ໃນໄລຍະສອງອາທິດທີ່ຫາກໍ່ຜ່ານມາ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ອາເມຣິກາໄດ້ມີຄວາມຮ້າຍແຮງຂຶ້ນອີກເທື່ອໜຶ່ງຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດກາຍພັນເດວຕາ.
ຕົວເລກຂໍ້ມູນຂອງມະຫາວິທະຍາໄລຈອນສ໌ ຮອບກິນສ໌ຂອງອາເມຣິກາສະແດງໃຫ້ເຫັນວ່າ: ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ໃນວັນທີ 30 ກໍລະກົດຜ່ານມາມີເຖິງ 194.608 ກໍລະນີ, ສ້າງສະຖິຕິໃໝ່ນັບແຕ່ວັນທີ 21 ມັງກອນປີນີ້ເປັນຕົ້ນມາ, ຂະນະດຽວກັນໃນສອງອາທິດທີ່ຜ່ານມາ, ຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ຢູ່ອາເມຣິກາໄດ້ເພີ່ມຂຶ້ນ 89%. ທ່ານ ອານໂຕນີ ຟາວຊີ ຫົວໜ້າທີ່ປຶກສາດ້ານການປ້ອງກັນພະຍາດຂອງລັດຖະບານໂຈ ໄບເດັນ ໄດ້ຄາດຄະເນວ່າ: ເມື່ອຮອດລະດູໃບໄມ້ຫຼົ່ນຂອງປີນີ້, ຈຳນວນຜູ້ເປັນພະຍາດໂຄວິດ-19 ຢູ່ອາເມຣິກາອາດຈະເພີ່ມຂຶ້ນເປັນ 2 ແສນກໍລະນີຕໍ່ມື້.
ທີ່ຈິງແລ້ວ, ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ອາເມຣິກາໄດ້ກາຍເປັນປະເທດທີ່ມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໜັກໜ່ວງທີ່ສຸດຢູ່ໃນໂລກເປັນເວລາເກືອບ 1 ປີເຄິ່ງແລ້ວ, ຈຳນວນຜູ້ຖືກບົ່ງມະຕິແລະຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ຢູ່ອາເມຣິກາກໍເປັນອັນດັບ 1 ຂອງໂລກແລະລື່ນກາຍປະເທດທີ່ເປັນອັນດັບສອງຫຼາຍ.
ໃນ 1 ປີປາຍຜ່ານມາ, ເມື່ອປະລາໄຊໃນການຕ້ານກັບພະຍາດໂຄວິດ-19 ກໍຖິ້ມຄວາມຮັບຜິດຊອບໃສ່ຈີນໂລດເຊິ່ງການກະທຳແບບນີ້ໄດ້ກາຍເປັນວິທີທີ່ນັກການເມືອງອາເມຣິກາມັກໃຊ້ເລື້ອຍໆ. ໃນໄລຍະຄອງອຳນາດຂອງທ່ານ ໂດໂນ ທຣຳ ປະທານາທິບໍດີຊຸດຜ່ານມາ,ກໍມັກໂຍນຄວາມຮັບຜິດຊອບທີ່ຕົນເອງປະລາໄຊໃນການຕ້ານກັບພະຍາດໂຄວິດ-19 ຢູ່ພາຍໃນປະເທດຕົນໃຫ້ແກ່ຈີນ, ໂດຍມີເຈດຕະນາເພື່ອຫັນເຫຄວາມສົນໃຈຂອງຄົນທັງຫຼາຍແລະປັດປ່າຍຄວາມຮັບຜິດຊອບຂອງຕົນ. ໃນເວລາເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 4 ຢ່າງໜັກໜ່ວງ, ລັດຖະບານ ໂຈ ໄບເດັນໄດ້ໃຊ້ວິທີປັດປ່າຍຄວາມຮັບຜິດຊອບທີ່ລັດຖະບານໂດໂນ ທຣຳເຄີຍໃຊ້, ໂດຍໂຄສະນາຊວນເຊື່ອດ້ວຍຖ້ອຍຄວາມ “ເຊື້ອພະຍາດຮົ່ວອອກຈາກຫ້ອງທົດລອງ” “ຈີນຄວນໃຫ້ອະໄພ” ແລະຄຳເວົ້າເກົ່າອື່ນໆທີ່ໄດ້ເສກສັນປັ້ນແຕ່ງຂຶ້ນມາໃນໄລຍະທີ່ທ່ານ ໂດໂນ ທຣຳຄອງອຳນາດແລ້ວນຳເອົາມາໃຊ້ອີກ, ອາເມຣິກາຍັງໄດ້ກົດດັນອົງການອະນາໄມໂລກໃຫ້ດຳເນີນການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ຢູ່ອູຮັ້ນເປັນຄັ້ງທີສອງໂດຍການບົງການທາງການເມືອງ.
ເມື່ອບໍ່ດົນມານີ້, ຂ່າວສານບລຸມເບີກຂອງອາເມຣິກາບໍ່ໄດ້ເອົາຫົວຊານຳຄຳເວົ້າສຽດສີຈາກຊາວໂລກ,ຈັດໃຫ້ອາເມຣິກາເປັນ “ປະເທດທີ່ປະສົບຜົນສຳເລັດອັນດັບໜຶ່ງໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19” ຂອງໂລກທີ່ຂ່າວສານຕົນເປັນຜູ້ຈັດອັນດັບເອງ. ບໍ່ວ່າອາເມຣິກາຈະຕໍ່ເຕີມເສີມແຕ່ງຄວາມສວຍງາມໃຫ້ກັບຕົນເອງແນວໃດກໍຕາມ,ກໍບໍ່ສາມາດຫຼີກລ່ຽງຄວາມຮັບຜິດຊອບຂອງຕົນທີ່ເປັນປະເທດຫຼົ້ມເຫຼວໃນການຕ້ານກັບພະຍາດໂຄວິດ-19,ທັງບໍ່ສາມາດປ່ຽນແປງຄວາມຕ້ອງການຂອງຊາວໂລກທີ່ຮຽກຮ້ອງໃຫ້ອົງການອະນາໄມໂລກດຳເນີນການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ຢູ່ອາເມຣິກາ.
ຜົນການຢັ່ງປະຊາມະຕິທີ່ CGTN ເປີດເຜີຍກ່ຽວກັບການສຳຫຼວດຫາແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19 ໄດ້ຮັບຄວາມສົນໃຈຈາກຊາວເນັດທົ່ວໂລກຫຼາຍກວ່າ 26 ລ້ານຄົນ, ນັບມາຮອດປັດຈຸບັນໄດ້ມີຊາວເນັດຫຼາຍກວ່າ 2,8 ແສນຄົນສະແດງຄວາມເຫັນຂອງຕົນໃນຫົວຂໍ້ດຽວກັນ, ເຂົາເຈົ້າໄດ້ໃຊ້ພາສາທີ່ຕ່າງກັນສະແດງທັດສະນະໃນແບບດຽວກັນວ່າ:“ກ່ຽວກັບຄຳເວົ້າທີ່ວ່າເຊື້ອພະຍາດຮົ່ວອອກຈາກຫ້ອງທົດລອງອູຮັ້ນ,ແມ່ນກົນອຸບາຍທາງການເມືອງທີ່ໂງ່ຈ້າແລະໄຮ້ປະໂຫຍດເພື່ອປົກປິດເຈດຕະນາຮ້າຍຂອງອາເມຣິກາທີ່ຢາກສະກັດກັ້ນການພັດທະນາຄວາມຈະເລີນຮຸ່ງເຮືອງຂອງຈີນ”.
ບໍ່ວ່າແມ່ນທ່ານ ໂດໂນ ທຣຳຫຼືແມ່ນທ່ານ ໂຈ ໄບເດັນ, ໃນເວລາອາເມຣິກາປະສົບກັບຄວາມຫຼົ້ມເຫຼວໃນການຕ້ານກັບພະຍາດໂຄວິດ-19, ກໍມັກໂຍນຄວາມຮັບຜິດຊອບໃຫ້ຈີນແລະໃສ່ຮ້າຍປ້າຍສີຈີນຕາມໃຈມັກເລື້ອຍໆໂດຍມີຈຸດປະສົງພື້ນຖານເພື່ອຫັນເຫຄວາມສົນໃຈຕໍ່ປະຊາຊົນອາເມຣິກາທີ່ມີຕໍ່ຄວາມຜິດພາດຂອງຕົນ,ອີກດ້ານໜຶ່ງກໍ່ເພື່ອໂຈມຕີປະເທດຈີນ. ທີ່ຈິງແລ້ວ, ລັດຖະບານອາເມຣິກາຊຸດປັດຈຸບັນບໍ່ຄວນເສຍເວລາຮຽນແບບການຖິ້ມຄວາມຮັບຜິດຊອບໃຫ້ຈາກລັດຖະບານ ໂດໂນ ທຣຳເລີຍ, ຫາກແຕ່ສົມຄວນຮຽນເອົາທ່າທີທີ່ຕັ້ງໜ້າຂອງຈີນໃນການຕ້ານກັບພະຍາດໂຄວິດ-19 ໃຫ້ດີໆ, ຮັບຜິດຊອບຊີວິດຂອງປະຊາຊົນອາເມຣິກາ,ພ້ອມທັງປະກອບສ່ວນເທົ່າທີ່ຄວນເຂົ້າໃນການຕ້ານກັບພະຍາດໂຄວິດ-19 ຂອງໂລກຈະດີກວ່າ.
ຄຳເຫັນ
0