尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີຂັດ​ຂວາງ​ບໍ່​ໃຫ້ The Great Barrier Reef ​ຈັດເຂົ້າ​ໃນບັນ​ຊີ​ລາຍ​ຊື່​​ທີ່​ຕ້ອງ​ລະ​ບຸ​ສະ​ຖາ​ນະ​ຕົກ​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈອມ​ປອມ​ຂອງ​ລັດ​ຖະ​ບານ​ອົ​ສຕ​ຣາ​ລີ

2021-07-26 17:22:43 cri

ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີຂັດ​ຂວາງ​ບໍ່​ໃຫ້ The Great Barrier Reef ​ຈັດເຂົ້າ​ໃນບັນ​ຊີ​ລາຍ​ຊື່​​ທີ່​ຕ້ອງ​ລະ​ບຸ​ສະ​ຖາ​ນະ​ຕົກ​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈອມ​ປອມ​ຂອງ​ລັດ​ຖະ​ບານ​ອົ​ສຕ​ຣາ​ລີ_fororder_1000

      ​ແຕ່ວັນ​ທີ 16 ຫາ​ວັນ​ທີ 31 ກໍ​ລະ​ກົດ​ນີ້, ກອງ​ປະ​ຊຸມ​ໃຫຍ່​ມໍ​ລະ​ດົກ​ໂລ​ກ​ຄັ້ງ​ທີ 44 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຟູ​ໂຈ່ວ​ແຂວງ​ຟູ​ຈ້ຽນ​ຂອງ​ຈີນ ເຊິ່ງກອງ​ປະ​ຊຸມ​ໄດ້​ສະ​ເໜີ​ໃຫ້​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ​ພິ​ຈາ​ລະ​ນາ​ຈັດ​​ເອົ​າ​ແນວ​ຫີນປະ​ກາ​ລັງ​ເດີ​ເກ​ຣດ​ບາ​ຣີ​ເອີ​ຣິ​ຟ(The Great Barrier Reef​)ຂອງ​ອົ​ສ​ຕ​ຣາ​ລີ​​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ​ທີ່​ຕ້ອງ​ລະ​ບຸ​ສະ​ຖາ​ນະ​ຕົກ​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍ.
 

      The Great Barrier Reef ແມ່ນ​ເຂດສະ​ຫງວນ​ທາງທຳ​ມະ​ຊາດ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ​ໃນ​ໂລກ, ແມ່ນ​ເຂດ​ທຳ​ມະ​ຊາດ​ແຫ່ງ​ທຳ​ອິດ​ຂອງ​ອົ​ສຕ​ຣາ​ລີ​ທີ່​ໄດ້​ຮັບ​ການ​ຈັດ​ເຂົ້າ​ໃນ “ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ”. ແຕ່​ວ່າ, ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ​ຢູ່ເຂດ​ນີ້​ທີ່​ສົມ​ຄວນ​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ລັກ​ໃຫ້​ດີໆ​​ນັ້ນ,ແຕ່​ໃນ​ຊຸ​ມ​ປີ​ຜ່ານ​ມາ​ພັດ​ໄດ້​​ມີ​ສະ​ພາບ​ຊຸດ​ໂຊມ​ລົງ​ຢ່າງ​ຕໍ່​ເນື່ອງ.

ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີຂັດ​ຂວາງ​ບໍ່​ໃຫ້ The Great Barrier Reef ​ຈັດເຂົ້າ​ໃນບັນ​ຊີ​ລາຍ​ຊື່​​ທີ່​ຕ້ອງ​ລະ​ບຸ​ສະ​ຖາ​ນະ​ຕົກ​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈອມ​ປອມ​ຂອງ​ລັດ​ຖະ​ບານ​ອົ​ສຕ​ຣາ​ລີ_fororder_1000 (1)

      ອົງ​ການລັດ​ຖະ​ບານ​ທີ່​ຄຸ້ມ​ຄອງ The Great Barrier Reef ຂອງ​ອົ​ສ​ຕ​ຣາ​ລີ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ສະ​ບັບ​ໜຶ່ງ​ໃນ​ປີ 2019 ໂດຍ​ໄດ້​ສະ​ຫຼຸບ​ວ່າ: ພາຍ​ຫຼັງ​​ເກີດ​​ມີ​ສະ​ພາບ​ທີ່​ຫີນ​ປະ​ກາ​ລັງ​​ກາຍ​ເປັນ​ສີ​ຂາວ​ຫຼາຍ​ຂຶ້ນທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ອຸນ​ຫະ​ພູມ​ນ້ຳ​​ທະ​ເລສູງ​ຂຶ້ນ​ແລ້ວ, ອະ​ນາ​ຄົດ​ຂອງ The Great Barrier Reef ມີ​ຄວາມ​ມືດ​ມົນ​ຫຼາຍ.ກ່ອນ​ຈັດ​ກອງ​ປະ​ຊຸມ​ໃຫຍ່​ມໍ​ລະ​ດົກ​ໂລກ​ຄັ້​ງ​ນີ້, ສະ​ຫະ​ພັນ​ອະ​ນຸ​ລັກ​ທຳ​ມະ​ຊາດ​ໂລກ​ກໍ່​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ສະ​ບັບ​ໜຶ່ງ​ກ່ຽວ​ກັບ​ສະ​ພາບ The Great Barrier Reef ໃນ​ປັດ​ຈຸ​ບັນ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ເວ​ລາ 5 ປີ​ຜ່ານ​ມາ, ເນື່ອງ​ຈາກ​ການ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ຈາກ​ຟອດ​ຊິວ, ​ການ​ຜະ​ລິດກະ​ສິ​ກຳ​ປົນ​ເປື້ອນ​ສານ​ພິດ,ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ສາ​ເຫດ​ອື່ນໆ, ​ແນວຫີນ​ປະ​ກາ​ລັງ​ຂອງ The Great Barrier Reef ຈຶ່ງ​ເກີດ​ມີປະ​ກົດ​ການ​ຫີນ​ຂາວ​ຂຶ້ນ​ຢ່າງກວ້າງ​ຂວາງ,​ເຮັດ​ໃຫ້​ມັນ​ເສຍ​ຄຸນ​ຄ່າ​ທາງ​ທຳ​ມະ​ຊາດ.
 

      ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ອົງ​ການ​ການ​ສຶກ​ສາ,ວິ​ທະ​ຍາ​ສາດ​ແລະ​ວັດ​ທະ​ນະ​ທຳ​ຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດ​ຫຼື​ອຸຍ​ເນັ​ສ​ໂກ(UNESCO)ຈັດ​ເອົາ​ແນວ​ຫີນປະ​ກາ​ລັງ​ເດີ​ເກ​ຣດ​ບາ​ຣີ​ເອີ​ຣິ​ຟ(The Great Barrier Reef)ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ​​ທີ່​ຕ້ອງ​ລະ​ບຸ​ສະ​ຖາ​ນະ​ຕົກ​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍ,ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີ​ໄດ້​ວິ່ງ​ເຕັ້ນ​ຊັກ​ຊວນ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ,ສິ່ງ​ທີ່​ໜ້າ​ຕະ​ຫຼົກ​ກວ່າ​ນັ້ນ​ຄື​ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີ​ອ້າງວ່າ​ກອງ​ປະ​ຊຸມ​ໃຫຍ່​ມໍ​ລະ​ດົກ​ໂລກ​ຄັ້ງ​ນີ້​ແມ່ນ​ຈັດ​ຂຶ້ນ​ຢູ່​ຈີນ,ຈຶ່ງໄດ້​ສະ​ເໜີ​ຄວາມ​​ຄິດ​ເຫັນ​ທີ່ລະ​ແວງ​ສົງ​ໄສ​ວ່າ​ປັກ​ກິ່ງ​ໄດ້​ເພີ່ມ​ອິດ​ທິ​ພົນ​ຕໍ່​ອົງ​ການ​ຈັດ​ຕັ້ງ​ສາ​ກົນ,ແລະ​ບີບ​ບັງ​ຄັບ​ໃຫ້​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ​ພິ​ຈາ​ລະ​ນາ​ຈັດ​​ເອົາ​ແນວ​ຫີນ​ປະ​ກາ​ລັງ​ເດີ​ເກ​ຣດ​ບາ​ຣີ​​ເອີຣິ​ຟ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​​ມໍ​ລະ​ດົກ​ໂລກ​ທີ່​ຕ້ອງ​ລະ​ບຸ​ສະ​ຖາ​ນະ​ຕົກ​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍ​ຍ້ອນ​ຖືກ​ຄວບ​ຄຸມ​ທາງ​ການ​ເມືອງ​ຈາກ​ຈີນ.
 

      ແຕ່​ນັກ​ວິ​ທະ​ຍາ​ສາດ​ແລະ​ບຸກ​ຄົນ​ທີ່ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ສ່ວນຫຼາຍ​ລ້ວນ​ແຕ່​ບໍ່​ເຫັນ​ດີ​ຕໍ່​ກັບ​ຄຳ​ເວົ້າ​ດັ່ງ​ກ່າວ.

ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີຂັດ​ຂວາງ​ບໍ່​ໃຫ້ The Great Barrier Reef ​ຈັດເຂົ້າ​ໃນບັນ​ຊີ​ລາຍ​ຊື່​​ທີ່​ຕ້ອງ​ລະ​ບຸ​ສະ​ຖາ​ນະ​ຕົກ​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈອມ​ປອມ​ຂອງ​ລັດ​ຖະ​ບານ​ອົ​ສຕ​ຣາ​ລີ_fororder_1000 (2)

ທ່ານ ຊາ​ລີ ເບວ​ລອນ ນັກສະ​ໝຸດ​ທະ​ສາດ​ກ່າວ​ວ່າ: “ບັນ​ຊີ​ລາຍ​ຊື່“​ມໍ​ລະ​ດົກ​ໂລກ​ທີ່​ຕ້ອງ​ລະ​ບຸ​ສະ​ຖາ​ນະ​ຕົກ​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍ”ບໍ່​ມີ​ສ່ວນ​ພົວ​ພັນ​ໃດໆ​ກັບ​ຈີນ​, ແຕ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີ​​ທີ່​ບໍ່​ຍອມແບກ​ຫາບ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ບັນ​ຫາ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.”

ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີຂັດ​ຂວາງ​ບໍ່​ໃຫ້ The Great Barrier Reef ​ຈັດເຂົ້າ​ໃນບັນ​ຊີ​ລາຍ​ຊື່​​ທີ່​ຕ້ອງ​ລະ​ບຸ​ສະ​ຖາ​ນະ​ຕົກ​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍ​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈອມ​ປອມ​ຂອງ​ລັດ​ຖະ​ບານ​ອົ​ສຕ​ຣາ​ລີ_fororder_1000 (3)

ທ່ານ ຈອນ ຕານ​ເຈີ ​ອະ​ດີດຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ງານ​ຂອງອົງ​ການ​ຄຸ້ມ​ຄອງ​ສວນ​ສາ​ທາ​ລະ​ນະ​ມະ​ຫາ​ສະ​ໝຸດ The Great Barrier Reef ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ລົງ​ໃນ​ເວັບ​ໄຊ Mongabay ໃນ​ວັນ​ທີ 21 ກໍ​ລະ​ກົດ​ນີ້​ວ່າ: UNESCO ບໍ່​ໄດ້​ມີ​ຈຸດ​ປະ​ສົງ​ທາງ​ການ​ເມືອງ​ໃດໆ​ທີ່​ຫຼຸດ​ລະ​ດັບ The Great Barrier Reef. “ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີ​ບໍ່​ຄວນເວົ້າ​ວ່າ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ​ຄວນໄດ້​ຮັບ​ຄວາມ​ເຄົາ​ລົບ,​ແລະ​​ສວຍ​ໂອ​ກາດ​ຊຸກ​ຍູ້​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ​ຢູ່​ເຂດ The Great Barrier Reef ທີ່​ມີ​ມູນ​ຄ່າ 5,7 ຕື້​ໂດ​ລາ​ອົ​ສ​ຕ​ຣາ​ລີ​ຕໍ່​ປີ, ​ແຕ່ປັດ​ຈຸ​ບັນ​ພັດ​ກ່າວ​ວ່າ​ມັນ​ເປັນ​ກົນ​ລວງ​ທີ່​ມັກ​ຖືກ​ອິດ​ທິ​ກຳ​ລັງ​ການ​ເມືອງ​ຄວບ​ຄຸມ​ຢ່າງ​ງ່າຍ.”
 

      ​ທ່ານ ​ຣີ​ຊາດ ເລກ ຫົວ​ໜ້າວຽກ​ງານ​ມະ​ຫາ​ສະ​ໝຸດ​ຂອງອົງ​ການກອງ​ທຶນ​ທຳ​ມະ​ຊາດ​ໂລກ​ໄດ້​ກ່າວ​ວ່າ: “ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີ​ຕຳ​ໜິ​ການ​ປະ​ເມີນ​ຜົນ​ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ແມ່ນ​ເພື່ອ​ຈຸດ​ປະ​ສົງ​ທາງ​ການ​ເມືອງ, ແຕ່​ຕົນ​ພັດ​ໄດ້​ດຳ​ເນີນ​ການ​ເຄື່ອນ​​ເ​ກັຍ​ກ່ອມ​ເພື່ອ​ຈຸດ​ປະ​ສົງ​ທາງ​ການ​ເມືອງ​ຂອງ​ຕົນ.”
 

      ພາຍ​ໃຕ້​ການ​​ຂັດ​ຂວາງ​ແບບ​ປ່ວງບ້າ​ຈາກ​ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີ, ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ​ໄດ້​ຜ່ານ​ການ​ພິ​ຈາ​ລະ​ນາ​ແລ້ວ​ຈຶ່ງ​ຕົກ​ລົງ​ໃນ​ວັນ​ທີ 23 ກໍ​ລະ​ກົດ​ນີ້ໂດຍ​ໄດ້​ຮຽກ​ຮ້ອງ​ໃຫ້​ອົ​ສ​ຕ​ຣາ​ລີ​ຍື່ນ​ບົດ​ລາຍ​ງານກ່ຽວ​ກັບ​ສະ​ພາບ​ການ​ອະ​ນຸ​ລັກ The Great Barrier Reef  ກໍ​ຄື​ສະ​ພາບ​ການ​ປະ​ຕິ​ບັດ​ງານ​ໃຫ້​ສູນ​ມໍ​ລະ​ດົກ​ໂລກ​ໃນ​ປີ 2022, ພ້ອມ​ທັງ​ເລື່ອນ​ເວ​ລາ​ການ​ພິ​ຈາ​ລະ​ນາ​ຫົວ​ຂໍ້​​ກອງປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ໃຫ້​ນຳ​ໄປ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ອີກ​ໃນ​ກອງ​ປະ​ຊຸມ​ໃຫຍ່​ມໍ​ລະ​ດົກ​ໂລກ​ຄັ້ງ​ຕໍ່​ໄປ​ຄື​ຄັ້ງ​ທີ 45. ແຕ່​ຖ້າ​​ອົ​ສ​ຕ​ຣາ​ລີ​ບໍ່​ຄິດ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາທີ່​ກະ​ທົບ​ຕໍ່ The Great Barrier Reef ​ໂດຍ​ພື້ນ​ຖານ​ແລ້ວ, ການ​ຈັດ​ເອົາ The Great Barrier Reef ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ​ທີ່​ຕ້ອງ​ລະ​ບຸ​ສະ​ຖາ​ນະ​ຕົກ​ຢູ່​ໃນ​ສະ​ພາບ​ອັນ​ຕະ​ລາຍ​ຈະ​ຕ້ອງ​ເປັນ​ໄປ​ບໍ່​ໄວ​ກໍ່​ຊ້າ.

ຄຳ​ເຫັນ

0