尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ບໍ່​ຄວນນຳ​ມາ​ເປັນ​ເບ້ຍ​ຕໍ່​ລອງ​ໃນເກມ​ການ​ເມືອງ​ຂອງ​ອາ​ເມ​ຣິ​ກາ

2021-07-30 16:55:26 cri

ການ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ບໍ່​ຄວນນຳ​ມາ​ເປັນ​ເບ້ຍ​ຕໍ່​ລອງ​ໃນເກມ​ການ​ເມືອງ​ຂອງ​ອາ​ເມ​ຣິ​ກາ_fororder_微信图片_20210730165411

      ໃນ​ໄລ​ຍະ​ມໍ່​ໆ​ມາ​ນີ້, ນັກ​ການ​ເມືອງ​ຈຳ​ນວນ​ໜຶ່ງ​ຂອງ​ອາ​ເມ​ຣິ​ກາ​ໄດ້​ປ່າວ​ຂ່າວກ່ຽວ​ກັບ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເຊື້ອ​ພະ​ຍາດ​ອູ​ຮັ້ນ​ຂອງ​ຈີນ​ອີກ​.
 

      ພາຍ​ຫຼັງ​ຜູ້​ຊ່ຽວ​ຊານ​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ​ເພື່ອ​ຄົ້ນ​ຫາ​ເຊື້ອ​ພະ​ຍາດ​ຢ່າ​ງ​ລະ​ອຽດ​ຢູ່ສະ​ຖາ​ບັນ​ຄົ້ນ​ຄວ້າ​ເຊື້ອ​ພະ​ຍາດ​ອູ​ຮັ້ນ​ໃນ​ຕົ້ນ​ປີ​ນີ້​ແລ້ວ, ​ຈຶ່ງ​ມີ​ຜົນ​ສະ​ຫຼຸບ​ອອກ​ມາ​ວ່າ​: ບໍ່​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ເຊື້ອ​ພະ​ຍາດ​ຈະ​ຮົ່ວ​ອອກ​ຈາກ​ຫ້ອງ​ທົດ​ລອງ,ເຊິ່ງ​ເປັນ​ການ​ຢັ້ງ​ຢືນ​ໃຫ້​ໂລກ​ຮູ້​ຢ່າງ​ຈະ​ແຈ້ງວ່າ​ເຊື້ອ​ພະ​ຍາດ​ບໍ່​ກ່ຽວ​ກັບ​ຈີນ.”
 

      ແຕ່​ຜົນ​ສະ​ຫຼຸບ​ດັ່ງ​ກ່າວ​ບໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ນັກ​ການ​ເມືອງ​ຈຳ​ນວນ​ໜຶ່ງ​ຢູ່​ອາ​ເມ​ຣິ​ກາ. ສະ​ນັ້ນ, ​ຄຳ​ເວົ້າ “ການ​ຮົ່ວ​​ອອກ​ຈາກ​ຫ້ອງ​ທົດ​ລອງ”​ຈຶ່ງ​ຖືກ​ນຳ​ໃຊ້ເປັນກົນ​ອຸ​ບາຍ​ທີ່​ຂາດ​ຫຼັກ​ຖານ​ຕົວ​ຈິງ​ສະ​ໜັບ​ສະ​ໜູນ​ເພື່ອ​ປຸກ​ກະ​ແສ​ຂຶ້ນ​ອີກ​ຢູ່​ອາ​ເມ​ຣິ​ກາ​ແລະ​ສາ​ກົນ.
 

      ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​​ຖື​ເອົາການ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ເຊິ່ງ​ເປັນ​ບັນ​ຫາ​ວິ​ທະ​ຍາ​ສາດ​​ຫັນເປັນ​ບັນ​ຫາ​ການ​ເມືອງ​ຢ່າງ​ຕໍ່​ເນື່ອງ,ການໂຈມ​ຕີ​​ຫ້ອງ​ທົດ​ລອງ​ເຊື້ອ​ພະ​ຍາດ​ອູ​ຮັ້ນ​ແລະການ​ປະ​ພຶດ​ຕ່າງໆ​ຂອງ​ນັກ​ການ​ເມືອງ​ບາງ​ຄົນ​ຢູ່​ອາ​ເມ​ຣິ​ກາ​ລ້ວນ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ອາ​ເມ​ຣິ​ກາ​ໄດ້​ປິດ​​ບັງເລື່ອງ​​ຈິງຈຳ​ນວນ​ໜຶ່ງ​ຕໍ່​ຊາວ​ໂລກ. ເມື່ອ​ພົວ​ພັນ​ເຖິງ “ພະ​ຍາດ​​ອັກ​ເສບ​ປອດ​ທີ່​ເກີດ​ຈາກຢາ​ສູບ​ເອ​ເລັກ​ໂຕ​ຣ​ນິກ”ແລະ​​ມີ​ຈຸດ​ທີ່​ໜ້າສົງ​ໄສ​ຕ່າງໆ​ຢູ່​ຖານ​ຄົ້ນ​ຄວ້າ​ຊີ​ວະ​ພາບຟອດ ເດ​ຕ​ຣິກ(Fort Detrick)ຂອງ​ອາ​ເມ​ຣິ​ກາ​ກ່ອນຈະເກີດ​ມີ​ການ​ແຜ່​ລະ​ບາດ​ຂອງພະ​ຍາດໂຄວິດ-19, ຈຶ່ງເຮັດ​ໃຫ້​ຄົນ​ມີ​ຄວາມ​ລະ​ແວງ​ສົງ​ໄສ​ຫຼາຍຂຶ້ນກວ່າ​ເກົ່າ​ວ່ານັກ​ການ​ເມືອງ​ຈຳ​ນວນ​ໜຶ່ງ​ຂອງ​ອາ​ເມ​ຣິ​ກາ​​ຕັ້ງ​ໃຈ​ຢາກ​ປົກ​ປິດ​ຫຍັງ​ກັນ​ແທ້?
 

      ທ່ານ ເດ​ວິດ ໂຣ​ເບີດ​​ສັນ ຜູ້​ຮັບ​ຜິດ​ຊອບ​ໝວດ​ແຊນ​ເຊື້ອ​ພະ​ຍາດ​ວິ​ທະ​ຍາ​ແລະ​​ຂໍ້​ມູນ​ຊີ​ວະ​ພາບ​ວິ​ທະ​ຍາຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ກ​ລາ​ສ໌​ໂກຂອງ​ອັງ​ກິດ​ຊີ້​ໃຫ້​ເຫັນ​ໂດຍ​ກົງ​ວ່າ: “ຄຳ​ວ່າ​ການ​ຮົ່ວ​​ອອກ​ຈາກ​ຫ້ອງ​ທົດ​ລອງ” ແມ່ນ​ບໍ່​ມີ​ຫຼັກຖານ​ອ້າງ​ອີງ​ໃດໆ, ຫຼັກ​ອ້າງ​ອີງ​ພຽງ​ຢ່າງ​ດຽວ​ເພື່ອ​ສະ​ໜັບ​ສະ​ໜູນ​ຄຳ​ເວົ້າ​ທີ່​ວ່າ​ການ​ຮົ່ວອອກ​ຈາກ​ຫ້ອງ​ທົດ​ລອງ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ກໍ​ພໍ​ດີ​ທີ່ສະ​ຖາ​ບັນ​ຄົ້ນ​ຄວ້າ​ເຊື້ອ​ພະ​ຍາດ​ອູ​ຮັ້ນຕັ້ງ​ຢູ່​ຫັ້ນ.

 

      ການ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ພາຍ​ໃຕ້​ການ​ຄວບ​ຄຸມ​ທາງ​ການ​ເມືອງ​ຈາກ​ອາ​ເມ​ຣິ​ກາ​ພຽງ​ແຕ່​ຈະ​ກາຍ​ເປັນ​ເບ້ຍ​ຕໍ່​ລອງ​ໃນ​ເກມ​ການ​ເມືອງ​ຂອງ​ອາ​ເມ​ຣິ​ກາ​ເທົ່າ​ນັ້ນ,ແລະ​ກາຍ​ເປັນ​ເຄື່ອງ​ມື​​ຂອງ​ອາ​ເມ​ຣິ​ກາ​ເພື່ອໂຈມ​ຕີ​ຈີນ.
 

      ​ແຕ່​ໂຊກ​ຍັງ​ເຂົ້າ​ຂ້າງ​ຈີນ,ເພາະຊາວ​ໂລກ​ນັບ​ມື້​ນັບ​ຫຼາຍ​ໄດ້​ເຫັນ​​ໜ້າ​ຕາ​ອັບ​ປີ​ຊີ​ກະ​ບານຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຢ່າງ​ຈະ​ແຈ້ງ, ມີ​ລັດ​ຖະ​ບານ, ອົງ​ການ​ຈັດ​ຕັ້ງ​, ຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ລ້ວນ​ແຕ່​ໄດ້​ສະ​ແດງ​​ຄວາມ​ຄິດ​ເຫັນຢ່າງ​ຈະ​ແຈ້ງ​ວ່າ​:ຄັດ​ຄ້ານ​ການ​ຫັນ​ບັນ​ຫາການ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ເປັນ​ບັນ​ຫາ​ການ​ເມືອງ. ຂະ​ນະ​ດຽວ​ກັນ, ​ກໍ​ມີສຽງ​ຮຽກ​ຮ້ອງ​ໃຫ້​ອົງ​ການ​ອະ​ນາ​ໄມ​ໂລກ​ໄປ​ສຳ​ຫຼວດ​ຖານ​ຄົ້ນ​ຄວ້າ​ຊີ​ວະ​ພາບ​ຟອດ ເດ​ຕ​ຣິກ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,ນອກ​ຈາກ​ຊາວ​ເນັດ​ຈີນ​ຈຳ​ນວນ 18 ລ້ານກວ່າ​ຄົນ​ໄດ້​ລົງ​ນາມ​ຮ່ວມ​​ເພື່ອຮຽກ​ຮ້ອງ​ໃຫ້​ສຳ​ຫຼວດ​ຖານ​ຄົ້ນ​ຄວ້າ​ຊີ​ວະ​ພາບ​ຟອດ ເດ​ຕ​ຣິກ​ແລ້ວ, ຍັງ​ມີ​ຊາວ​ເນັດ​ຕ່າງ​ປະ​ເທດ​ຈຳ​ນວນ​ຫຼາຍ​ເຂົ້າ​ຮ່ວມ​ສະ​ແດງ​ຄວາມ​ຄິດ​ເຫັນ​ສະ​ໜັບ​ສະ​ໜູນ​ຊາວ​ເນັດ​ຈີນ​ໂດຍ​ຜ່ານ​ເວັບ​ໄຊ​​ໃນ​ປະ​ເທດ​ຕົນ.
 

      ​ການ​​ທີ່ນຳ​ເອົາ​ບັນ​ຫາການ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ຫັນເປັນ​ບັນ​ຫາ​ການ​ເມືອງ​ເພື່ອໂຈມ​ຕີ​ຈີນ​ຈະ​ບໍ່​ມີ​ໃຜ​​ເປັນ​ຜູ້​ຊະ​ນະ. ການ​​ປຶກ​ສາ​ຫາ​ລື​ແລະ​ການ​ຮ່ວມ​ມື​ທີ່​ຈິງ​ໃຈ​ຈຶ່ງ​ຈະ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0