尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຫຼຸດ​ລະ​ດັບ​ໝີ​ແພນ​ດາ “ໃກ້​ຈະ​ສູນ​ພັນ” ​ເປັນ “​ສ່ຽງ​ຈະ​ສູນ​ພັນ” ​ສະ​ແດງ​ໃຫ້​ເຫັນ​ຜົນ​ສຳ​ເລັດ​ຂອງ​ຈີນ​ໃນ​ການ​ອະ​ນຸ​ລັກ​ຊີ​ວະ​ນາໆ​ພັນ​ແລະ​ການ​ປັບ​ປຸງ​​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ໃຫ້​ດີ​ຂຶ້ນ

2021-07-13 17:35:10 cri

ການຫຼຸດ​ລະ​ດັບ​ໝີ​ແພນ​ດາ “ໃກ້​ຈະ​ສູນ​ພັນ” ​ເປັນ “​ສ່ຽງ​ຈະ​ສູນ​ພັນ” ​ສະ​ແດງ​ໃຫ້​ເຫັນ​ຜົນ​ສຳ​ເລັດ​ຂອງ​ຈີນ​ໃນ​ການ​ອະ​ນຸ​ລັກ​ຊີ​ວະ​ນາໆ​ພັນ​ແລະ​ການ​ປັບ​ປຸງ​​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ໃຫ້​ດີ​ຂຶ້ນ_fororder_589

      ຕອນ​ເຊົ້າ​ວັນ​ທີ 7 ກໍ​ລະ​ກົດ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ກ່າວ​ໃນ​ເວ​ລາ​ແຈ້ງ​ສະ​ພາບ​ທີ່​ກ່ຽວ​ຂ້ອງ​ກັບ​ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ກ່ຽວ​ກັບ​ຄວາມ​ສີ​ວິ​ໄລ​ທາງ​ລະ​ບົບ​ນິ​ເວດ​ກຸ້ຍ​ຢາງ​ປີ 2021 ​ວ່າ: ໝີ​ແພນ​ດາ “​ຖືກ​ຫຼຸດ​ລະ​ດັບ​ບັນ​ຊີ​ລາຍ​ຊື່​ຄວາມ​ສ່ຽງ​ລົງ​ແລ້ວ”! ​ທ່ານ ຊຸ່ຍ​ຊູ່​ຫົງ ຫົວ​ໜ້າ​ກົມ​ອະ​ນຸ​ລັກ​ລະ​ບົບ​ນິ​ເວດ​ທຳ​ມະ​ຊາດ​ຂອງ​ກະ​ຊວງ​ນິ​ເວດ​ວິ​ທະ​ຍາ​ແລະ​ສິ່ງ​ແວດ​ລ້ອມ​ຈີນ​ກ່າວ​ວ່າ: ຈຳ​ນວນ​ໝີ​ແພນ​ດາ​ຕາມ​ທຳ​ມະ​ຊາດ​ໄດ້​ມີ​ເຖິງ 1.800 ກວ່າ​ໂຕ, ​ສະ​ນັ້ນ​ການ​ຈັດ​ອັນ​ດັບ​ໝີ​ແພນ​ດາ “ໃກ້​ຈະ​ສູນ​ພັນ” ​ຫຼຸດ​ມາ​ເປັນ“​ມີ​ຄວາມ​ສ່ຽງ​ຈະ​ສູນ​ພັນ”.
 

      ຂ່າວ​ແຈ້ງວ່າ: ສະ​ຫະ​ພັນ​ອະ​ນຸ​ລັກ​ທຳ​ມະ​ຊາດ​ໂລກ(IUCN)​ໄດ້​ຈັດແບ່ງ​ລະ​ດັບ​ພັນ​ພືດ​ແລະ​ສັດ​ປ່າ​ໃກ້​ຈະ​ສູນ​ພັນ​ເປັນ 7 ລະ​ດັບ​ເຊັ່ນ: ສູນ​ພັນ, ສູນ​ພັນ​ຢູ່​ໃນ​ປ່າ, ໃກ້​ຈະ​ສູນ​ພັນ​ເຖິງ​ຂັ້ນ​ອັນ​ຕະ​ລາຍ, ໃກ້​ຈະ​ສູນ​ພັນ, ສ່ຽງ​ຈະ​ສູນ​ພັນ, ມີ​ຄວາມ​ສ່ຽງ​ໃກ້​ຈະ​ສູນ​ພັນ​ໃນ​ລະ​ດັບ​ຕ່ຳ​ແລະ​ບໍ່​ມີ​ຄວາມ​ສ່ຽງ​ທີ່​ຈະ​ສູນ​ພັນ.  ທີ່​ຈິງ​ແລ້ວ, ໃນ​ວັນ​ທີ 4 ກັນ​ຍາ​ປີ 2016, ສະ​ຫະ​ພັນ​ອະ​ນຸ​ລັກ​ທຳ​ມະ​ຊາດ​ໂລກ(IUCN)ກໍ​ເຄີຍ​ໄດ້​ປະ​ກາດ​ວ່າ: ໝີ​ແພນ​ດາ​ທີ່​ເປັນ​ສັດລ້ຳ​ຄ່າ​ລະ​ດັບ​ຊາດ​ຂອງ​ຈີນ​ບໍ່​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ສັດ​ໂລກ​ໃກ້​ຈະ​ສູນ​ພັນ​ອີກແລ້ວ, ເຊິ່ງ​ຈາກ​​ລະ​ດັບ “ໃກ້​ຈະ​ສູນ​ພັນ”(Endangered) ປ່ຽນ​ມາ​ເປັນ “​ສ່ຽງ​ຈະ​ສູນ​ພັນ”(Vulnerable). ແຕ່​ເພື່ອ​ຈຸດ​ປະ​ສົງ​ໃນ​ການ​ອະ​ນຸ​ລັກ​ໝີ​ແພນ​ດາ​ໃຫ້​ໄດ້ດີກວ່າ​ເກົ່າ, ​ພາກ​ສ່ວນ​ປ່າ​ໄມ້​ຈີນ​ຈຶ່ງ​ໄດ້​ມີ​ທັດ​ສະ​ນະ​​ທີ່​ເໝາະ​ສົມ​ແລະ​ສຸ​ຂຸມ​ຮອບ​ຄອບ​ແລະ​ເຫັນ​ວ່າ​ໝີ​ແພນ​ດາ​ຍັງ​ເປັນ​ສັດ​​ໃກ້​ຈະ​ສູນ​ພັນ​ຄື​ເກົ່າ. ປັດ​ຈຸ​ບັນ, ຈຳ​ນວນ​ຕະ​ກຸນ​ໝີ​ແພນ​ດາ​ໃນ​ປ່າ​ມີ​ຫຼາຍກວ່າ​ລະ​ດັບ​ຈຳ​ນວນ​ໃກ້​ຈະ​ສູນ​ພັນ 250 ໂຕ, ແລະ​ກໍ່​ໄດ້​ລື່ນ​ກາຍ​ລະ​ດັບ​ຈຳ​ນວນ​ສັດ​ມີ​ຄວາມ​ສ່ຽງ​ສູງ​ໃກ້​ຈະ​ສູນ​ພັນ 1 ພັນ​ໂຕ. ອາດ​ເວົ້າ​ໄດ້ວ່າ: ​ການ​ຫຼຸດ​ອັນ​ດັບ​ຄວາມ​ສ່ຽງ​ຂອງ​ໝີ​ແພນ​ດາ​ແມ່ນ​ມີ​ຄວາມ​ສຸ​ຂຸມ​ຮອບ​ຄອບ​​ຕາມ​ຫຼັກວິ​ທະ​ຍາ​ສາດ, ​ນີ້ແມ່ນ​ຂ່າວ​ດີ​ທີ່​ໜ້າ​ດີ​ໃຈ​ຂ່າວ​ໜຶ່ງ.

ການຫຼຸດ​ລະ​ດັບ​ໝີ​ແພນ​ດາ “ໃກ້​ຈະ​ສູນ​ພັນ” ​ເປັນ “​ສ່ຽງ​ຈະ​ສູນ​ພັນ” ​ສະ​ແດງ​ໃຫ້​ເຫັນ​ຜົນ​ສຳ​ເລັດ​ຂອງ​ຈີນ​ໃນ​ການ​ອະ​ນຸ​ລັກ​ຊີ​ວະ​ນາໆ​ພັນ​ແລະ​ການ​ປັບ​ປຸງ​​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ໃຫ້​ດີ​ຂຶ້ນ_fororder_606

      ປັດ​ຈຸ​ບັນ, ມວນ​ມະ​ນຸດ​ແລ​ະ​ທຳ​ມະ​ຊາດ​ພວມ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​​ທີ່​ຊີ​ວະ​ນາ​ນາ​ພັນ​ຖືກ​ທຳ​ລາຍແລະ​ການ​ປ່ຽນ​ແປງ​ຂອງ​ສິ່ງ​ແວດ​ລ້ອມ, ​ກອງ​ເລ​ຂາ “​ສົນ​ທິສັນ​ຍາວ່າ​ດ້ວຍ​ຊີ​ວະ​ນາ​ນາ​ພັນ”ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຜີຍ​ແຜ່ “​ບົດ​ລາຍ​ງານການ​ຈ້ອງ​ເບິ່ງ​ຊີ​ວະ​ນາ​ນາ​ພັນ​ໂລກ” ສະ​ບັບ​ທີ 5 ໂດຍ​ຊີ້​ໃຫ້​ເຫັນ​ວ່າ: “​ການ​ສູນ​ເສຍ​ຂອງຊີ​ວະ​ນາ​ນາ​ພັນ​​​ໄວ​ຂຶ້ນກວ່າ​ເກົ່າ​ເຊິ່ງບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ,​ໄພ​ຂົ່ມ​ຂູ່ຕ່າງໆ​ທີ່​ເຮັດ​ໃຫ້​ມັນ​ມີ​ຈຳ​ນວນ​ຫຼຸດ​ລົງ​ໄດ້​ມີ​ຄວາມ​ຮ້າຍ​ແຮງ​ຂຶ້ນ.” ສ່ວນ​ຢູ່​ຈີນ, ​ຂ່າວ​ດີ​ກ່ຽວ​ກັບ​ຊີ​ວະ​ນາ​ນາ​ພັນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ປະ​ກົດ​ອອກ​ມາ​ໃຫ້​ເຫັນຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ​ຂອງ​ອາ​ເມ​ຣິ​ກາ​ເຄີຍ​ໄດ້​ຂຽນ​​ບົດ​ຄວາມ​​ບົດ​ໜຶ່ງ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ໂດຍ​ວິ​ເຄາະ​ວ່າ: ການ​ເຄື່ອນ​ຍ້າຍ​ຂອງ​ຊ້າງ​ອາ​ຊີ 15 ໂຕ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ສຳ​ເລັດ​ຂອງ​ຈີນ​ໃນ​​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ຈີນ​ໃນໄລ​ຍະ 20 ກວ່າ​ປີ​ຜ່ານ​ມາ. ນອກ​ນີ້, ​ກົມ​ປ່າ​ໄມ້​ແຫ່ງ​ຊາ​ດ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໃນ​ປີ 2018 ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຜ່ານ​ການ​ອະ​ນຸ​ລັກ​​ມາເປັນ​ເວ​ລາ 20 ປີ, ຈຳ​ນວນ​ຊ້າງ​ປ່າ​ຢູ່​ເຂດ​ປົກ​ຄອງ​ຕົນ​ເອງ​ສິບ​ສອງ​ພັ່ນ​ນາ​ຂອງ​ຈີນ​ແລະ​ສອງ​ເຂດ​​ທີ່ໃກ້​ຄຽງ​​ກັນ​​ໄດ້​ເພີ່ມ​ຂຶ້ນ​ເກືອບ 1 ເທົ່າ, ​ມີ​ຈຳ​ນວນປະ​ມານ 300 ໂຕ. ນອກ​ນີ້, ໃນ​ຊຸມ​ປີ​ຜ່ານ​ມາ, ສະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ສັດ​​ປ່າ​ຫາ​ຍາກ​ແລະ​ໃກ້​ຈະ​ສູນ​ພັນ​ປະ​ເພດ​ຕ່າງໆ​ເຊັ່ນ: ໝີ​ແພນ​ດາ​ປ່າ, ​ເຍືອງ​ຕິ​ເບດ(Pantholops hodgsonii), ກວາງ​​ປັກ​ກິ່ງແລະ​ອື່ນໆ​ລ້ວນ​ແຕ່​ໄດ້​ຮັບ​ການ​ອະ​ນຸ​ລັກ​ໄດ້​ດີກວ່າ​ເກົ່າ, ກໍ​ລະ​ນີ​ທີ່ເສືອ​​ໄຊ​ບີ​ເຣຍ​ເຂົ້າ​ມາ​ໃນບ້ານ,ຊ້າງ​ອາ​ຊີ​ເຄື່ອນ​ຍ້າຍ​ໄປ​ທາງ​​ທິດ​ເໜືອ, ປາ​ວານ​ປະ​ກົດ​ໂຕ​ຢູ່​ອ່າວ​ຕ້າ​ເຜີງແລະ​ອື່ນໆ,​ເລື່ອງ​ກ່ຽວ​ກັບ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ມີ​ຊີ​ວິດ​ຊີ​ວາ​ຫຼາຍ​ຂຶ້ນ.
 

      ມວນ​ມະ​ນຸດ​ມີ​ໂລກ​ພຽງ​ແຕ່ໜ່ວຍ​ດຽວ, ​ໜ່ວຍ​ໂລກ​ກໍ​ຄື​ບ້ານ​ເມືອງ​ຮ່ວມ​ຂອງ​ມະ​ນຸດ. ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່, ໄດ້​ປະ​ກອບ​ສ່ວນ​ຢ່າງ​ແທ້​ຈິງ​ເພື່ອ​ເຮັດ​ໃຫ້​ສິ່ງ​ທີ່​ມີ​ຊີ​ວິດ​ສາ​ມາດ​ດຳ​ລົງ​ຊີ​ວິດ​ຮ່ວມ​ກັນ​ໄດ້​ຢ່າງ​ກົມ​ກຽວ​ກັນ​ແລະ​ເພິ່ງ​ພາ​ອາ​ໄສ​ເຊິ່ງ​ກັນ​ແລະ​ກັນ. ໃນ​ທ້າຍ​ປີ 2019, ເຂດ​ສະ​​ຫງວນ​ທຳ​ມະ​ຊາດ​ປະ​ເພດ​ຕ່າງໆ​ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 1,18 ໝື່ນ​ເຂດ, ມີ​ເນື້ອ​ທີ່​ທັງ​ໝົດ​ຫຼາຍກວ່າ 170 ລ້ານ​ເຮັກ​ຕາ, ຈີນ​ຍັງ​ໄດ້​​ຂະ​ຫຍາຍ​ພັນ​ພືດ​ແລະ​ພັນ​ສັດ​ຫາ​ຍາກ,ມີ​ໜ້ອຍ​ແລະ​ໃກ້​ຈະ​ສູນ​ພັນ​ໄດ້​ເປັນ​ຈຳ​ນວນ​ຫຼວງ​ຫຼາຍຢ່າງ​ສຳ​ເລັດ​ຜົນ​ໂດຍ​ຜ່ານ​ການ​ສ້າງ​ສວນ​ພືດ​ປະ​ເພດ​ຕ່າງໆ​ແລະສູນ​ຂະ​ຫຍາຍ​ພັນ​ສັດ​ປ່າ, ​ການ​ອະ​ນຸ​ລັກ​ແລະ​ປົວ​ແປງ​ລະ​ບົບ​ນິ​ເວດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳ​ຄັນ​ຢ່າງ​ໃຫຍ່​ຫຼວງ. ແນວ​ພັນ​ຕ່າງໆ​ທີ່​ເຄີຍ​ເປັນ​ແນວ​ພັນ​ທີ່​ມີ​ຄວາມ​​ສ່ຽງ​ໃກ້​ຈະ​ສູນ​ພັນນັ້ນ, ປັດ​ຈຸ​ບັນ​ໄດ້ມີ​ທາງ​ອອກ​ແລະ​ມີ​ຊີ​ວິດ​ຊີ​ວາ​ຂຶ້ນ​ແລ້ວ. ຈີນ​ພະ​ຍາ​ຍາມເຮັດ​ໃຫ້​ພືດ​ພັນ​ແລະ​ສັດ​ທີ່​ໃກ້​ຈະ​ສູນ​ພັນໄດ້​ຮັບ​ການ​ເຕີບ​ໃຫຍ່​ຂຶ້ນ​ຢ່າງ​ອຸ​ດົມ​ສົມ​ບູນ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​​ວ່າຈີນ​ພວມ​ດຳ​ເນີນ​ການ​ຊຸກ​ຍູ້​ແລະ​ໄດ້​​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ອະ​ນຸ​ລັກ​ຢ່າງ​ແຂງ​ແຮງ​ແລະ​ມີ​ຊີ​ວິ​ດ​ຊີ​ວາ​ຫຼາຍ​ທີ່​ສຸດ​ເພື່ອ​ສ້າງ​ປະ​ຊາ​ຄົມ​​ຮ່ວມຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ.

ຄຳ​ເຫັນ

0