黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ລັດ​ທິ​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ” ຈະ​ຖືກ​ໂລກປະ​ຖິ້ມ​

2021-07-08 16:12:42 cri

ສະ​ຖິ​ຕິທີ່ຂ່າວ​ສານ​ອາ​​ເປຂອງ​ອາ​ເມ​ຣິ​ກາຫຼື AP ນຳ​ມາ​​ເຜີຍ​ແຜ່​ໄດ້​ຊີ້ໃຫ້​ເຫັນ​ວ່າ: ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ​ນີ້, ວັກ​ຊີນ​ໂຄວິດ-19 ທີ່​ອາ​ເມ​ຣິ​ກາ​ຊ່ວຍ​ເຫຼືອ​ໃຫ້​ 10 ປະ​ເທດ​ແລະ​ເຂດ​ແຄວ້ນ​ມີ​ບໍ່​ຮອດ 24 ລ້ານ​ຫຼອດ. ​ໃນຂະ​ນະ​ດຽວ​ກັນ​ນັ້ນ, ​ອາ​ເມ​ຣິ​ກາ​ມີວັກ​ຊີນ​ໂຄວິດ-19 ຫຼາຍ​ເກີນ​ໄປ​ຈົນ​ເຖິງ​ຂັ້ນວັກ​ຊີນ​ຈຳ​ນວນ​ຫຼວງ​ຫຼາຍ​ໃກ້​ຈະໝົດ​ອາ​ຍຸ​ນຳ​ໃຊ້​ແລ້ວ. ໃນ​ວິ​ກິດ​ການ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ​ຄັ້ງ​ນີ້, ອາ​ເມ​ຣິ​ກາ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ “ລັດ​ທິ​ຊາດ​ນິ​ຍົມ​ດ້ານ​ວັກ​ຊີນ” ​ສຸດ​ຂີດ​, ໃນ​ເວ​ລາ​ຕົນ​ເອງ​ຍັງ​ບໍ່​​ທັນມີ​ວັກ​ຊີນ, ອາ​ເມ​ຣິ​ກາ​ໄດ້​ໃຊ້​ທຸກວິ​ທີ​ເພື່ອ​ຈັດ​ຊື້​ວັດ​ອຸ​ປະ​ກອນ​ຖຸ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃຫ້​ໄດ້​ຫຼາຍ, ພາຍ​ຫຼັງ​ຕົນ​ເອງ​ມີ​ວັກ​ຊີນ​ແລ້ວ​ພັດ​ຖື​ເອົາ​ວັກ​ຊີນ​ເປັນ​ເຄື່ອງ​ມື​ທີ່​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ແລະ​ເພີ່ມ​ຄວາມ​ເປັນ​ມະ​ຫາອຳ​ນາດ​ຂອງ​ຕົນ​ໃນ​ທົ່ວ​ໂລກ​.

ກ່ອນ​ໜ້​າ​ນີ້, ໜັງ​ສື​ພິມ​ວໍ​ຊິງ​ຕັນ​ພົ​ສ໌ ເຄີ​ຍ​ຄາດ​ຄະ​ເນ​ວ່າ: ວັກ​ຊີນ​ໂຄວິດ-19 ທີ່​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ສະ​ສົມ​ໄວ້​ນັ້ນ​ມີ​ຢ່າງ​ພຽງ​ພໍ​​ສຳ​ລັບ 750 ລ້ານ​ຄົນ​, ແຕ່​ວ່າ​ໃນ​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ມີ​ແຕ່​ປະ​ຊາ​ກອນ​ຜູ້​ໃຫຍ່​ພຽງ 260 ລ້ານ​ຄົ້ນ​ເທົ່າ​ນັ້ນ. ຕົວ​ເລກ​ທີ່​ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດອາ​ຟ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ວັນ​ທີ 10 ມິ​ຖຸ​ນາ​ປີ​ນີ້, ປະ​ຊາ​ກອນ​ອາ​ຟ​ຣິ​ກາ​ທີ່​ສັກ​ວັກ​ຊີນຄົບ 2 ເຂັ້ມ​ແລ້ວ​ມີ​ພຽງ​ແຕ່ 0,6% ເທົ່າ​ນັ້ນ.

ພາຍ​ໃຕ້​​ຄວາມ​ກົດ​ດັນ​ຈາກປະ​ຊາ​ຄົມ​ໂລກ​ທີ່​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ແບ່ງ​ປັນ​ວັກ​ຊີນ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ໄດ້ປະ​ກາດ​ໃນ​ກາງ​ເດືອນ​ພຶດ​ສະ​ພາ​​ປີ​ນີ້ວ່າ: ຈະ​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ຈຳ​ນວນ 80 ລ້ານ​ຫຼອດໃຫ້​ແກ່​​ໂລກກ່ອນ​ທ້າຍ​ເດືອນ​ມິ​ຖຸ​ນາ. ແຕ່​ວ່າ​ນັບ​ມາ​ຮອດ​ວັນ​ທີ 2 ກໍ​ລະ​ກົດ​ນີ້, ອາ​ເມ​ຣິ​ກາ​ພຽງແຕ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ວັກ​ຊີນ​​ແກ່​ປະ​ເທດ​ອື່ນ 24 ລ້ານ​ຫຼອດ, ບໍ່​ຮອດ 1 ສ່ວນ 3 ທີ່​ອາ​ເມ​ຣິ​ກາໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໄວ້.

ສ່ວນ​ວັກ​ຊີນ​ທີ່​ຊ່ວຍ​ເຫຼືອ​ໃຫ້​ປະ​ເທດ​ອື່ນ, ​ອາ​ເມ​ຣິ​ກາ​ກໍ່​ຕັ້ງ​ເງື່ອນ​ໄຂ​​ທາງການ​ເມືອງ​ໄວ້. ໃນ​ໄລ​ຍະ​ທີ່​ທ່ານ​ມູນ​​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ​ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ອາ​ເມ​ຣິ​ກາ​ເຫັນ​ດີ​ສະ​ໜອງວັກ​ຊີນ​ໂຄວິດ-19 ໃຫ້​ແກ່​ນາຍ​ແລະ​ພົນ​ທະ​ຫານ ສ.ເກົາ​ຫຼີ 5 ແສນ 5 ໝື່ນ​ຄົນ, ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ລ້ວນ​ແຕ່​ເຫັນ​ວ່າ: ເປົ້າ​ໝາຍ​ຂອງ​ການ​ຊ່ວຍ​ເຫຼືອ​ດັ່ງ​ກ່າວ​ແມ່ນ​ໃຊ້​ວັກ​ຊີນ​ໂຄວິດ-19 ແລກ​​ເອົາ​ເຄິ່ງ​ຕົວ​ນຳ(semiconductor) ຈາກ ສ.ເກົາ​ຫຼີ. ສ່ວນ​ອາ​ເມ​ຣິ​ກາ​ໄດ້ຕົກ​ລົງ​​ໃຫ້​ເມັກ​ຊິກ “ຢືມ” ​ຈາກ​ຕົນ, ເວັບ​​ໄຊ​ຂອງ​ໜັງ​ສື​ພິມ El Mundo ຂອງ​ແອັ​ສ​ປາ​ຍດ້​ລົງ​ພິມ​ບົດ​ ວິ​ເຄາະ​ວ່າ: ​ເປົ້າ​ໝາຍ​ຂອງ​ອາ​ເມ​ຣິ​ກາ​ແມ່ນ​ເພື່ອ​ເຮັດ​ໃຫ້​ແມັກ​ຊິກ​ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ຊາວ​ອົບ​ພະ​ຍົບ​ທີ່​ລະ​ເມີດ​ກົດ​ໝາຍ​ຢູ່​ຊາຍ​ແດນ​ລະ​ຫວ່າງ​​ເມັກ​ຊິກ​ກັບ​ກວາ​ເຕ​ມາ​ລາ.

ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢູ່​ທົ່ວ​ໂລກ​ຫຼາຍກວ່າ​ໜຶ່ງ​ປີ​ແລ້ວ, ຄວາມ​ຈິງ​ໄດ້​ພິ​ສູດ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງວ່າ: ​ມີ​ພຽງ​ແຕ່ປະ​ເທດ​ຕ່າງໆ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຈຶ່ງ​ຈະສາ​ມາດ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໂດຍ​ໄວໄດ້. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ກໍ​ລະ​ກົດ​ນີ້, ທ່ານ​ວາງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ພາຍ​ຫຼັງ​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ຈີນ​ໄດ້​ຍຶດ​ໝັ້ນ​​ການ​ຖື​ເອົາ​ວັກ​ຊີນ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ, ແລະ​ໄດ້​ສະ​ໜອງວັກ​ຊີນຫຼາຍກວ່າ 480 ລ້ານ​ຫຼອດ​ໃຫ້​ແກ່​ປະ​ຊາ​ຄົມ​ໂລກ, ແມ່ນ​ປະ​ເທດ​ທີ່​ສະ​ໜອງວັກ​ຊີນ​ໃຫ້​ແກ່​ຕ່າງ​ປະ​ເທດ​ຫຼາຍ​ທີ່​ສຸດ​ໃນ​ໂລກ. ຈົນ​ມາ​ເຖິງ​ປັດ​ຈຸ​ບັນ, ຈີນ​ໄດ້​ສະ​ໜອງວັກ​ຊີນ​ໃຫ້​​ເກືອບ 100 ປະ​ເທດ​ແລ້ວ.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ກໍ​ຄື, ໃນ​ວັນ​ທີ 2 ກໍ​ລະ​ກົດ​ນີ້, ໃນ​ເວ​ລາ​ທີ່​ຈີນ​ປະ​ກາດ​ສະ​ໜອງວັກ​ຊີນ​ 1 ລ້ານ 5 ແສນ​ຫຼອດ​ເຊິ່ງ​ເປັນ​ວັກ​ຊີນງວດ​ທີ 5 ໃຫ້​ແກ່ປະ​ເທດແອນ​ຊານ​ວາ​ດໍ, ອາ​ເມ​ຣິ​ກາ​ກໍໄດ້​ປະ​ກາດ​ວ່າ​ຈະ​ສະ​ໜອງວັກ​ຊີນ 1 ລ້ານ 5 ແສນ​ຫຼອດທີ່​ຜະ​ລິດ​ໂດຍ​ບໍ​ລິ​ສັດ Moderna ໃຫ້​ແກ່ແອນ​ຊານ​ວາ​ດໍເຊັ່ນ​ກັນ, ແຕ່​ວ່າ​ທ່ານນາ​ຢິບ ບຸ​​ເກ​ເລ(Nayib Bukele)ປະ​ທາ​ນາ​ທິ​ບໍ​ດີແອນ​ຊານ​ວາ​ດໍ​ພຽງແຕ່​ຄຳ​ຕອບ​​ຮັບ​ຖະ​ແຫຼງ​ການ​ຂອງ​ຈີນ, ແລະ​ບໍ່​ມີ​ທ່າ​ທີ​ໃດໆ​ຕໍ່​ຄຳ​ປະ​ກາດ​ຂອງ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ. ​ຄື​ກັນ​ກັບ​ກາ​ນ​ຕີ​ລາ​ຄາ​ຂອງ​ຊາວ​ເນັດ​ຜູ້​ໜຶ່ງ​ທີ່​ເວົ້າວ່າ: “​ການບໍ​ລິ​ຈາກວັກ​ຊີນ​ຂອງ​ຈີນ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ປະ​ເທດ​ຈີນ​ແມ່ນ​ເພື່ອນ​ແທ້ໆ​ຂອງ​ພວກ​ເຮົາ, ຈີນ​ເຄົາ​ລົບ​ນັບ​ຖື​ການ​ຕັດ​ສິນ​ໃຈ​ຂອງ​ປະ​ເທດແອນ​ຊານ​ວາ​ດໍ, ແຕ່​ອາ​ເມ​ຣິ​ກາ​ພັດ​ມີ​ທ່າ​ທີກົງ​ກັນ​ຂ້າມ​ກັບ​ຈີນ, ເຂົາ​ເຈົ້າຢາກ​ໄດ້​ຜົນ​ປະ​ໂຫຍດ​ຈາກແອນ​ຊານ​ວາ​ດໍ​ດ້ວຍ​ການ​ບໍ​ລິ​ຈາກວັກ​ຊີນ, ເພື່ອ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ພວກ​ເຮົາ!”

ຄຳ​ເຫັນ

0