黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ້າວ​ເຊຍ​​ຢາ​ຊີ ພະ​ນັກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ປະ​ຈຳ​ບ້ານ

2021-08-04 09:24:16 cri

ໄປ​ຢາມ​ເຮືອນ​ຊາວ​ບ້ານ

ຊ່ວຍ​ແກ້​ໄຂເລື່ອງ​ຕ່າງໆ​ໃຫ້​​ກັບເຂົາ​ເຈົ້າ

ເລື່ອງ​ເຂົາ​ເຈົ້າ​ກໍ​​ຄືເລື່ອງ​ຂອງ​ຂ້ອຍ​

ຂ້ອຍ​ແມ່ນທ້າວ​ເຊຍ​​ຢາ​ຊີ ພະ​ນັກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ປະ​ຈຳ​ບ້ານ

​ມື້​ທຳ​ອິດ​ທີ່​ຂ້ອຍ​ມາ​ເຮັດ​ວຽກ

ຂ້ອຍ​ໄດ້​ມາ​ຮອດ​ບ້ານ​ເຈຍ​ຖັງ

ຊ່ວຍ​ຊາວ​ບ້ານຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ

ນີ້​ເປັນ​ຈຸດ​ເລີ່ມ​ຕົ້ນ​ໃນ​ອາ​ຊີບ​ຂ້ອຍ

​ທັງ​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ທີ່​ຂ້ອຍ​ແລະ​ຊາວ​ບ້ານ​ທັງຫຼາຍ​ສູ້​ຊົນ​ຜ່ານ​ຜ່າ​ຮ່ວມ​ກັນ

ຂ້ອຍ​ແມ່ນ​ລູກ​ຊາວ​ນາ

ເກີດ​ຢູ່​ຊົນ​ນະ​ບົດ ແລະ ເຕີບ​ໃຫຍ່​ຂຶ້ນ​ຢູ່​ຊົນ​ນະ​ບົດ

​ຂ້ອຍຮູ້​ດີ​ກ່ຽວ​ກັບ​ຄວາມ​ລຳ​ບາກ​ຂອງ​ຊາວ​ນາ

ແລະ​ຄວາມ​ປາ​ຖະ​ໜາ​ຢາກ​ມີ​ຊີ​ວິດ​ທີ່​ດີ​ງາມ​ຂອງ​ເຂົາ​ເຈົ້າ

ສະ​ນັ້ນ

ຫຼັງ​​ຈາກຮຽນ​ຈົບ​ປະ​ລິນ​ຍາ​ໂທ​ແລ້ວ

ຂ້ອຍ​ຕັດ​ສິນ​ໃຈ​ກັບ​ໄປ​ຊົນ​ນະ​ບົດ

ນີ້​ແມ່ນ​ບ່ອນ​ທີ່​ຂ້ອຍ​ຮັກ​ຫອມ ແລະ ຮູ້​ດີ

ມີ​ຄົນ​ຖາມ​ຂ້ອຍ​ວ່າ

ເຈົ້າ​ສາ​ມາດ​ເຮັດ​ວຽກ​ໃນ​ຕົວ​ເມືອງ​ໃຫຍ່​ໄດ້

ເປັນ​ຫຍັງ​​ຄື​ກັບ​ມາຊົນ​ນະ​ບົດ?

ຂ້ອຍ​ເຫັນ​ວ່າ​: ຖ້າ​ສາ​ມາດ​ຊ່ວຍ​ຊາວ​ນາ​ທັງຫຼາຍ​ສ້າງ​ຄວາມ​ຮັ່ງ​ມີ​ໄດ້

ຂ້ອຍ​​ກໍ​ຈະພາກ​ພູມ​ໃຈ​ທີ່​ສຸດ ແລະ ດີ​ໃຈ​ເປັນ​ພິ​ເສດ

ວຽກ​ນີ້​ຕ້ອງ​ການ​ຄວາມ​ອົດ​ທົນ

ຄວາມ​​ພາກພຽນ​ ແລະ ​ມີ​ຈິດ​ໃຈ​ທີ່​ແໜ້ນ​ໜຽວ

ທົ່ວ​ບ້ານ​ມີ 187 ຄອບ​ຄົວ, ມີ 875 ຄົນ

ຂ້ອຍ​ໄດ້​ຈື່​ຈຳ​ສະ​ພາບ​ຂອງ​ທຸກ​ຄອບ​ຄົວ

ໂດຍ​ສະ​ເພາະ​ແມ່ນ​ຄອບ​ຄົວ​ຄົນ​ພິ​ການ ແລະ ຄອບ​ຄົວ​ທຸກ​ຍາກ, ຂ້ອຍ​ຕ້ອງ​ຊ່ວ​ຍເຫຼືອ​ແລະ​ເອົາ​ໃຈ​ໃສ່​ເຂົາ​ເຈົ້າ​ເປັນ​ພິ​ເສດ

ຖ້າ​ຢາກ​ບັນ​ລຸ​ເປົ້າ​ໝາຍຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ

​ກໍ່​ຕ້ອງ​ມີການ​ປ່ຽນ​ແປງ​

ປ່ຽນ​ແປງ​ຄວາມ​ຄິດ​ດັ້ງ​ເດີມ​ຂອງ​ຊາວ​ບ້ານ

ປ່ຽນ​ແປງ​ອົງ​ປະ​ກອບ​ກະ​ສິ​ກຳ​ດັ້ງ​ເດີມ​ຂອງ​ທ້ອງ​ຖິ່ນ

ຂ້ອ​ຍ​ໄດ້​ນຳ​ພາ​ເຂົາ​ເຈົ້າ​ພັດ​ທະ​ນາ​ຂະ​ແໜງ​ການ​ປູກ​ໝາກ​​ແຕງແຄນ​ຕາ​ລຸບ

​ນຳ​ພາສ້າງ​ໂຮງ​ຢາງ​ປູກ​ໝາກ​​ແຕງແຄນ​ຕາ​ລຸບ 123 ຫຼັງ

​ຊ່ວຍ​ຄອບ​ຄົວ​ທຸກ​ຍາກ 46 ຄົນ​ໃຫ້​ມີ​ວຽກ​ເຮັດ​ງານ​ທຳ

ປີ​ທຳ​ອິດ​ທີ່​ມາ​ປະ​ຈຳ​ການ​ຢູ່​ໃນ​ບ້ານ

ບ້ານ​​ນີ້ໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ທຸກ​​ຄົນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​​ໄດ້​ທັງໝົດ

ດຽວ​ນີ້​ຂ້ອຍ​ຍັງ​ຈື່​ຄວາມ​ຮູ້​ສຶກ​ຕື້ນ​ຕັນ​ໃຈ​ໃນ​ເວ​ລາ​ນັ້ນ

ສາ​ມາດ​ຊ່ວຍ​ຊາວບ້ານຫຼາຍ​ປາ​ນ​ນີ້​ໃຫ້​ມີ​ຊີ​ວິດ​ທີ່​ດີກວ່າ​ເກົ່າ, ຍັງ​ຈະ​ມີ​ຫຍັງ​​ອີກ​ທີ່ມີ​ຄວາມ​ໝາຍຫຼາຍກວ່າ​ນີ້?

ຂ້ອຍ​ໄດ້​ຖື​ເອົາ​ຊາວ​ບ້ານ​ເປັນ​ພໍ່​ແມ່​ພີ່​ນ້ອງ​​ຂອງ​ຂ້ອຍ

ເຂົາ​ເຈົ້າ​ຮັກ​ແພງ​ຂ້ອຍ​ເປັນ​ພິ​ເສດ

​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ບໍ່​ແມ່ນ​ຈຸດ​ໝາຍ​ປາຍ​ທາງ​ສຸດ​ທ້າຍ

ຕໍ່​ໄປ, ຂ້ອຍ​ຈະ​ນຳ​ພາ​ເຂົາ​ເຈົ້າ​ບັນ​ລຸ​ເປົ້າ​ໝາຍ​ສ້າງ​ຄວາມ​ຮັ່ງ​ມີ

ຊີ​ວິດ​ຂັ້ນ​ຕໍ່​ໄປ​ຍ່ອມ​ຈະ​ດີ​ຂຶ້ນ​ທຸກ​ມື້

​ຂ້ອຍ​ແມ່ນທ້າວ​ເຊຍ​ຢາ​ຊີ ພະ​ນັກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ປະ​ຈຳ​ບ້ານ

ຂ້ອຍ​ຈະ​ເຮັດ​ໃຫ້​ຊີ​ວິດ​ຂອງ​ຊາວ​ບ້ານ​ຫວານ​ກວ່າ​ໝາກ​ແຕງແຄນ​ຕາ​ລຸບ

ຄຳ​ເຫັນ

0