黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສາ​ມັກ​ຄີ​ກັນ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ດີກວ່າ​ແລະ​ໄວ​ກວ່າ​ການ​ຕໍ່​ສູ້​ພຽງ​ຜູ້​ດຽວ

2021-07-21 16:33:08 cri

ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 137 ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ທີ່​ຈັດ​ຂຶ້ນ​​ທາງ​ອອກ​ລາຍໃນເດືອນ​ມີ​ນາ​ປີ​ນີ້, ພາຍ​ຫຼັງໄດ້​ດຳ​ລົງຕຳ​ແໜ່ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​​ອີກ​ສະ​ໄໝ​ໜຶ່ງ, ທ່ານ​ໂທ​ມັ​ສ ບັ​​ສ ​ສະ​ເໜີ​ວ່າ: ເພື່ອ​ຮັບ​ມື​ກັບ​ສະ​ໄໝ​ທີ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ຈຶ່ງສະ​ເໜີ​ວ່າ​ໃຫ້​ເພີ່ມ​​ຄຳສັບ​ທີ່​ວ່າ “Together” ເຂົ້າ​ໃນ​ຄຳ​ຂວັນ​ໂອ​ລິມ​ປິກ​ໃນປັດ​ຈຸ​ບັນ​ທີ່​ວ່າ “ໄວ​ກວ່າ​ເກົ່າ, ສູງກວ່າ​ເກົ່າ​ແລະ​ເຂັ້ມ​ແຂງກວ່າ​ເກົ່າ”. ເມື່ອ​ລວມ​ຄຳ​ສັບ​ໃໝ່ເຂົ້າ​​ເປັນ​ຄຳ​ຂວັນ​​ກໍ​ແມ່ນ “​ພ້ອມ​ກັນໄວ​ກວ່າ​ເກົ່າ, ​ພ້ອມ​ກັນສູງກວ່າ​ເກົ່າ​, ​ພ້ອມ​ກັນ​ເຂັ້ມ​ແຂງກວ່າ​ເກົ່າແລະ​ພ້ອມ​ກັນ​ສາ​ມັກ​ຄີ​ກວ່າ​ເກົ່າ.” ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 138 ຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ກໍ​ລະ​ກົດ​ນີ້​ໄດ້​ລົງ​ຄະ​ແນນ​ສຽງ​ແລະ​ເຫັນ​ດີ​ປ່ຽນ​ຄຳ​ຂວັນ​ໂອ​ລິມ​ປິກ​ເປັນ​ຄຳ​ຂວັນ​ໃໝ່.

ປີ 1913, ທ່ານ​ກູ​ເບີ​ຕິ​ນ ຜູ້​ລິ​ເລີ່ມ​ສ້າງ​ຕັ້ງ​ກິ​ລາ​ໂອ​ລິມ​ປິກ​ຍຸກ​ປັດ​ຈຸ​ບັນ​​ໄດ້ສະ​ເໜີ​​ຄຳ​ຂວັນ​ທີ່​ວ່າ: “ໄວ​ກວ່າ​ເກົ່າ, ສູງກວ່າ​ເກົ່າ​ແລະ​ເຂັ້ມ​ແຂງກວ່າ​ເກົ່າ”ເປັນ​ຄຳ​ຂວັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ, ເພື່ອ​ໂຄ​ສະ​ນາ​ຈິດ​ໃຈ​ໂອ​ລິມ​ປິກ, ສົ່ງ​ເສີມ​ໃຫ້​ປະ​ເທດ​ຕ່າງໆ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ກິ​ລາ​ດັ່ງ​ກ່າວ, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໄດ້​​ເຫັນ​ດີ​ຕາມ​ຂໍ້​ສະ​ເໜີ​ດັ່ງ​ກ່າວ, ​ຂະ​ນະ​ທີ່ການ​​ເພີ່ມ​ຄຳສັບ  “Together” ເຂົ້າ​ໃນ​ຄຳ​ຂວັນ​ໂອ​ລິມ​ປິກ​ເທື່ອ​ນີ້, ກໍເປັນ​ການ​ດັດ​ແກ້​ຄຳ​ຂວັນ​ໂອ​ລິມ​ປິກ​ສາ​ກົນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 1913 ເປັນ​ຕົ້ນ​ມາ​ເຊິ່ງ​ໄດ້​ຫ່າງ​ກັນ 108 ປີ.

ທີ່​ຈິງ​ແລ້ວ, ໂດຍ​ຜະ​ເຊີນ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ທີ່​ບໍ່​ເຄີຍ​ມີ​​ມາ​ກ່ອນໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ​ແລະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ຄຳ​ວ່າ “ສາ​ມັກ​ຄີ​ກັນ” ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ. ກໍ​ຄື​ດັ່ງຄວາມ​ເວົ້າ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດ​ຈີນທີ່​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ​ວ່າ: “ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້ພິ​ສູດ​ໃຫ້​ເຫັນ​ອີກ​ຄັ້ງ​ໜຶ່ງວ່າ: ພວກ​ເຮົາ​ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ໜ່ວຍ​ໂລກດຽວ​ກັນ, ປະ​ເທດ​ຕ່າງໆ​ມີ​ໂຊກ​ຊາ​ຕາ​ຕິດ​ພັນ​ກັນ. ພວກ​ເຮົາ​ຕ້ອງ​ສາ​ມັກ​ຄີ​ກັນ​ແລະ​ຮ່ວມ​ມື​ກັນ, ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ, ​ຮັກ​ສາ​ສຸ​ຂະ​ພາບ​ແລະ​ອະ​ນາ​ຄົດ​ທີ່​ດີ​ງາມ​ຂອງມວນ​ມະ​ນຸດ.”

ສາ​ມັກ​ຄີ​ກັນ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ດີກວ່າ​ແລະ​ໄວ​ກວ່າ​ການ​ຕໍ່​ສູ້​ພຽງ​ຜູ້​ດຽວ.

ຄຳ​ເຫັນ

0