覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ້ງປະກອບ​ຄຳ​ເຫັນ​ທາງ​ລາຍ​ລັກ​ອັກສອນຕໍ່​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ສາກົນ​ເພື່ອ​ການ​ຮ່ວມ​ມື​ດ້ານ​ວັກ​ຊີ​ນ​ປ້ອງ​ກັນ​ພະ​ຍາດໂຄ​ວິດ-19​ຄັ້ງ​ທຳ​ອິດ​

2021-08-05 21:25:17 cri

ວັນ​ທີ 5 ສິງຫາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້ປະກອບ​ຄຳ​ເຫັນ​ທາງ​ລາຍ​ລັກ​ອັກສອນຕໍ່​ກອງ​ປະຊຸມເວທີ​ປຶກສາ​ຫາລື​ສາກົນ​ເພື່ອ​ການ​ຮ່ວມ​ມື​ດ້ານ​ວັກ​ຊີນປ້ອງ​ກັນ​ພະ​ຍາດໂຄ​ວິດ-19​ຄັ້ງ​ທຳ​ອິດ​.

 

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ​ໃນ​ເດືອນ​ພຶດສະພາ​ປີ​ນີ້, ຂ້າພະ​ເຈົ້າ​ໄດ້​ປະກາດ 5 ມາດ​ຕະການ​ຂອງຈີນ​ໃນກອງປະຊຸມສຸດຍອດສຸຂະພາບໂລກເພື່ອ​ສະໜັບສະໜູນ​ທົ່ວ​ໂລກສາມັກຄີ​ກັນຕ້ານພະຍາດໂຄວິດ -19, ໃນນັ້ນລວມທັງການລິເລີ່ມສ້າງ​ເວທີ​ປຶກສາ​ຫາລື​ສາກົນ​ເພື່ອ​ການ​ຮ່ວມ​ມື​ດ້ານ​ວັກ​ຊີນ​​ປ້ອງ​ກັນ​​ພະຍາດ​ໂຄ​ວິດ-19, ​ໃຫ້​ປະ​ເທດ​ທີ່ຄົ້ນຄວ້າ​ຜະລິດ​ວັກ​ຊີ​ນ ວິ​ສາ​ຫະກິດ ​ແລະ ຝ່າຍ​ທີ່​ມີ​ຜົນ​ປະ​ໂຫຍ​ດທີ່​ກ່ຽວຂ້ອງ​​ປຶກສາ​ຫາລື​ຮ່ວມກັນກ່ຽວ​ກັບ​ການ​ແບ່ງ​ປັນ​ວັກ​ຊີນ​ໃຫ້ກັບ​ທົ່ວ​ໂລກ​ຢ່າງ​​ຍຸ​ຕິ​ທຳ ​ແລະ​ສົມ​ເຫດ​ສົມ​ຜົນ. ປະຈຸ​ບັນ, ການ​ແຜ່​ລະບາດ​ຂອງ​ພະຍາດ​ຍັງ​​ເກີດ​ຂຶ້ນ​ອີກແລ້ວອີກຕື່ມ, ​ປະກົດ​ມີເຊື້ອ​ພະຍາດ​ກາຍພັນ​ເລື້​ອຍໆ. ຂ້າພະ​ເຈົ້າ​ຫວັງ​ວ່າ​ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ປະກອບສ່ວນ​ອັນ​ໃໝ່​ເພື່ອ​ຊຸກຍູ້​ການ​ແບ່ງ​ປັນ​ວັກ​ຊີ​ນຢ່າງ​ຍຸ​ຕິ​ທຳ ​ແລະ​ເຂົ້າ​ເຖິງ​ບັນ​ດາ​ປະ​ເທດ​ໃນ​ໂລກທັງໃຫ້​ມີຄວາມ​ຄືບ​ໜ້າ, ​ເພີ່ມ​ແຮງ​ຂັບ​ເຄື່ອນ​ອັນ​ໃໝ່​​ເພື່ອ​ຄວາມ​ສາມັກຄີ ​ແລະການ​ຮ່ວມ​ມື​ຂອງ​ປະ​ເທດ​ພວມ​ພັດທະນາ, ​ເຮັດ​ໃຫ້​ມວນ​ມະນຸດ​ເອົາ​ຊະນະ​ພະຍາດ​ໂຄ​ວິດ-19 ​ໄດ້ໂດຍ​ໄວ.

 

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ຈີນ​ໄດ້ປະຕິບັດ​ຕາມ​ແນວ​ຄວາມ​ຄິດ​ປະຊາ​ຄົມສາທາລະນະ​ສຸກ​ຂອງ​ມວນ​ມະນຸດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ສະໜອງ​ວັກ​ຊີ​ນ​ໃຫ້​ກັບ​ໂລກ ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ພວມ​ພັດທະນາ​ອັນ​ໄພສານ, ຕັ້ງໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ເພື່ອຜະ​ລິດ​ວັກຊີນ. ນີ້​ແມ່ນ​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ວັກ​ຊີ​ນ​ໃນ​ຖານະ​ເປັນ​ຜະລິດ​ຕະພັນ​ສາທາລະນະ​ຂອງ​ໂລກ. ຈີນ​ຈະ​ສືບ​ຕໍ່​ສຸມ​ຄວາມ​ພະຍາຍາມ​ຢ່າງ​ສຸດ​ຂີດ, ເພື່ອຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດທະນາ​ອັນ​ໄພສານ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ​ໃນ​​ໝົດປີ​ນີ້, ຈີນ​ຈະ​ພະຍາຍາມ​ສະໜອງ​ວັກ​ຊີ​ນ 2 ຕື້​ຫຼອດ​ໃຫ້​ທົ່ວ​ໂລກ. ຈີນ​ໄດ້ຕົກລົງ​ບໍລິຈາກ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້ກັບ​ໂຄງ​ການ COVAX, ​ເພື່ອ​ໃຊ້​ໃນ​ການຈັດ​ສັນ​ວັກ​ຊີ​ນ​ໃຫ້​ກັບປະ​ເທດ​ພວມ​ພັດທະນາ.ພວກ​ເຮົາ​ຍິນ​ດີ​ຮ່ວມ​ກັບ​ປະຊາ​ຄົມ​ໂລກ, ຊຸກຍູ້​ຂະ​ບວນການ​ຮ່ວມ​ມື​ສາກົນ​ດ້ານ​ວັກ​ຊີ​ນ, ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ.

ຄຳ​ເຫັນ

0