ຄຽງຄູ່ກັບກຸ່ມຕາລີບັນໃນອັຟການິສະຖານໄດ້ເຂົ້າຍຶດນະຄອນຫຼວງກາບູນແລະຍຶດທຳນຽບປະທານາທິບໍດີໃນວັນທີ 15 ສິງຫານີ້, ທ່ານ ໂມຮາເມັດ ການີ ປະທານາທິບໍດີອັຟການິສະຖານໄດ້ໜີໄປປະເທດທີສາມ, ສະຖານະການຢູ່ອັຟການິສະຖານໄດ້ມີການປ່ຽນແປງຢ່າງໃຫຍ່ແລະກະທັນຫັນ. ມີສື່ມວນຊົນສາກົນບໍ່ໜ້ອຍໄດ້ພາກັນເວົ້າວ່າ: ມັນມີສ່ວນຄ້າຍຄືກັບເຫດການໃນໄຊງ່ອນຂອງຫວຽດນາມ.
ໃນຊຸມປີ 1970, ຫຼັງຈາກອາເມຣິກາໄດ້ຖອນທະຫານອອກຈາກຫວຽດນາມໄດ້ບໍ່ດົນ, ພັກກອມມູນິດຫວຽດນາມກໍ່ໄດ້ປົດປ່ອຍໄຊງ່ອນ, ໂຄ່ນລົ້ມອຳນາດການປົກຄອງຂອງຫວຽດນາມໃຕ້. “ໄຊງ່ອນຖືກຍຶດ” ຈຶ່ງໄດ້ກາຍເປັນຖ້ອຍຄຳທີ່ເຮັດໃຫ້ອາເມຣິກາຮູ້ສຶກອັບອາຍແລະອັບປະຍົດທີ່ສຸດ. ອັນທີ່ຄືກັນກັບກອງທັບອາເມຣິກາປະລາໄຊໃນສົງຄາມຫວຽດນາມໃນຫຼາຍສິບປີກ່ອນ, “ກາບູນຖືກຍຶດ” ກໍ່ເປັນຂີດໝາຍທີ່ສະແດງໃຫ້ເຫັນວ່າສົງຄາມຢູ່ອັຟການິສະຖານທີ່ອາເມຣິກາເປັນໂຕຕັ້ງໂຕຕີງນັ້ນໄດ້ປະລາໄຊຢ່າງຮາບຄາບ.
ນັບແຕ່ອາເມຣິກາໄດ້ເຂົ້າຮຸກຮານອັຟການິສະຖານໃນປີ 2001 ໃນຂໍ້ອ້າງທີ່ວ່າລົ້ມລ້າງກຸ່ມກໍ່ການຮ້າຍເປັນຕົ້ນມາ, ສະຖານະການການເມືອງຢູ່ອັຟການິສະຖານກໍໄດ້ຕົກເຂົ້າສູ່ສະພາບຄວາມປັ່ນປ່ວນວຸ້ນວາຍເປັນເວລາດົນນານ. ເດືອນຕຸລາປີ 2001, ກອງທັບພັນທະມິດທີ່ນຳໂດຍອາເມຣິກາໄດ້ດຳເນີນການໂຈມຕີອັຟການີສະຖານທາງການທະຫານ, ສາມາດໂຄ່ນລົ້ມອຳນາດການປົກຄອງຂອງຕາລີບັນ. ເດືອນທັນວາປີ 2001, ລັດຖະບານຊົ່ວຄາວຂອງອັຟການິສະຖານໄດ້ຮັບການສ້າງຕັ້ງຂຶ້ນ.
ແຕ່ເວລາຜ່ານໄປຫຼາຍປີ, ສະຖານະການຄວາມໝັ້ນຄົງຢູ່ອັຟການິສະຖານບໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຊັດເຈນ,ເຫດການກໍ່ຄວາມຮຸນແຮງເກີດຂຶ້ນເລື້ອຍໆ ເຮັດໃຫ້ປະຊາຊົນສາມັນເສຍຊີວິດຈຳນວນຫຼວງຫຼາຍ, ສ່ວນການເຄື່ອນໄຫວທາງການທະຫານຂອງກອງທັບອາເມຣິກາຢູ່ອັຟການິສະຖານກໍ່ໄດ້ເຮັດໃຫ້ປະຊາຊົນສາມັນຂອງອັຟການິສະຖານເສຍຊີວິດແລະບາດເຈັບຢ່າງຫຼວງຫຼາຍ. ຕາມໂຄງການ “ຄິດໄລ່ຕົ້ນທຶນສົງຄາມ” ຂອງມະຫາວິທະຍາໄລບຣອນຂອງອາເມຣິກາໄດ້ຊີ້ໃຫ້ເຫັນວ່າ: ແຕ່ປີ 2001 ຫາກາງເດືອນເມສາປີ 2020, ໄດ້ມີປະຊາຊົນສາມັນຂອງອັຟການິສະຖານຢ່າງໜ້ອຍ 47.245 ຄົນເສຍຊີວິດໃນສົງຄາມຄັ້ງນີ້; ຂະນະດຽວກັນ,ສົງຄາມດັ່ງກ່າວຍັງໄດ້ເຮັດໃຫ້ນັກຮົບອັຟການິສະຖານຈຳນວນ 6,6 ຫາ 6,9 ໝື່ນຄົນເສຍຊີວິດ. ຕາມຕົວເລກຂໍ້ມູນຂອງອົງການສະຫະປະຊາຊາດສະແດງໃຫ້ເຫັນວ່າ: ສົງຄາມອັຟການິສະຖານເຮັດໃຫ້ປະຊາຊົນອັຟການິສະຖານຈຳນວນ 2,7 ລ້ານຄົນຈຳເປັນຕ້ອງອົບພະຍົບໜີໄປຕ່າງປະເທດ,ຍັງໄດ້ເຮັດໃຫ້ປະຊາຊົນອັຟການິສະຖານຈຳນວນ 4 ລ້ານຄົນຊັດເຊພະເນຈອນພາຍໃນປະເທດຕົນແລະບໍ່ມີບ່ອນຢູ່ອາໄສ ຂະນະທີ່ປະຊາກອນທັງໝົດຢູ່ອັຟການິສະຖານມີພຽງແຕ່ 36 ລ້ານຄົນເທົ່ານັ້ນ.
ນອກຈາກການເສຍຊີວິດແລ້ວ, ສົງຄາມຍັງໄດ້ສ້າງຄວາມທຸກຍາກທີ່ໜັກໜ່ວງໃຫ້ແກ່ອັຟການິສະຖານອີກດ້ວຍ. ໃນຖານະເປັນໜຶ່ງໃນປະເທດດ້ອຍພັດທະນາຢູ່ໃນໂລກ, ໃນສົກງົບປະມານ 2019 ຫາ 2020, ລວມຍອດຜະລິດຕະພັນພາຍໃນຫຼື GDP ຂອງອັຟການິສະຖານມີປະມານ 18,89 ຕື້ໂດລາສະຫະລັດ, GDP ສະເລ່ຍຕໍ່ຫົວຄົນພຽງແຕ່ໄດ້ 586,6 ໂດລາສະຫະລັດ, ໃນງົບປະມານການເງິນຂອງລັດຖະບານອັຟການິສະຖານມີ 60% ແມ່ນມາຈາກການຊ່ວຍເຫຼືອຂອງສາກົນ. ໃນຊຸມປີຜ່ານມາ, ອັດຕາການຫວ່າງງານຢູ່ອັຟການິສະຖານໄດ້ສູງຂຶ້ນລຽນຕິດເຊິ່ງໃນປີ 2019 ໄດ້ມີເຖິງ 40%.
ກ່ອນເກີດມີສົງຄາມ, ຢູ່ໃນປະເທດອັຟການິສະຖານມີພຽງແຕ່ການເຄື່ອນໄຫວຂອງກຸ່ມອານ-ເຄດາກຸ່ມດຽວ,ຮອດປີ 2020,ພາຍໃຕ້ສະພາບການທີ່ກອງທັບຕ່າງປະເທດຍັງບໍ່ທັນໄດ້ຖອນອອກດິນແດນອັຟການິສະຖານໝົດໄປເທື່ອ,ກໍໄດ້ມີກຸ່ມກໍ່ການຮ້າຍ 20 ກວ່າກຸ່ມເຄື່ອນໄຫວຢູ່ໃນດິນແດນອັຟການິສະຖານແລ້ວ, ສະຖານະການຄວາມໝັ້ນຄົງຢູ່ອັຟການິສະຖານໄດ້ຊຸດໂຊມລົງຢ່າງໜັກໜ່ວງກວ່າກ່ອນເກີດມີສົງຄາມ.
ພາຍຫຼັງທ່ານ ໂຈ ໄບເດັນ ຂຶ້ນດຳລົງຕຳແໜ່ງປະທານາທິບໍດີອາເມຣິກາແລ້ວ, ເພື່ອຫຼີກລ່ຽງເລື່ອງຫຍຸ້ງຍາກຢູ່ອັຟການິສະຖານ,ອາເມຣິກາໄດ້ຕັດສິນໃຈຖອນທະຫານອອກຈາກອັຟການິສະຖານຢ່າງຟ້າວຟັ່ງ ເຊິ່ງເປັນການສ້າງ “ບັນຫາໃຫຍ່ດ້ານຄວາມໝັ້ນຄົງ” ໃຫ້ກັບອັຟການິສະຖານ, ເຮັດໃຫ້ສະຖານະການຊຸດໂຊມລົງຢ່າງຕໍ່ເນື່ອງ.
ສົງຄາມຢູ່ອັຟການິສະຖານແມ່ນສົງຄາມທີ່ຍືດເຍື້ອຍາວນານທີ່ສຸດໃນປະຫວັດສາດການເຮັດສົງຄາມຂອງອາເມຣິກາ ເຊິ່ງໄດ້ເຮັດໃຫ້ສະຖານະການໃນອັຟການິສະຖານມີຄວາມປັ່ນປ່ວນວຸ້ນວາຍຢ່າງຕໍ່ເນື່ອງ,ຍິ່ງກວ່ານັ້ນຍັງຕົກເຂົ້າສູ່ສະພາບທີ່ແຮ່ງຕໍ່ຕ້ານແຮ່ງເກີດມີການກໍ່ການຮ້າຍ. ສົງຄາມຢູ່ອັຟການິສະຖານໄດ້ບັນທຶກຄວາມອັບປະຍົດຮ້າຍແຮງທີ່ສຸດໃນປະຫວັດສາດການທູດຂອງອາເມຣິກາໂດຍບໍ່ຕ້ອງສົງໄສ.
ເມື່ອສັງເກດເບິ່ງປະຫວັດສາດ, ສົງຄາມຕ້ານການກໍ່ການຮ້າຍຂອງອາເມຣິກາສ່ວນຫຼາຍໄດ້ສະແຫວງຫາເປົ້າໝາຍການເມືອງພູມິພາກໃນນາມຕ້ານການກໍ່ການຮ້າຍເລື້ອຍໆ, ຍິ່ງກວ່ານັ້ນໄດ້ຕັດຖິ້ມປະເທດໃນພາກພື້ນແລະປະເທດໃຫຍ່ທີ່ບໍ່ແມ່ນປະເທດຕາເວັນຕົກອອກນອກພັນທະມິດໃນການຕ້ານການກໍ່ການຮ້າຍສາກົນ. ແຕ່ວ່າ, ທົ່ວໂລກຕ້ານການກໍ່ການຮ້າຍຄວນຊຸກຍູ້ການປະກອບສ່ວນຢ່າງຫ້າວຫັນຂອງປະເທດໃຫຍ່ອື່ນໆແລະດຳເນີນໃນຂອບອົງການສະຫະປະຊາຊາດເພື່ອສ້າງກົນໄກຮ່ວມມືດ້ານຄວາມໝັ້ນຄົງທີ່ມີລັກສະນະກວມລວມ. ບັນດາປະເທດສະມາຊິກອົງການສະຫະປະຊາຊາດມີແຕ່ຫັນໜ້າເຂົ້າຫາກັນ,ຜ່ານການຊຸກຍູ້ຄວາມປອງດອງຊາດແລະການສ້າງສາເສດຖະກິດຄືນໃໝ່, ຈຶ່ງຈະສາມາດລຶບລ້າງດິນແດນທີ່ເກີດມີລັດທິຫົວຮຸນແຮງແລະລັດທິກໍ່ການຮ້າຍໄດ້ເປັນກ້າວໆ.
ຄຳເຫັນ
0