黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມ​ແຕກ​ແຍກ​ກັນ​ໃນ​ທາງ​ດ້ານ​ການ​ເມືອງ​​ຢູ່ອາ​ເມ​ຣິ​ກາ​ຈະ​ຢຸດ​ລົງ​ໃນ​ເວ​ລາ​ໃດ?

2021-08-16 15:39:03 cri

 

ຫວ່າງ​ມໍ່ໆ​ມາ​ນີ້, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່ອ​າ​ເມ​ຣິ​ກາຮ້າຍ​ແຮງ​ຂຶ້ນ​ຢ່າງ​ວ່ອງ​ໄວ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເພີ່ມ​ໃໝ່​ຕໍ່​ມື້ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ, ປັດ​ຈຸ​ບັນ, ເຂດ​ຊຸມ​ຊົນ​​ຢູ່​ອາ​ເມ​ຣິ​ກາ​ມີ​ຫຼາຍກວ່າ 98% ເປັນ​ເຂດ​ຊຸມ​ຊົນ​ທີ່​ມີ​ຄວາມ​ສ່ຽງ​ສູງ​ທີ່​​ຈະຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19, ກ່ອນ​​ໜ້ານີ້​ໜຶ່ງ​ເດືອນ, ຕົວ​ເລກ​ດັ່ງ​ກ່າວ​ພຽງ​ແຕ່ກວມ 19% ເທົ່າ​ນັ້ນ.

ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ຮ້າຍ​ແຮງ​ຂຶ້ນ​ຢ່າງວ່ອງ​ໄວ​ເຮັດ​ໃຫ້​ລະ​ບົບສາ​ທາ​ລະ​ນະ​ສຸກ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຮັບ​ຄວາມ​ກົດ​ດັນ​ຢ່າງ​ໜັກ​ອີກ​ຄັ້ງ​ໜຶ່ງ, ຕົວ​ເມືອງ​ໃຫຍ່​ຫຼາຍ​ແຫ່ງ​ຂອງ​ລັດເທັກ​ຊັດ​​ໂດຍ​ສະ​ເພາະໃນ​ຫ້ອງ ICU ຂາດ​ແຄນ​ຕຽນ​ນອນ​ຄົນ​ເຈັບຢ່າງ​ໜັກ​ໜ່ວງ. ຈຳ​ນວນຄົນ​ເຈັບ​ນອນປິ່ນປົວ​ຢູ່​ໂຮງໝໍ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ລັດ​ຣຸຍ​ເຊຍ​ນາ​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ອາ​ທິດ​ແລ້ວ​ນີ້, ແຕ່​​ໃນອາ​ທິດ​ນີ້​ຕົວ​ເລກ​ພັດ​ເພີ່ມ​ຂຶ້ນ​ອີກ.

ບົດ​ວິ​ເຄາະ​ຊີ້​ໃຫ້​ເຫັນ​ວ່າ: ​ເຊື້ອພະຍາດ​ກາຍພັນ​​ເດ​ວຕາທີ່​ມີ​ອັດຕາ​ການ​ຕິດ​ເຊື້ອ​ສູງ​ພວມແຜ່​ລະ​ບາດ​ຢູ່​ອາ​ເມ​ຣິກາຢ່າງວ່ອງ​ໄວ. ແຕ່​ວ່າ​ຄວາມ​ແຕກ​ແຍກ​ກັນ​ໃນ​ທາງ​ການ​ເມືອງ​ເຮັດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ໃນ​ບັນ​ຫາ​ໃສ່​ຜ້າ​ປິດ​ປາກ, ການ​ສັກ​ວັກ​ຊີນ​ແລະ​ບັນ​ຫາ​ອື່ນໆ, ສົ່ງ​ຜົນ​ເຮັດ​ໃຫ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮ້າຍ​ແຮງ​ຂຶ້ນ​ຕື່ມ​ອີກ. ນີ້​ໄດ້​ພິ​ສູດ​ໃຫ້​ເຫັນ​ອີກ​ຄັ້ງ​ໜຶ່ງວ່າ​ລະ​ບົບ​ການ​ເມືອງ​ຂອງອາ​ເມ​ຣິ​ກາ​ປະ​ສົບ​ກັບ​ຄວາມ​ຫຼົ້ມ​ແຫຼວ.

ຢູ່​ອາ​ເມ​ຣິ​ກາ, ການ​ຕໍ່​ສູ້​​ກັນ​ທາງດ້ານ​ການ​ເມືອງ​ລະ​ຫວ່າງ​ພັກ​ເດ​ໂມ​ແຄ​ລັດ​ກັບ​ພັກ​ຣີ​ພັບ​ຣີ​ກັນ​ໄດ້ເຮັດ​ໃຫ້​ບັນ​ຫາ​ຕ່າງໆ​ຂອງ​ສັງ​ຄົມ​ລ້ວນ​ແຕ່​​ຖືກຫັນ​ເປັນ​ບັນ​ຫາ​ການ​ເມືອງ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ນັກ​ກາ​ເມືອງ​ອາ​ເມ​ຣິ​ກາ​ທັງ​ຫຼາຍ​​ມັກ​ຈະ​ກະ​ທຳ​ແບບ​ເຫຼືອ​ເຊື່ອ​ຍ້ອນ​ສາ​ເຫດ​ການ​ເມືອງ​ເຊັ່ນ: ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ບັນ​ຫາ​ເຊື້ອ​ພະ​ຍາດ​ກາຍ​ເປັນ​ບັນ​ຫາ​ການ​ເມືອງ, ແລະ​ໄດ້​ກ່າວ​ໂຈມ​ຕີ​ເຊິ່ງ​ກັນ​ແລະ​ກັນ​ກ່ຽວ​ກັບ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19; ນອກ​ຈາກ​ນັ້ນ, ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ແລະ​ລັດ​ຖະ​ບານ​​ກາງ​ກໍມີ​ຄວາມ​ເຫັນ​ຂັດ​ແຍ້ງ​ກັນ​​ໃນດ້ານ​ການ​ປ້ອງ​ກັນ​ພະ​ຍາດ, ແລະ​​ຍຸ​ຍົງ​ສົ່ງ​ເສີມ​ໃຫ້​ປະ​ຊາ​ນິ​ຍົມ​ຟື້ນ​ຄືນ​ໃໝ່​ອີກ.

ຄວາມ​ແຕກ​ແຍກ​ກັນ​ໃນ​ທາງ​ດ້ານ​ການ​ເມືອງ​ແບບ​ນີ້, ສົ່ງ​ຜົນ​ເຮັດ​ໃຫ້ອາ​ເມ​ຣິ​ກາ​ເຊິ່ງ​ເປັນ​ປະ​ເທດ​ທີ່​ມີ​ເຕັກ​ນິກ, ​ມີ​ຜູ້​ມີຄວາມ​ຮູ້​ຄວາມ​ສາ​ມາດແລະ​ຊັບ​ພະ​ຍາ​ກອນ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ດີ​ທີ່​ສຸດ​ໃນ​ໂລກ​ຈຶ່ງ​ບໍ່​ສາ​ມາດ​ປະ​ຕິ​ບັດ​ງານ​ຫຍັງ​ໄດ້​ເລີຍ​ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ບໍ່​ສາ​ມາດ​ຊີ້​ນຳ​ນຳ​ພາກ່ຽວ​ກັບ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້, ໃນ​ເວ​ລາ​​ສັບ​ຊ້ອນ​ແລະ​ຈັດ​ສັນ​ວັດ​ຖຸ​ອຸ​ປະ​ກອນ​ປິ່ນ​ປົວ​ພະ​ຍາດ​​ກໍ​ມີ​ລັກ​ສະ​ນະ​ຊັກ​ຊ້າ​ແລະ​ສັບ​ສົນ, ສົ່ງ​ຜົນ​ເຮັ​ດ​ໃຫ້​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ຕົກ​ຢູ່​ໃນສະ​ພາບ​ການ​ທີ່​ລັດ​ຖະ​ບານແລະ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຍາດກັນ​ເອົາ​ອຸ​ປະ​ກອນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19, ​ບາງ​ລັດຍັງ​ໄດ້​​ກີດ​ກັນ​ແຜນ​ການ​ສັກ​ວັກ​ຊີນ​ຕື່ມ​ອີກ.

ຄວາມ​ແຕກ​ແຍກ​ກັນ​ໃນ​ທາງ​ດ້ານ​ການ​ເມືອງ​ແບບ​ນີ້, ກໍ​ໄດ້​ສະ​ກັດ​ກັ້ນ​ການ​ຮ່ວມ​ມື​ສາ​ກົນ​ໃນ​​ດ້ານ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ໂລກ. ອາ​ເມ​ຣິ​ກາ​ຍັງ​ກົດ​ດັນ​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ຢ່າງ​ບໍ່​ຢຸດ​ຢັ້ງ, ຂົ່ມ​ຂູ່ WHO ​ໃຫ້​ດຳ​ເນີນ​ງານຝຶນ​ກັບ​ຈິດ​ໃຈ​ວິ​ທະ​ຍາ​ສາດ​ແລະ​ດຳ​ເນີນ​ການ​ສຳ​ຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ໄລ​ຍະ​ທີ​ສອງ​ທີ່​ແນ​ໃສ່​ປະ​ເທດ​ຈີນ; ເຂົາ​ເຈົ້າ​ປ່ອຍ​ໃຫ້​ເຊື້ອ​ພະ​ຍາດ​ແຜ່​ລະ​ບາດ​ໄປ​ທົ່ວ​ທີບ, ສົ່ງ​ຜົນ​ເຮັດ​ໃຫ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ທົ່ວ​ໂລກ​ຮ້າຍ​ແຮງ​ຂຶ້ນ​ຕື່ມ; ເຂົາ​ເຈົ້າ​ປະ​ຕິ​ບັດ “ລັດ​ທິ​​ເຊື້ອ​ຊາດ​ດ້ານ​ວັກ​ຊີນ”, ທຳ​ລາຍ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​​ໃນ​ດ້ານ​ການ​ຄົ້ນ​ຄວ້າ​, ຜະ​ລິດ​ແລະ​ແບ່ງ​ປັນ​ວັກ​ຊີນ​ຢ່າງ​ຍຸ​ຕິ​ທຳ.

ການຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແມ່ນ​ວຽກ​ງານ​ອັນ​ຮີບ​ດ່ວນ​ທີ່​ສຸດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ, ​ຄວາມສ​າ​ມັກ​​ຄີ​ແລະ​ຮ່ວມ​ມື​​ແມ່ນ​ອາ​ວຸດ​ອັນເຂັມ​ແຂງ​ທີ່​ສຸດ​ໃນ ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ແຕ່​ວ່າ​ຄວາມ​ແຕກ​ແຍກ​ກັນ​ໃນ​ທາງ​ດ້ານ​ການ​ເມືອງ​ທີ່​ບໍ່​ມີ​​ຫຼັກ​ການ​ຖື້ນ​ຖານຂອງ​ອາ​ເມ​ຣິ​ກາ, ​ກໍໄດ້​ກາຍ​ເປັນ​ມື​​ມືດສະ​ກັດ​ກັ້ນ​ການ​ຮ່ວມ​ມື​​ກັນ​ເພື່ອຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ໃນ​ໂລກ, ​ເປັນ​ການທີ່​ທຳ​ລາຍ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ, ທັງ​​ເປັນ​ການ​ທຳ​ລາຍຊີ​ວິດ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ເອງ​ອີກ. ຜູ້​ນຳ​ອາ​ເມ​ຣິ​ກາ​ຄວນ​ຢຸດ​ຕິການ​ຄວບ​ຄຸມ​ທາງ​ການ​ເມືອງ​ຕ່າງໆ​ໄດ້​ແລ້ວ​ແລະ​ຫັນ​ໜ້າ​ມາ​ເອົາ​ໃຈ​ໃສ່​ວຽກ​ງານ​ຕົວ​ຈິງ​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຢ່າ​ເຮັດ​ໃຫ້ໂສກ​ນາດ​ຕະ​ກຳ​ເກີດ​ຂຶ້ນ​ຢູ່​ອາ​ເມ​ຣິ​ກາ​ແລະ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຫຼາຍ​ກວ່າ​ນີ້.

ຄຳ​ເຫັນ

0