຍ, “ຊິ່ງ​ຫ່າວ​ຊູ້”ໄດ້​ຖືກ​ນຳ​ໃຊ້​ຢູ່​ກຳ​ປູ​ເຈຍ​ແລະ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ດ້ານ​ການ​ປິ່ນ​ປົວ​ທີ່​ດີ,ໄດ້​​ຊ່ວຍກອບ​ກູ້​ຊີ​ວິດ​ອັນ​ລ້ຳ​ຄ່າ​ຂອງ​ຄົນ​ເຈັບ​​ໄດ້​ຈຳ​ນວນ​ຫຼວງ​ຫຼາຍ. ໃນ​ຊຸ​ມ​ປີ​ຜ່ານ​ມາ, ຈາກ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຫາ​ອາ​ຟ​ຣິ​ກາ, ວິ​ທິ​ການ​ປິ່ນ​ປົວ​ພະ​ຍາດ​ໄຂ້​ມາເລເຣຍ​ດ້ວຍ “ຊິ່ງ​ຫ່າວ​ຊູ້” ​ສາ​ມາດ​ກອບ​ກູ້​ຊີ​ວິດ​ຄົນ​ເຈັບ​ໄດ້​ຈຳ​ນວນ​ຫຼາຍ​ລ້ານ​ຄົນ, ເຊິ່ງ​ໄດ້​ສ້າງ​ຄວາມ​ຫວັງ​ສຳ​ລັບກາ​ນ​ດຳ​ລົງ​ຊີ​ວິດ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ທຸກ​ຍາກ​ທີ່​ເກີດ​ພະ​ຍາດ​ໄຂ້​ມາເລເຣຍ​ເລື້ອຍໆ.

      ປີ 2015, ທ່ານ​ນາງ ຖູ​ໂຢ່ວ​ໂຢ່ວ ໄດ້​ຮັບ​ລາງວັນໂນ​ແບວ​ສາ​ຂາ​ແພດ​ສາດ​ຫຼື​ສະ​ລີ​ລະ​ສາດ. ໃນ​ພິ​ທີ​ມອບ​ລາງວັນ​ທີ່ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ສະ​ໂຕກ​​ໂຮມ​ປະ​ເທດ​ຊູ​ແອັດ, ​ທ່ານນາງ ຖູ​ໂຢ່ວ​ໂຢ່ວ ກ່າວ​ວ່າ: “ຊິ່ງ​ຫ່າວ​ຊູ້​ຫຼື Artemisinin ​ແມ່ນຢາ​ແລະ​ແພດ​ແຜນ​ຈີນ​ທີ່​ເປັນ​ຂອງ​ຂວັນ​​ໃຫ້​ກັບໂລກ”, ຢາ​​ແລະ​ແພດ​ແຜນ​ຈີນ​ດັ້ງ​ເດີມ​ແມ່ນ​ຄັງ​ປັນ​ຍາ​ທີ່​ປະ​ເສີດ​ທີ່​ຍິ່ງ​ໃຫຍ່,ສາ​ມາດ​ສ້າງ​ຜົນ​ປະ​ໂຫຍດ​ດ້ານ​ສຸ​ຂະ​ພາບ​ອັນ​ໃຫຍ່​ຫຼວງ​ແກ່ມວນ​ມະ​ນຸດ.

​ຜູ້​ເປັນ​ພະ​ຍາດ​ໄຂ້ມາ​ເລ​​ເຣຍຢູ່​ຈີນຈາກ 30 ລ້າ​ນກໍ​ລະ​ນີ​ຫຼຸດ​ລົງ​ເປັນສູນ ເປັນຜົນ​ສຳ​ເລັດ​ທີ່​​ໜ້າ​ກົດ​​ໄລ​ໄດ້!_fororder_微信图片_20210705173807

      ທ່ານ ເປ​ໂດ​ຣ ອາ​ລອນ​ໂຊ ຫົວ​ໜ້າ​ໂຄງ​ການ​ວາງ​ແຜນ​ການ​ສຳ​ລັບ​ພະ​ຍາດ​ໄຂ້​ມາເລເຣຍ​ໂລກ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ໃນ​ຫຼາຍ​ສິບ​ປີ​ຜ່ານ​ມາ, ຈີນ​ໄດ້​ປະ​ກອບ​ສ່ວນໃນ​ຂົງ​ເຂດ​ດັ່ງ​ກ່າວ​ມາ​ໂດຍ​ຕະ​ຫຼອດ,ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ,ອາດ​ເວົ້​າ​ໄດ້​ວ່າ​ປະ​ຊາ​ຊົນ​ຈີນ​ໄດ້​ຊ່ວຍ​ເລັ່ງ​ລັດ​ບາດ​ກ້າວ​ການ​ຢຸດ​ຢັ້ງ​ໄຂ້​ມາ​ເລ​ເຣຍ​ໃຫ້​ກັບ​ມວນ​ມະ​ນຸດ. ແຕ່​ຊຸມ​ປີ 1940 ຈົນ​ຮອດ​ປັດ​ຈຸ​ບັນ​ນີ້, ຈີນ​ໄດ້​ໃຊ້​ໄລ​ຍະ​ເວ​ລາ 80 ປີ,ເຮັດ​ໃຫ້​ຈຳ​ນວນຜູ້​ຕິດ​ເຊື້ອ​ພະ​ຍາດ​ໄຂ້​ມາເລເຣຍ​​ຈາກ 30 ລ້ານ​ກໍ​ລະ​ນີ​​ໃຫ້ຫຼຸດ​ລົງ​​ຈົນເປັນ​ສູນ, ຜົນ​ສຳ​ເລັດ​ຂອງ​ຈີນ​ຄື​ດັ່ງ​ກ່າວ​ເປັນ​ໜ້າ​ກົດ​ໄລ​ໃຫ້!

ຄຳ​ເຫັນ

0