黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​​ດັບ​ເພີງ​ລູ້​ຊິ້ງ​ເວີຍ

2021-08-13 16:49:09 cri

ການ​ຫັດ​ໂປ້ມ​ດິນແລະເປ້​ເຄື່ອງ​ໜັກ​ແລ່ນ​ຫຼາຍ​ຫຼົບຫຼາຍ​ຕ່າວ

ກໍ​ເພື່ອ​ໃຫ້​ແລ່ນ​ໄປ​ເຖິງ​ບ່ອນ​ເກີດ​ອັກ​ຄີ​ໄພ​ໄດ້​ໄວ​ກວ່າ​ເກົ່າ

ການ​ຝຶກ​ຕໍ່​ທໍ່​ນ້ຳ​ຫຼາ​ຍ​ຫຼົບຫຼາຍ​ຕ່າວ

ກໍ​ເພື່ອ​ໃຫ້​ສາ​ມາດດັບ​ແປວ​ໄຟ​ໄດ້​ໄວ​ກວ່າ​ເກົ່າ​

ຂ້ອຍ​ຊື່​ລູ້​ຊິ້ງ​ເວີຍ ນັກ​ດັບ​ເພີງ

ປີ 2009, ຂ້ອຍ​ໄດ້​ກາຍ​ເປັນ​ນັກ​​ດັບ​ເພີງ, ເຮັດ​ວຽກນີ້ຕະຫຼອດ​ມາ, ດຽວ​ນີ້​ເປັນ​ປີ​ທີ 12 ​ແລ້ວ. ເມື່ອ​ນຸ່ງ​ຊຸດ​ສີ​ຟ້າ​, ປະ​ຊາ​ຊົນ​ມັກ​ເອີ້ນ​ເຮົາ​ເປັນ: ເພື່ອນ​ຊຸດ​ສີ​ຟ້າ

ການ​ຝຶກ​ແອບຂອງ​ພວກ​ເຮົາ​ໃນ​ທຸກ​ມື້​ເບິ່ງ​ແລ້ວ​ກໍ​ໂດດ​ດ່ຽວ​ປ່ຽວ​ພອຍຫຼາຍ, ແຕ່​ກໍ​ຍ້ອນ​ມີ​ການ​ຝຶກ​​ແອບ​ແບບ​ນີ້, ຈິ່ງ​ໄດ້​ສ້າງ​ສັດ​ທາ ແລະ ​ສະ​ສົມພະ​ລັງ​ແຮງທີ່ “ກ້າ​ສູ້​ກ້າ​ເອົາ​ຊະ​ນະ​ອັກ​ຄີ​ໄພ”.

ການ​ຝຶກ​ຊ້ອມ​ດັບ​ເພີງ​ຕົວ​ຈິງ​ເປັນ​ລາຍ​ການ​ສຳ​ຄັນ​ຂອງ​ການ​ຝຶກ​​ແອບປະ​ຈຳ​ວັນ​ຂອງ​ພວກ​ເຮົາ. ຕ້ອງສະ​ດຸ້ງ​ໄວໃນ​ເວ​ລາ​ປະ​ຈຳ​ການ. ​ເມື່ອສຽງ​ກະ​ດິງ​ດັງ​ຂຶ້ນ, ​ນັ້ນກໍ​ໝາຍ​ຄວາມ​ວ່າ​ປະ​ຊາ​ຊົນກຳ​ລັງ​ພົບ​ໄພ​ອັນ​ຕະ​ລາຍ, ພວກ​ເຮົາ​ກໍ​ຈະມຸ້ງ​ໜ້າ​ໄປ​ສູ່​ບ່ອນ​ເກີດ​ອັກ​ຄີ​ໄພ​ທັນ​ທີ.

ຕອນ​ຫາ​ກໍ່​ເປັນ​ນັກ​​ດັບ​ເພີງ​ໃໝ່ໆ, ນອກ​ຈາກຈຳ​ເປັນ​ໃນ​ການ​ຫັດ​ກາຍແລ້ວ, ຂ້ອຍ​ຍັງ​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ແບບ​ງ່າຍ​ໆຈຳ​ນວນ​ໜຶ່ງ ​ເຊັ່ນ: ຜູ້​ອາ​ຍຸ​ສູງ​ລືມ​ກະ​ແຈ​​ຢູ່​ໃນເຮືອນ, ແມວ​ນ້ອຍ​ຄ້າງ​ຢູ່​ເທິງ​ຕົ້ນ​ໄ​ມ້​ເປັນ​ຕົ້ນ.

ເມື່ອ​ມີ​ເຫດສຸກ​ເສີນ, ຂ້ອຍ​ເຫັນ​ນັກ​ດັບ​ເພີງ​ອາ​ວຸ​ໂສ​​ຟ້າວຍ່າງ​ອອກ​ໄປ, ຂ້ອຍ​ກໍ​ຄອງ​ຄອຍ​ວ່າ​ຍາມ​ໃດ​ຕົນ​ຈະ​ສາ​ມາດ​ມຸ້ງ​ໜ້າ​ໄປ​ສູ່​ບ່ອນ​ມີໄພ​​ແບບ​ເຂົາ​ເຈົ້າ​ໄດ້​ຢ່າງ​ອົງ​ອາດ​ກ້າ​ຫານ

ວັນ​ທີ 11 ຕຸ​ລາ​ປີ 2013, ສູນ​ການ​ຄ້າ​ສີ​ລົງ​ຕົວ​​ໃນນະ​ຄອນຫຼວງ​ປັກ​ກິ່ງ​ເກີດ​ອັກ​ຄີ​ໄພ

ນັ້ນ​ເປັນ​ການ​ກູ້​ໄພ​​ຄັ້ງ​ໜຶ່ງທີ່​ເຮັດ​ໃຫ້​ຂ້ອຍ​ຈື່​ຈຳ​​ຈົນເຖິງ​ປັດ​ຈຸ​ບັນ. ໄຟ​ໄດ້​​ລຸກໄໝ້​ເປັນ​ເວ​ລາ 8 ຊົ່ວ​ໂມງ​ປາຍ, ຈິ່ງ​ຖືກມອດ​ໄດ້, ໄຟ​ໄໝ້ກິນ​ເນື້ອ​ທີ່ 1.500 ຕາ​ແມັດ. ຂ້ອຍແລະໝູ່​​ຂອງຂ້ອຍ​​ຂາດ​ການ​ຕິດ​ຕໍ່​ກັນ​ໃນ​ຄວັນ​ໄຟ. ໃນ​ເວ​ລາ​ນັ້ນ, ຂ້ອຍ​ກຽມ​ເສຍ​ສະຫຼະ​ຊີ​ວິດ, ແຕ່​ກໍເປັນ​ຈັ່ງ​ບຸນ​ ຂ້ອຍ​​ກໍ​ລອດ​ຊີ​ວິດ​ກັບ​ມາ​ຢ່າງ​ປອດ​ໄພ

ແຕ່​ວ່າ: ນັກ​ດັບ​ເຟີງ​ອາ​ວຸ​ໂສ 2 ທ່ານ​ທີ່​ຂ້ອຍ​ເຄົາ​ລົບ​ນັບ​ຖື​​ທີ່​ສຸດນັ້ນ, ບໍ່​ໄດ້​ກັບ​ຄືນ​ມາ​ອີກ​ແລ້ວ

ເຖິງ​ຈະ​ປະ​ສົບ​ກັບ​​ໄພອັນ​ຕະ​ລາຍ​ຕ່າງໆ​ນາໆ, ແຕ່​ໃນ​ຖາ​ນະ​ເປັນ​ນັກດັບ​ເພີງ​ຜູ້​ໜຶ່ງ, ເພື່ອ​ຄວາມ​ຫວັງ​ຂອງ​ປະ​ຊາ​ຊົນ, ຂ້ອຍ​ຈະ​ມຸ້ງ​ໜ້າ​ໄປ​ສູ່​ບ່ອນ​ເກີດ​​ອັກ​ຄີໄຟ​ຢ່າງ​ກ້າ​ຫານ

ມີ​ຄົນ​ຖາມ​ຂ້ອຍ​ວ່າ: ເຈົ້າ​​ບໍ່ຢ້ານ​ຫວາ? ສິ່ງ​ທີ່​ຂ້ອຍ​ຢ້ານ​ທີ່​ສຸດ​ກໍ​ແມ່ນ​ບໍ່​ສາ​ມາດ​ເຂົ້າ​ໄປ​ກູ້​ໄພ​ໄດ້​ຢ່າງ​ທັນ​ການ ແລ້ວ​ປະ​ຊາ​ຊົນ​ຈະ​ປະ​ສົບ​ກັບຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ. ໃນ​ໃຈ​ຂອງ​ປະ​ຊາ​ຊົນ, ນັກ​​ດັບ​ເພີງ​ແມ່ນ​ວິ​ລະ​ຊົນ, ແຕ່​ພວກ​ເຮົາ​ກໍ​ຄື​ກັບຄົນ​ທຳ​ມະ​ດາ​ສາ​ມັນ. ຍາມ​ພັກ​ຜ່ອນ, ຂ້ອຍ​ມັກ​ແຕ້ມ​ຮູບ ເພື່ອ​ໃຫ້​ຈິດ​ໃຈ​ເບີກ​ບານ​ມ່ວນ​ຊື່ນ.

ປັດ​ຈຸ​ບັນ, ຂ້ອຍຍັງມັກ​ອີກ​ຢ່າງ​ໜຶ່ງ. ນັ້ນ​ກໍ​ຄື: ​ລົມ​​ກັບ​ເມຍ​ແລະ​ລູກຜ່​ານ​ທາງວິ​ດີ​ໂອ, ເພາະ​ວ່າ: ຂ້ອຍ​ຫາ​ກໍ່​ເປັນ​ພໍ່​ໃໝ່.

12 ປີ, 1.500 ກວ່າ​ເທື່ອ ທີ່​ຂ້ອຍມຸ້ງ​ໜ້າ​ໄປ​ສູ່​ບ່ອນ​ເກີດ​ອັກ​ຄີ​ໄພ

ຂ້ອຍ​ແມ່ນນັກ​​ດັບ​ເພີງ​ລູ້​ຊິ້ງ​ເວີຍ

ຄຳ​ເຫັນ

0