何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ສິ່ງ​ທີ່​ຈີນມຸ້ງ​ຫວັງ​​ທີ່​ສຸດ​ຄື ພັດ​ທະ​ນາ​ຕົວ​ເອງ​ໃຫ້​ດີ ແຕ່​ບໍ່​ແມ່ນ​ເຂົ້າ​ແທນທີ່​ຜູ້​ອື່ນ

2021-07-06 11:17:15 CRI

ຕອນ​ຄ່ຳ​ວັນ​ທີ 5 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​, ທ່ານ​ເອມ​ມາ​ນູ​ແອນ ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ, ແລະ ທ່ານ​ນາງ​ແອນ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຜ່ານ​ທາງວີ​ດີ​ໂອ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ສິ່ງ​ທີ່​ຈີນ​ມຸ້ງ​ຫວັງ​​ທີ່​ສຸດ​ຄື ພັດ​ທະ​ນາ​ຕົວ​ເອງ​ໃຫ້​ດີ ແຕ່​ບໍ່​ແມ່ນ​ເຂົ້າ​ແທນທີ່​ຜູ້​ອື່ນ. ຈີນ​ສະ​ເໜີ​ຂໍ້​ລິ​ເລີ່ມ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຈຸດ​ປະ​ສົງ​ກໍ​ແມ່ນ​ສ້າງ​ໂອ​ກາດ​​ແຫ່ງ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ໃຫ້ຫຼາຍກວ່າ​ເກົ່າ​ຕາມຫຼັກ​ການ ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ ສ້າງ​ສາ​ຮ່ວມ​ກັນ ແລະ ຊົມ​ໃຊ້​ຮ່ວມ​ກັນ. ຫວັງ​ວ່າ​ເອີ​ຣົບ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ກວ່າ​ເກົ່າ​ໃນ​ວຽກ​ງານ​ສາ​ກົນ, ຮ່ວມ​ກັນ​ຮັກ​ສາ​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ ການ​ພັດ​ທະ​ນາ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ.

ຄຳ​ເຫັນ

0