蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​ເອ​ເປັກ​ແລະ​ກ່າວ​ຄຳ​ປາ​ໄສ

2021-07-17 10:01:03 CRI

   

ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​ເອ​ເປັກ​ແລະ​ກ່າວ​ຄຳ​ປາ​ໄສ_fororder_MAIN202107162043000262746922433

      ຕອນ​ຄ່ຳ​ວັນ​ທີ 16 ກໍ​ລະ​ກົດ​ນີ້, ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ ຫຼື ​ເອ​ເປັກ ​ແລະ​ກ່າວ​ຄຳ​ປາ​ໄສຜ່ານ​ທາງວິ​ດີ​ໂ​ອ​ອອນ​ລາຍຕາມ​ການ​ເຊື້ອ​ເຊີນ. 

     ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: ພາກ​ພື້ນອາ​ຊີ​ປາ​ຊີ​ຟິກແມ່ນ​ແຮງ​ຂັບ​ເຄື່ອນ​ທີ່​ສຳ​ຄັນ​ຂອງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ. ການ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ຟື້ນ​ຟູ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ຟື້ນ​ຄືນ​ໃໝ່, ແມ່ນ​ໜ້າ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງບັນ​ດາ​ປະ​ເທດ​ສະ​ມາ​ຊິກອົງ​ການ​ເອ​ເປັກ​ໃນ​ປະ​ຈຸ​ບັນ​ນີ້.

     ໜຶ່ງ, ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຕ້ານ​ກັບການ​ແຜ່​ລະ​ບາດຂອງ​ພະ​ຍາດ​ໂຄວິດ-19. ຈີນ​ໄດ້​ສະ​ໜອງວັກ​ຊີນ​ໂຄວິດ-19 ຈຳ​ນວນຫຼາຍກວ່າ 500 ລ້ານຫຼອດ​ໃຫ້​ແກ່​ປະ​ເທດ​ທີ່​ພວມ​ພັດ​ທະ​ນາແລ້ວ, ໃນ 3 ປີ​ຂ້າງ​ໜ້ານີ້, ຍັງ​ຈະ​ໃຫ້​ການຊ່ວຍ​ເຫຼືອສາ​ກົນ​ຈຳ​ນວນ 3 ຕື້​ໂດ​ລາ​ສະ​ຫະ​ລັດ​ອີກ.

     ສອງ, ລົງ​ເລິກ​ການ​ຫັນ​ເສດ​ຖະ​ກິດ​ພາກ​ພື້ນ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ. ຄວນ​ຊຸກ​ຍູ້​ໃຫ້​ການ​ຄ້າ​ແລະ​ການ​ລົງ​ທຶນ​ຫັນ​ເປັນ​ແບບ​ເສ​ລີ​ແລະ​ແບບ​ສະ​ດວກ, ປົກ​ປັກ​ຮັກ​ສາ​ລະ​ບົບ​ການ​ຄ້າ​ຫຼາ​ຍ​ຝ່າຍ​ທີ່​ຖື​ເອົາອົງ​ການ​ການ​ຄ້າ​ໂລກ ຫຼື WTO ເປັນ​ແກນກາງ.

     ສາມ, ຍຶດ​ໝັ້ນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ທີ່​ໂອບ​ອ້ອມ​ອາ​ລີ. ຄວນ​ຍຶດ​ໝັ້ນຫຼັກ​ການ​ທີ່​ຖື​ຄົນ​ເປັນ​ຫຼັກ, ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ. ຈີນ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຈະ​ພະ​ຍາ​ຍາມ​ບັນ​ລຸ​ເປົ້​າ​ໝາຍ​ການ​ປ່ອຍ​ກາກບອນ​ດີ​ອົກ​ຊິດ​ເຖິງ​ລະ​ດັບ​ສູງ​ສຸດ​ກ່ອນ​ປີ 2030, ແລະ​ພະ​ຍາ​ຍາມ​ບັນ​ລຸ​ການ​ປອດ​ການ​ປ່ອຍ​ກາກບອນ​ດີ​ອົກ​ຊິດ​ກ່ອນ​ປີ 2060.

     ສີ່, ກຳ​ໂອ​ກາດ​ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ. ຄວນ​ເພີ່ມ​ທະ​ວີ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ດີ​ຈີ​ຕອນ, ຈີນ​ຈະ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ສ້າງສາ​ຄວາມ​ສາ​ມາດດ້ານ​ດີ​ຈີ​ຕອນ, ແລະ​ຊຸກ​ຍູ້​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື​ຕ່າງໆ​ ເຊັ່ນ ການ​ເຮັດໃຫ້​ເຕັກ​ນິກ​ດີ​ຈີ​ຕອນ​ສາ​ມາດ​ຊ່ວຍ​ຟື້ນ​ຟູ​ການ​ທ່ອງ​ທ່ຽວ ແລະ​ອື່ນໆ.

ຄຳ​ເຫັນ

0