ທ່ານເວີ້ຍເຕີໂຢ
ທົ່ງຫຍ້າຊາເອີປູ້ລາເຄີ້ເຂດຊິນຈ່ຽງທີ່ຕັ້ງຢູ່ເຂດຊາຍແດນລະຫວ່າງຈີນກັບກາຊັກສະຖານເປັນເຂດແດນທີ່ຕົ້ນໄມ້ໃບຫຍ້າບໍ່ຄ່ອຍງອກງາມປານໃດ ທັງເປັນທາງຜ່ານສຳຄັນໄປສູ່ເຂດຊາຍແດນ. ມີຄົນຄົນໜຶ່ງໄດ້ລາດຕະເວນຢູ່ບໍລິເວນນີ້ທັງລ້ຽງສັດໄປພ້ອມໃນຕະຫຼອດໄລຍະ 57 ປີຜ່ານມາ, ໄລຍະທາງການລາດຕະເວນ ລວມທັງໝົດຂອງເພິ່ນມີເຖິງ 200.000 ກວ່າກິໂລແມັດ ເທົ່າກັບ 5 ຮອບອ້ອມໜ່ວຍໂລກຕາມເສັ້ນສູນສູດ, ເພິ່ນຊ່ຳກັບວ່າເປັນ “ຫຼັກໝາຍຊາຍແດນທີ່ມີຊີວິດ”ຢູ່ຕາມເສັ້ນຊາຍແດນ, ເພິ່ນມີຊື່ວ່າ ເວີ້ຍເຕີໂຢ.
ທົ່ງຫຍ້າຊາເອີປູ້ລາເຄີ້ເຂດຊິນຈ່ຽງມີພູມສັນຖານທີ່ກວ້າງໃຫຍ່ໄພສານ, ຢູ່ແນວໜ້າຂອງເຂດຊາຍແດນບໍ່ຄ່ອຍມີສິ່ງກຳບັງທາງທຳມະຊາດ, ນອກຈາກທະຫານປ້ອງກັນຊາຍແດນແລ້ວ, ການລາດຕະເວນຂອງຜູ້ເຝົ້າຍາມຊາຍແດນກໍມີຄວາມສຳຄັນຫຼາຍທີ່ສຸດເຊັ່ນກັນ.
ປີ 1964, ທ່ານເວີ້ຍເຕີໂຢ ທີ່ມີອາຍຸ 24 ປີໄດ້ຕອບສະໜອງຕາມຄຳຮຽກຮ້ອງຈາກລັດຖະບານ, ຫຼັງຈາກສິ້ນສຸດອາຍຸການຂອງທະຫານພັນທະຈາກອະດີດເຂດທະຫານປັກກິ່ງແລ້ວກໍໄດ້ຍົກຍ້າຍໄປເຮັດວຽກຢູ່ທົ່ງຫຍ້າແຫ່ງນີ້. ທ່ານກັບໄປບ້ານເກີດເພື່ອຮັບເມຍມາຕັ້ງຖິ່ນຖານຢູ່ເຂດຊາຍແດນ. ຕອນນັ້ນ, ໃນຍາມເຊົ້າຫຼືຄ້າຍແລງຂອງແຕ່ລະມື້, ທ່ານເວີ້ຍເຕີໂຢກໍຕ້ອງຍ່າງຕາມແລວລ້ຽງສັດໄປເສັ້ນຊາຍແດນ ໄປກັບທັງໝົດ 8 ກິໂລແມັດເພື່ອກວດເບິ່ງວ່າ ມີບຸກຄົນໃດຍ່າງຜ່ານແຖວນີ້ຫຼືບໍ, ຍັງໄດ້ໄປສຳຫຼວດເບິ່ງສະພາບການຕາມເຮືອນຮ້າງທີ່ຊາວລ້ຽງສັດ ປະໄວ້.
ທ່ານເວີ້ຍເຕີໂຢເຝົ້າຍາມຊາຍແດນຕາງລ້ຽງສັດໄປນຳ
ຕົ້ນຊຸມປີ1980, ກົມກອງທີ່ທ່ານເວີ້ຍເຕີໂຢສັງກັດນັ້ນໄດ້ຖືກຍຸບຍ້ອນກອງທັບຫຼຸດກຳລັງຮົບ, ທີ່ຈິງແລ້ວ, ທ່ານເວີ້ຍເຕີໂຢຈະໄດ້ຖືກຊັບຊ້ອນໄປເຮັດວຽກຢູ່ກົມກອງທີ່ຕັ້ງຢູ່ໃກ້ກັບຕົວເມືອງຫຼາຍກວ່າ, ແຕ່ທ່ານກໍເປັນເຈົ້າການຮ້ອງຂໍເຮັດວຽກຢູ່ບ່ອນເກົ່າ, ເພື່ອເຝົ້າຍາມຊາຍແດນຕາງລ້ຽງສັດໄປນຳຮ່ວມກັບເມຍ.
ສອງຜົວເມຍໄດ້ດຳລົງຊີວີດຢູ່ເຮືອນໃນຂຸມດິນເປັນເວລາ 20 ກວ່າປີ, ໃນໄລຍະທີ່ແສນລຳບາກ, ສະບຽງອາຫານຕ້ອງຂົນສົ່ງຕາມແລວລ້ຽງສັດຫຼາຍສິບກິໂລແມັດຈິ່ງສົ່ງໄປເຖິງເຮືອນເຂົາເຈົ້າ, ນໍ້າດື່ມກໍມີເກືອອັກຄະລາຍປົນຢູ່ນຳ ເຊິ່ງຕັກມາຈາກນ້ຳສ້າງຢູ່ໜ້າປະຕູເຮືອນ, ເມື່ອຮອດບຸນກຸດຈີນ, ສອງຜົວເມຍກິນເຂົ້າໜົມອົມຄົນລະ 3 ກ້ອນກໍຖືວ່າໄດ້ສະຫຼອງບຸນປີໃໝ່ແລ້ວ. ເພື່ອເຝົ້າຍາມຊາຍແດນ, ທ່ານເວີ້ຍເຕີໂຢບໍ່ໄດ້ໄປເຫັນລົມຫາຍໃຈສຸດທ້າຍຂອງພໍ່ແມ່, ຍັງມີຫຼາຍເທື່ອ ທ່ານເອງກໍພົບວິກິດເກືອບເອົາຊີວິດບໍ່ລອດຍ້ອນສະພາບອາກາດຮ້າຍແຮງທີ່ສຸດ.
ປີ2002, ສອງຜົວເມຍທ່ານເວີ້ຍເຕີໂຢໄດ້ອອກບຳນານແລ້ວ, ລູກທັງຫຼາຍທີ່ເຮັດວຽກຢູ່ແຂວງຊ່ານຕຸ່ງໄດ້ຊວນເຂົາເຈົ້າເມື່ອບ້ານເກີດເພື່ອໃຊ້ຊີວິດໃນໄວຊະລາ ແຕ່ເກ້ຍກ່ອມແນວໃດກໍບໍ່ໄດ້ຜົນ. ພາຍຫຼັງມາ, ລູກທັງຫຼາຍໄດ້ຊື້ເຮືອນຢູ່ຊິ່ນຈ່ຽງ, ແຕ່ເຂົາເຈົ້າກໍບໍ່ຍອມຍ້າຍໄປຢູ່.
ທ່ານເວີ້ຍເຕີໂຢບອກວ່າ: “ຄັນຂ້ອຍຢາກອອກຈາກທີ່ນີ້, ຂ້ອຍກໍຈະບໍ່ມາທີ່ນີ້ໃນຕອນທຳອິດແລ້ວ. ຕອນຢູ່ໃນກົມກອງຂ້ອຍກໍໄດ້ຕຶກຕອງຄັກໆແລ້ວວ່າ ຖ້າຢາກເຝົ້າຍາມຊາຍແດນກໍຕ້ອງເຝົ້າຕະຫຼອດຊີວິດເລີຍ. ”
ທ່ານເວີ້ຍເຕີໂຢປຽບເໝືອນ “ຫຼັກໝາຍທີ່ມີຊີວິດ”ຢູ່ຕາມເສັ້ນຊາຍແດນ, ຍິ່ງກວ່ານັ້ນແມ່ນປຽບເໝືອນ “ທຸງພັກ”ເຄື່ອນທີ່ຢູ່ຕາມທົ່ງຫຍ້າ.
ເດືອນມິຖຸນາປີ1983, ທ່ານເວີ້ຍເຕີໂຢໄດ້ເຂົ້າເປັນສະມາຊິກພັກກອມມູນິດຈີນ.
ແຕ່ລະປີ, ທ່ານເວີ້ຍເຕີໂຢກໍຍຶດໝັ້ນໃນການເດີນທາງໄປເສຍເງິນສະຕິສະມາຊິກພັກດ້ວຍຕົນເອງບໍ່ໄດ້ຂາດຈັກເທື່ອ, ໃນຍຸກສະໄໝທີ່ເສັ້ນທາງຄົມມະນາຄົມແລະການສື່ສານບໍ່ສະດວກ, ທ່ານຈຳຕ້ອງໄດ້ເດີນທາງດ້ວຍການຍ່າງໄປເປັນໄລຍະທາງຫຼາຍສິບກິໂລແມັດຈິ່ງໄປເຖິງສຳນັກງານກົມກອງ ເພື່ອເສຍເງິນສະຕິ, ນັ້ນແມ່ນເວລາທີ່ທ່ານອອກຈາກທົ່ງຫຍ້າ ນອກຈາກນັ້ນທ່ານຈະບໍ່ອອກທົ່ງຫຍ້າໄປໃສ.
ທ່ານເວີ້ຍເຕີໂຢຖືວິທະຍຸຕິດໂຕໃນເວລາລາດຕະເວນຕາມຊາຍແດນ
ແສ້ຕີແກະ,ວິທະຍຸ,ກ້ອງຊ່ອງ ແລະບີດົງນ້ຳ ຖືກທ່ານເວີ້ຍເຕີໂຢເອີ້ນວ່າ “ເຄື່ອງລ້ຳຄ່າ 4 ຢ່າງ”ຂອງຕົນ, ນີ້ແມ່ນສິ່ງທີ່ທ່ານຕ້ອງຖືຕິດໂຕໄປນຳໃນເວລາລາດຕະເວນຕາມຊາຍແດນທຸກເທື່ອ. ໃນນີ້, ວິທະຍຸແມ່ນ ສິ່ງທີ່ທ່ານເວີ້ຍເຕີໂຢມັກທີ່ສຸດ ເພາະເປັນຊ່ອງທາງສຳລັບຮັບຮູ້ທິດທະດີຂອງພັກ ນະໂຍບາຍຂອງລັດແລະສະພາບການປ່ຽນແປງຂອງສັງຄົມ. ທ່ານບອກວ່າ: “ເມື່ອໄດ້ຟັງຂ່າວຄາວກ່ຽວກັບປະເທດຊາດພັດທະນາດີຂຶ້ນສູ່ປີ, ກໍຮູ້ສຶກວ່າວຽກງານການເຝົ້າຍາມຊາຍແດນຂອງຕົນແຮ່ງມີຄຸນປະໂຫຍດຫຼາຍ.”
ນັບມາຮອດປັດຈຸບັນ, ທ່ານໄດ້ໃຊ້ວິທະຍຸຈົນເພຄາມືປະມານ 50 ເຄື່ອງ.
ທ່ານເວີ້ຍເຕີໂຢບໍ່ມັກປາກປານໃດ, ທ່ານຖືວ່າ ຕົນເອງເປັນຄົນທຳມະດາທີ່ສຸດຕະຫຼອດມາ. ເວົ້າເລື່ອງກ່ຽວກັບການໄດ້ຮັບ “ຫຼຽນໄຊ 1 ກໍລະກົດ”ໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນຄົບຮອບຮ້ອຍປີ ໃນປີ 2021, ທ່ານເວີ້ຍເຕີໂຢເວົ້າໂດຍກົງວ່າ: ຕົນເອງຮູ້ສຶກອາຍຫຼາຍ, ເພາະຄິດວ່າ ໃນຄວາມເປັນຈິງແລ້ວ ຕົນເອງກໍບໍ່ໄດ້ເຮັດຫຍັງທີ່ສຳຄັນພິລຶກ, ຫຼາຍສິບປີຜ່ານມາກໍມີແຕ່ຍຶດໝັ້ນເຮັດວຽກຢ່າງດຽວເທົ່ານັ້ນ. ແຕ່ວ່າ ໃນໄລຍະ 50 ກວ່າປີທີ່ທ່ານເຝົ້າຍາມຊາຍແດນນັ້ນ, ທ່ານໄດ້ເກ້ຍກ່ອມແລະສະກັດກັ້ນບຸກຄົນທີ່ກຳລັງຈະຂ້າມຊາຍແດນໃຫ້ກັບໄປພັນກວ່າເທື່ອຄົນ, ຢູ່ໃນເຂດຄຸ້ມຄອງແລະຄວບຄຸມຊາຍແດນບໍ່ໄດ້ເກີດເຫດການກ່ຽວກັບຊາວຕ່າງປະເທດລ່ວງລ້ຳເຂດແດນຈັກເທື່ອ ເຊິ່ງນີ້ກໍແມ່ນສິ່ງທີ່ທ່ານຮູ້ສຶກພູມໃຈທີ່ສຸດໃນຊີວິດຂອງຕົນ.
ເຈົ້າໜ້າທີ່ຕຳຫຼວດຊາຍແດນມາຮັບຮູ້ສະພາບການລາດຕະເວນຂອງທ່ານເວີ້ຍເຕີໂຢແລະລູກສາວ
ປີ 2017, ນາງເວີ້ຍຜິງ ລູກສາວຂອງທ່ານເວີ້ຍເຕີໂຢໄດ້ຂໍອອກຈາກວຽກຢູ່ແຂວງຊ່ານຕຸ່ງ ແລ້ວໄປຕັ້ງຖິ່ນຖານຢູ່ທົ່ງຫຍ້າ ເພື່ອລ້ຽງສັດ ແລະກາຍເປັນຜູ້ສືບທອດພາລະກິດຂອງທ່ານເວີ້ຍເຕີໂຢໃນການເຝົ້າຍາມຊາຍແດນ. ໃນທຸກມື້ນີ້, ກຳລັງປ້ອງກັນຊາຍແດນຢູ່ທົ່ງຫຍ້າຊາເອີປູ້ລາເຄີກໍໄດ້ເພີ່ມຂຶ້ນຫຼາຍພໍສົມຄວນແລ້ວ, ທ່ານເວີ້ຍເຕີໂຢບໍ່ຕ້ອງເປັນຫ່ວງອີກແລ້ວວ່າ ເສັ້ນຊາຍແດນແຫ່ງນີ້ຈະບໍ່ມີຄົນເຝົ້າຍາມ, ແຕ່ວ່າ ປັດຈຸບັນ ທ່ານມີອາຍຸ 80 ກວ່າປີແລ້ວແຕ່ກໍຍັງຍຶດໝັ້ນໃນການລ້ຽງສັດແລະລາດຕະເວນຕາມເສັ້ນຊາຍແດນ, ເພິ່ນເວົ້າວ່າ ຂໍພຽງແຕ່ຕົນເອງຍັງມີແຮງຍ່າງໄດ້ຢູ່ກໍຕ້ອງເຮັດວຽກນີ້ຕໍ່ໄປ.
ຄຳເຫັນ
0