ໜັງສືພິມວໍຊິງຕັນໂພສຂອງອາເມຣິກາລາຍງານວ່າ: ຕອນຄ່ຳວັນທີ 4 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ອາຄານສ່ວນທີ່ເຫຼືອຈາກການພັງທະລາຍຂອງອາຄານທີ່ພັກຢູ່ລັດຟຼໍຣີດາຂອງອາເມຣິກາໄດ້ຖືກມ້າງອອກແລ້ວດ້ວຍການລະເບີດ.ນັບແຕ່ໄດ້ເກີດເຫດດັ່ງກ່າວໃນວັນທີ 24 ມິຖຸນາຜ່ານມາ, ໄດ້ມີ 24 ຄົນເສຍຊີວິດ, 121 ຄົນຍັງຫາຍສາບສູນຢູ່. ຄຽງຄູ່ກັບເວລາຜ່ານໄປ, ຄວາມອາດສາມາດທີ່ຈະຄົ້ນພົບຜູ້ລອດຊີວິດເກືອບບໍ່ມີເລີຍ.
ສາເຫດທີ່ພາໃຫ້ອາຄານທີ່ພັກພັງທະລາຍລົງຍັງພວມຢູ່ໃນໄລຍະສືບສວນຢູ່,ແຕ່ເມື່ອໄປກວດເບິ່ງສະຖານທີ່ເກີດເຫດຫຼືເບິ່ງພາບທີ່ກ່ຽວຂ້ອງແລ້ວ,ຜູ້ຊ່ຽວຊານດ້ານສະຖາປານິກຫຼາຍທ່ານລ້ວນແຕ່ເຫັນວ່າ: ອາຄານທີ່ພັກດັ່ງກ່າວມີບັນຫາມາແລ້ວໃນເວລາກໍ່ສ້າງ,ລວມທັງເສົາຢູ່ບ່ອນສຳຄັນຂອງຖານອາຄານທີ່ພັກ,ປະລິມານການໃຊ້ເຫຼັກເສັ້ນໜ້ອຍກວ່າຄວາມຕ້ອງການດ້ານສະຖາປານິກຕາມການອອກແບບ,ສະນັ້ນ,ນີ້ອາດຈະແມ່ນການສໍ້ໂກງລັດສະດຸກໍ່ສ້າງຢ່າງຮ້າຍແຮງ. ນອກນີ້,ຂ່າວສານອາເປຍັງໄດ້ລາຍງານວ່າ: ບໍລິສັດໃຫ້ຄຳປຶກສາໂມຣາບີໂຕຂອງອາເມຣິກາໄດ້ກ່າວໃນບົດລາຍງານໃຫ້ຄຳປຶກສາສະບັບໜຶ່ງທີ່ເຮັດຂຶ້ນໃນປີ 2018 ວ່າ: ອາຄານພັກທີ່ເກີດເຫດຢູ່ໄມອາມີໃນລັດດັ່ງກ່າໄດ້ເກີດການເປ່ເພດ້ານໂຄງສ້າງແລະຕ້ອງການສ້ອມແປງໂດຍໄວ.
ເມື່ອເບິ່ງຈາກການລາຍງານຂ່າວຈາກສື່ມວນຊົນອາເມຣິກາບາງແຫ່ງແລ້ວເຫັນວ່າ: ປະສິດທິພາບດ້ານການເຮັດວຽກຂອງອາເມຣິກາແມ່ນສາເຫດຕົ້ນຕໍທີ່ພາໃຫ້ເກີດເຫດດັ່ງກ່າວ. ໃນມື້ທຳອິດຫຼັງເກີດເຫດ, ຢູ່ສະຖານທີ່ເກີດເຫດມີພຽງແຕ່ພະນັກງານກູ້ໄພຂອງອຳນາດການປົກຄອງເມືອງເດດນະຄອນໄມອາມີຈຳນວນບໍ່ຫຼາຍປານໃດເທົ່ານັ້ນ. ເຖິງວ່າໜ່ວຍກູ້ໄພມືອາຊີບຂອງສຳນັກງານບໍລິຫານພາວະສຸກເສີນກາງຂອງອາເມຣິກາຫຼື(FEMA) ສາມາດອອກເດີນທາງໄດ້ທຸກເວລາກໍຕາມ,ແຕ່ພວກເຂົາເຈົ້າຍັງລໍຖ້າຄຳສັ່ງຈາກທ່ານປະທານາທິບໍດີ ໂຈ ໄບເດັນຢູ່. ສ່ວນທ່ານ ໂຈ ໄບເດັນເອງພັດໄດ້ລໍຖ້າການອອກຖະແຫຼງການຂອງເຈົ້າຄອງລັດຟຼໍຣີດາ,ມີແຕ່ເຈົ້າຄອງລັດປະກາດພາວະສຸກເສີນລະດັບ 1 ຂອງລັດເທົ່ານັ້ນ,ທາງການສະຫະລັດຈຶ່ງຈະສາມາດເຂົ້າໄປໃຫ້ການຊ່ວຍເຫຼືອກູ້ໄພໄດ້. ການເຄົາລົບການປະຕິບັດງານຕາມອັນທີ່ເອີ້ນວ່າ: “ຄວາມຖືກຕ້ອງດ້ານຂັ້ນຕອນຂອງລະບຽບການ” ແລະ “ຄວາມຖືກຕ້ອງທາງດ້ານການເມືອງ”ຂອງອຳນາດການປົກຄອງ 3 ຂັ້ນນີ້,ໄດ້ເຮັດໃຫ້ໄລຍະເວລາກອບກູ້ທີ່ສຳຄັນທີ່ສຸດທີ່ຖືກເອີ້ນວ່າ “72 ຊົ່ວໂມງຄຳ” ເສຍໄປລ້າໆ.
ການກອບກູ້ໄດ້ເລີ່ມຕົ້ນຂຶ້ນທ່າມກາງສະພາບການທີ່ມີການໂຍນຄວາຮັບຜິດຊອບໃຫ້ກັນລະຫວ່າງພາກສ່ວນຕ່າງໆຂອງລັດຖະບານ. ເນື່ອງຈາກໄດ້ຮັບຜົນກະທົບຈາກໄຟໄໝ້,ອາຄານພັງລົງເປັນຄັ້ງທີ 2, ລົມພາຍຸແລະປັດໄຈຕ່າງໆ,ການກູ້ໄພແບບ “ການຂຸດຄົ້ນວັດຖຸບູຮານ” ທີ່ໄດ້ດຳເນີນຢ່າງຊັກຊ້າຄັ້ງນີ້ໄດ້ເຮັດໃຫ້ຄອບຄົວຂອງຜູ້ປະສົບເຄາະຮ້າຍສິ້ນຫວັງເປັນກ້າວໆ. ຢູ່ເທິງສື່ສັງຄົມອອນລາຍອາເມຣິກາ, ວິດີໂອແລະຮູບພາບທີ່ພະນັກງານກູ້ໄພໃຊ້ຄຸຕັກນ້ຳຂົນຊາກຫັກພັງດ້ວຍວິທີຕໍ່ແຮງກໍ່ໄດ້ເຮັດໃຫ້ເກີດມີຫາງສຽງຕາມມາທີ່ຮຸນແຮງ. ຕໍ່ການເຄື່ອນໄຫວກູ້ໄພຢ່າງຊັກຊ້າຄືການຂຸດຄົ້ນວັດຖຸບູຮານແບບນີ້, ມີຊາວເນັດໄດ້ຂຽນຂໍ້ຄວາມລົງສື່ສັງຄົມອອນລາຍແບບບໍ່ພໍໃຈວ່າ: “ຄືໃຊ້ເວລາດົນແທ້,ພວກເຈົ້າຕ້ອງເອົາຊວ້ານໄປນຳ!” ໃນການພົບປະລະຫວ່າງອຳນາດການປົກຄອງທ້ອງຖິ່ນກັບຄອບຄົວຜູ້ເຄາະຮ້າຍ, ມີຄົນຖາມວ່າ: ເປັນຫຍັງບໍ່ໃຊ້ລົດຍົກໄປຍົກເອົາແຜ່ນເບຕົງໃຫຍ່ອອກ,ເພື່ອຈະສາມາດພົບເຫັນບ່ອນຫວ່າງທີ່ອາດມີຜູ້ລອດຊີວິດຢູ່ລຸ່ມ.
ສິ່ງທີ່ຮ້າຍແຮງໄປກວ່ານັ້ນອີກແມ່ນ: ຈາກການຢັ້ງຢືນຂອງຫົວໜ້າກອງດັບເພີງເມືອງເດດນະຄອນໄມອາມີໃນວັນທີ 2 ກໍລະກົດນີ້ໃຫ້ຮູ້ວ່າ: ໃນຈຳນວນພະນັກງານກູ້ໄພຢູ່ສະຖານທີ່ເກີດເຫດຫຼາຍກວ່າ 350 ຄົນ, ມີ 6 ຄົນໄດ້ຕິດເຊື້ອພະຍາດໂຄວິດ-19, ພະນັກງານກູ້ໄພຈຳນວນໜຶ່ງໄດ້ຖືກກັກບໍລິເວນ,ນີ້ກໍເປັນຜົນກະທົບທີ່ຮ້າຍແຮງທີ່ສຸດສຳລັບໜ່ວຍກູ້ໄພໂດຍບໍ່ຕ້ອງສົງໄສ.
ອາເມຣິກາຄວນຖອດຖອນບົດຮຽນແລະຄວນຮູ້ດີວ່າຈະປະສານງານກັນຢ່າງວ່ອງໄວໄດ້ແນວໃດເພື່ອຮັບມືກັບໄພພິບັດທີ່ໜັກໜ່ວງແລະຂະໜາດໃຫຍ່ຫຼັງເຄີຍປະສົບກັບເຫດການ 11 ກັນຍາແລະລົມພາຍຸຄາຕຣີນາແລ້ວ, ແຕ່ຈົນມາຮອດປັດຈຸບັນນີ້ອາເມຣິກາກໍຍັງບໍ່ສາມາດວາງແຜນການທີ່ລະອຽດຮອບຄອບໄດ້.
ທີ່ຈິງແລ້ວ, ໄດ້ມີປະຊາຊົນອາເມຣິກາເຊື້ອສາຍລາຕິນຈຳນວນບໍ່ໜ້ອຍພັກຫຼືເຊົ່າຢູ່ໃນອາຄານທີ່ພັກຫຼັງດັ່ງກ່າວ. ເຂົາເຈົ້າເຄີຍມີຄວາມຝັນຢາກເປັນຄົນອາເມຣິກາ,ແຕ່ອາດຈະບໍ່ເຄີຍຄິດມາກ່ອນວ່າຊີວິດຂອງຕົນຈະຈົບສິ້ນລົງໃຕ້ຊາກຫັກພັງແບບນີ້. “ຄວາມໃຝ່ຝັນຂອງອາເມຣິກາ” ເຄີຍແມ່ນປ້າຍໂຕໜັງສືຄຳເພື່ອຍ້ອງໂຕເອງຂອງອາເມຣິກາ,ແຕ່ອາຄານທີ່ພັກທີ່ມີ “ອາຍຸ 40 ປີ” ຫຼັງນີ້ພວມສະທ້ອນເຖິງຄວາມເຈັບແສບຂອງອາເມຣິກາແບບໜ້າອັບອາຍແທ້ໆ.
ຄຳເຫັນ
0