黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະ​ນັກ​ງານ​ອະ​ທິ​ບາຍເລື່ອງ​ປະ​ຕິ​ວັດ

2021-07-19 10:06:53 cri

ຂ້ອຍ​ຊື່​ໂຈ່ວ​ຊ້ຽນ ເປັນ​ພະ​ນັກ​ງານ​ອະ​ທິ​ບາຍ​ເລື່ອງກ່ຽວ​ກັບ​ການ​ປະ​ຕິ​ວັດ

ວຽກ​ງານ​ຂອງ​ຂ້ອຍ​ກໍ​ແມ່ນ​​ອະ​ທິ​ບາຍ​ເລື່ອງ​ກ່ຽວ​ກັບການ​ຕໍ່​ສູ້​ຂອງ​ນັກ​ປະ​ຕິ​ວັດ​ລຸ້ນ​ກ່ອນ​ຢູ່​ເມືອງ​ຖົງ​ກູ​ແຂວງ​​ຈ່ຽງ​ຊີ່​​ໃຫ້​ຄົນ​ທັງຫຼາຍ​

ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​ລຸ້ນຫຼັງ​ໄດ້​ຮັບ​ຮູ້

ເມືອງ​ຖົງ​ກູ​ມີ​ປະ​ຫວັດ​ສາດ​ກ່ຽວ​ກັບ​ການ​ປະ​ຕິ​ວັດ​ທີ່​ເກົ່າ​ແກ່ ແລະ ມີ​ສະ​ພາບ​ນິ​ເວດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ

ເປັນ​ໜຶ່ງ​ໃນ​ຕົ້ນ​ກຳ​ເນີດ​​ທີ່​ທ່ານ​ປະ​ທານ​ເໝົາ​ເຈີ​ຕົງ​ໄດ້ນຳ​ພາ​​ລຸກ​ຮື​ຂຶ້ນ​ໃນ​ລະ​ດູ​ເກັບ​ກ່ຽວ

ທຸກ​ເທື່ອ​ທີ່​ຂ້ອຍ​ຍ່າງ​ເຂົ້າ​ຫໍ​ພິ​ພິ​ທະ​ພັນ​ການ​ລຸກ​ຮື​ຂຶ້ນ​ໃນ​ລະ​ດູ​ເກັບ​ກ່ຽວ

ຮູບ​ພາບ​ເກົ່າ, ​ອຸ​ປະ​ກອນວັດ​ຖຸຂອງ​ການ​ປະ​ຕິ​ວັດ

ຮູບ​ປັ້ນ​ຕ່າງໆ ໄດ້​​ພາ​ຂ້ອຍ​ເຂົ້າ​ສູ່​ສະ​ໄໝ​ລຸກ​​ຮື​ຂຶ້ນ​ຕອນ​ນັ້ນ

ຫຼັງ​ຈາກ​ໄດ້​ກາຍ​ເປັນ​ພະ​ນັກ​ງານ​ອະ​ທິ​ບາຍ​ເລື່ອງ​ກ່ຽວ​ກັບການ​ປະ​ຕິ​ວັດ​ແລ້ວ

ຈະ​ເຮັດ​ແນວ​ໃດ​ເພື່ອ​​ອະ​ທິ​ບາຍເລື່ອງ​ກ່ຽວ​ກັບ​ການ​ປະ​ຕິ​ວັດ​ໃຫ້​ໄດ້​ດີ ​ນີ້ເປັນ​ໜ້າ​ທີ່​ປະ​ຈຳ​ວັນ​ຂອງ​ຂ້ອຍ

ຕອນ​ຫາ​ກໍ່​ມາ​ເປັນ​ພະ​ນັກ​ງານ​ອະ​ທິ​ບາຍເລື່ອງ​ກ່ຽວ​ກັບ​ການ​ປະ​ຕິ​ວັດ, ສຽງ​​ເວົ້າ​ຂອງຂ້ອຍ​ຄ່ອຍ​ໂພດ

ເພື່ອ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ, ຂ້ອຍ​​ຕ້ອງໄປ​ແລ່ນ​ທຸກ​ເຊົ້າ​ເພື່ອ​ຝຶກ​ປະ​ລິ​ມານ​ບັນ​ຈຸ​ລົມ​ຫາຍ​ໃຈ​ຂອງ​ປອດ

ຜ່ານ​ການ​ຝຶກ​ຝົນ​ມາ​ເປັນ​ເວ​ລາຫຼາຍ​ປີ

ບໍ່​ພຽງ​ແຕ່​ໄດ້​ຫັດ​ກາຍ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ການ​​ສຳ​ຜັດ​ກັບ​ຕົວ​ເມືອງ​ແຫ່ງ​ນີ້​ອີກ

ມີ​ຄົນ​ຖາມ​ຂ້ອຍ​ວ່າ: ເຮັດ​ວຽກ​ເກົ່າ​ຊ້ຳ​ໄປ​ຊ້ຳ​ມາ​ທຸກ​ມື້​ບໍ່​ເບື່ອ​ຫວະ?

ຂ້ອຍ​ຕອບ​ວ່າ: ບໍ່​ແມ່ນ​ຊ້ຳ​​ເກົ່າ, ຖ້າ​ເຮັດ​ວຽກ​​ທີ່ງ່າຍ​ດາຍ​​ໃຫ້​ກາຍເປັນ​ວຽກ​​ທີ່ໂດດ​ເດັ່ນ, ​ຈິ່ງ​ເຮັດ​ໃຫ້​ວຽກ​ມີ​ຄວາມ​ໝາຍ​ທີ່​ສຸດ

ຍາມ​ທຳ​ມະ​ດາ, ຂ້ອຍ​ມັກ​ເບິ່ງ​ຮູບ​ເງົາ, ຖ້າ​ມີ​ເວ​ລາ, ຈະ​ນັດ​ໝູ່​ຮ່ວມ​ງານ​ໄປ​ເບິ່ງ​ຮູບ​ເງົາ​ປະ​ຕິ​ວັດ​ນຳ​ກັນ.

ຮູບ​​ແບບ​ສິ​ລະ​ປະ​ຕ່າງ​ກັນ ​ກໍຈະ​ນຳ​ເອົາ​​ແຮງ​ບັນ​ດານ​ໃຈມາ​ໃຫ້​ແກ່​ວຽກ​ງານ​​ການ​ອະ​ທິ​ບາຍຂອງ​ຂ້ອຍ

ປະ​ເທດ​ພວກ​ເຮົາ​ພວມຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ

​ຂະ​ນະ​ທີ່ຊາວ​ໜຸ່ມ​ພວກ​ເຮົາ​ພາກ​ພູມ​ໃຈນຳ​ຄວາມ​ຈະ​ເລີນ​​ຮຸ່ງ​ເຮືອງຂອງ​ປະ​ເທດ​ຊາດ​

​ແຕ່ກໍ​ບໍ່​ຄວນ​ລືມ​​ການ​ເສຍ​ສະຫຼະ​ຂອງ​ນັກ​ປະ​ຕິ​ວັດ​ລຸ້ນ​ກ່ອນ

ຂ້ອຍ​ຫວັງ​ວ່າ: ຜ່ານ​ຈາກ​ຄວາມ​ພ​ະ​ຍາ​ຍາມ​ຂອງ​ຂ້ອຍ

​ເຮັດໃຫ້​ເລື່ອງ​ປະ​ຕິ​ວັດ​ສີ​ແດງ​ຂອງ​ບ້ານ​ເກີດ​ຂ້ອຍ​ໄດ້​ຮັບ​ການ​ເຜີຍ​ແຜ່​ຢ່າງກວ້າງ​ຂວາງ

​ເຮັດໃຫ້​ນ້ຳ​ໃຈ​ປະ​ຕິ​ວັດ​​ຄົນ​ລຸ້ນ​ກ່ອນ​ໄດ້​ຮັບ​ການ​ສືບ​ທອດ​ຕໍ່ໆ​ໄປ

ຂ້ອຍ​​ຊື່​ໂຈ່ວ​ຊ້ຽນ ເປັນພະ​ນັກ​ງານ​ອະ​ທິ​ບາຍເລື່ອງ​ປະ​ຕິ​ວັດ

ຄຳ​ເຫັນ

0