黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຢືນ​ຢູ່ກັບ​ຝ່າຍ​ໃດ? ຄວາມ​ຈິງ​ກ່ຽວ​ກັບ​ອາ​ເມຣິ​ກາ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງປ່າ​ເຖື່ອນ

2021-08-05 16:29:25 cri

ວັນ​ທີ 4 ສິງ​ຫາ​ນີ້, ຂ່າວ​ສາ​ນ​ຊິນ​ຮ​ວາ​ໄດ້​ລົງ​ບົດ​ຄວາມ​​ທີ່ພາດ​ຫົວ​ຂໍ້ວ່າ: “ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຢືນ​ຢູ່​ກັບ​ຝ່າຍ​ໃດ? ຄວາມ​ຈິງ​ກ່ຽວ​ກັບ​ອາ​ເມຣິ​ກາ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງປ່າ​ເຖື່ອນ”, ​ໂດຍໄດ້​ຍົກ​ຕົວ​ຢ່າງ​ການ​ໂຈມ​ຕີ​​ປະ​ເທດ​ຈີນ​ຢ່າງ​ໄຮ້​ເຫດ​ຜົນ​ພາຍ​ຫຼັງ​ອຳ​ນາດ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຊຸດ​ໃໝ່​ເຂົ້າ​ບໍ​ລິ​ຫານ​ງານ, ​ແລະໄດ້​ເປີດ​ເຜີຍ​ຄວາມ​ຈິງ​ດ້ວຍ​ຫຼັກ​ຖານ​ຕ່າງໆ.

ບົດ​ຄວາມ​ຊີ້​ໃຫ້​ເຫັນ​ວ່າ: ລະ​ບຽບ​ການ​ເລືອກ​ຕັ້ງ​ຂອງເຂດ​​ບໍ​ລິ​ຫານພິ​ເສດ​ຮົງ​ກົງ​​ຈະອອກ​ແບບແລະ​ບູ​ລະ​ນະ​ໃຫ້​ສົມ​ບູນ​ຂຶ້ນ​​ຄື​ແນວ​ໃດ​ນັ້ນ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ອິດ​ທິ​ກຳ​ລັງ​ຕ່າງ​ປະ​ເທດ​ໃດໆ​ບໍ່​ມີ​ສິດຊີ້​​ໄມ້ຊີ້​ມື​ຕໍ່​ເລື່ອງ​ນີ້. ທີ່​ຈິງ​ແລ້ວ, ອາ​ເມ​ຣິ​ກາ​ເອງ​ກໍ​ມີ​ກົດ​ໝາຍ​ທີ່​ຄົບ​ຖ້ວນ​ກ່ຽວ​ກັບ​​ການປ້ອງ​ກັນ​ບໍ່​ໃຫ້​ປະ​ເທດ​ອື່ນ​ເຂົ້າ​ແຊກ​ແຊງ​ການ​ເລືອກ​ຕັ້ງ​ຂອງ​ຕົນ, ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ຍັງ​ໄດ້​ຜ່ານ​​ການຮັບ​ຮອງ​ມະ​ຕິ​​​ກ່ຽວ​ກັບ​ການດັດ​ແກ້​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ, ເປັນ​ຫຍັງ​ອາ​ເມ​ຣິ​ກາ​ເອງ​ສາ​ມາດ​ດັດ​ແກ້​ກົດ​ໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ຂອງ​ຕົນ​ໃນ​ທຸກ​ເວ​ລາໄດ້, ​ແຕ່​ພັດ​ຕຳ​ໜິ​ຕິ​ຕຽນ​ການ​ດັດ​ແກ້​ກົດ​ໝາຍ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ແຫ່ງ​ໜຶ່ງ​ຂອງ​ປະ​ເທດ​ຈີນ?

ບົດ​ຄວາມ​ຂຽນ​ວ່າ: “ເຫດ​ວຸ້ນ​ຍາຍ​ໂດຍ​ສ້າງ​ການ​ຄັດ​ຄ້ານການ​ດັດ​ແກ້​​​ກົດ​ລະ​ບຽບ” ທີ່​ເກີດ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນາ​ປີ 2019 ໄດ້​ທຳ​ລາຍ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຮົງ​ກົງ​ຢ່າງ​ໜັກ​ໜ່ວງ. ປີ​ນັ້ນ, ເສດ​ຖະ​ກິດ​ຂອງ​ຮົງ​ກົງ​ໄດ້​ຕົກ​ຕ່ຳເປັນ​ຄັ້ງ​ທຳ​ອິດ​ໃນຮອບ 10 ປີ​ຜ່ານ​ມາ. ພາຍ​ຫຼັງກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​​ຊາດ​ມີ​ຜົນ​ບັງ​ຄັບ​ໃຊ້​ຢູ່​ຮົງ​ກົງ​ເມື່ອ​ທ້າຍ​ເດືອນ​ມິ​ຖຸ​ນາ​ປີ 2020 ເປັນ​ຕົ້​ນ​ມາ​ກໍເປັນ​​ເວ​ລາ​ໜຶ່ງ​ປີ​ປາຍ​ແລ້ວ, ສັງ​ຄົມ​ຮົງ​ກົງ​ໄດ້​ກັບ​ຄືນ​ເຂົ້າ​ສູ່​ສະ​ພາບ​ປົກ​ກະ​ຕິ, ຊາວ​ຮົງ​ກົງ​​ສາ​ມາດດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄວາມ​ສະ​ຫງົບ​ສຸກ, ​ເປັນ​ການ​ເປີດ​ໂສມ​ໜ້າ​ໃໝ່ຈາກ​​ສະ​ພາບຄວາມ​ວຸ້ນ​ວາຍ​​ສູ່​ຄວາມ​ເປັນລະ​ບຽບ​ຮຽບ​ຮ້ອຍ. ໃນ​ໄຕ​ມ​າດ​ທີ​ໜຶ່ງ​ຂອງ​ປີ​ນີ້, ຈຳ​ນວນ​​ຄະ​ດີ​ກ່ຽວ​ກັບ​ການ​ກະ​ທຳ​ຜິດ​​ຢູ່​ຮົງ​ກົງ​ໄດ້​ຫຼຸດ​ລົງ​ປະ​ມານ 10% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. “ບົດ​ລາຍ​ງານ​ການ​ລົງ​ທຶນ​ຂອງ​ໂລກ​ປີ 2021” ທີ່ກອງ​ປະ​ຊຸມ​ອົງ​ການ​ສ​ປ​ຊ​ກ່ຽວ​ກັບ​ກາ​ນ​ຄ້າ​ແລະ​ການ​ພັດ​ທະ​ນາ​ຫຼື UNCTAD ​ໄດ້ເປີດ​ເຜີຍ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຮົງ​ກົງ​ຍັງ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ອັນ​ດັບ 3 ຂອງ​ໂລກ​ໃນ​ການ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດໃນ​ປີ 2020.

ບົດ​ຄວາມ​​ຊີ້​ໃຫ້​ເຫັນວ່າ: ​ການ​ຈັດ​ຕັ້ງ​ປະ​ຕິ​ບັດມາດ​ຕະ​ການ​ຂອງ​ຈີນ​ທີ່​ປະ​ຕິ​ບັດ​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຂອງ​ຈີນໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ. ໃນ​ກອງ​ປະ​ຊຸມ​ສະ​ພາ​​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 46, ມີ 70 ກວ່າ​ປະ​ເທດ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ, ເຕືອນ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຢຸດ​ຕິ​ການ​ແຊກ​ແຊງວຽກ​ງານ​ຮົງ​ກົງ​​ກໍ​ຄື​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ. ​ນອກ​ນີ້ຍັງ​ມີ 20 ກວ່າ​ປະ​ເທດ​ໄດ້​ສະ​ໜັບ​ສະ​ໜູນ​ຫຼັກ​ໝັ້ນ​ແລະ​ມາດ​ຕະ​ການ​ຂອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ຮົງ​ກົງ​ດ​ວ້ຍ​ການ​ປະ​ກອບ​ຄຳ​ເຫັນ​​ແລະ​ວິ​ທີ​ອື່ນໆ.

ບົດ​ຄວາມ​ຍັງ​ລະ​ບຸ​ວ່າ: ນັກ​ກາ​ນ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ບໍ່​ໄດ້ສົນ​ໃຈ​ນຳ​ປະ​ຊາ​ທິ​​ປະ​ໄຕ​ຂອງ​ຮົງ​ກົງ​ຢ່າງ​ແທ້​ຈິງດອກ, ທີ່​ຈິງ​ແລ້ວ​ແມ່ນ​ມີ​ຈຸດ​ປະ​ສົງ​ອື່ນ​ແອບ​ແຟງ​ນັ້ນ​ກໍ​ຄື: ຫວັງ​​ແຊກ​ແຊງ​ການ​ເມືອງ​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​​ກໍ​ຄື​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ. ຄຽງ​ຄູ່​ກັບ​ກົດ​ໝາຍວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​​ຊາດແລະ​ມາດ​ຕະ​ການ​ຕ່າງໆ​​ໄດ້​ຮັບ​ການ​ຈັດ​ຕັ້ງປະ​ຕິ​ບັດ​ຢ່າງ​ຕໍ່​ເນື່ອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ຂອງ​ຮົງ​ກົງ​ສາ​ມາດ​ຟື້ນ​ຟູ​ຄືນ​ໃໝ່, ການ​ພັດ​ທະ​ນາ​ຮົງ​ກົງ​ກໍ​ມີ​ສະ​ພາບ​ເປັນ​ປົກ​ກະ​ຕິ, ຮົງ​ກົງ​ມີ​ສະ​ຖຽນ​ລະ​ພາບກວ່າ​ເກົ່າແລະຈະ​ເລີນ​ຮຸ່ນ​ເຮືອງກວ່າ​ເກົ່າ, ​ແນວ​ທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ” ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ກົງ​ກົງ​ດີກວ່າ​ເກົ່າ, ສິ່ງ​ເຫຼົ່າ​ນີ້​ແມ່ນ​ການ​ຕອບ​ໂຕ້​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ທີ່​ມັກ​ໃສ່​ຮ້າຍ​ປ້າຍ​ສີ​ນະ​ໂຍ​ບາຍ​ຂອງ​ຈີນ​ກ່ຽວ​ກັບ​ເຂດ​ພິ​ເສດ​ຮົງ​ກົງ​ໄດ້​ດີ​ທີ່​ສຸດ. ສະ​ນັ້ນ​ຈຶ່ງ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ: ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຢືນ​ຢູ່​ຝ່າຍ​ໃດ.

ຄຳ​ເຫັນ

0