黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ຖາ​ນະ​ປະ​ເທດ​ໃຫຍ່

2021-08-18 15:28:06 cri

ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​ເຮັດ​ໃຫ້​ ຄົນ​ເຮົາ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃຫຍ່​ທີ່​ສຸດ​ຫຼັງ​​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ເປັນ​ຕົ້ນ​ມາ. ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ​ທີ່​ເກີດ​ຂຶ້ນໃນ​ຮອບຮ້ອຍ​ປີ​ເທື່ອ​ໜຶ່ງ, ຈີນ​ໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ປະ​ກອບ​ສ່ວນ​ແລະ​ເພີ່ມ​ຄວາມ​ໝັ້ນ​ໃຈ​​ໃຫ້​ຫັບ​ສັງ​ຄົມ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ໂລກ, ​ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ຈີນ​ໃນ​ຖາ​ນະ​​ປະ​ເທດ​ໃຫຍ່.

ໂດຍ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ທົ່ວ​ປະ​ເທດ​ຈີນ​ໄດ້​ຮ່ວມ​ຈິດ​ຮ່ວມ​ໃຈກັນ, ຈັດ​ຕັ້ງປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ຢ່າງ​ຮອບ​ດ້ານ​ທີ່​ສຸດ, ເຂັ້ມ​ງວດ​ທີ່​ສຸດ​ແລະ​ເຖິງ​ຖອງ​ທີ່​ສຸດ, ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ສຳ​ຄັນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ໄລ​ຍະ​ພຽງ​ບໍ່​ເທົ່າ​ໃດເດືອນ​ພາຍ​ຫຼັງ​ພະ​ຍາດ​ດັ່ງ​ກ່າວ​ແຜ່​ລະ​ບາດຢູ່​ປະ​ເທດ​ຈີນ, ​ຈີນໄດ້​ສ້າ​ງ​ກຳ​ແພງ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ທີ່​​ໝັ້ນ​ແກ່ນ​ໃຫ້​​ກັບ​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ.

ໃນ​ເວ​ລາ​ທີ່​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​​ປະ​ເທດ​ຕົນ​ໃຫ້​ດີ​ນັ້ນ, ຈີນ​​ຍັງໄດ້​​ສົ່ງ​ເສີມ​ແລະປະ​ຕິ​ບັດ​ລັດ​ທິ​ຫຼາຍ​ຝ່າຍ, ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ​​ເພື່ອຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ແລະ​ໄດ້​ເພີ່ມ​ພະ​ລັງ​​ແຮງ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໃຫ້​​ກັບ​ທົ່ວ​ໂລກ. ໃນ​ກອງ​ປະ​ຊຸມ​ສຸດຍອດ​ສະ​ໄໝ​ພິ​ເສດ​​ຂອງ​ກຸ່ມ 20 ປະ​ເທດເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ໃນກອງ​ປ​ະ​ຊຸມ​ໃຫຍ່​ຂອງອົງ​ການ​ອະ​ນາ​ໄມ​ໂລກ​ສະ​ໄໝ​ທີ 73 ທາງວິ​ດີ​ໂອ, ກອງ​ປ​ະ​ຊຸມ​ສຸດຍອດ​ສະ​ໄໝ​ພິ​ເສດ​ຈີນ-ອາ​ຟ​ຣິ​ກາເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ແລະ​ເວ​ທີ​ຫຼາຍ​ຝ່າຍ​​ອື່ນໆ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ຫຼາຍ​ເທື່ອ​​ວ່າ: ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ຢ່າງ​ຮອບ​ດ້ານ, ເນັ້ນ​ໜັກ​ຄຳ​ເວົ້າ​ທີ່​ວ່າ​ສາ​ມັກ​ຄີ​ກັນ​ແລະ​ຮ່ວມ​ມື​ກັນ​ແມ່ນ​ວິ​ທີ​ດີ​ທີ່​ສຸດ​​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ນອກ​ຈາກ​ນີ້, ຈີນ​ຍັງ​ໄດ້​ບໍ​ລິ​ຈາກ​ເງິນ 50 ລ້ານ​ໂດ​ລາ​ໃຫ້​ແກ່​ອົງ​ການ​ອະ​ນາ​ໄມ​ໂລກ​ເພື່ອ​ສະ​ໜັບ​ສະ​ໜູນ​ອົງ​ການ​ດັ່ງ​ກ່າວ​ດຳ​ເນີນ​ການ​ຮ່ວມ​ມື​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ທົ່ວ​ໂລກ.

ວັກ​ຊີນ​ແມ່ນ​ອາ​ວຸດ​ອັນ​ເຂັ້ມ​ແຂງ​ທີ່​ຈະ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ແລະ​ຟື້ນ​ຟູ​ເສດ​ຖະ​ກິດ. ຈີນ​ມີ​ຈຸດ​ຢືນ​​ລົງ​ເລິກ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ວັກ​ຊີນ​ມາ​ໂດຍ​ຕະ​ຫຼອດ, ຮັບ​ປະ​ກັນ​ ​ຄວາມ​ສາ​ມາດ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ການເຂົ້າ​ເຖິງວັກ​ຊີນ​ແລະ​ສາ​ມາດ​ຊື້​ໄດ້, ເຮັດ​ໃຫ້​ວັກ​ຊີນ​ກາຍ​ເປັນ​ຜະ​ລິ​ດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ. ຈີນ​ໄດ້​ປະ​ຕິ​ບັດ​ງານ​ໃຫ້​ວັກ​ຊີນ​ເຂົ້າ​ເຖິງ​ປະ​ເທດ​ພວມ​ພັດ​ທະ​ນາ​ໄວ​ຂຶ້ນດ້ວຍ​ການ​ກະ​ທຳ​​ຕົວຈິງ, ປັດ​ຈຸ​ບັນ​ໄດ້​ສະ​ໜອງວັກ​ຊີນ​ຫຼາຍກວ່າ 800 ລ້ານ​ຫຼອດ​ໃຫ້​ແກ່ 100 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້​ງ​ສາ​ກົນ, ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ.

ໃນ​ພິ​ທີ​ມອບ-ຮັບ​ວັກ​ຊີນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ງວດ​ທີ 5 ທີ່​ລັດ​ຖະ​ບານ​ຈີນ​ໃຫ້​ການ​ຊ່ວຍ​ເຫຼືອ ​ສ​ປ​ປ ລາວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ສິງ​ຫາ​ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວກ່າວ​ວ່າ: ປັດ​ຈຸ​ບັນ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ໂລກ​ຍັງ​ຂ້ຽວ​ຂາດ​ຢູ່, ຈີນ​ໄດ້​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ຖາ​ນະປະ​ເທດ​ໃຫຍ່​ຂອງ​ໂລກ, ສະ​ໜອງວັກ​ຊີນ​ແລະ​ເຄື່ອງ​ອຸ​ປະ​ກອນ​ປິ່ນ​ປົວ​ທີ່​ມີ​ຄຸນ​ນະ​ພາບ​ສູງ​, ປອດ​ໄພ​ແລະ​ມີ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ປະ​ຊາ​ຄົມ​ໂລກ, ຊຸກ​ຍູ້​ການ​ຮ່ວມ​ມື​​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ຂອງ​ໂລກໃຫ້​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ, ໄດ້​ປະ​ກອບ​ສ່ວນ​​ສ້າງ​ປະ​ຊາ​ຄົມ​ຮ່ວມ​ສາ​ທາ​ລະ​ນະ​ສຸກດ້ວຍ​ພະ​ລັງ​ແຮງ​ຂອງ​ຈີນ​.

​ຈາກການ​ທີ່​ແຈ້ງ​ຂໍ້​ມູນ​ກ່ຽວ​ກັບ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ທັນ​ເວ​ລາ​ຮອດ​ການ​ສະ​ໜອງ​ຂໍ້​ມູນ​ລຳ​ດຳ​ແຊນຂອງ​ເຊື້ອ​ພະ​ຍາດ, ຈາກ​ການ​ແບ່ງ​ປັນ​ບົດ​ຮຽນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຮອດ​ການສົ່ງ​ໜ່ວຍ​ຜູ້​ຊ່ຽວ​ຊານ​ປິ່ນ​ປົວ​ພະ​ຍາດ​ໄປ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ, ຈາກ​ການດຳ​ເນີນ​ການ​ຊ່ວຍ​ເຫຼືອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ຮອດການ​ສົ່ງ​ອອກ​ເຄື່ອງ​ອຸ​ປະ​ກອນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຈາກ​ການ​ຮ່ວມ​ມື​​ການຄົ້ນ​ຄວ້າ​ແລະ​ຜະ​ລິດ​ວັກ​ຊີນ​​ຮອດ​ການ​ສ້າງ​ປະ​ຊາ​ຄົມ​​ຮ່ວມສາ​ທາ​ລະ​ນະ​ສຸກ​ຂອງມວນ​ມະ​ນຸດ, ໃນ​ເວ​ລາ​ສຳ​ຄັນ​ທີ່​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ເກີດ​ຂຶ້ນຊ້ຳ​ແລ້ວ​ຊ້ຳ​ອີກ, ເຊື້ອ​ພະ​ຍາດ​ກາຍ​ພັນ​ເລື້ອງໆ, ສະ​ຖາ​ນະ​ການ​ຍັງ​ສັບ​ສົນຂ້ຽວ​ຂາດ​ຢູ່, ຈີນ​ໄດ້​ເດີນ​ຕາມ​ເສັ້ນ​ທາງ​ຖືກ​ຕ້ອງ​ທີ່​ສາ​ມັກ​ຄີ​​ແລະ​ຮ່ວມ​ມື​ກັນຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ​ທັງ​ໝົດ.

 

ຄຳ​ເຫັນ

0