尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຍີ່​ປຸ່ນ​ຄວນ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ໄລ​ຍະ​ຈັດ​ງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ

2021-07-19 16:22:16 cri

​ຍີ່​ປຸ່ນ​ຄວນ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ໄລ​ຍະ​ຈັດ​ງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ_fororder_ad8e3aaa405af3195facbdcf2b22d43e       

      ກ່ອນ​ຈະ​ຈັດງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ, ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອ​ງ​ພະ​ຍາດ​ໂຄວິດ-19 ຢູ່ຍີ່​ປຸ່ນ​ໄດ້​ມີ​ການ​ວິ​ພາກວິ​ຈານ​ກັນ​ຢ່າງ​ໜາ​ຫູ. ນັບ​ມາ​ຮອດ​ວັນ​ທີ 16 ກໍ​ລະ​ກົດ​ນີ້, ຈຳ​ນວນ​ຜູ້​​ສັກ​ວັກ​ຊີນ​ໂຄວິດ-19 ສອງ​ເຂັມ​ຢູ່​ຍີ່​ປຸ່ນ​ໄດ້​ບັນ​ລຸ​​ປະ​ມານ 25,76 ລ້ານ​ຄົນ, ອັດ​ຕາ​ການ​ສັກ​ວັກ​ຊີນ​ພຽງ​ແຕ່​ກວມ 20,3% ຂອງ​ປະ​ຊາ​ກອນ​ເທົ່າ​ນັ້ນ. ເມື່ອ​ນັກ​ກິ​ລາ​ຂອງ​ບັນ​ດາ​ປະ​ເທດ​ເດີນ​ທາງມາ​ເຖິງ​ຍີ່​ປຸ່ນ​ຕາມໆ​ກັນ​ແລ້ວ, ບັນ​ຫາ​​ການ​ມີ​ຊ່ອງ​ທາງ​ໃນການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ຍີ່​ປຸ່ນກໍ່​ນັບ​ມື້​ນັບ​ໜັກ​ໜ່ວງຂຶ້ນ​ຕື່ມ.
 

      ຄະ​ນະ​ນັກ​ກິ​ລາ​ປິ່ງ​ປ໋ອງ​ຂອງ​ຈີນ​ທີ່​ໄດ້​ເດີນ​ທາງ​ເຖິງ​ຍີ່​ປຸ່ນ​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້​ກໍ​ໄດ້ຖືກ​ລົບ​ກວນ​ຢູ່​ໃນ​ໄລ​ຍະ​ໃກ້​ຊິດ. ຂ່າ​ວ​​ຍັງແຈ້ງວ່າ:ຢູ່​ສະ​ໜາມ​ບິນ​ນາ​ຣິ​ຕະ​ຂອງ​ຍີ່​ປຸ່ນ​ກໍ​ໄດ້​ມີ​ຄົນ​ດັງ​ໃນ​ໂລກ​ອອນ​ລາຍ​ຍີ່​ປຸ່ນ​ບໍ່​ສົນ​ໃຈ​ນຳ​ມາດ​ຕະ​ການ​ຮັກ​ສາ​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມໃນ​ການ​ຕ້ານ​ພະ​ຍາດ​ໂຄວິດ-19, ​ເປີດຜ້າ​ປິດ​ປາກ​ແລະ​ຂໍ​ຖ່າຍ​ຮູບ​​ຮ່ວມ​ກັບ​ນາງ ຫຼີວ​ຊື່​ເຫວີນ ແລະນັກ​ກິ​ລາ​ປິ່ງ​ປ໋ອງ​ຄົນ​ອື່ນໆ​ຂອງ​ຈີນ​ຕາມ​ໃຈ​ມັກ, ແຕ່​ບໍ່​ມີພະ​ນັກ​ງານ​ຄົນໃດໄປກ່າວ​ເຕືອນ. ການ​ກະ​ທຳ​ທີ່​​ໄດ້ລະ​ເມີດ​ມາດ​ຕະ​ການຂອງ​ຄະ​ນະ​ຈັດງານ​​ກິ​ລາ​ໂອ​ລິມ​ປິກ​​ໄດ້​ເກີດ​ຂຶ້ນ​ຢ່າງ​ເປີດ​ແປນ​ຢູ່​ສະ​ໜາມ​ບິນ​ນາ​ຣິ​ຕະ​ທີ່​ມີ​ນັກ​ກິ​ລາ​ຈຳ​ນວນ​ຫຼາຍ,ເຮັດ​ໃຫ້​ຄົນ​ຮູ້​ສຶກ​ມີ​ຄວາມ​ລະ​ແວງ​ສົງ​ໄສ​ເຖິງ​ມາດ​ຕະ​ການ​ປ້ອງ​ກັນ​ຂອງ​ຍີ່​ປຸ່ນ.

​ຍີ່​ປຸ່ນ​ຄວນ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ໄລ​ຍະ​ຈັດ​ງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ_fororder_8f85dac17eb3e142577d4263af7f1f10

      ນອກ​ນີ້, ຍັງມີ​ນັກ​ກິ​ລາ​ຫຼາຍ​ຄົນ​ສັງ​ເກດ​ເຫັນ​ວ່າ​​ສະ​ຖານ​ທີ່​ພັກ​ຂອງ​ຕົນ​ບໍ່​ໄດ້​ແຍກ​ຕ່າງ​ຫາກ​ຈາກ​ຫ້ອງ​ພັກ​ຂອງ​ຜູ້​ໂດ​ຍ​ສານ​ອື່ນໆ, ແລະ​ແຕ່​ລະ​ມື້ ​ລ້ວນ​ແຕ່ມີ​ນັກ​ທ່ອງ​ທ່ຽວ​ຈຳ​ນວນ​ຫຼວງ​ຫຼາຍ​ເຂົ້າ​ພັກ. ການ​ກະ​ທຳ​ດັ່ງ​ກ່າວ​ເຮັດ​ໃຫ້​ນັກ​ກິ​ລາ​ມີ​ຄວາມ​ສ່ຽງຫຼາຍ​ຂຶ້ນ​ທີ່​ອາດ​ຈະ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19.
 

      ວັນ​ທີ 17 ກໍ​ລະ​ກົດ​ນີ້, ຢູ່​ບ້ານ​ພັກ​​ນັກ​ກິ​ລາໂອ​ລິມ​ປິກ​ໄດ້​ພົບ​ເຫັນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ກໍ​ລະ​ນີ​ທຳ​ອິດ, ຜູ້​ເປັນ​ພະ​ຍາດ​ຄົນ​ນີ້​ແມ່ນ​ພະ​ນັກ​ງານ​ຄົນ​ໜຶ່ງ​ທີ່​ຮັບ​ໃຊ້​ຢູ່​ບ້ານ​ພັກ​ນັກ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ. ຫຼັງ​ຈາກ​ນັ້ນ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກໍ​ລະ​ກົດ​ນີ້, ຄະ​ນະ​ຈັດ​ງານ​​ກິ​ລາໂອ​ລິມ​ປິກ​ໂຕ​ກຽວ​ໄດ້​ຢືນ​ຢັນ​​ອີກວ່າ:​ຢູ່​ບ້ານພັກ​ນັກ​ກິ​ລາ​ໂອ​ລິມ​ປິກ​ມີ​ນັກ​ກິ​ລາ​ອີກສອງ​ຄົນ​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19.

​ຍີ່​ປຸ່ນ​ຄວນ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ໄລ​ຍະ​ຈັດ​ງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ_fororder_7a899e510fb30f24d1668955f9ac024bac4b03ad

      ງານ​ມະ​ຫະ​ກຳ​ກິ​ລາ​ໂອ​ລິມ​ປິກ​ຄັ້ງ​ນີ້​​ໄດ້ຈັດ​ຂຶ້ນ​ທ່າມ​ກາງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ນະ​ຄອນ​ໂຕ​ກຽວ​ເຂົ້າ​ສູ່​ສະ​ພາບ​ສຸກ​ເສີນ, ​ສະ​ນັ້ນ​ຄວ​ນ​ເຮັດ​ແນວ​ໃດ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພດ້ານ​ສຸ​ຂະ​ພາບ​ຂອງ​ນັກ​ກິ​ລາ​​ເພື່ອໃຫ້​ເຂົາ​ເຈົ້າ​ສາ​ມາດ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​​ແລະ​ສະ​ແດງ​ສີ​ມື​ໃນ​ເວ​ລາ​ແຂ່ງ​ຂັນ​ແບບ​ປົກ​ກະ​ຕິ​ຂອງ​ຕົນ​ໄດ້​ນັ້ນ, ຈຶ່ງ​ເປັນ​ບັນ​ຫາ​ທີ່​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຫຼວງ​ຫຼາຍກວ່າ​ເກົ່າ​ຈາ​ກ​ລັດ​ຖະ​ບານ​ຍີ່​ປຸ່ນ. ການ​ທີ່​ຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ໃນ​ໄລ​ຍະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແມ່ນ​ເລື່ອງ​ທີ່​ບໍ່​ງ່າຍ​​ແນ່ນອນ, ແຕ່​ໃນ​ໄລ​ຍະ​ພິ​ເສດ​ແບບ​ນີ້​ຄວນ​ມີ​ຂໍ້​ກຳ​ນົດ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ລະ​ອຽດ​ຖີ່​ຖ້ວນ​ແລະ​ເຂັ້ມ​ງວດກວ່າ​ເກົ່າ.
 

      ຊາວ​ໂລກ​ທີ່​ຕິດ​ຕາມ​ງາ​ນ​ກິ​ລາ​ໂອ​ລິມ​ປິກ​​ຄັ້ງ​ນີ້ທັງ​ໝົດ​ລ້ວນ​ແຕ່​ຫວັງ​​ຢາກໃຫ້​ການ​ຈັດ​ງານລຸ​ລ່ວງ​ໄປ​ດ້ວຍ​ຜົນ​ສຳ​ເລັດ​ອັນ​ດີ​ງາມ, ແຕ່​ຂະ​ນະ​ດຽວ​ກັນ​ກໍ່​ຫວັງ​ໃຫ້​ຄະ​ນະ​ຈັດ​ງານ​ໂອ​ລິມ​ປິກ​ຍີ່​ປຸ່ນ​ສາ​ມາດ​ວາງ​ແຜນ​ການ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ​ໃຫ້​ແກ່​ຄະ​ນະຜູ້​ແທນ​ນັກ​ກິ​ລາ​ທີ່​ເຂົ້າ​ຮ່ວມ​ງານ​ທັງ​ໝົດ​ໄດ້​ເປັນ​ຢ່າງ​ດີ​ເຊັ່ນ​ກັນ, ​ມີ​ຄວາມຮັບ​ຜິດ​ຊອບ​ຕໍ່​​ຄວາມ​ປອດ​ໄພ​ດ້ານ​ສຸ​ຂະ​ພາບຂອງ​ນັກ​ກິ​ລາ​ຂອງ​ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ,ພ້ອມ​ກັນ​ນັ້ນ​ກໍ່​ຄວນ​ເພີ່ມ​ຄວາມຮັບ​ຜິດ​ຊອບ​ຕໍ່​ສະ​ພາບ​ການ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່ພາຍ​ໃນ​ປະ​ເທດ​ຍີ່​ປຸ່ນ​ຂຶ້ນ​ຕື່ມອີກ.

ຄຳ​ເຫັນ

0