ທ່ານຫວາງເຜີງ ແມ່ນຜູ້ເຂົ້າຮ່ວມໂຄງການຄົ້ນຄວ້າຜະລິດລູກລະເບີດປະລະມານູລູກທຳອິດຂອງຈີນ, ຈາກການລາຈາກຄອບຄົວເມື່ອປີ 1963 ຈົນຮອດຕອນກັບເມືອບ້ານເກີດເມື່ອປີ 1982, ໃນໄລຍະເວລາ 19 ປີນີ້, ຄົນໃນຄອບຄົວບໍ່ຮູ້ວ່າທ່ານຢູ່ບ່ອນໃດ ແລະພວມເຮັດຫຍັງຢູ່. ຕອນທີ່ທ່ານຫວາງເຜີງກັບຄືນຮອດບ້ານ, ພໍ່ແມ່ໄດ້ເສຍຊີວິດຈາກໄປແລ້ວ, ທ່ານຈຶ່ງໄດ້ຂຽນຈົດໝາຍເຕັມໄປດ້ວຍນ້ຳຕາກ້ານໜຶ່ງ ແຕ່ບໍ່ສາມາດຝາກໄປເຖິງພໍ່ແມ່ໄດ້ແລ້ວ.
ທ່ານຫວາງເຜີງຕອນຍັງໜຸ່ມ
ປີ 1963, ທ່ານຫວາງເຜີງ ອາຍຸ 23 ປີຫາກໍຮຽນຈົບຈາກສະຖາບັນວິສະວະກຳການທະຫານ, ຫຼັງຈາກກິນເຂົ້າຮ່ວມພາກັບພໍ່ແມ່ ແລະອ້າຍຄາບສຸດທ້າຍແລ້ວ, ກໍໄດ້ເດີນທາງຈາກບ້ານເກີດໄກແສນໄກເພື່ອໄປ“ເມືອງປະລະມານູ” ທີ່ເປັນຖານຄົ້ນຄວ້າຜະລິດລູກລະເບີດປະລະມານູລູກທຳອິດຂອງຈີນ, ເພື່ອຮ່ວມກັບນັກວິທະຍາສາດລຸ້ນອາວຸໂສຄົ້ນຄວ້າລູກລະເບີດປະລະມານູລູກທຳອິດຂອງຈີນ. ຫຼັງຈາກນັ້ນ, ທ່ານຖືກແຕ່ງຕັ້ງໄປປະຕິບັດໜ້າທີ່ທົດລອງລະເບີດປະລະມານູລູກທຳອິດຢູ່ທະເລຊາຍຊິ່ນຈ່ຽງ,ໃນເວລານັ້ນ ທ່ານເປັນຜູ້ທີ່ມີອາຍຸໜຸ່ມທີ່ສຸດໃນຈຳນວນພະນັກງານ 108 ຄົນຂອງທີມງານສະຖາບັນທີ 9. ປະເທດຈີນໃໝ່ໃນເວລານັ້ນ, ທຸກສິ່ງຢ່າງຫາກໍເລີ່ມສ້າງສາຄືນໃໝ່, ເງື່ອນໄຂການເຮັດວຽກ ແລະດຳລົງຊີວິດຢູ່ຕາມທະເລຊາຍເກີ່ປີ້ມີຄວາມຍາກລຳບາກທີ່ສຸດ, ອາຫານຂອງເຂົາເຈົ້າແມ່ນເຂົ້າໜົມໝານໂຖທີ່ບໍ່ຄ່ອຍດີປານໃດທັງມີຫັດ, ນໍ້າດື່ມກໍມີເກືອອັກຄະລາຍປົນຢູ່ນຳ, ບ່ອນນອນກໍຢູ່ໃນຕູບຜ້າເຕັ້ນທີ່ອາດຈະຖືກລົມແຮງພັດໄປໄດ້ທຸກເມື່ອ, ແມ່ນແຕ່ການຄິດໄລ່ທາງວິທະຍາສາດກໍໃຊ້ຈັກຄິດໄລ່ທີ່ແກວ່ງດ້ວຍມືແບບງ່າຍດາຍ ແລະ ລູກຄິດ.
ເວລາ 15 ໂມງຂອງວັນທີ 16 ຕຸລາປີ 1964, ລູກລະເບີດປະລະມານູລູກທຳອິດຂອງຈີນໄດ້ທົດລອງຢ່າງສຳເລັດຜົນ, ທ່ານຫວາງເຜີງ ແລະ ເພື່ອນຮ່ວມງານໄດ້ໄຊໂຍໂຮ່ຮ້ອງຢ່າງເບີກບານມ່ວນຊື່ນຢູ່ຕາມທະເລຊາຍເກີ່ປີ້. ໃນໃຈຂອງເຂົາເຈົ້າ, ຖືວ່າການອຸທິດຕົນໃຫ້ກັບພາລະກິດອັນຍິ່ງໃຫຍ່ຂອງຊາດແບບນີ້, ແມ່ນສິ່ງທີ່ມີກຽດຢ່າງສູງໃນຊີວິດ.
ແຕ່ວ່າ ການເສຍຊີວິດຂອງພໍ່ແມ່ເປັນຄວາມເຈັບປວດໃຈຂອງທ່ານຫວາງເຜີງຕະຫຼອດການ. ໃນເວລາທີ່ແມ່ຂອງທ່ານຫວາງເຜີງເສຍຊີວິດໃນປີ 1967, ທ່ານຫວາງເຜີງພວມດຳເນີນການຄົ້ນຄວ້າຜະລິດອຸປະກອນສຳລັບຫົວຮົບນິວເຄຼຍ ເພື່ອຕິດໃສ່ລູກສອນໄຟ; ໃນເວລາທີ່ພໍ່ຂອງທ່ານຫວາງເຜີງເສຍຊີວິດເມື່ອປີ 1979, ທ່ານຫວາງເຜີງພວມດຳເນີນການທົດລອງສ່ວນຕ່າງໆຂອງເຮືອດຳນໍ້ານິວເຄຼຍລຳທຳອິດຂອງຈີນ, ຈົນຮອດປີ 1982, ທ່ານຫວາງເຜີງຈຶ່ງໄດ້ສຳເລັດໜ້າທີ່ແລະກັບເມືອບ້ານເກີດ.
“ຕອນພໍ່ແມ່ຍັງມີຊີວິດຢູ່, ມັກຖາມວ່າ: ລູກເຮັດວຽກຢູ່ໃສ, ສຳລັບພວກເຮົາແລ້ວກໍມີຂໍ້ກຳນົດໃນການຮັກສາຄວາມລັບ, ບໍ່ໃຫ້ເປີດເຜີຍໃຫ້ຄອບຄົວຮູ້ແມ່ນແຕ່ຄໍາດຽວ, ຈົນຮອດເວລາທີ່ພໍ່ແມ່ລ່ວງລັບຈາກໄປແລ້ວ, ພວກເພິ່ນກໍຍັງບໍ່ຮູ້ວ່າ ລູກຊາຍຕົນເອງເຮັດວຽກຫຍັງກັນແທ້.”
ເມື່ອເວົ້າເຖິງເລື່ອງນີ້, ທ່ານຫວາງເຜີງມີນໍ້າຕານອງໜ້າ, ແລະໄດ້ຂຽນຈົດໝາຍກ້ານໜຶ່ງທີ່ບໍ່ສາມາດຝາກໄປເຖິງພໍ່ແມ່ໄດ້ອີກແລ້ວເຊິ່ງເນື້ອໃນຈົດໝາຍຂຽນວ່າ: “ຕອນຈາກລາໄດ້ກິນເຂົ້າຮ່ວມພາສົດໆຮ້ອນໆ, ຕອນກັບມາເຫັນພຽງຫີນຈາລຶກຊື່ຕັ້ງຢູ່ສຸສານຂອງພໍ່ແມ່ທີ່ເຢັນຈັດ, ຜູ້ທີ່ໄດ້ອຸທິດຄວາມເປັນໄວໜຸ່ມນັ້ນບໍ່ມີພຽງແຕ່ລູກຄົນດຽວ, ຜູ້ທີ່ບໍ່ກິນແໜງແຄງໃຈກໍບໍ່ມີພຽງແຕ່ລູກຜູ້ດຽວ. ເຊິ່ງທັງໝົດເຫຼົ່ານີ້ຈຶ່ງສາມາດຍາດໄດ້ຜົນງານຄື: ພວກເຮົາໄດ້ມີລູກລະເບີດປະລະມານູ ແລະລູກລະເບີດໄຮໂດຣເຈັນທີ່ປະຈັກຕາຊາວໂລກ, ໄດ້ທຳລາຍການຜູກຂາດດ້ານນິວເຄຼຍຂອງປະເທດມະຫາອຳນາດ, ພວກເຮົາໄດ້ສ້າງໂລ່ກຳບັງດ້ານນິວເຄຼຍໃຫ້ກັບປະເທດຈີນທີ່ແສນຮັກຂອງພວກເຮົາ.”
ປີ 2014, ເພື່ອລະນຶກເຖິງວັນທົດລອງລະເບີດປະລະມານູສຳເລັດ ຄົບຮອບ 50 ປີ, ທີມງານຖ່າຍທຳຮູບເງົາທີ່ກ່ຽວຂ້ອງໄດ້ຊອກຫາຜູ້ທີ່ເຂົ້າຮ່ວມການຄົ້ນຄວ້າຜະລິດລະເບີດປະລະມານູໃນເມື່ອກ່ອນ, ຈຶ່ງໄດ້ຕິດຕໍ່ຫາທ່ານຫວາງເຜີງ.
ທ່ານຫວາງເຜີງສະແດງໃຫ້ເຫັນຊຸດເຮັດວຽກໃນເມື່ອກ່ອນ
ຫຼຽນໄຊທີ່ທ່ານຫວາງເຜີງໄດ້ຮັບ
“ຫຼັງຈາກເຂົາເຈົ້າຕິດຕໍ່ມາຫາຂ້າພະເຈົ້າແລ້ວ, ຂ້າພະເຈົ້າກໍໄດ້ຄິດຕະຫຼອດວ່າ: ໃນຈຳນວນຜູ້ເຂົ້າຮ່ວມວຽກນີ້ໃນອະດີດ, ຜູ້ທີ່ຍັງມີຊີວິດຢູ່ຈົນຮອດປະຈຸບັນນີ້ຄືຊິເຫຼືອໜ້ອຍແລ້ວ, ສຳລັບເລື່ອງໃນອະດີດ, ຊາວໜຸ່ມໃນທຸກມື້ນີ້ກໍແຮ່ງຮູ້ໜ້ອຍ. ສະນັ້ນ, ໃນຍາມທີ່ຂ້າພະເຈົ້າຍັງມີສຸຂະພາບແຂງແຮງດີຢູ່, ກໍມີຄວາມຮັບຜິດຊອບ ແລະ ພັນທະທີ່ຖ່າຍທອດຈິດໃຈ “ສອງລູກລະເບີດ ແລະ ໜຶ່ງດາວທຽມ”ໃຫ້ຂະຫຍາຍກວ້າງອອກໄປ, ເພື່ອເປັນກຳລັງໃຈໃຫ້ແກ່ຄົນທັງຫຼາຍຫຼາຍກວ່າເກົ່າ.”
ປະຈຸບັນນີ້, ທ່ານຫວາງເຜີງໄດ້ຕັ້ງໜ້າເຂົ້າຮ່ວມຄະນະໂຄສະນາຂອງເຂດຊຸມຊົນ, ແນະນຳປະສົບການຊີວິດຂອງຕົນໃຫ້ແກ່ຜູ້ອື່ນ, ເຮັດໃຫ້ຈິດໃຈ “ສອງລູກລະເບີດ ແລະ ໜຶ່ງດາວທຽມ” ສາມາດສືບທອດໄປຢ່າງບໍ່ຢຸດຢັ້ງ. ທ່ານກ່າວວ່າ: “ຄວາມເຂັ້ມແຂງຂອງປະເທດຊາດແລະກອງທັບບໍ່ສາມາດປາສະຈາກທຸກຄົນໄດ້, ການກໍ່ສ້າງພັກກໍບໍ່ສາມາດປາສະຈາກສະມາຊິກພັກກອມມູນິດຈີນທຸກຄົນໄດ້ເຊັ່ນກັນ. ໃນຖານະເປັນສະມາຊິກພັກອາວຸໂສ, ສິ່ງທີ່ຂ້າພະເຈົ້າສາມາດເຮັດໄດ້ນັ້ນກໍຄືຖ່າຍທອດຈິດໃຈ “ສອງລູກລະເບີດ ແລະ ໜຶ່ງດາວທຽມ” ເຊິ່ງແມ່ນຈິດໃຈທີ່ ຮັກປະເທດຊາດ, ອຸທິດຕົນໂດຍບໍ່ເຫັນແກ່ຕົວ, ເພິ່ງຕົນເອງ, ສູ້ຊົນຢ່າງທໍລະຫົດອົດທົນ, ປະສານສົມທົບກັນຢ່າງເຂັ້ມແຂງ, ແລະບຸກບືນຢ່າງກ້າຫານ.”
ນີ້ກໍແມ່ນຄຳສາບານທີ່ໜັກແໜ້ນຂອງທ່ານຫວາງເຜີງ ທີ່ມີອາຍຸໄດ້ 81 ປີ.
ຄຳເຫັນ
0