ວັນທີ 24 ກໍລະກົດນີ້, ຄັງປັນຍາ CGTN ໄດ້ດຳເນີນການຢັ່ງປະຊາມະຕິໃນຂອບເຂດທົ່ວໂລກກ່ຽວກັບ “ການຫັນບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ເປັນບັນຫາການເມືອງ” ດ້ວຍ 6 ພາສາທາງການຂອງອົງການສະຫະປະຊາຊາດໂດຍຜ່ານເວທີສື່ສັງຄົມອອນລາຍຫຼາຍແຫ່ງ.
ຄັງປັນຍາ CGTN ໄດ້ເປີດເຜີຍຜົນການຢັ່ງປະຊາມະຕິຄັ້ງນີ້, ນັບມາຮອດເວລາ 22 ໂມງຂອງວັນທີ 25 ກໍລະກົດນີ້, ຜູ້ເຂົ້າຮ່ວມການຢັ່ງປະຊາມະຕິຈາກເວທີສື່ສັງຄົມອອນລາຍຕ່າງໆແລະພາສາຕ່າງໆ, ມີຊາວເນັດ 83%ລ້ວນແຕ່ເຫັນວ່າບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ໄດ້ຖືກຫັນເປັນບັນຫາການເມືອງ. ໃນຄຳວິເຄາະຂອງຊາວເນັດໃນໂລກ, ມີຫຼາຍຄົນລ້ວນແຕ່ໄດ້ເວົ້າເຖິງການຫັນບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19ເປັນບັນຫາການເມືອງມີສ່ວນພົວພັນກັບປັດໄຈ “ການຂວ້ຳບາດຈາກອາເມຣິກາ” “ການຄວບຄຸມສື່ມວນຊົນ” “ການຂັດຂວາງການພັດທະນາຂອງຈີນ”ແລະປັດໄຈອື່ນໆ.
ຊາວເນັດທັງຫຼາຍທີ່ເຂົ້າຮ່ວມການຢັ່ງປະຊາມະຕິຢູ່ແຫ່ງຕ່າງໆໃນໂລກໄດ້ສະທ້ອນສຽງໃນໃຈທີ່ເປັນເອກະພາບກັນດ້ວຍພາສາທີ່ຕ່າງກັນ, ເຊັ່ນ:“ການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ແມ່ນຍຸດທະສາດທາງການເມືອງທີ່ໄຮ້ປັນຍາແລະໄຮ້ປະໂຫຍດທີ່ປົກປິດເຈດຕະນາຂອງອາເມຣິກາໃນການສະກັດກັ້ນການພັດທະນາແລະການສ້າງຄວາມຈະເລີນຮຸ່ງເຮືອງຂອງຈີນ”. “ວຽກງານອັນຮີບດ່ວນທີ່ສຸດໃນການເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ແມ່ນການເພີ່ມທະວີການກວດຫາເຊື້ອແລະການສັກວັກຊີນໂຄວິດ-19ແລະການສະໜອງຢາປິ່ນປົວພະຍາດຢ່າງພຽງພໍ.”
ຊາວເນັດຂອງລາວໄດ້ລົງຄຳເຫັນຢູ່ລຸ່ມຜົນການຢັ່ງປະຊາມະຕິທີ່ຄັງປັນຍາ CGTN ເປີດເຜີຍນັ້ນວ່າ: “ເຊື້ອພະຍາດພຽງແຕ່ແມ່ນເຊື້ອພະຍາດເທົ່ານັ້ນ, ອາເມຣິກາປະລາໄຊໃນການຕ້ານກັບພະຍາດໂຄວິດ-19 ກໍ່ບໍ່ຄວນຖືເອົາການປະລາໄຊຂອງຕົນເປັນສາເຫດທີ່ຫັນບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19ເປັນບັນຫາການເມືອງ.”
ໃນຂະນະທີ່ປະເທດຕາເວັນຕົກຈຳນວນໜ້ອຍໄດ້ຫັນບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19ເປັນບັນຫາການເມືອງ, ມີເຈດຕະນາບິດເບືອນຄວາມຈິງ,ແລະໂຍນຄວາມຮັບຜິດຊອບໃຫ້ແກ່ຈີນ, ກະຊວງການຕ່າງປະເທດລາວໄດ້ອອກຖະແຫຼງການກ່ຽວກັບບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ໃນວັນທີ 22 ກໍລະກົດນີ້ວ່າ: ລາວຄັດຄ້ານການຫັນບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19ເປັນບັນຫາການເມືອງ,ພ້ອມທັງກ່າວວ່າປະຊາຄົມໂລກຄວນ ປຶກສາຫາລືແລະຮ່ວມມືກັນຢ່າງຈິງໃຈແລະຜ່ານຜ່າຄວາມຫຍຸ້ງຍາກຮ່ວມກັນ. ມີແຕ່ເພີ່ມທະວີການຮ່ວມມືຫຼາຍຝ່າຍ,ບັນດາປະເທດໂດຍສະເພາະແມ່ນປະເທດພວມພັດທະນາຈຶ່ງຈະສາມາດໄດ້ຮັບວັກຊີນໂຄວິດ-19 ແລະຢາປິ່ນປົວພະຍາດຢ່າງສະເໝີພາບກັນ, ບັນດາປະເທດຈຶ່ງຈະສາມາດເອົາຊະນະການແຜ່ລະບາດຂອງພະຍາດໂຄວິດ-19ໄດ້ໃນສຸດທ້າຍ.
ທ່ານ ຊີ ມູນີຣິສ ປະທານສະມາຄົມສົ່ງເສີມການພົວພັນກຳປູເຈຍ-ຈີນຂອງກຳປູເຈຍໄດ້ກ່າວຢ່າງຈະແຈ້ງໃນເວລາໃຫ້ສຳພາດຕໍ່ນັກຂ່າວວ່າ: “ກຳປູເຈຍເດັດດ່ຽວຄັດຄ້ານການຫັນບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ເປັນບັນຫາການເມືອງ, ສະໜັບສະໜູນແລະຊີ້ນຳນຳພາວຽກງານດ້ານການຕ້ານພະຍາດໂຄວິດ-19 ແລະການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ໃນໂລກໃຫ້ກ້າວໜ້າໄປຕາມທິດທາງທີ່ຖືກຕ້ອງ.”
ບໍ່ວ່າປະເທດຕາເວັນຕົກຈຳນວນໜ້ອຍຈະເສກສັນປັ້ນແຕ່ງຄຳຫຼອກລວງແບບໃດກໍຕາມ, ການຫັນບັນຫາການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ເປັນບັນຫາການເມືອງແລະສ້າງກົນອຸບາຍເພື່ອລົບກວນແລະທຳລາຍການຮ່ວມມືດ້ານການຄົ້ນຄວ້າກ່ຽວກັບການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ໃນສາກົນຂອງເຂົາຈະປະສົບຄວາມຫຼົ້ມເຫຼວຢ່າງແນ່ນອນ.
ຄຳເຫັນ
0