黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກ່ຽວ​ກັບວຽກ​ງານ​ສຳ​ຫຼວດ​​ຫາແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​​ຄວນໃຫ້​ຄຳ​ຕອບກັບ​ປະ​ຊາ​ຊົນ​ທົ່ວ​ໂລກ!

2021-07-23 16:10:13 cri

ນັບ​ມາ​ຮອດ​ຕອນ​ເຊົ້າ​ຂອງ​ວັ​ນ​ທີ 22 ກໍ​ລະ​ກົດ​ນີ້, ຊາວ​ເນັດ​ຈີນ​ຫຼາຍ​ກວ່າ 5 ລ້ານ 5 ແສນ​ຄົນ​ໄດ້​ລົງ​ນາມ​ໃນ​ຈົດ​ໝາຍ​ເປີດ​ຜະ​ໜຶກທີ່​ປະ​ຊາ​ຊົນ​ຈີນ​ສົ່ງ​ໃຫ້​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO, ​ໂດຍຮຽກ​ຮ້ອງ​ໃຫ້ WHO ​ສືບ​ສວນຫ້ອງ​ທົດ​ລອງ​​ຊີ​ວະ​ພາບຟ​ອດ​ເດ​ຕ​ຣິກ​ໃນ​ວຽກ​ງານ​ການສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ໃນ​ໄລ​ຍະ​ຕໍ່​ໄປ, ການ​ເຄື່ອນ​ໄຫວຮ່ວມ​ລົງ​ນາມ​ທາງ​ອິນ​ເຕີ​ເນັດ​ທີ່​ລິ​ເລີ່ມ​ໂດຍ​ຊາວ​ເນັດ​ຈີນ​ກໍ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ​ຈາກ​ສື່ມວນ​ຊົນ​ຕ່າງ​ປະ​ເທດ.

ວັນ​ທີ 21 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ໜັງ​ສື​ພິມ Russia Today ໄດ້​ລາຍ​ງານ​ການ​ເຄື່ອນ​ໄຫວ​ຮ່ວມ​ລົງ​ນາມ​ດັ່​ງ​ກ່າວແລະ​ລາຍ​ງານ​ວ່າ: ປີ 2019, ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ​ຫຼື CDC ເຄີຍ​ຮຽກ​ຮ້ອງ​ໃຫ້ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຟ​ອດ​ເດ​ຕ​ຣິກ​ຢຸດ​ຕິ​ການ​ປະ​ຕິ​ບັດ​ງານເປັນ​ກາ​ນ​ຊົ່ວ​ຄາວ​ຍ້ອນ​ມີ “ຄວາມ​ສ່ຽງ​ດ້ານ​ຄວາມ​ປອດ​ໄພ”. ​ໃນປີ​ດຽວ​ກັນ, ລັດວິ​ສ​ຄອນ​​ຊີນ (Wisconsin)ຂອງ​ອາ​ເມ​ຣິ​ກາ​ກໍ​ເກີດ​ມີ “ພະ​ຍາດ​ອັກ​ເສບ​ປອດ​ຍ້ອນ​ຢາ​ສູບ​ໄຟ​ຟ້າ” ຢ່າງຂະ​ໜາດ​ໃຫຍ່.

ກ່ອນ​ໜ້າ​ນີ້, ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຟ​ອດ​ເດ​ຕ​ຣິກ​ແມ່ນ​ສູນ​ຄົ້ນ​ຄວ້າ​​ອາ​ວຸດ​ຊີ​ວະ​ພາບຂອງ​ອາ​ເມ​ຣິ​ກາ, ປັດ​ຈຸ​ບັນ​ແມ່ນ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ແພດ​ພະ​ຍາດ​ຕິດ​ແປດ​ຂອງ​ອາ​ເມ​ຣິ​ກາ, ຢູ່​ຫ້ອງ​ທົດ​ລອງ​ດັ່ງ​ກ່າວ, ໄດ້​ສະ​ສົມ​​ເຊື້ອ​ພະ​ຍາດທີ່​ເປັນ​ອັນ​ຕະ​ລາຍ​ຕໍ່​ຊີ​ວິດ​ແລະ​ມີ​ລັກ​ສະ​ນະ​ຕິດ​ແປດ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ. ເດືອນ​ພຶດ​ສະ​ພາ​ປີ 2019, ຫ້ອງ​ທົດ​ລອງ​ຟ​ອດ​ເດ​ຕ​ຣິກ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເກີດ​ເຫດ​ການ​ຮົ່ວ​ໄຫຼ. ເດືອນ​ກໍ​ລະ​ກົດ​ປີ 2019, ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ດັ່ງ​ກ່າວ​ຖືກ CDC ສັ່ງ​ໃຫ້​ຢຸດ​ຕິ​ການ​​ປະ​ຕິ​ບັດ​ງານ, ແຕ່​ວ່າ​ຫຼັງ​ຈາກ​ນັ້ນ​ພຽງ 3 ເດືອນ, ຫ້ອງ​ທົດ​ລອງ​ດັ່ງ​ກ່າວ​ກໍ​ຟື້ນ​ຟູ​ການ​ເຮັດ​ວຽກ​ຄືນ​ໃໝ່ເທື່ອ​ລະ​ກ້າວ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ກໍ​ຄື: ໃນ​ໄລ​ຍະ​ປິດ​ການ​ປະ​ຕິ​ບັດ​ງານ, ຢູ່ອາ​ເມ​ຣິ​ກາ​ໄດ້​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ລະ​ບົບ​ຫາຍ​ໃຈ​ໂດຍ​ບໍ່​ຮູ້​ສາ​ເຫດ, ແລະ​ “ພະ​ຍາດ​​ປອດ​ອັກ​ເສບ​ຈາກຢາ​ສູບ​ໄຟ​ຟ້າ” ​ໄດ້​ແຜ່​ລະ​ບາດ​ຢ່າງຂະ​ໜາດ​ໃຫຍ່​ຢູ່​ລັດວິ​ສ​ຄອນ​ຊີນ.

ຫຼັງ​ຈາກ​ນັ້ນ, ພະ​ຍາດ​ໂຄວິດ-19 ເລີ່ມ​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ, ເດືອນ​ມີ​ນາ​ປີ 2020, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​​ລຶບ​ຂ່າວ​ກ່ຽວ​ກັບ​ການ​ປິດຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຟ​ອດ​ເດ​ຕ​ຣິກ​ທີ່​ມີ​ການ​ລາຍ​ງານ​ຂ່າຢ່າງ​ຫຼວງ​ຫຼາຍ. ສິ່ງ​ທີ່​ໜ້າ​ສົງ​ໄສ​ກໍ​ຄື: ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ຕຸ​ລາ​ປີ 2019, ອາ​ເມ​ຣິ​ກາ​ໄດ້​ຈັດ​ການ​ຝຶກ​ຊ້ອມ​ຫຼາຍ​ເທື່ອທີ່​ກ່ຽວ​ຂ້ອງ​ກັບ “ເຊື້ອ​ພະ​ຍາດ​ໂຄ​ວິດ” ​ກ່ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຊິ່ງ​ຄື​ວ່າ​ເປັນ​ການ​ກະ​ທຳ​ທີ່​ຮູ້​ລ່ວງ​ໜ້າ, ຫຼັກ​ຖານ​ຕ່າງໆ​ລ້ວ​ນ​ແຕ່​ກ່ຽວ​ພັນ​ກັບ​ອາ​ເມ​ຣິ​ກາ, ສະ​ນັ້ນ, ການ​ພົວ​ພັນ​ລະ​ຫວ່າງ​ເຊື້ອ​ພະ​ຍາດ​ໂຄວິດ-19 ແລະ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຟ​ອດ​ເດ​ຕ​ຣິກ​​ຈຶ່ງ​​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ມີ​ຄວາມ​ສົງ​ໄສ​ທີ່​ສຸດ.

ຄວາມ​ຈິງ​ຂອງ​ຫ້ອງ​ທົດ​ລອງ​​ຊີ​ວະ​ພາບຟອດ​ເດ​ຕ​ຣິກ​​ມີ​ຫຍັງ​ຊ້ອນ​ຢູ່, ຄວາມ​ຈິງ​ກ່ຽວ​ກັບ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ມາ​ຈາກ​ໃສ, ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ​ມີ​ສິດ​ຮູ້​ຄວາມ​ຈິງ. ການ​​ສືບ​ສວນຫ້ອງ​ທົດ​ລອງ​ຊີ​ວະ​ພາບ​ຟອດ​ເດ​ເຕ​ຣິກແມ່ນ​ຄວາມ​ຮຽກ​ຮ້ອງ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ລວມ​ທັງ​ປະ​ຊາ​ຊົນ​ຈີນ, ແມ່ນ​ບັນ​ຫາ​ທີ່​ອາ​ເມ​ຣິ​ກາ​ຕ້ອງ​ໃຫ້​ຄຳ​ຕອບ​​ໃນບ​ການ​ສຳ​ຫຼວດ​​ຫາແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19. ອາ​ເມ​ຣິ​ກາ​ຄວນ​ໃຫ້​ຄຳ​ຕອບ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ປະ​ຊາ​ຄົມ​ໂລກ, ແລະ​ອະ​ນຸ​ຍາດ​ໃຫ້ WHO ​ເຂົ້າ​ໄປ​ສຳ​ຫຼວດໂດຍ​ໄວ, ​ສືບ​ສວນ​ຫ້ອງ​ທົດ​ລອງ​​ຊີ​ວະ​ພາບຟອດ​ເດ​ຕ​ຣິກ​ແລະ​ຫ້ອງ​ທົດ​ລອງ​ຊີ​ວະ​ພາບ 200 ກວ່າ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ທີ່​ຢັ່ງ​ຢາຍ​ຢູ່​ທົ່ວ​ໂລກ​ຢ່າງ​ເຖິງ​ຖອງ, ເພື່ອ​ໃຫ້​ຄຳ​ຕອບ​ທີ່​ເປັນ​ຈິງ​ກັບ​ປະ​ຊາ​ຄົມ​ໂລກ​ກໍ​ຄື​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ.

ຄຳ​ເຫັນ

0