尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຈັດ​ອັນ​ດັບ​ເປັນ​ທີ 1 ແບບ​ນີ້​ໜ້າ​ຕະ​ຫຼົກແທ້ໆ!

2021-07-15 17:14:38 cri

ການ​ຈັດ​ອັນ​ດັບ​ເປັນ​ທີ 2 ແບບ​ນີ້​ໜ້າ​ຕະ​ຫຼົກ​ໄທ້ໆ!_fororder_1000

      ສຳ​ນັກ​ຂ່າວ​ສານບ​ລຸມ​ເບີກ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍຜົນ​ການ​ຈັດ​ອັນ​ດັບ​ຄວາມ​ສາ​ມາດ​ໃນ​ການ​ຕ້ານ​ທານ​ພະ​ຍາດ​ໂຄວິດ-19 ​ຂອງໂລກ (COVID Resilience Ranking) ເຊິ່ງ​ອາ​ເມ​ຣິ​ກາ​ໄດ້​​ເລື່ອນ​ຈາກອັນ​ດັບທີ 13 ​ຂອງ​ໂລກໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້​ກາຍ​ເປັນ​ອັນ​ດັບ 1 ​ຂອງ​ໂລກໃນ​ປັດ​ຈຸ​ບັນ, ​ກາຍ​ເປັນ​ສະ​ຖານ​ທີ່​ທີ່​ໜ້າ​ຢູ່​ທີ່​ສຸດ​ໃນ​ໄລ​ຍະ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ໂລກ,ສ່ວນ​ຈີນ​ພັດ​ຢູ່​ໃນ​ອັນ​ດັບ​ 8.

 

      ສິ່ງ​ທີ່​ໜ້າ​ເຫຼືອ​ເຊື່ອ​ກໍແມ່ນ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ຢູ່​ອາ​ເມ​ຣິ​ກາ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້​ລ້ວນ​ແຕ່​ເກືອບ​ນັບ​ເປັນໝື່ນ​ກໍ​ລະ​ນີ, ເປັນ​ຫຍັງ​​ອາ​ເມ​ຣິ​ກາ​ຈຶ່ງ​ຖືກ​ເລື່ອນ​ຂຶ້ນ​ມາ​ເປັນ​ອັນ​ດັບ 1 ຂອງ​ໂລກ​ຈາກ​ການ​ຈັດ​ອັນ​ດັບ​ໃນ​ດ້ານ​ຄວາມ​ສາ​ມາດ​ຕ້ານ​ທານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຄັ້ງ​ນີ້? ຕົວ​ເລກ​ດັດ​ຊະ​ນີ​​ທີ່ສຳ​ນັກ​ຂ່າວ​ສານບ​ລຸມ​ເບີກ​​ນຳ​ເອົາ​ມາ​ປະ​ເມີນ​ເພື່ອ​ຈັດ​ອັນ​ດັບໄດ້​ໃຫ້​ເຫດ​ຜົນວ່າ: ຕົວ​ເລກ​ທີ່​ສຳ​ຄັນ​ທີ່​ກຳ​ນົດ​ວ່າ​ດີ​ທີ່​ສຸດ​ແລະ​ຂີ້​ຮ້າຍ​ທີ່​ສຸດ​ໃນ​ໄລ​ຍະ​​ຂອງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ກໍ​ຄື: “ລະ​ດັບຄວາມ​ຄືບ​ໜ້າ​ໃນ​ການ​ເປີດ​ປະ​​ເທດ​ຄືນ​ໃໝ່(reopening progress) ”,ຄື​ລະ​ດັບ​ການ​ເປີດ​ປະ​ເທດ​ຂອງ​ກຸ່ມ​ເສດ​ຖະ​ກິດ​ໃດ​ໜຶ່ງ​ທີ່​ມີ​ຕໍ່​ໂລກ. ຕົວ​ເລກ​ດັ່ງ​ກ່າວ​​ຍັງ​ແບ່ງ​ອອກ​ເປັນ​ຂໍ້​ຍ່ອຍ​ຄື​ລຸ່ມ​ນີ້: ອັດ​ຕາ​ການ​ສັກ​ວັກ​ຊີນ​ໂຄວິດ-19, ລະ​ດັບ​ການ​ປິດ​ເມືອງ, ປະ​ລິ​ມານ​ການ​​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຕໍ່​ຖ້ຽວ​ບິນ​ແລະ​ເສັ້ນ​ທາງການ​ໂດຍ​ສານ​ຂອງ​ຜູ້​ທີ່ໄດ້​ສັກ​ວັກ​ຊີນ​ໂຄວິດ-19.

ການ​ຈັດ​ອັນ​ດັບ​ເປັນ​ທີ 2 ແບບ​ນີ້​ໜ້າ​ຕະ​ຫຼົກ​ໄທ້ໆ!_fororder_1000 (1)

      ຕໍ່​ກັບ​ຄວາມ​ລະ​ແວງ​ສົງ​ໄສ​ຂອງ​ຊາວ​ໂລກ, ສຳ​ນັກ​ຂ່າວ​ສານ​ບ​ລຸມ​ເບີກ​ໄດ້​ໃຫ້​ເຫດ​ຜົນວ່າ: ມາດ​ຕະ​ຖານ​ການ​ປະ​ເມີນ​ໃນ​ປັດ​ຈຸ​ບັນ​ໄດ້​ປ່ຽນ​ແປ​ງ​​ໄປແລ້ວ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ແລະ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ບໍ່​ສາ​ມາດ​ນຳ​ເອົາ​ມາ​ເປັນ​ຕົວ​ເລກ​ສຳ​ຄັນໃນ​ການ​ປະ​ເມີນ​ອີກ​ແລ້ວ. ແລະ​ໄດ້​ລາຍ​ງານ​ວ່າ: ຈຸດ​ທີ່​ສຳ​ຄັນ​ທີ່​ຕ້ອງ​ປະ​ເມີນ​ໃນ​ປັດ​ຈຸ​ບັນ​ຄວນ​ເນັ້ນ​ໃສ່​ຄວາມສາ​ມາດ​ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ​ຄື​ກັບ​ກ່ອນ​ເກີດ​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ຫຼື​ບໍ່, ນີ້​ກໍ່​ໄດ້​ລວມ​ເຖິງ​ລະ​ດັບ​ການ​ເປີດ​ ປະ​ເທດ​ຕໍ່​ໂລກ. ສຳ​ນັກ​ຂ່າວ​ສານດັ່ງ​ກ່າວ​ຍັງ​ໄດ້​ລາຍ​ງານ​ຕື່ມ​ວ່າ​: “ອັດ​ຕາ​ການ​ສັກ​ວັກ​ຊີນ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ໄດ້​ບັນ​ລຸ​ເຖິງ​ເຄິ່ງ​ໜຶ່ງ​ຂອງ​ຈຳ​ນວນ​ປະ​ຊາ​ກອນ​ທັງ​ໝົດ, ປະ​ຊາ​ຊົນ​ກໍ​ສາ​ມາດ​ໃຊ້​ຊີ​ວິດ​ແບບ​ພັກ​ຜ່ອນ​ຢ່ອນ​ອາ​ລົມ​​ໄດ້​ຄື​ແຕ່​ກ່ອນ, ຜູ້​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ບໍ່​ຈຳ​ເປັນ​ຕ້ອງ​ໃສ່​ຜ້າ​ປິດ​ປາກ​ແລ້ວ,ການ​ໂດຍ​ສານ​ກໍ​ບໍ່​ຕ້ອງ​ມີ​ມາດ​ຕະ​ການ​ຈຳ​ກັດ​ຫຍັງ​ອີກ​ແລ້ວ.”
 

     ຂະ​ນະ​ດຽວ​ກັນ, ຂ່າວ​ສານບ​ລຸມ​ເບີກ​ຍັງ​ໄດ້ຖື​ເອົາ “ລະ​ດັບ​ການ​ປິດ​​ເມືອງ” ແລະ “​ຂໍ້​ຈຳ​ກັດ​ຕາມເສັ້ນ​ທາງ​ການ​ໂດຍ​ສານຂອງ​ຜູ້​ສັກ​ວັກ​ຊີນ​ໂຄວິດ-19” ເປັນ​ມາດ​ຕະ​ຖານ​ທາງ​ລົບ. ສ່ວນ​ສອງ​ຂໍ້​ນີ້​ພໍ​ດີ​ກົງ​ກັນ​ກັບ​ມາດ​ຕະ​ການ​ທີ່​ສຳ​ຄັນ​ຂອງ​ຈີນ​ກໍ​ຄື​ປະ​ເທດ​​ໃນອາ​ຊີ​ອື່ນ​ໆ​ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ເປັນ​ພະ​ຍາດ​ຕ່າງ​ປະ​ເທດ​ເຂົ້າ​ແດນ​ຕົນ​​ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ປະ​ເທດ​ຕົນ​ໄດ້​ຢ່າງວ່ອງ​ໄວ. ດັ່ງນັ້ນ, ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ອາ​ຊີ​ທີ່​ເນັ້ນ​ໃສ່​ການ​ປອດ​ການ​ຕິດ​ເຊື້ອ​​ໂຄວິດ-19,ມາດ​ຕະ​ການ​ປິດ​ເມືອງ,ການ​ປິດ​​ດ່ານຊາຍ​ແດນ​ແລະ​ນະ​ໂຍ​ບາຍ​ທີ່​ເຂັ້ມ​ງວດ​ອື່ນໆລ້ວນ​ແຕ່​ບໍ່​ໄດ້​ຮັບ​ການ​ຈັດ​ອັນ​ດັບ​ໃຫ້​ຢູ່​ໃນ​ແຖວ​ໜ້າ​ໃນ​ການ​ຈັດ​ອັນ​ດັບ​ຂອງບ​ລຸມ​ເບີກ​ໃນ​ຄັ້ງ​ນີ້.

ການ​ຈັດ​ອັນ​ດັບ​ເປັນ​ທີ 2 ແບບ​ນີ້​ໜ້າ​ຕະ​ຫຼົກ​ໄທ້ໆ!_fororder_1000 (2)

      ໃນ​​ຂະ​ນະ​ທີ່​ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ປ່າວ​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ດ້ານ​ການ​ຕ້ານ​ພະ​ຍາດ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ແລະ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​​ດັ່ງ​ກ່າວຢູ່​ອາ​ເມ​ຣິ​ກາ​ແມ່ນ​ເປັນ “​ອັນ​ດັບ 1” ຂອງໂລກ​ແທ້ໆ. ​ຕົວ​ເລກ​ສະ​ຖິ​ຕິ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລຈອນ​ສ໌​ຮອບ​ກິນ​ສ໌​ຂອງ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີ​ທັງ​ໝົດ​ຫຼາຍກວ່າ 33 ລ້ານ​ກໍ​ລະ​ນີ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດມີ​ຫຼາຍກວ່າ 6 ແສນ​ຄົນ. ໃນ​ເວ​ລາ​ສອງ​ອາ​ທິດ​​ເຊິ່ງເລີ່ມ​ແຕ່​ວັນ​ທີ 23 ມິ​ຖຸ​ນາ​ປີ​ນີ້​ເປັນ​ຕົ້ນ​ມາ,ລັດ​ມິ​ສ​ຊຸ​ຣີ​​ຂອງ​ອາ​ເມ​ຣິ​ກາທີ່​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໜັກ​ໜ່ວງ​ທີ່​ສຸດ​ນັ້ນ​ໄດ້​ມີ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ສະ​ເລ່ຍ​ຕໍ່​ສັບ​ປະ​ດາ​ມີ 1.111 ກໍ​ລະ​ນີ, ເພີ່ມ​ຂຶ້ນ 46% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໃນ​​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ມີ 73% ໄດ້​ຕິດ​ເຊື້ອ​ສາຍ​ພັນ​ເດວ​ຕາ. ຈຳ​ນວນ​ຜູ້​ນອນ​ໂຮງ​ໝໍ​ຍ້ອນ​ເປັນ​ພະ​ຍາດ​​ໂຄວິດ-19ຢູ່​ລັດ​ມິ​ສ​ຊຸ​ຣີ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ລະ​ບົບ​ການ​ແພດ​ເກືອບ​ຕົກ​ເຂົ້າ​ສູ່​ສະ​ພາບ​ວິ​ກິດ. ຈຳ​ນວນ​ປະ​ຊາ​ກອນ​ຂອງ​ອາ​ເມ​ຣິ​ກາ​ກວມ​ບໍ່​ຮອດ 5% ຂອງ​ໂລກ, ແຕ່​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ພັດ​ໄດ້​ກວມຫຼາຍກວ່າ 17% ຂອງ​ໂລກ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດດັ່ງ​ກ່າວກວມ​ຫຼາຍກວ່າ 15% ຂອງ​ໂລກ, ​ຖ້າ​ເບິ່ງ​ຈາກ​ຕົວ​ເລ​ກ​ທັງ​ໝົດ​ເຫຼົ່າ​ນີ້,ຈັ່ງ​ໃດ​ກໍ​ບໍ່​ສາ​ມາດ​ເວົ້າ​ໄດ້​ວ່າປະ​ສົບ​ຜົນ​ສຳ​ເລັດຫຼື​ມີ​ຄວາມ​ສາ​ມາດ​ຕ້ານ​ທານກັບ​ພະ​ຍາດ​ໂຄວິດ-19​ໄດ້, ຄຳ​ທີ່​ວ່າ “ເປັນ​ອັນ​ດັບ 1 ​ຂອງ​ໂລກ​ໃນ​ຄວາມ​ສາ​ມາດ​ຕ້ານ​ທານ​ກັບພະ​ຍາດ​ໂຄວິດ-19” ​ແຮ່ງແມ່ນ​ເລື່ອງ​ຕະ​ຫຼົກ​ເລື່ອງ​ໜຶ່ງ​ທີ່​ໜ້າ​ເສົ້າ​ສະ​ຫຼົດ​ໃຈ.
 

      ເວົ້າ​ສຳ​ລັບ​ຂ່າວ​ສານ​ບ​ລຸມ​ເບີກ​ແລ້ວ,ເພື່ອ​ຈັດໃຫ້​ອາ​ເມ​ຣິ​ກາ​ເປັນ​ອັນ​ດັບ 1​ຂອງ​ໂລກ, ຈຶ່ງ​ບໍ່​ໄດ້​ຄຳ​ນຶງ​ເຖິງ​ຕົວ​ເລກ​ຂອງ​ຜູ້​ຕິດ​ເຊື້ອ​ພະ​ຍາດແລະ​ຈຳນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ​-19 ທີ່​ເປັນ​ຕົວ​ເລກ​​ຢັ້ງ​ຢືນ​ສຳ​ຄັນ​ທີ່​ສຸດ, ​ແຕ່​ພັດ​ໄດ້​ຖື​ເອົາ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ທີ່​ສຳ​ຄັນ​ສ່ວນ​ໜຶ່ງ​ເປັນ​ປັດ​ໄຈ​ທາງ​ລົບ ເຊິ່ງ​ບໍ່​ພຽງ​ແຕ່​ເປັນ​ການ​ກະ​ທຳ​ທີ່​ບໍ່​ເຄົາ​ລົບ​​ຫຼັກວິ​ທະ​ຍາ​ສາດເທົ່າ​ນັ້ນ,​ແຮ່ງ​ບໍ່​​ເຄົາ​ລົບ​ຊີ​ວິດ​ຂອງ​ຄົນ​ອີກ​ດ້ວຍ. ​ກົງ​ກັນ​ຂ້າມ​, ລັດ​ຖະ​ບານ​ຈີນ​ພັດ​ໄດ້​ຖື​ເອົາ​ສຸ​ຂະ​ພາບ​ແລະ​ຄວາມ​ປອດ​ໄພ​​ຂອງ​ຊີ​ວິດ​ປະ​ຊາ​ຊົນ​ເປັນວຽກ​ງານ​ສຳ​ຄັນ​ອັນ​ດັບ​ໜຶ່ງ, ປ້ອງ​ກັນ​ຄວບ​ຄຸມ​ແລະປິ່ນປົວ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19​ ໃຫ້​ຫາຍ​ຂາດ​ໝົດ​ທຸກ​ຄົນ​ເຖິງ​ຈະ​ເສຍ​ຄ່າ​ຫຼາຍ​ເທົ່າ​ໃດ​ກໍ​ບໍ່​ເສຍ​ດາຍ,ເພື່ອ​ໃຫ້​ສຸ​ຂະ​ພາບ​ແລະ​ຄວາມ​ປອດ​ໄພ​ໃນ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ມີ​ການ​ຮັບ​ປະ​ກັນ​ຢ່າງ​ເຕັມ​ສ່ວນ​ທີ່​ສຸດ​ນັ້ນ​ເອງ,ເຊິ່ງ​ເລື່ອງ​ດີ​ດີ​ແບບ​ນີ້​ສົມ​ຄວນ​ນຳ​ມາ​ຈັດ​ອັນ​ດັບ​ແທ້ໆ.

ຄຳ​ເຫັນ

0