ນັບມາຮອດວັນທີ 4 ສິງຫານີ້ຕາມເວລາປັກກິ່ງ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນໂລກໄດ້ມີຫຼາຍກວ່າ 200 ລ້ານກໍລະນີ, ຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດໄດ້ມີຫຼາຍກວ່າ 4,25 ລ້ານກໍລະນີ. ໃນນັ້ນ, ອັນທີ່ເຮັດໃຫ້ຊາວໂລກມີຄວາມສົນໃຈທີ່ສຸດກໍແມ່ນເຊື້ອພະຍາດກາຍພັນເດວຕາທີ່ມີລັກສະນະຕິດແປດຮຸນແຮງທີ່ສຸດ, ນັບມາຮອດປັດຈຸບັນພະຍາດກາຍພັນເດວຕາໄດ້ແຜ່ລະບາດໄປ 132 ປະເທດແລະເຂດແຄວ້ນແລ້ວ,ໄດ້ກາຍເປັນສາເຫດຕົ້ນຕໍທີ່ພາໃຫ້ການແຜ່ລະບາດຂອງພະຍາດໂຄວິດ-19 ເພີ່ມຂຶ້ນໄວໃນໄລຍະມໍ່ໆມານີ້.
ແຕ່ກໍຍັງໂຊກດີຢູ່, ເພາະໃນປັດຈຸບັນ, ວັກຊີນໂຄວິດ-19 ຍັງສາມາດປ້ອງກັນຜູ້ຕິດເຊື້ອບໍ່ໃຫ້ມີອາການໜັກແລະເສຍຊີວິດຍ້ອນເປັນພະຍາດກາຍພັນເດວຕາຄືແຕ່ເກົ່າ. ແຕ່ວ່າ, ຢູ່ໃນທົ່ວໂລກມີຜູ້ສັກວັກຊີນໂຄວິດ-19 ເຂັມທຳອິດບໍ່ຮອດ 1 ສ່ວນ 3 ຂອງປະຊາກອນໃນໂລກ.
ປະເທດຮັ່ງມີຈຳນວນໜຶ່ງໄດ້ຮັບຮູ້ເຖິງບັນຫາດັ່ງກ່າວ,ແລະໄດ້ເລີ່ມພິຈາລະນາວ່າຈະສັກວັກຊີນທີ່ມີປະສິດທິພາບສູງຂຶ້ນກວ່າເກົ່າຫຼືບໍ່ເພື່ອຮັບມືກັບໄພຂົ່ມຂູ່ຈາກເຊື້ອພະຍາດກາຍພັນເດວຕາ. ແຕ່ວ່າ, ການກະທຳດັ່ງກ່າວກໍອາດຈະເຮັດໃຫ້ສະພາບການແບ່ງປັນວັກຊີນໂຄວິດ-19 ຢູ່ໃນໂລກທີ່ບໍ່ຍຸຕິທຳຢູ່ແລ້ວຍິ່ງມີຄວາມຮ້າຍແຮງຂຶ້ນຕື່ມ,ແລະອາດຈະເຮັດໃຫ້ປະເທດພວມພັດທະນາຫຼາຍປະເທດກາຍເປັນຈຸດໃຈກາງຂອງການແຜ່ລະບາດຂອງພະຍາດໂຄວິດ-19.
ໃນຖານະເປັນໜຶ່ງໃນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດແລະມີຄວາມຮັບຜິດຊອບຕໍ່ປະຊາຄົມໂລກ, ຈີນໄດ້ຍຶດໝັ້ນໃນແນວຄວາມຄິດປະຊາຄົມຮ່ວມສາທາລະນະສຸກຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ, ແລະນຳໜ້າໝູ່ໃນການຈັດຕັ້ງປະຕິບັດຄຳໝັ້ນສັນຍາທີ່ໃຫ້ວັກຊີນໂຄວິດ-19 ເປັນຜະລິດຕະພັນສາທາລະນະຂອງໂລກ, ຈີນໄດ້ໃຊ້ການກະທຳຕົວຈິງເພື່ອປະກອບສ່ວນເຂົ້າໃນການຊ່ວຍເຫຼືອປະເທດພວມພັດທະນາໃຫ້ມີຄວາມສາມາດແບກຫາບພາລະແລະສາມາດໃຊ້ວັກຊີນໂຄວິດ-19, ທັງຊ່ວຍເຫຼືອປະເທດພວມພັດທະນາໃນການເພີ່ມທະວີການສ້າງຄວາມສາມາດດ້ານວັກຊີນ.
ເດືອນພຶດສະພາປີນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ມີຂໍ້ສະເໜີ 5 ຂໍ້ຢູ່ກອງປະຊຸມສຸດຍອດສຸຂະພາບໂລກກ່ຽວກັບການສະໜັບສະໜູນໂລກໃຫ້ສາມັກຄີກັນຕ້ານກັບພະຍາດໂຄວິດ-19, ໃນນັ້ນລວມທັງການລິເລີ່ມໃຫ້ສ້າງເວທີປຶກສາຫາລືສາກົນກ່ຽວກັບການຮ່ວມມືດ້ານວັກຊີນໂຄວິດ-19, ໃຫ້ປະເທດ,ວິສາຫະກິດແລະຝ່າຍທີ່ມີຜົນປະໂຫຍດຮ່ວມໃນການຄົ້ນຄວ້າຜະລິດວັກຊີນ,ຮ່ວມກັນຄົ້ນຄວ້າແລະປຶກສາຫາລືກັນວ່າຈະເຮັດແນວໃດເພື່ອຊຸກຍູ້ການແບ່ງປັນວັກຊີນໂຄວິດ-19 ຢູ່ໃນໂລກໃຫ້ມີຄວາມຍຸຕິທຳແລະສົມເຫດສົມຜົນ.
ໃນການຊຸກຍູ້ການຮ່ວມມືສາກົນດ້ານວັກຊີນໂຄວິດ-19, ຈີນໄດ້ໃຊ້ການກະທຳຕົວຈິງມາໂດຍຕະຫຼອດ,ເວທີປຶກສາຫາລືອາຊີໂປອາວໄດ້ເຜີຍແຜ່ “ບົດລາຍງານສະພາບການນຳໃຊ້ວັກຊີນໂຄວິດ-19 ໃນໂລກ”ໃນອະນາຄົດຢູ່ນະຄອນຫຼວງປັກກິ່ງໃນວັນທີ 29 ກໍລະກົດຜ່ານມາໂດຍສະແດງໃຫ້ເຫັນວ່າ: ນັບມາຮອດປັດຈຸບັນ, ຈີນໄດ້ບໍລິຈາກວັກຊີນໂຄວິດ-19 ໃຫ້ກັບຕ່າງປະເທດຫຼາຍກວ່າ 26 ລ້ານຫຼອດ, ໄດ້ສະໜອງວັກຊີນແລະວັດຖຸດິບເພື່ອໃຊ້ຜະລິດວັກຊີນຫຼາຍກວ່າ 500 ລ້ານຫຼອດໃຫ້ແກ່ 100 ກວ່າປະເທດແລະອົງການຈັດຕັ້ງສາກົນ, ເທົ່າກັບ 1 ສ່ວນ 6 ຂອງຍອດປະລິມານການຜະລິດວັກຊີນໂຄວິດ-19 ຂອງໂລກ. ປະລິມານການສົ່ງອອກວັກຊີນໂຄວິດ-19 ຂອງຈີນກວມ 227% ຂອງປະລິມານການສົ່ງອອກວັກຊີນຂອງເອີຣົບ, ແລະເທົ່າກັບ 84 ເທົ່າຂອງປະລິມານການສົ່ງອອກວັກຊີນຂອງອາເມຣິກາ.
ວັນທີ 5 ສິງຫານີ້, ທ່ານ ຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມເວທີປຶກສາຫາລືສາກົນກ່ຽວກັບການຮ່ວມມືດ້ານວັກຊີນໂຄວິດ-19 ຄັ້ງທຳອິດເພື່ອຈັດຕັ້ງປະຕິບັດເນື້ອໃນຈິດໃຈຄຳປາໄສທີ່ສຳຄັນຂອງທ່ານປະທານສີຈິ້ນຜິງ,ຊຸກຍູ້ການຮ່ວມມືສາກົນແລະການນຳໃຊ້ວັກຊີນໂຄວິດ-19 ໃນຂອບເຂດທົ່ວໂລກຢ່າງຍຸຕິທຳຕື່ມອີກ,ຊ່ວຍບັນດາປະເທດໃນໂລກຮ່ວມມືກັນຕ້ານກັບພະຍາດໂຄວິດ-19.
ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກພຽງແຕ່ອາໄສຄວາມພະຍາຍາມຂອງປະເທດໃດໜຶ່ງຍັງບໍ່ທັນພຽງພໍ. ຍັງມີຄວາມຕ້ອງການການເຂົ້າຮ່ວມແລະປະກອບສ່ວນຈາກປະເທດຜະລິດວັກຊີນໂຄວິດ-19 ທີ່ສຳຄັນຂອງໂລກ,ກຸ່ມ G20 ແລະກົນໄກການຮ່ວມມືສາກົນທີ່ສຳຄັນອື່ນໆເພື່ອຮ່ວມແຮງຮ່ວມໃຈກັນຈຶ່ງຈະສາມາດຊຸກຍູ້ການແບ່ງປັນວັກຊີນໂຄວິດ-19 ໃນຂອບເຂດທົ່ວໂລກໄດ້ຢ່າງຍຸຕິທຳກວ່າເກົ່າ.
ຄຳເຫັນ
0