尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ້າວ ຫຼີ​ຟ່າ​ປິ່ນ ຜູ້​ທີ່​ໄດ້​ຮັບ​ຫຼຽນ​ຄຳ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ເວົ້າ​ວ່າ: ທ່າ​ຢືນ​ຂາ​ດຽວຂອງ​ຕົນ​ໃນ​ເວ​ລາ​ຍົກ​ນ້ຳ​ໜັກ ​ແມ່ນ​ທ່າ​​ທີ່​ຜິດ​ພາດ ບໍ່​ຄວນ​​ຮຽນ​ນຳ!

2021-07-27 16:47:58 cri

ທ້າວ ຫຼີ​ຟ່າ​ປິ່ນ ຜູ້​ທີ່​ໄດ້​ຮັບ​ຫຼຽນ​ຄຳ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ເວົ້າ​ວ່າ: ທ່າ​ຢືນ​ຂາ​ດຽວຂອງ​ຕົນ​ໃນ​ເວ​ລາ​ຍົກ​ນ້ຳ​ໜັກ ​ແມ່ນ​ທ່າ​​ທີ່​ຜິດ​ພາດ ບໍ່​ຄວນ​​ຮຽນ​ນຳ!_fororder_微信图片_202107271647062

      ໃນ​ການ​ແຂ່ງ​ຂັນ​ຮອບຊີງ​ຊະ​ນະ​ເລີດ​ຍົກ​ນ້ຳ​ໜັກ​ເພດ​ຊາຍ​ລຸ້ນ 61 ກິ​ໂລ​​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ກໍ​ລະ​ກົດ​ນີ້, ທ້າວ​ ຫຼີ​ຟ່າ​ປິ່ນ ນັກ​ກິ​ລາ​ຈີນ​ສາ​ມາດ​ຍົກ​ນ້ຳ​ໜັກ​ໄດ້ 166 ກິ​ໂລ, ​ແລະ​ສະ​ແດງທ່າຢືນ​ຂາ​ດຽວ,​ເຊິ່ງຍາກ​ທີ່​ຈະ​ຄາດ​ຄິດວ່າ​ລາວ​​ສາ​ມາດ​ເຮັດ​ທ່າ​ຍາກ​ແບບ​ນີ້​ໄດ້ແນວ​ໃດ. ​​ຫຼັງ​ຈາກ​​ນັ້ນ,ທ້າວ ຫຼີ​ຟ່າ​ປິ່ນ ນັກ​ກິ​ລາ​ຈີນ​ກໍ​ຊະ​ນະ​ເລີດ​ດ້ວຍ​ຄະ​ແນນ​ລວມ 313 ກິ​ໂລ,ຊີງ​ໄດ້​ຫຼຽນ​ຄຳ​ຫຼຽນ​ທີ 5 ​ໃຫ້​ກັບ​ຄະ​ນະ​ນັກ​ກິ​ລາ​ຂອງ​ຈີນ,ເຊິ່ງ​ກໍ​ເປັນ​ຫຼຽນ​ຄຳ​ທີ່​ນັກ​ກິ​ລາ​ເພດ​ຊາຍ​ຂອງ​ຈີນ​ໄດ້​ຮັບ​ຫຼຽນ​ທຳ​ອິດ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວຄັ້ງ​ນີ້.

ທ້າວ ຫຼີ​ຟ່າ​ປິ່ນ ຜູ້​ທີ່​ໄດ້​ຮັບ​ຫຼຽນ​ຄຳ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ເວົ້າ​ວ່າ: ທ່າ​ຢືນ​ຂາ​ດຽວຂອງ​ຕົນ​ໃນ​ເວ​ລາ​ຍົກ​ນ້ຳ​ໜັກ ​ແມ່ນ​ທ່າ​​ທີ່​ຜິດ​ພາດ ບໍ່​ຄວນ​​ຮຽນ​ນຳ!_fororder_微信图片_202107271647061

     ທ່າ​ຢືນ​ຂາ​ດຽວ​ຂອງ​ທ້າວ ຫຼີ​ຟ່າ​ປິ່ນ ແມ່ນ​ຈຸດ​ສົນ​ໃຈ​ສຳ​ລັບ​ການ​ແຂ່ງ​ຂັນ​ຄັ້ງ​ນີ້, ​ທັງກາຍ​ເປັນ​ທ່າ​ອຳ​ມະ​ຕະ​ຂອງ​ງາ​ນ​ກິ​ລາ​ໂອ​ລິມ​ປິກ. ກຳ​ລັງ​ກາຍຂອງ​ທ້າວ ຫຼີ​ຟ່າ​ປິ່ນ ​ເຂັ້ມ​ແຂງ​ຫຼາຍ, ລາວ​ໄດ້​ບອກວ່າ​ທ່າ​ຢືນ​ຂາ​ດຽວ​ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້​ແມ່ນ​ທ່າ​ຍົກ​ນ້ຳ​ໜັກ​ທີ່​ຜິດ​ພາດ,ແຕ່​ວ່າ​ຕົນ​ສາ​ມາດ​ປັບ​ຮ່າງ​ກາຍ​ໄດ້​ດ້ວຍ​ກຳ​ລັງ​ແຮງ​ທັງ​ໝົດ​ຂອງ​ຕົນ. ການ​ທີ່​ເຮັດ​ທ່າຜິດ​ພາດ​ແບບ​ນີ້​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ແມ່ນ​ອັນ​ຕະ​ລາຍ​ຫຼາຍ. ​ລາວ​ໄດ້​ກ່າວ​ເຕືອນ​ນັກ​ກິ​ລາ​ທັງ​ຫຼາຍ​ວ່າ: “​ທ່າ​ກິ​ລາ​ຍົກ​ນ້ຳ​ໜັກ​ທີ່​ຜິດ​ພາດ​ແບບ​ນີ້​ບໍ່​ຄວນ​ຮຽນ​ນຳ.”
ທ້າວ ຫຼີ​ຟ່າ​ປິ່ນ ຜູ້​ທີ່​ໄດ້​ຮັບ​ຫຼຽນ​ຄຳ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ເວົ້າ​ວ່າ: ທ່າ​ຢືນ​ຂາ​ດຽວຂອງ​ຕົນ​ໃນ​ເວ​ລາ​ຍົກ​ນ້ຳ​ໜັກ ​ແມ່ນ​ທ່າ​​ທີ່​ຜິດ​ພາດ ບໍ່​ຄວນ​​ຮຽນ​ນຳ!_fororder_微信图片_20210727164706

ຄຳ​ເຫັນ

0