覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່າວໃນ​ກອງ​ປະ​ຊຸມ​ສຸດຍອດ​ພັກ​ກອມ​ມູ​ນິດ​ຈີນ​ກັບ​ພັກ​ການ​ເມືອງ​ໂລກ

2021-07-07 00:13:43 cri

ຕອນ​ຄ່ຳ​ວັນ​ທີ 6 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ພັກ​ກອມ​ມູ​ນິດ​ຈີນ​ກັບ​ພັກ​ການ​ເມືອງ​ໂລກ​ຜ່ານ​ທາງວິ​ດີ​ໂອ​ຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ເນື້ອ​ໃນ​ບົດ​ປາ​ໄສ​ມີ​ດັ່ງລຸ່ມ​ນີ້: 
 

ບັນດາຜູ້ນຳ​ພັກ​ການ​ເມືອງ​ທຸກ​ທ່ານ​ທີ່​ນັບຖື, ບັນດາ​ທ່ານ​ຍິງ ​ແລະ​ທ່ານ​ຊາຍ, ບັນດາ​ເພື່ອນ​ມິດ:
 

ຂ້າພະ​ເຈົ້າຮູ້ສຶກ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ ​ເນື່ອງ​ໃນ​ໂອກາດວັນສ້າງຕັ້ງ​​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 100 ປີ, ຮ່ວມກັບ​ບັນດາຜູ້ນຳ​ຂອງພັກ​ການ​ເມືອງ 500 ກວ່າ​ພັກ​ທີ່​ມາ​ຈາກ 160 ກວ່າ​ປະ​ເທດ, ຜູ້ຕາງໜ້າ​ພັກ​ການ​ເມືອງ ​ແລະວົງ​ການ​ຕ່າງໆ​ຫຼາຍກວ່າ 1 ໝື່ນ​ທ່ານ​​ໄດ້ເຕົ້າ​ໂຮມ​ກັນ​ຜ່ານ​ທາງ​ອິນ​ເຕີ​ເນັດ, ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ທີ່​ວ່າ “ສະ​ແຫວ​ງຫາ​ຄວາມສຸກ​​ໃຫ້​ກັບປະຊາຊົນຄືໜ້າທີ່​ຮັບຜິດຊອບ​ຂອງ​ພັກ​ການ​ເມືອງ”. ​ໃນ​ໄລຍະ​ນີ້,  ພັກ​ການ​ເມືອງ ​ແລະອົງການ​ຈັດ​ຕັ້ງທາງ​ການ​ເມືອງ 600 ກວ່າ​ອົງການ​ຈາກ 170 ກວ່າ​ປະ​ເທດ​ໄດ້​ສົ່ງ​ສານ​ຊົມ​ເຊີຍ 1.500 ກວ່າ​ສະບັບ​ເພື່ອສະແດງຄວາມ​ຊົມ​ເຊີຍວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 100 ປີ, ​ນີ້ສະ​ແດງໃຫ້ເຫັນ​ມິດຕະພາບ ​ແລະ ຄຳ​ອວຍ​ພອນ​ທີ່​ດີງາມທີ່ມີ​ຕໍ່​ພັກ​ກອມ​ມູນິດ​ຈີນ. ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ໃຫ້ພັກ​ກອມ​ມູນິດ​ຈີນ, ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສຸດ​​ໃຈ​ຕໍ່​ບັນດາ​ທ່ານ!
 

ບໍ່​ເທົ່າ​​ໃດ​ມື້ກ່ອນ, ພວກ​ເຮົາ​ໄດ້​ຈັດ​ພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ຄົບຮອບ 100 ປີ ຂື້ນຢ່າງຍິ່ງ​ໃຫຍ່. ​ໃນໄລຍະ 100 ປີ​ທີ່​ຜ່ານ​ມາ, ພັກ​ກອມ​ມູນິດ​ຈີນ​ໄດ້​​ເຕົ້າ​ໂຮມຄວາມ​ສາມັກຄີ ​ແລະ ນຳພາ​ປະຊາຊົນ​ຈີນບຸກບືນ​ສູ້​ຊົນ​ຢ່າງ​ຕໍ່​ເນື່ອງ, ຊຸກຍູ້​ປະຊາ​ຊາດ​ຈີນ​ໃຫ້​ບັນ​ລຸ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ​ຈາກ​ການ​ລຸກ​ຢືນ​ຂຶ້ນ ຮັ່ງມີ​ຂຶ້ນ ຈົນ​ຮອດ ​ເຂັ້ມ​ແຂງ​ຂຶ້ນ. ​ໃນໄລຍະ 100 ປີ​ທີ່​ຜ່ານ​ມາ, ພັກ​ກອມ​ມູນິດ​ຈີນ​ໄດ້ຍຶດໝັ້ນໃນຫລັກການ​ຮ່ວມ​ຊາຕາ​ກຳ​ນຳ​ກັນລະຫວ່າງປະຊາຊົນຈີນກັບ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ, ກຳ​ແໜ້ນ​ທິດ​ທາງ​ການ​ພັດທະນາ​ກ້າວ​ເດີນ​ໄປ​ໜ້າ​ຂອງ​ຈີນ ​ແລະ ຊຸກຍູ້​ການ​ພັດທະນາ ​ແລະ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ຮ່ວມ​ກັນ​ຂອງ​ບັນດາ​ປະ​ເທດ​​ທ່າມ​ກາງ​ສະພາບ​ການ​ລວມຂອງ​ໂລກ ​ແລະ ກະ​ແສ​​ຂອງ​ຍຸກ​ສະໄໝ.
 

ຜົນສຳ​ເລັດ​ຄັ້ງ​ປະຫວັດສາດ​ຂອງ​ພັກ​ກອມ​ມູນິດ​ຈີນ ​ແລະປະຊາຊົນ​ຈີນ, ​ບໍ່​ສາ​ມາດປາສະຈາກ​ໄດ້ການ​ສະໜັບສະໜູນ​ທີ່​ເຂັ້ມ​ແຂງ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ. ນະ​ທີ່​ນີ້, ຂ້າພະ​ເຈົ້າ​ຂໍ​ຕາງໜ້າໃຫ້​ພັກ​ກອມ​ມູນິດ​ຈີນ ​ແລະປະຊາຊົນ​ຈີນ, ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​​ຈິງ​ໃຈຕໍ່​ພັກ​ການ​ເມືອງ ປະຊາຊົນ ​ແລະ ​ເພື່ອນ​ມິດ​ບັນດາ​ປະ​ເທດ​ທີ່ໄດ້​ເອົາ​ໃຈ​ໃສ່ ໃຫ້ການສະໜັບສະ​ໜູນ ​ແລະຊ່ວຍ​ເຫຼືອ​ພັກ​ກອມ​ມູນິດ​ຈີນກໍ​ຄືພາລະກິດ​ປະຕິວັດ, ການ​ສ້າງສາ​ພັດທະນາ ​ແລະ ປະຕິ​ຮູບຂອງ​ຈີນ.

 

ບັນ​ດາ​ທ່ານ​ຍິງ ທ່ານ​ຊາຍ ແລະ​ເພື່ອນ​ມິດ​!

ໂລກ​ໃນ​ປັດ​ຈຸ​ບັນ​ກຳ​ລັງ​ປະ​ສົບ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ, ໂລກ​ຫັນ​ເປັນຫຼາຍ​ຂົ້ວ, ເສດ​ຖະ​ກິດ​ໂລ​ກາ​ພິ​ວັດພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ບັນ​ດາ​ປະ​ເທດ​ມີການພົວ​ພັນ​ກັນ, ເພິ່ງ​ພາ​ອາ​ໄສ​ກັນ ແລະ ​ສົ່ງ​ຜົນ​ສະ​ທ້ອນໃຫ້​ແກ່ກັນ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຂຶ້ນ. ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ການຊຸກ​ຍູ້​ການ​ຟື້ນ​ຟູ​ເສ​ດ​ຖະ​ກິດ, ການຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ, ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ເຫລົ່ານີ້, ປະ​ຊາ​ຄົມ​ໂລ​ກ​ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ລຳ​ບາກ​, ພັກ​ການ​ເມືອງ​ບັນ​ດາ​ປະ​ເທດ​ໄດ້​ຕັ້ງໜ້າຄົ້ນ​ຄວ້າ​ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ ​ຄວາມ​ຮັບ​ຜິດ​ຊອບ​​ຂອງ​ຕົນ. ໃນ​ຂະ​ນະ​ດຽວ​ກັນ, ເຂດ​ແຄວ້ນ​ຈຳ​ນວນ​ໜຶ່ງ​ໃນ​ໂລກ​ຍັງ​ສືບ​ຕໍ່​ມີ​ຄວາມ​ປັ່ນ​ປ່ວນ​ຍ້ອນ​ສົງ​ຄາມ​ແລະ​ມີ​ການ​ປະ​ທະ​ກັນ, ຄວາມ​ອຶດ​ຫິວ​ແລະ​ພະ​ຍາດ​ຕິດ​ແປດຍັງ​ສືບ​ຕໍ່​ແຜ່​ລະ​ບາດ, ຄວາມ​ຫ່າງ​ເຫີນ​ກັນ​ດ້ານ​ຈິດ​ໃຈ​ແລະ​ການ​ເປັນ​ປໍ​ລະ​ປັກ​ກັນ​ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ, ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດມີ​ສຽງ​ຮຽກ​ຮ້ອງ​ຢ່າງແຮງ​ກ້າກວ່າ​ເກົ່າ​ທີ່​ຢາກ​​ມີຊີ​ວິດ​ການ​ເປັນ​ຢູ່​ທີ່​ມີ​ຄວາມ​ສຸກ​.
 

ທຸກ​ມື້​ນີ້, ສັງ​ຄົມ​ມະ​ນຸດ​ໄດ້​​ຢືນ​ຢູ່​ທາງ​ແຍກ​ຂອງປະ​ຫວັດ​ສາດ​ອີກ​ຄັ້ງ​ໃໝ່​ ແລະ ​ຄວນ​ຈະ​ກ້າວເດີນໄປ​ທາງ​ທິດ​ໃດ? ຈະ​ເປັນ​ປໍ​ລະ​ປັກ​ກັນຫຼື​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ? ຈະ​ປິດ​ປະ​ຕູ, ຕັດ​​ສາຍ​ພົວ​ພັນ​ກັນ ຫຼື ​ເປີດ​ປະ​ຕູ​ແລະ​ຮ່ວມ​ມື​ກັນ? ຈະ​ແຂ່ງ​ຂັນກັນ​ແບບ​ເກມ​ຜົນ​ລວມ​ເປັນ​ສູນ ຫຼື ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້ຜົນ​ປະ​ໂຫຍດ? ທາງ​ເລືອກ​ແມ່ນ​ຢູ່​ໃນ​ກຳ​ມື​ຂອງ​ພວກ​ເຮົາ, ຢູ່​ເທິງ​ບ່າ​ໄຫຼ່ຂອງ​ພວກ​ເຮົາພວມ​ແບ​ກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ.

 

 ມວນ​ມະ​ນຸດ​ແມ່ນ​ເອ​ກະ​ພົບ​ດຽວກັນ, ໜ່ວຍ​ໂລກ​ເປັນ​ບ້ານ​ເມືອງ​ຮ່ວມອັນດຽວກັນ. ເມື່ອ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ, ບໍ່​ວ່າ​ຄົນ​ໃດຫຼື​ປະ​ເທດ​ໃດ​ກໍ​ບໍ່​ສາ​ມາດ​ຮັບ​ມື​ໄດ້​ພຽງ​ລຳ​ພັງ​. ມະ​ນຸດ​ເຮົາ​ມີ​ທາງ​ອອກ​ພຽງ​ເສັ້ນທາງດຽວ​ເທົ່າ​ນັ້ນ​ຄື: ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ,ປອງດອງ​ກັນແລະ​ຮ່ວມ​ມື​ກັນ​ເພື່ອ​ການຄົງ​ຕົວ​ຢູ່ຮ່ວມ​ກັນ. ພັກ​ການ​ເມືອງ​ໃນ​ຖາ​ນະ​ເປັນ​ກຳ​ລັງ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ຂອງມວນ​ມະ​ນຸດ, ຄ​ວນ​ມຸ້ງ​ໝັ້ນ​ເດີນຕາມທິດ​ທາງ​ກ້າວ​ໄປ​ໜ້າ​ຢ່າງ​ຖືກ​ຕ້ອງ, ແບກ​ຫາບ​ໜ້າ​ທີ່​ປະ​ຫວັດ​ສາດ​ໃນ​ການ​ສະ​ແຫວງ​ຫາ​ຄວາມ​ຜາ​ສຸ​ກ​ໃຫ້​ແກ່​ປະ​ຊາ​ຊົນ,ສະ​ແຫວງ​ຫາ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່ມວນ​ມະ​ນຸດ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ພັກ​ການ​ເມືອງ​ຄວນ​ພະ​ຍາ​ຍາມ​ສູ້​ຊົນ​ເຮັດ​ໃຫ້​ໄດ້​ຫຼາຍ​ດ້ານ​ດັ່ງ​ລຸ່ມ​ນີ້​:

 

ໜຶ່ງ:  ພວກ​ເຮົາ​ຄວນ​ແບກ​ຫາບ​ໜ້າ​ທີ່​ເປັນ​ຜູ້​ນຳ​ໜ້າ​ພາ​ທາງ, ກຳ​ແໜ້ນ​ແລະ​ສ້າງ​ອະ​ນາ​ຄົດ​ຮ່ວມ​ຂອງ​ມວນ​ມະ​ນຸດ. ປະ​ຊາ​ຊົນ​ມີຄວາມປາ​ຖະ​ໜາ​ຫາ​ຄວາມ​ຮັ່ງ​ມີ​ ແລະ ສະ​ຫງົບ​ສຸກ, ປາ​ຖະ​ໜາ​ຫາ​ຄວາມ​ຍຸດ​ຕິ​ທຳ​ ແລະ​ ຄວາມ​ເປັນ​ທຳ. ຍຸກ​ສະ​ໄໝ​ຕ້ອງ​​ການ​ວິ​ໄສ​ທັດ​ເບິ່ງກວ້າງມອງ​ໄກ, ຕ້​ອງ​ການ​ຈິດ​ໃຈ​ກວ້າງ​ຂວາງ. ເມື່ອ​ເບິ່ງ​ຈາກ​ແງ່​ມູມທີ່ຖື “ປະ​ເທດ​ຕົນ​ເປັນ​ບູ​ລິ​ມະ​ສິດ”, ໂລກ​ກໍ່​ຈະມີ​ຄວາມ​ຄັບ​ແຄບ​ແອ​ອັດ, ມີ​ການ​ແຂ່ງ​ຂັນ​ຢ່າງ​ດຸ​ເດືອດ​ຢູ່​ທຸກ​ເວ​ລາ. ຖ້າຫາກເບິ່ງ​ຈ​າກ​ແງ່​ມູມທີ່ຖື “ ການຮ່ວມ​ຊາ​ຕາ​ກຳ​ນຳ​ກັນ”, ໂລກ​ນີ້ກໍ່​ຈະ​ເປັນ​ໂລກ​ທີ່​ກວ້າງ​ໃຫຍ່​ໄພ​ສານ, ມີ​ໂອ​ກາດ​ຮ່ວມ​ມື​ຢູ່ທຸກ​ບ່ອນ. ພວກ​ເຮົາ​ຄວນ​ຮັບ​ຟັງ​ຫາງສຽງ​ຂອງ​ປະ​ຊາ​ຊົນ, ໄປ​ຕາມ​ກະ​ແສ​ຂອງຍຸກ​ສະ​ໄໝ, ຊຸກ​ຍູ້​ບັນ​ດາ​ປະ​ເທດ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ແລະການ​ຮ່ວມ​ມື​ກັນ, ຖື​ເອົາ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕົນໃຫ້​ເປັນເອ​ກະ​ພາບ​ກັນ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ, ກ້າວ​ເດີນ​ໄປ​ໜ້າ​ຕາມ​ທິດ​ທາງ​ທີ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

 

ສອງ, ພວກ​ເຮົາ​ຄວນ​ແບກ​ຫາບ​ໜ້າ​ທີ່​​ເຕົ້າ​ໂຮມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ, ຍຶດ​ໝັ້ນ​ແລະ​ເສີມ​ຂະ​ຫຍາຍ​ຄ່ານິຍົມ​ຮ່ວມ​ຂອງມວນ​ມະ​ນຸດ. ປະ​ເທດ​ຕ່າງໆ​ມີ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​, ລະ​ບອບແລະ​ລະ​ດັບ​ການ​ພັດ​ທະ​ນາ​ທີ່​ແຕກຕ່າງ​ກັນ, ແຕ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ລ້​ວນ​ແຕ່​ສະ​ແຫວງ​ຫາ​ຄ່ານິຍົມ​ຮ່ວມ​ຂອງມວນ​ມະ​ນຸດ​ຄື:ສັນ​ຕິ​ພາບ, ການ​ພັດ​ທະ​ນາ, ຄວາມຍຸ​ຕິ​ທຳ, ຄວາມ​ເປັນ​ທຳ, ປະ​ຊາ​ທິ​ປະ​ໄຕແລະ​ເສ​ລີພາບ. ພວກ​ເຮົາ​ຄວນ​ມີ​ທ່າ​ທີ​​ຮັບ​ຜິດ​ຊອບ​ຢ່າງ​ສູງ​ຕໍ່​ອະ​ນາ​ຄົດ​ແລະ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ເປັນ​ຜູ້ສົ່​ງ​ເສີມ​ຄ່ານິຍົມຮ່ວມ​ຂອງມວນ​ມະ​ນຸດ, ​ເຂົ້າໃຈຄວາມຮັບຮູ້ຂອງອະລິຍະທຳທີ່ຕ່າງກັນທີ່ມີຕໍ່ເນື້ອ​ໃນ​ຄ່ານິຍົມດ້ວຍຈິດໃຈກວ້າງຂວາງ, ເຄົາ​ລົບ​​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ການຄົ້ນ​ຄວ້າ​ເສັ້ນ​ທາງ​ເພື່ອ​ບັນ​ລຸ​ຄ່ານິຍົມ, ເຮັດ​ໃຫ້​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ການ​ບັນ​ລຸ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕົນ​ສາ​ມາດ​ສ່ອງ​ແສງ​ເຖິງ​ຄ່າ​ນິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ​ຢ່າງ​ແທ້​ຈິງ​ແລະເປັນ​ຮູບ​ປະ​ທຳ​.

 

ສາມ, ພວກ​ເຮົາ​ຄວນ​ແບກ​ຫາບ​ໜ້າ​ທີ່ຮັບ​ຜິດ​ຊອບ​ໃນການ​ຊຸກ​ຍູ້​ການ​ພັດ​ທະ​ນາ, ເຮັດ​ໃຫ້​ຜົນ​ຂອງການ​ພັດ​ທະ​ນາ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດຫຼາຍກວ່າ​ເກົ່າ​ແລະ​ຍຸ​ຕິ​ທຳ​ກວ່າ​ເກົ່າ. ການ​ພັດ​ທະ​ນາ​ແມ່ນ​ຂໍ​ກຸນ​ແຈສຳຄັນໃນ​ການ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ. ຢູ່​ບົນ​ເສັ້ນ​ທາງ​ທີ່ມວນ​ມະ​ນຸດ​ສະ​ແຫວງ​ຫາ​ຄວາມ​ຜາ​ສຸກ, ບໍ່​ປະປ່ອຍປະ​ເທດ​ໃດ​ໜຶ່ງ​ແລະ​ຊົນ​ຊາດ​ໃດ​ໜຶ່ງ. ປະ​ເທດ​ທັງ​ໝົດ​, ຊົນ​ຊາດ​ທັງ​ໝົດ​ໃນ​ໂລກ​ກໍ​ຄວນ​ມີ​ໂອ​ກາດ​ແລະ​ສິດ​ໃນການ​ພັດ​ທະ​ນາ​ຢ່າງ​ສະ​ເໝີ​ພາບ​ກັນ. ພວກ​ເຮົາ​ຄວນ​ກ້າຜະ​ເຊີນ​ໜ້າ​ກັບ​ບັນ​ຫາ​ຄວາມ​ເປັນ​ຈິງ​ທີ່​ໃຫຍ່​ແລະ​ສຳ​ຄັນເປັນ​ຕົ້ນ​ແມ່ນຄວາມແຕກ​ໂຕນ​ກັນ​ລະ​ຫວ່າງ​ຄວາມ​ຮັ່ງ​ມີ​ແລະ​ຄວາມ​ທຸກ​ຍາກແລະ​ຊ່ອງ​ຫວ່າງ​ດ້ານ​ການ​ພັດ​ທະ​ນາ, ຄວນເອົາ​ໃຈ​ໃສ່​ປະ​ເທດ​ແລະ​ເຂດ​ແຄ້ວນ​ດ້ອຍ​ພັດ​ທະ​ນາ, ເອົາ​ໃຈ​ໃສ່​ແລະ​ຮັກ​ແພງ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກເພື່ອ​ເຮັດ​ໃຫ້​ດິນ​ແດນ​ທຸກ​ບ່ອນ​ມີ​ຄວາມ​ຫວັງ. ຄົນ​ບູ​ຮານ​ຈີນ​ເວົ້າ​ວ່າ: “ຜູ້​ທີ່​ສ້າງ​ຜົນ​ປະ​ໂຫຍດ​ໃຫ້ແກ່​ຕົນ​ເອງ​ແຕ່ພັດບໍ່​ເອົາໃຈໃສ່ນຳ​ຄົນ​ອື່ນ, ຄົນ​ທັງຫຼາຍ​​ຈະ​ປະ​ຖີ້ມ; ຜູ້​ທີ່ຈຳ​ກັດ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ແຕ່​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຄົນ​ອື່ນ​, ຄົນ​ທັງຫຼາຍ​ຈະ​ໃຫ້​ການ​​ອູ້​ຊູສະ​ໜັບ​ສະ​ໜູນ.”ການ​ພັດ​ທະ​ນາ​ແມ່ນ​ສິດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກແຕ່ບໍ່​ແມ່ນ​ສິດ​ທິ​ພິ​ເສດຂອງ​ປະ​ເທດ​ສ່ວນ​ໜ້ອຍ. ພວກ​ເຮົາ​ຄວນ​ຊຸກ​ຍູ້​ໃຫ້​ປະ​ເທດ​ຕ່າງໆ​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ແລະ​ການ​ຮ່ວມ​ມືກັນ, ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ສາ​ມາດ​ຊົມ​ໃຊ້​ໝາກຜົນຂອງ​ການ​ພັດ​ທະ​ນາ, ​ຍົກ​ສູງ​ຄວາມສະ​ເໝີ​ພາບ, ປະ​ສິດ​ທິ​ຜົນ, ການ​ປະ​ສານ​ງານ​ໃນ​ການ​ພັດ​ທະ​ນາ​ຂອງ​ໂລກ, ຮ່ວມ​ກັນ​ຄັດ​ຄ້ານ​ທຸກ​ຄົນ​ທີ່​ປິດ​ລ້ອມ​ເຕັກ​ນິກ, ສ້າງ​ຊ່ອງ​ຫວ່າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກແລະ​​ຕັດ​ການ​ພົວ​ພັນ​ດ້ານ​ການ​ພັດ​ທະ​ນາ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ການ​ຊັກ​ໄຍ​ທາງ​ການ​ເມືອງ​ທຸກ​ຮູບ​ແບບທີ່​​ຂົ່ມ​ຂູ່​ປະ​ເທດ​ອື່ນ​ດ້ວຍ​ການ​ຂັດ​ຂວາງ​ການ​ພັດ​ທ​ະ​ນາ​ຂອງ​ປະ​ເທດ​ອື່ນ​ແລະ​ທຳ​ລາຍ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ປະ​ເທດ​ອື່ນ​​ລ້ວນ​ແຕ່ຈະ​ບໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນທັງຫລາຍທັງ​ເປັນ​ການ​ກະ​ທຳ​ທີ່​ເສຍ​ແຮງ​ໄປ​ລ້າໆ​ໃນ​ທີ່​ສຸດ!

 

ສີ່, ພວກ​ເຮົາ​ຄວນ​ແບກ​ຫາບ​ໜ້າ​ທີ່​​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຮ່ວມ​ກັນ​ຮັບ​ມື​ກັບ​ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ​ຂອງ​ໂລກ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ-19 ທີ່​ພວມ​ແຜ່​ລະ​ບາດ​ນັ້ນ, ພວກ​ເຮົາ​ຄວນ​ຍຶດ​ໝັ້ນ​ມາດ​ຕະ​ການ​ຕາມຫຼັກ​ວິ​ທະ​ຍາ​ສາດ, ​ສົ່ງ​ເສີມ​ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື​ກັນ, ​ແກ້​ໄຂ​ບັນ​ຫາ​ຊ່ອງ​ຫວ່າງ​ດ້ານ​ພູ​ມ​ຄຸ້ມ​ກັນ, ຄັດ​ຄ້ານການ​ເຮັດ​ໃຫ້​ສະ​ພາບ​ພະ​ຍາດ​ໂຄວິດ-19 ກາຍ​ເປັນ​ບັນ​ຫາ​ການ​ເມືອງແລະ​ ການຕິດ​ເຄື່ອງ​ໝາຍ​ເຊື້ອ​ໄວ​ຣັດ​ໃຫ້​ປະ​ເທດ​ອື່ນ, ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງມວນ​ມະ​ນຸດ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ລັດ​ທິກໍ່​ການ​ຮ້າຍ​ເຊິ່ງ​ເປັນ​ສັດ​ຕູ​ຮ່ວມ​ຂອງມວນ​ມະ​ນຸດ​, ພວກ​ເຮົາ​ຄວນ​ຮ່ວນ​ມື​ກັນເພື່ອ​ສະ​ແຫວງ​ຫາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ, ຮ່ວມ​ກັນ​ສ້າງ​ກຳ​ແພງ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ.ໂດຍ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ແວດ​ລ້ອມ​ນິ​ເວດ​ທີ່​ອ່ອນ​ແອ, ພວກ​ເຮົາ​ຄວນ​ຍຶດ​ໝັ້ນ​ການ​ເຄົາ​ລົບ​ທຳ​ມະ​ຊາດ, ໄປ​ຕາມ​ກົດ​ເກນ​ທຳ​ມະ​ຊາດ​ແລະ​ອະ​ນຸ​ລັກ​ທຳ​ມະ​ຊາດ, ຮ່ວມ​ກັນ​ສ້າງ​ບ້ານ​ເມືອງ​ສີ​ຂຽວ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ອັນ​ຂ້ຽວ​ຂາດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທີ່ມີຜົນກະທົບຕໍ່ການດຳລົງຄົງຕົວ ແລະ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ, ພວກ​ເຮົາ​ຄວນ​ກ້າ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ຮ່ວມ​ກັນ​ສະ​ແຫວງ​ຫາຊ່ອງ​ທາງ​ທີ່​ມະ​ນຸດ​ແລະ​ທຳ​ມະ​ຊາດ​ສາ​ມາດ​ຢູ່​ຮ່ວມ​ກັນໄດ້​ຢ່າງ​ກົມ​ກຽວ​.

 

ຫ້າ, ພວກ​ເຮົາ​ຕ້ອງ​ແບກ​ຫາບ​ຄວາມ​ຮັບຜິດຊອບ​ທີ່​ປັບປຸງ​ການ​ຄຸ້ມ​ຄອງ, ​ເພີ່ມ​ທະວີ​ຄວາມ​ສາມາດ​ທີ່​ສະ​ແຫວ​ງຫາ​ຄວາມສຸກ​ໃຫ້​ກັບ​ປະຊາຊົນ. ​ເສັ້ນ​ທາງ​ທີ່​ກ້າວ​ໄປ​ສູ່​ຄວາມສຸກ​ມີ​ຄວາມ​ແຕກ​ຕ່າງ​ກັນ, ປະຊາຊົນ​ບັນດາ​ປະ​ເທດ​ມີ​ສິດ​ເລືອກ​ເອົາ​ເສັ້ນທາງ​ພັດທະນາ ​ແລະ ຮູບ​ແບບ​ລະບອບ​ຂອງ​ຕົນ, ນີ້​ຄື​ຄວາມ​ໝາຍ​ທີ່​ແທ້​ຈິງ​​ຂອງຄວາມສຸກ​ຂອງ​ປະຊາຊົນ. ປະຊາທິປະ​ໄຕ​ກໍ​ແມ່ນ​ສິດທິ​ຂອງ​ປະຊາຊົນ​ບັນດາ​​ປະ​ເທດ​ເຊັ່ນ​ກັນ, ​ຫາກບໍ່​ແມ່ນ​ສິດທິ​ພິ​ເສດ​ຂອງ​ປະ​ເທດ​ສ່ວນ​ໜ້ອຍ. ການ​ບັນລຸ​ປະຊາທິປະ​ໄຕ​ມີ​ຫຼາຍ​ຮູບ​ການ, ຈະ​ບໍ່​ແມ່ນ​ຮູບ​​ແບບ​ດຽວ​ກັນ. ປະ​ເທດ​ໜຶ່ງ​ມີ​ປະຊາທິປະ​ໄຕຫຼື​ບໍ່, ຕ້ອງ​ໃຫ້​ປະຊາຊົນ​ຂອງ​ປະ​ເທດ​ນັ້ນ​ເປັນ​ຜູ້​ຕັດສິນ, ຫາກ​ບໍ່​ຄວນ​ປ່ອຍ​ໃຫ້​ຄົນ​ສ່ວນ​ໜ້ອຍ​ເປັນ​ຜູ້​ຕັດສິນ! ພວກ​ເຮົາ​ຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ, ປັບປຸງກົນ​ໄກ​ແລກປ່ຽນ​ໃຫ້​ສົມ​ບູນ​ຂຶ້ນ, ຮັບ​ຮູ້​ສະພາບ​ການ​ສັງຄົມ ​ແລະ ປະຊາ​ມະຕິ, ບູລະນະ​ລະບົບ​ການຈັດ​ຕັ້ງ, ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ຄຸ້ມຄອງ​ບໍລິຫານ, ຊຸກຍູ້​ການ​​ສ້າງ​ການ​ເມືອງ​ປະຊາທິປະ​ໄຕ​ທີ່​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ, ຍົກ​ສູງ​ຄວາມ​ສາມາດ ​ແລະ ປະສິດທິ​ຜົນ​ໃນ​ການສະ​ແຫວ​ງຫາ​ຄວາມສຸກ​ໃຫ້​ກັບ​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ.
 

ບັນ​ດາ​ທ່ານ​ຍິງ ທ່ານ​ຊາຍ ແລະ​ເພື່ອນ​ມິດ​!

 

ການສະ​ແຫວ​ງຫາ​ຄວາມສຸກ​ໃຫ້​ກັບ​ປະຊາຊົນ​, ​ແມ່ນ​ອຸດົມ​ການ​ແຕ່​ຫົວທີ​ຂອງ​ພັກ​ກອມ​ມູນິດ​ຈີນ​ທີ່​ຍຶດໝັ້ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຊູ່​ມື້​ນີ້, ຈີນ​ໄດ້​ບັນລຸ​ເປົ້າ​ໝາຍ​ສູ້​ຊົນທີ່​ສ້າງ​ສັງຄົມ​ທີ່​ອີ່ມ​ໜໍາ​ສຳລານ​ໃຫ້​ສຳ​ເລັດ​ຢ່າງຮອບດ້ານ, ​ໄດ້​ເປີດ​ຂະ​ບວນການ​ໃໝ່​ທີ່​ສ້າງສາ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ທັນ​ສະ​ໄໝ​ຢ່າງຮອບດ້ານ, ປະຊາຊົນ​ຈີນ​ມີ​ຄວາມ​ຮູ້ສຶກ​ທີ່​ໄດ້​ຮັບ​ຜົນ​ປ​ະໂຫຍ​ດ, ​ມີ​ຄວາມສຸກ ​ແລະ ​ຮູ້ສຶກ​ປອດ​ໄພ​ເພີ່ມ​ຂຶ້ນ​ເລື້ອຍໆ. ການ​ເຮັດ​ພາລະ​ກິດ​ຂອງ​ຈີນ​ໃຫ້​ດີ, ​ເຮັດ​ໃຫ້​ປະຊາຊົນຈີນ 1,4 ຕື້​ກວ່າ​ຄົນ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີງາມ​ກວ່າ​ເກົ່າ,ຊຸກ​ຍູ້​ພາ​ລະ​ກິດ​ອັນ​ສູງ​ສົ່ງ​​​ຄື​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ມວນ​ມະ​ນຸດ ​ເຊິ່ງ​ແມ່ນ​ເປົ້າ​ໝາຍ​ສູ້​ຊົນ​ທີ່​ໝັ້ນໜ້ຽວ​ບໍ່​ປ່ຽນ​ແປງ​ຂອງ​ພັກ​ກອມ​ມູນິດ​ຈີນ. ພັກ​ກອມ​ມູນິດ​ຈີນ​ຈະ​ຍຶດໝັ້ນ​ໃນ​ແນວ​ຄິດ​ການ​ພັດທະນາ​ທີ່​ຖື​ປະຊາຊົນ​ເປັນ​ໃຈກາງ, ຄົ້ນ​ຄິດ​ຫົວ​​ຂໍ້​ເລິກທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ​​ກ່ຽວ​ກັບການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະຊາ​ຊາດ​ຈີນ ​ແລະ ຄວາມ​ກ້າວໜ້າ​ຂອງ​ມວນ​ມະນຸດ​ດ້ວຍ​ສາຍ​ຕາ​ທີ່​ເບິ່ງກວ້າງມອ​ງ​ໄກ, ​ເຕົ້າ​ໂຮມ​ສາມັກຄີ ​ແລະ​ນຳພາ​ປະຊາຊົນ​ຈີນ​ສຸມ​ຄວາມ​ພະຍາຍາມ​ເພື່ອ​ຄົ້ນຄວ້າ ​ແລະ ບຸກບືນ​ຢ່າງ​ກ້າຫານ, ສ້າງ​ອະນາຄົດ​ທີ່​ດີງາມ​ກວ່າ​ເກົ່າ.

 

ປະຫວັດສາດ​ບອກ​ພວກ​ເຮົາ​ວ່າ, ຕ້ອງ​ໂອບ​ກອດ​ໂລກ, ຈຶ່ງຈະ​ສາມາດ​ໂອບ​ກອດ​ອະນາຄົດ​ໄດ້; ​​ເກາະ​ແຂນກັນ​ກ້າວ​ໄປ​ໜ້າ​ຮ່ວມ​ກັນ, ຈຶ່ງ​​ຈະສາມາດ​ກ້າວ​ເດີນ​ໄປ​ໄກ​ຢ່າງ​ໜັກ​ແໜ້ນ. ພັກ​ກອມ​ມູນິດ​ຈີນ​ຍິນ​ດີ​ຮ່ວມ​ກັບ​ພັກ​ການ​ເມືອງ​ບັນດາ​ປະ​ເທດ​ສຸມ​ຄວາມ​ພະຍາຍາມ, ເຮັດ​ໃຫ້ຄວາມ​ໃຝ່ຝັນ​ປາ​ກົດ​ຜົນ​ເປັນ​ຈິງ, ​​ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​ຍາດ​ໄດ້ຜົນ​ສຳ​ເລັດ​ໃນ​ອະນາຄົດ, ​ເປັນ​ຜູ້​ສ້າງສັນຕິພາບໂລກ, ຜູ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ໂລກ ​ແລະ ຜູ້​ຮັກສາ​ລະບຽບການ​ ​ສາກົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

 

ພັກ​ກອມ​ມູນິດ​ຈີນ​ຈະ​​ເຕົ້າ​ໂຮມ​ສາມັກຄີ ​ແລະ ນຳພາ​ປະຊາຊົນ​ລົງ​ເລິກ​ຊຸກຍູ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​​ໃນແບບຂອງ​ຈີນ, ປະກອບສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ຄົ້ນຄວ້າ​ເສັ້ນທາງ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ມວນ​ມະນຸດ. ພັກ​ກອມ​ມູນິດ​ຈີນ​ຍຶດໝັ້ນ​ການ​ເຮັດ​ທຸກ​ຢ່າງແມ່ນ​ເລີ່​ມຈາກ​ຄວາມ​ເປັນ​ຈິງ, ນຳພາ​ປະຊາຊົນ​ຄົ້ນຄວ້າ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ສຳ​ເລັດ​ຜົນ. ປະຫວັດສາດ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ໄດ້​ພິສູດ ​ແລະ ຈະ​ພິສູດ​ຕື່ມ​ອີກ​ວ່າ, ​ເສັ້ນທາງ​ສາຍ​ນີ້, ບໍ່​ພຽງ​ແຕ່​​ແມ່ນ​ເສັ້ນທາງ​ທີ່​ຖືກຕ້ອງ ​ແລະ ສາມາດ​ເປັນ​​ໄປ​ໄດ້, ​​ກໍ​ຈະ​ສາມາດ​ກ້າວ​ເດີນ​ໄປ​ໄດ້​ຢ່າງ​ໜັກ​ແໜ້ນ ​ແລະ​ມີ​ປະ​ສິດ​ທິ​ຜົນ​ທີ່​ດີ. ພວກ​ເຮົາ​ຈະ​ສືບ​ຕໍ່​ກ້າວເດີນ​ຕາມ​ເສັ້ນທາງ​ທີ່​ສະ​ຫວ່າງ​ສະ​ໄຫວ​ສາຍ​ນີ້​ຢ່າງ​ເດັດດ່ຽວ​ໜ້ຽວ​ແໜ້ນ, ພັດທະນາ​ຕົນ​ເອງ​ໃຫ້​ດີ ທັງ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທົ່ວ​ໂລກ. ​ເສັ້ນທາງ​ຫັນ​ເປັນ​ທັນ​ສະ​ໄໝ​ບໍ່​ມີ​ຮູບ​ແບບ​ຕາຍ​ຕົວ, ​ເສັ້ນທາງ​ທີ່​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ຕົນ​ຈຶ່ງ​ແມ່ນ​ເສັ້ນທາງ​ທີ່​ດີ​ທີ່​ສຸດ, ບໍ່​ຄວນ​ບັງຄັບ​ໃຫ້​ທຸກ​ປະ​ເທດ​​ເລືອກ​ເອົາ​ເສັ້ນທາງ​ທີ່​ເປັນ​ຮູບ​ແບບ​ດຽວ​ກັນ​ແຕ່​ບໍ່​ເໝາະ​ສົມ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ຕົນ. ຄວາມ​ພະຍາຍາມ​ຂອງ​ແຕ່ລະ​ປະ​ເທດ​ໃນ​ການສະ​ແຫວ​ງຫາ​ເສັ້ນທາງ​ຫັນ​ເປັນ​ທັນ​ສະ​ໄໝ​ທີ່​ສອດຄ່ອງ​ກັບປະ​ເທດ​ຕົນ​​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ນັ້ນ​ລ້ວນ​ແຕ່​ຄວນ​ໄດ້​ຮັບ​ຄວາມ​ເຄົາລົບ. ພັກ​ກອມ​ມູນິດ​ຈີນ​ຍິນ​ດີ​ຖອດ​ຖອນ​ບົດຮຽນ​ໃນ​ການ​ກໍ່​ສ້າງການ​ຫັນ​ເປັນ​ທັນສະ​ໄໝ​ກັບ​ພັກ​ການ​ເມືອງ​ທຸກ​ປະ​ເທດ, ຮ່ວມ​ກັນ​ເພີ່ມ​​ຊ່ອງ​ທາງ​ທີ່​ກ້າວ​ໄປ​ສູ່​ການ​ຫັນ​ເປັນ​ທັນ​ສະ​ໄໝ, ສະ​ແຫວ​ງຫາ​ຄວາມສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ປະ​ເທດ​ຕົນ ກໍ​ຄື​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ​​​ໃຫ້​ດີກ​ວ່າ​ເກົ່າ.

 

ພັກກອມມູນິດຈີນຈະ​ເຕົ້າ​ໂຮມ​ຄວາມສາມັກຄີ​ແລະນຳພາປະຊາຊົນຈີນລົງເລິກການປະຕິຮູບຢ່າງຮອບດ້ານ ແລະເປີດກວ້າງການເປີດປະຕູສູ່ພາຍນອກ, ປະກອບສ່ວນອັນໃໝ່ເຂົ້າໃນການພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງບັນດາປະເທດໃນໂລກ. ປັດຈຸບັນນີ້, ເຖິງວ່າເສດຖະກິດໂລກາພິວັດ​ພວມຜະເຊີນໜ້າກັບ​​ກຳ​ລັງກີດ​ຂວາງບໍ່ໜ້ອຍ, ແຕ່​ກໍຍັງມີກຳລັງຊຸກດັນຫຼາຍກວ່າເກົ່າ, ເບິ່ງ​ໂດຍລວມ​ແລ້ວ, ກຳລັງຊຸກດັນຫຼາຍກວ່າ​​ກຳ​ລັງ​ກີດ​ຂວາງ, ​ທ່ວງ​ທ່າ​ລວມ​ແຫ່ງການເປີດປະຕູສູ່ພາຍນອກ ແລະການຮ່ວມ​ມືຂອງບັນດາປະເທດບໍ່​ໄດ້ປ່ຽນແປງ ແລະ​ກໍຈະບໍ່ປ່ຽນແປງ​ໃນ​ຕໍ່​ໄປ. ພັກກອມມູນິດຈີນຍິນດີຮ່ວມກັບພັກການເມືອງຂອງບັນດາປະເທດເພີ່ມທະວີການແລກປ່ຽນ, ຮ່ວມກັນນຳພາເສດຖະກິດໂລກາພິວັດພັດທະນາ​ໄປ​ສູ່​ທິດ​ທາງ​ທີ່ເປີດກວ້າງ, ກວມລວມ,  ສ້າງຜົນປະໂຫຍດໃຫ້ທົ່ວເຖິງ, ດຸນດ່ຽງ ແລະໃຫ້ຕ່າງຝ່າຍຕ່າງມີຜົນປະໂຫຍດຫຼາຍກວ່າ​ເກົ່າ. ພວກເຮົາຍິນດີຮ່ວມກັບປະຊາຄົມໂລກເພີ່ມທະວີການຮ່ວມມືທີ່ມີຄຸນນະພາບສູງ​ໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຮ່ວມກັນຊຸກຍູ້ການເຊື່ອມໂຍງ​ເຊື່ອມ​ຈອດກັນໃນທົ່ວໂລກ​ໃຫ້​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ​ເກົ່າ, ໃຫ້ປະເທດ ແລະປະຊາຊົນຫຼາຍກວ່າເກົ່າສາມາດແບ່ງປັນໝາກຜົນການພັດທະນາ.

 

ພັກກອມມູນິດຈີນຈະປະຕິບັດ​ໜ້າ​ທີ່ຮັບຜິດຊອບ​ຕົນ​ໃນ​ຖາ​ນະ​ເປັນພັກ​ໃຫຍ່​ຂອງປະ​ເທດໃຫຍ່, ປະກອບສ່ວນ​ອັນໃໝ່​ເຂົ້າໃນການເພີ່ມ​ຄວາມ​ຜາ​ສຸກໃຫ້​ແກ່ປະຊາຊົນ. ການລຶບລ້າງຄວາມທຸກຍາກແມ່ນຄວາມໃຝ່ຝັນຮ່ວມກັນຂອງປະຊາຊົນບັນດາປະເທດ, ແມ່ນເປົ້າໝາຍສຳຄັນທີ່ພັກການເມືອງຂອງບັນດາປະເທດພະຍາຍາມ​ສູ້​ຊົນ​ເພື່ອບັນລຸ​ໃຫ້​ໄດ້. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ຈີນໄດ້​ເຮັດ​ໃຫ້ຜູ້ທຸກຍາກ 98,99 ລ້ານຄົນຕາມມາດຕະຖານປັດຈຸບັນນີ້​ສາ​ມາດຫຼຸດພົ້ນອອກຈາກຄວາມທຸກຍາກ​ທັງ​ໝົດ, ​ໄດ້ບັນລຸເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ​ຕາມ “ວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ” ​ກ່ອນ​ເວ​ລາ​ກຳ​ນົດ 10 ປີ. ພັກກອມມູນິດຈີນຍິນດີປະກອບສ່ວນ​ດ້ານແຜນການ​ແກ້​ໄຂ ແລະກຳລັງແຮງ​ຂອງຈີນຫຼາຍກວ່າເກົ່າເຂົ້າໃນຂະບວນການຫຼຸດຜ່ອນຄວາມທຸກຍາກຂອງມວນມະນຸດ. ຈີນຈະສະໜັບສະໜູນການຮ່ວມມືສາກົນຕ້ານກັບພະຍາດໂຄວິດ-19, ເພີ່ມໂອກາດການເຂົ້າເຖິງວັກຊີນ ແລະ ໃຫ້ບັນດາປະເທດພວມພັດທະນາສາມາດຊຶ້ໄດ້. ຈີນຈະ​ສຸມ​ຄວາ​ມ​ພະ​ຍາ​ຍາມ​ຢ່າງ​ລຳ​ບາກ​ແລະໃຫຍ່ຫຼວງ​ເພື່ອ ປະຕິບັດ​ຕາມຄຳໝັ້ນສັນຍາ​ໃນ​ການບັນລຸເປົ້າໝາຍການລະບາຍກາກບອນ​ດີ​ອົກ​ຊິດໃຫ້ເຖິງຈຸດສູງສຸດ ແລະການປອດ​ການ​ປ່ອຍກາກບອນ​ດີ​ອົກ​ຊິດ, ປະກອບສ່ວນຫຼາຍກວ່າເກົ່າ​ເຂົ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ​ຂອງ​ໂລກ. ຈີນຈະເປັນ​ເຈົ້າ​ພາບຈັດກອງປະຊຸມພາຄີ ຂອງ “ສັນຍາຄວາມຫຼາກຫຼາຍ​ດ້ານຊີວະນາ​ນາພັນ”ຄັ້ງທີ 15, ​ຮ່ວມ​ກັບ​ບັນ​ດາ​ຝ່າຍປຶກສາຫາລືຍຸດທະສາດໃໝ່ໃນການຄຸ້ມຄອງຄວາມຫຼາກຫຼາຍ​ດ້ານຊີວະນາ​ນາພັນ, ຮ່ວມກັນເປີດຂະບວນການໃໝ່ໃນການຄຸ້ມຄອງຄວາມຫຼາກຫຼາຍຂອງຊີວະນາ​ນາພັນໃນທົ່ວໂລກ.

 

ພັກ​ກອມ​ມູນິດ​ຈີນ​ຈະ​ຕັ້ງໜ້າ​ຊຸກຍູ້​ ​ປັບປຸງການ​ບໍລິຫານ​​ໂລກ, ປະກອບສ່ວນ​ອັນ  ​ໃໝ່​​ໃຫ້​ສັງຄົມ​ມະນຸດ​ຮ່ວມ​ມື​ກັນເພື່ອຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ. ທັດສະນະ​ແກນກາງ​ຂອງລະບົບ​ສາກົນ ​ແລະລະບຽບ​ການ​ສາກົນ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ​ແມ່ນ​ລັດທິ​ຫຼາຍ​ຝ່າຍ. ຖ້າປະຕິບັດຕາມ​ລັດທິ​ຫຼາຍ​ຝ່າຍ​ໄດ້​ດີ​, ກໍ​ຈະສາມາດ​ແກ້​ໄຂ​ບັນຫາ​ຮ່ວມ​ຂອງ​ມວນ​ມະນຸດ​ໄດ້​ດີ, ລະບຽບ​ການ​ສາກົນ​ຄວນ​ເປັນ​ລະບຽບ​ການ​ທີ່​ບັນດາ​ປະ​ເທດ​ໃນ​ໂລກ​ຍອມຮັບ​ຮ່ວມ​ກັນ, ບໍ່​ຄວນ​ໃຫ້​ປະ​ເທດ​ສ່ວນ​ໜ້ອຍ​ເປັນ​ຜູ້​ກຳນົດ. ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ຄວນ​ຖືເອົາ​ການ​ຮັບ​ໃຊ້​ມວນ​ມະນຸດ​ເປັນ​ຈຸດປະສົງ, ​ແຕ່​ບໍ່​ຄວນ​​ຖືເອົາການ​ເມືອງ​ຂອງ​ກຸ່ມ​ປະ​ເທດ​ສ່ວນ​ໜ້ອຍ​ເພື່ອ​ສະ​ແຫວ​ງຫາການ​ເປັນ​ເຈົ້າ​ອຳນາດ​ຂອງ​ໂລກເປັນຈຸດປະສົງ. ພວກ​ເຮົາ​ຄວນ​ຮ່ວມ​ກັນ​ຄັດຄ້ານ​ການ​ກະທຳ​ທຸກ​ຢ່າງຂອງລັດທິ​ຝ່າຍ​ດຽວ​ທີ່​ປະ​ຕິ​ບັດ​ໃນ​ນາມ​ລັດທິ​ຫຼາຍ​ຝ່າຍ. ຮ່ວມ​ກັນ​ຄັດຄ້ານ​ລັດທິ​ເຈົ້າ​ອຳນາດ ​ແລະການ​ເມືອງ​ມະຫາ​ອຳນາດ. ຈີນ​ຈະ​ເດັດດ່ຽວ​ຮັກສາ​ຈຸດປະສົງ ​ແລະ​ຫຼັກການ​ຂອງກົດ​ບັດ​ອົງການສະຫະ​ປະຊາ​ຊາດ, ສົ່ງ​ເສີມ​ຫຼັກການ​ທີ່​ວຽກ​ງານ​ສາກົນ​ຄວນ​ໃຫ້​ຄົນ​ທັງຫຼາຍ​ປຶກສາ​ຫາລື​ຮ່ວມ​ກັນ, ຊຸກຍູ້​ລະບຽບ​ການ​ສາກົນ ​ແລະລະບົບ​ສາກົນໃຫ້​ພັດທະນາ​ກ້າວ​ໄປ​ສູ່​ທິດ​ທາງ​ທີ່​ມີ​ຄວາມ​ຍຸດຕິ​ທຳ ​ແລະສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ. ຂ້າພະ​ເຂົ້າ​ຂໍ​ກ່າວ​ຢືນຢັນອີກ​ເທື່ອ​ໜຶ່ງ​ວ່າ: ຈີນ​ຈະ​ເປັນ​ປະເທດສະມາຊິກ​ໃນ​ວົງ​ຄະນາ​ຍາດ​ປະ​ເທດ​ພວມ​ພັດທະນາ​ຕະຫຼອດ​ໄປ, ຈະ​ສຸມ​ຄວາມ​ພະຍາຍາມ​ເພື່ອ​ຍົກ​ສູງ​ລັກສະນະ​ຕົວ​ແທນ ​ແລະ ສິດ​ປະກອບ​ຄຳ​ເຫັນ​ຂອງ​ປະ​ເທດ​ພວມ​ພັດທະນາ​ໃນ​ລະບົບ​ການ​​ບໍລິຫານ​​ໂລກ​ຢ່າງ​ເດັດດ່ຽວ ​ແລະ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ. ຈີນ​ຈະ​ບໍ່​ສະ​ແຫວ​ງຫາການ​ເປັນ​ເຈົ້າ​ອຳນາດ, ບໍ່​​ຂະຫຍາຍອຳນາດ ​ແລະ​ ບໍ່​ສະ​ແຫວ​ງຫາ​ການເປີດ​ກວ້າງ​ຂອບ​ເຂດ​ອິດ​ທິພົນຕະຫຼອດ​ໄປ, ພັກ​ກອມ​ມູນິດຈີນ​ຈະ​ຮ່ວມ​ກັບ​ພັກ​ການ​ເມືອງ​ບັນດາ​ປະ​ເທດ, ໂດຍຜ່ານ​ການ​ປຶກສາ​ຫາລື ​ແລະການ​ຮ່ວມ​ມື​ລະຫວ່າງ​ພັກ​ການ​ເມືອງ ​ເພື່ອ​ຊຸກຍູ້​ການ​ປະສານ​ງານ ​ແລະການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ພັກ​ການ​ເມືອງ​ໃນ​ການ​ບໍລິຫານ​​ໂລກ​ໃຫ້​ດີກ​ວ່າ​ເກົ່າ.


ບັນດາ​ທ່ານ​ຍິງ ທ່ານ​ຊາຍ ​ແລະ ​ເພື່ອນ​ມິດ!
 

​ເຖິງ​ວ່າ​ເສັ້ນທາງ​ທຸລະກັນດານ ​ແລະຍາວ​ໄກ ​ແຕ່ຖ້າ​ຍຶດໝັ້ນ​ການ​ກ້າວ​ເດີນ​ໄປໜ້າ​ກໍ​ສາມາດ​ໄປ​ຮອດ​ຈຸດໝາຍ​ປາຍທາງ​ໄດ້ໃນ​ທີ່​ສຸດ; ການຍຶດໝັ້ນ​​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ, ກໍ​ຈະ​ມີຄວາມຫວັງໄປ​ຮອດ​ອະນາຄົດ​ທີ່​ດີງາມ. ​ເສັ້ນທາງ​ຢູ່​ຂ້າງ​ໜ້າ​ອາດ​ຈະ​ຄົດ​ໆ​ລ້ຽວໆ, ​ແຕ່​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ. ພັກ​ກອມ​ມູນິດ​ຈີນ​ຍິນ​ດີ​ຮ່ວມ​ກັບ​ພັກ​ການ​ເມືອງ ​ແລະອົງການ​ຈັດ​ຕັ້ງ​ການ​ເມືອງ​ຂອງ​ບັນດາ​ປະ​ເທດ, ຢືນ​ຢູ່​ຄຽງຂ້າງກັບ​ຝ່າຍ​ທີ່​ຖືກຕ້ອງ​ຂອງ​ປະຫວັດສາດ, ຢືນ​ຢູ່​ໃນ​ຝ່າຍ​​ທີ່​ກ້າວໜ້າຂອງມວນມະນຸດ​, ປະກອບສ່ວນອັນ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ​ເຂົ້າ​ໃນ​ພາລະກິດ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ ​ແລະສ້າງ​ໂລກ​ທີ່​ດີງາມ​ກວ່າ​ເກົ່າ.

ຂໍຂອບ​ໃຈ.

ຄຳ​ເຫັນ

0