ຫວ່າງມໍ່ໆມານີ້, ກົມປ່າໄມ້ແຫ່ງຊາດຈີນໄດ້ຖະແຫຼງວ່າ: ລະດັບການອະນຸລັກເຍືອງຕິເບດໄດ້ຮັບການຫຼຸດລະດັບຈາກ “ໃກ້ຈະສູນພັນ” ລົງເປັນ “ສ່ຽງຈະສູນພັນ”. ຂ່າວດັ່ງກ່າວເຮັດໃຫ້ຜູ້ຂຽນຄິດເຖິງການແຈ້ງຂ່າວຈາກພາກສ່ວນທີ່ກ່ຽວຂ້ອງໃນຫວ່າງກ່ອນນີ້ບໍ່ດົນກ່ຽວກັບການແບ່ງລະດັບພັນພືດແລະສັດປ່າໂດຍສະເພາະແມ່ນໝີແພນດາໄດ້ຮັບການຫຼຸດລະດັບຈາກ“ໃກ້ຈະສູນພັນ” ລົງເປັນ “ສ່ຽງຈະສູນພັນ”.
ສັດຫາຍາກສອງຊະນິດຂອງຈີນໄດ້ຮັບການຫຼຸດລະດັບຕາມລຳດັບສະແດງໃຫ້ເຫັນວ່າສັດຫາຍາກຂອງຈີນໄດ້ປະສົບກັບການປ່ຽນແປງຫຍັງແດ່?
ເມື່ອເບິ່ງຢ່າງລະອຽດແລ້ວຈຶ່ງຮູ້ວ່າ: ຄຳວ່າການຫຼຸດລະດັບເປັນພຽງແຕ່ການຫຼຸດລະດັບໄພຂົ່ມຂູ່ທີ່ເຮັດໃຫ້ສັດສອງຊະນິດດັ່ງກ່າວຫຼຸດຈາກການໃກ້ຈະສູນພັນເທົ່ານັ້ນ, ຫາກບໍ່ແມ່ນການຫຼຸດລະດັບການອະນຸລັກໃຫ້ຕ່ຳລົງ. ການຫຼຸດລະດັບໄພຂົ່ມຂູ່ການໃກ້ຈະສູນພັນໃຫ້ໝີແພນດາແລະເຍືອງຕິເບດໄດ້ຕັ້ງຢູ່ບົນພື້ນຖານປະສິດທິຜົນທີ່ໄດ້ຮັບໃນການໃຊ້ມາດຕະການອະນຸລັກພວກມັນຄື: ຈຳນວນໝີແພນດາຕາມປ່າທຳມະຊາດໄດ້ເພີ່ມຂຶ້ນເປັນ 1.800 ກວ່າໂຕ, ເພີ່ມຂຶ້ນເກືອບ 1 ເທົ່າເມື່ອທຽບໃສ່ຈຳນວນໝີແພນດາທີ່ມີຢູ່ໃນປ່າທຳມະຊາດໃນຊຸມປີ 1970 ຫາ 1980. ສ່ວນຈຳນວນເຍືອງຕິເບດຍິ່ງມີຈຳນວນເພີ່ມຂຶ້ນຄື:ຈາກ 70 ພັນໂຕໃນຊຸມປີ 1980 ຫາ 1990 ເພີ່ມຂຶ້ນເປັນປະມານ 3 ແສນໂຕໃນປັດຈຸບັນ.
ທີ່ຈິງແລ້ວ, ກໍເປັນຍ້ອນວ່າການປັບປຸງແລະການຄຸ້ມຄອງເຂດສະຫງວນທຳມະຊາດຂອງຈີນມີຄວາມຄືບໜ້າ, ສິ່ງແວດລ້ອມທຳມະຊາດແລະສະພາບແວດລ້ອມທາງສັງຄົມຢູ່ສະຖານທີ່ສັດປ່າອາໄສຢູ່ນັ້ນມີສະພາບດີຂຶ້ນຢ່າງບໍ່ຢຸດຢັ້ງ, ໃນຊຸມປີຜ່ານມາ, ສັດຫາຍາກຕ່າງໆເຊັ່ນ:ປາຂ່າຂາວ, ເສືອດາວຫິມະ,ນົກອິນຊີຄຳ,ເສືອຕາເວັນອອກສ່ຽງເໜືອແລະສັດປ່າອື່ນໆທີ່ບໍ່ຄ່ອຍໄດ້ພົບເຫັນມາເປັນເວລາຫຼາຍປີໄດ້ປະກົດໂຕຂຶ້ນເລື້ອຍໆໃນກ້ອງອິນຟາແລັດ, ຍິ່ງກວ່ານັ້ນຍັງມີຝູງໝູປ່າໄດ້ແລ່ນຫຼິ້ນຢ່າງມ່ວນຊື່ນຢູ່ຕາມຖະໜົນໃນຕົວເມືອງນະຄອນອູຮັ້ນ. ພວກເຮົາຈະເຫັນວ່າ:ມະນຸດກັບສັດປ່າຢູ່ຮ່ວມກັນໄດ້ຢ່າງກົມກຽວ ເຊິ່ງເປັນພາບທີ່ມີຊີວິດຊີວາຫຼາຍ.
ທຳມະຊາດບໍ່ພຽງແຕ່ຂຶ້ນກັບມະນຸດເທົ່ານັ້ນ, ມັນກໍ່ແມ່ນບ້ານເກີດຮ່ວມຂອງສິ່ງທີ່ມີຊີວິດທັງໝົດໃນໂລກເຊັ່ນກັນ. ຫວັງວ່າພາຍໃຕ້ການອະນຸລັກຈາກມວນມະນຸດ, ສິ່ງແວດລ້ອມຊີວະພາບຂອງຈີນຈະມີການປ່ຽນແປງນັບມື້ນັບດີຂຶ້ນ,ກໍ່ຫວັງວ່າສັດຫາຍາກເຫຼົ່ານີ້ຈະໄດ້ຮັບການຈັດເຂົ້າໃນບັນຊີລາຍຊື່ການຫຼຸດລະດັບໄພຂົ່ມຂູ່ຂອງມັນຫຼາຍກວ່າເກົ່າ.
ຄຳເຫັນ
0